1 ຂ່າວຄາວ10
ໂຊນຂ້າໂຕຕາຍ
1ຝ່າຍຊາວຟີລິດສະຕິນໄດ້ສູ້ຮົບກັບຊາວອິດສະຣາເອນ; ຊາວອິດສະຣາເອນໄດ້ປົບໜີໄປ ແລະ ມີຫລາຍຄົນລົ້ມຕາຍຢູ່ເທິງພູເຂົາກິນໂບອາ.2ຊາວຟີລິດສະຕິນໄດ້ໄລ່ຕາມຈັບໂຊນ ແລະ ບັນດາລູກຊາຍຂອງເພິ່ນ ແລະ ພວກເຂົາໄດ້ຂ້າລູກຊາຍທັງສາມຄື: ໂຢນາທານ, ອາບີນາດາບ ແລະ ມັນກີຊູອາ.3ການສູ້ຮົບອ້ອມໂຊນເປັນໄປຢ່າງດຸເດືອດ, ເມື່ອນັກທະນູໄດ້ຍິງທະນູໃສ່ໂຊນ ເຮັດໃຫ້ໂຊນບາດເຈັບສາຫັດ.4ໂຊນໄດ້ເວົ້າກັບຜູ້ທີ່ຖືອາວຸດຂອງຕົນວ່າ, “ຈົ່ງຖອດດາບຂອງເຈົ້າອອກ ແລ້ວແທງທະລຸຮ່າງຂອງເຮົາ ບໍ່ດັ່ງນັ້ນຄົນທີ່ບໍ່ໄດ້ຮັບພິທີຕັດເຫລົ່ານີ້ຈະມາຂ້າເຮົາ ແລະ ນຳຄວາມອັບອາຍມາໃຫ້ເຮົາ”.ແຕ່ຊາຍທີ່ຖືອາວຸດນັ້ນຢ້ານ ແລະ ບໍ່ກ້າເຮັດ ດັ່ງນັ້ນໂຊນຈຶ່ງເອົາດາບຂອງເພິ່ນອອກມາ ແລ້ວກໍຖິ້ມຕົວລົງໃສ່ດາບຂອງຕົນ5ເມື່ອຊາຍນັ້ນເຫັນວ່າໂຊນໄດ້ຕາຍແລ້ວ ກໍໃຊ້ດາບຂອງຕົນຂ້າຕົນເອງຕາຍ.6ດັ່ງນັ້ນ ໂຊນ ແລະ ລູກຊາຍທັງສາມຄົນຂອງເພິ່ນຈຶ່ງໄດ້ຕາຍໄປ ແລະ ທຸກຄົນໃນຄອບຄົວຂອງເພິ່ນໄດ້ຕາຍພ້ອມກັນ.7ເມື່ອຊາວອິດສະຣາເອນທັງໝົດທີ່ຢູ່ຕາມຮ່ອມພູເຫັນວ່າກອງທັບກໍໄດ້ພາກັນປົບໜີໄປ ແລະ ເຫັນວ່າໂຊນ ແລະ ລູກຊາຍໄດ້ຕາຍໄປແລ້ວ, ພວກເຂົາຈຶ່ງພາກັນປະຖິ້ມບ້ານເມືອງຂອງພວກເຂົາໜີໄປ ແລ້ວຊາວຟີລິດສະຕິນກໍໄດ້ເຂົ້າໄປຢຶດເອົາ.8ມື້ຕໍ່ມາເມື່ອຊາວຟີລິດສະຕິນໄດ້ອອກມາປົດເອົາເຄື່ອງຂອງທີ່ມີຄ່າອອກຈາກສົບ, ພວກເຂົາໄດ້ພົບສົບຂອງໂຊນ ແລະ ບັນດາລູກຊາຍຂອງເພິ່ນຢູ່ເທິງພູເຂົາກິນໂບອາ.9ພວກເຂົາໄດ້ແກ້ເອົາເຄື່ອງຂອງເພິ່ນ ແລະ ຕັດຫົວຂອງເພິ່ນ ແລະ ເອົາຍຸດທະພັນຂອງເພິ່ນໄປ, ແລ້ວກໍສົ່ງຜູ້ນຳຂ່າວໄປທົ່ວດິນແດນຟີລິດສະຕິນ ເພື່ອປະກາດຂ່າວທ່າມກາງບັນດາພະທັງຫລາຍ ແລະ ປະຊາຊົນຂອງພວກເຂົາ.10ພວກເຂົາໄດ້ເອົາຍຸດທະພັນຂອງໂຊນໄປເກັບໄວ້ໃນວິຫານຂອງພະຂອງຕົນ ແລະ ຫ້ອຍຫົວຂອງເພິ່ນໄວ້ໃນວິຫານຂອງພະດາໂກນ.11ເມື່ອຊາວຢາເບັດກີເລອາດທັງໝົດໄດ້ຍິນສິ່ງທີ່ຊາວຟີລິດສະຕິນໄດ້ເຮັດຕໍ່ໂຊນ,12ທະຫານທີ່ເກັ່ງກ້າຂອງພວກເຂົາກໍອອກໄປເອົາສົບຂອງໂຊນ ແລະ ສົບຂອງລູກຊາຍຂອງເພິ່ນກັບມາທີ່ຢາເບັດ. ແລ້ວພວກເຂົາໄດ້ຝັງກະດູກຂອງພວກເພິ່ນໄວ້ຢູ່ກ້ອງຕົ້ນໄມ້ໃຫຍ່ໃນຢາເບັດ ແລະ ພວກເຂົາໄດ້ຖືສິນອົດອາຫານເປັນເວລາເຈັດວັນ.13ໂຊນໄດ້ຕາຍໄປ ເພາະເພິ່ນບໍ່ໄດ້ຊື່ສັດຕໍ່ພຣະເຈົ້າຢາເວ, ເພິ່ນບໍ່ໄດ້ຮັກສາຂໍ້ຄຳສັ່ງຂອງພຣະເຈົ້າຢາເວ ແລະ ໄດ້ໄປຂໍຄຳປຶກສາຈາກວິນຍານຂອງຄົນຕາຍ.14ແລະ ບໍ່ໄດ້ຂໍຄໍາແນະນໍາຈາກພຣະເຈົ້າຢາເວ. ດັ່ງນັ້ນ ພຣະອົງຈຶ່ງໄດ້ຂ້າເພິ່ນ ແລະ ມອບອານາຈັກໃຫ້ແກ່ດາວິດລູກຊາຍຂອງເຢຊີ.
Biblica, Inc.