1 ຂ່າວຄາວ8

ເຊື້ອສາຍ​ຂອງ​ໂຊນ​ຊາວ​ເບັນຢາມິນ

1ລູກຊາຍ​ຂອງ​ເບັນຢາມິນ ມີ​ດັ່ງນີ້: ເບລາ​ເປັນ​ລູກຊາຍ​ກົກ ອັດຊະເບັນ​ເປັນ​ລູກຊາຍ​ຄົນ​ທີ​ສອງ, ອາຮາຣາ​ເປັນ​ຄົນ​ທີ​ສາມ,2ໂນຮາ​ເປັນ​ຄົນ​ທີ​ສີ່ ແລະ ຣາຟາ​ເປັນ​ຄົນ​ທີ​ຫ້າ.3ລູກຊາຍ​ຂອງ​ເບລາ​ມີ​ດັ່ງນີ້: ອັດດາ, ເກຣາ, ອາບີຮຸດ, 4ອາບີຊູອາ, ນາອາມານ, ອາໂຮຢາ,5ເກຣາ, ເຊຟູຟານ ແລະ ຮູຣາມ.6ຄົນ​ເຫລົ່ານີ້​ແມ່ນ​ເຊື້ອສາຍ​ຂອງ​ເອຮຸດ, ເຊິ່ງ​ພວກເຂົາ​ເປັນ​ຫົວໜ້າ​ຄອບຄົວ​ຕ່າງໆ​ທີ່​ອາໄສ​ຢູ່​ທີ່​ເມືອງ​ເກບາ ແລະ ຖືກ​ບັງຄັບ​ໃຫ້​ຍ້າຍ​ໄປ​ຢູ່​ທີ່​ເມືອງ​ມານາຮາດ​ມີ​ດັ່ງນີ້:7ນາອາມານ, ອາຮີຢາ, ແລະ ເກຣາ, ຜູ້​ທີ່​ຍ້າຍ​ພວກເຂົາ​ອອກ​ໄປ ແລະ ຜູ້​ທີ່​ເປັນ​ພໍ່​ຂອງ​ອຸດຊາ ແລະ ອາຮີຮຸດ.8ຫລັງຈາກ ຊາຮາຣາອິມ​ໄດ້​ຢ່າຮ້າງ​ກັບ​ນາງ​ຮູຊິມ​ເມຍ​ຂອງ​ລາວ ແລະ ບາອາຣາ, ລາວ​ມີ​ລູກຊາຍ​ທີ່​ໄດ້​ເກີດ​ຢູ່​ໃນ​ໂມອາບ.9ເມຍ​ຂອງ​ລາວ​ຊື່​ວ່າ​ນາງ​ໂຮເດັດ​ມີ​ລູກຊາຍ​ຄື ໂຢບັບ, ຊີບີອາ, ເມຊາ, ມັນກຳ,10ເຢອູດ, ສາຄີອາ ແລະ ມີຣະມາ. ຄົນ​ເຫລົ່ານີ້​ເປັນ​ຫົວໜ້າ​ຄອບຄົວ.11ລາວ​ມີ​ລູກຊາຍ​ຈາກ​ນາງ​ຮູຊິມ ດັ່ງນີ້: ອາບີຕຸບ ແລະ ເອນປາອານ.12ບັນດາ​ລູກຊາຍ​ຂອງ​ເອນປາອານ ມີ​ດັ່ງນີ້: ເອເບີ, ມີຊາມ ແລະ ເຊເມັດ. (ເປັນ​ຜູ້​ສ້າງ​ເມືອງ​ໂອໂນ ແລະ ເມືອງ​ໂຣດ ພ້ອມ​ທັງ​ບ້ານ​ທີ່​ຢູ່​ອ້ອມແອ້ມ​ເມືອງ​ນັ້ນ)13ເບຣິຢາ ແລະ ເຊມາ​ເປັນ​ຫົວໜ້າ​ຄອບຄົວ​ຕ່າງໆ ເຊິ່ງ​ອາໄສຢູ່​ໃນ​ເມືອງ​ໄອຢາໂລນ ແລະ ເປັນ​ຜູ້​ທີ່​ໄດ້​ຂັບໄລ່​ປະຊາຊົນ​ທີ່ຢູ່​ໃນ​ເມືອງ​ກາດ​ອອກ​ໄປ.14ພວກລູກຊາຍ​ຂອງ​ເບຣິຢາ ມີ​ດັ່ງນີ້: ອາຮີໂອ, ຊາຊັກ, ເຢເຣໂມດ,15ເຊບາດີຢາ, ອາຣາດ, ເອເດ,16ມີກາເອນ, ອີຊະປາ ແລະ ໂຢຮາ. ຄົນ​ເຫລົ່ານີ້​ແມ່ນ​ລູກຊາຍ​ຂອງ​ເບຣິຢາ.17ບັນດາ​ລູກຊາຍ​ຂອງ​ເອນປາອານ ມີດັ່ງນີ້: ເຊບາດີຢາ, ເມຊຸນລຳ, ຮີຊະກີ, ເຮເບ,18ອີຊະເມຣາຍ, ອີຊະລີຢາ ແລະ ໂຢບັບ.19ພວກລູກຊາຍ​ຂອງ​ຊີເມອີ ມີ​ດັ່ງນີ້: ຢາກີມ, ຊີກະຣີ, ຊັບດີ,20ເອລີເອນາຍ, ຊິນເລໄທ, ເອລີເອນ,21ອາດາອີຢາ, ເບຣາອີຢາ ແລະ ຊິມຣາດ.22ບັນດາ​ລູກຊາຍ​ຂອງ​ຊາຊັກ ມີ​ດັ່ງນີ້: ອີຊະປັນ, ເອເບ, ເອລີເອນ,23ອັບໂດນ, ຊີກະຣີ, ຮານານ,24ຮານານີຢາ, ເອລາມ, ອັນໂທທິຢາ,25ອິບເດອີຢາ ແລະ ເປນູເອນ.26ພວກລູກຊາຍ​ຂອງ​ເຢໂຣຮາມ ມີດັ່ງນີ້: ຊາມເຊໄຣ, ເຊຮາຣີຢາ, ອາທາລີຢາ,27ຢາອາເຣຊີຢາ, ເອລີຢາ ແລະ ຊີກະຣີ.28ຄົນ​ເຫລົ່ານີ້​ທັງໝົດ​ເປັນ​ຫົວໜ້າ​ຄອບຄົວ ແລະ ຜູ້ນຳ​ທີ່​ບັນທຶກ​ໄວ້​ຕາມ​ລຳ​ດັບ​ຕະກຸນ ຂອງ​ພວກເຂົາ ແລະ ໄດ້​ອາໄສ​ຢູ່​ທີ່​ເຢຣູຊາເລັມ.
29ເຢອີເອນ ​ເປັນ​ພໍ່ ​ຂອງ​ກີເບໂອນ​ອາໄສ​ຢູ່​ທີ່​ກີເບໂອນ. ເມຍ​ຂອງ​ລາວ​ຊື່​ວ່າ​ມາອາກາ,30ແລະ ລູກຊາຍ​ກົກ​ຂອງ​ລາວ​ແມ່ນ​ອັບໂດນ ລູກຊາຍ​ຄົນ​ອື່ນໆ​ມີ​ດັ່ງນີ້: ຊຸຣະ, ກີເຊ, ບາອານ, ເນຣະ, ນາດາບ,31ເກໂດເຣ, ອາຮີໂອ, ເຊເກ,32ແລະ ມີກໂລດ​ຜູ້​ເປັນ​ພໍ່​ຂອງ​ຊີເມອາ. ພວກເຂົາ​ກໍ​ອາໄສ​ຢູ່​ໃກ້​ຍາດ​ພີ່ນ້ອງ​ທີ່​ຢູ່​ເຢຣູຊາເລັມ​ເໝືອນ​ກັນ.33ເນຣະ​ເປັນ​ພໍ່​ຂອງ​ກີເຊ ກີເຊ​ເປັນ​ພໍ່​ຂອງ​ໂຊນ ແລະ ໂຊນ​ເປັນ​ພໍ່​ຂອງ​ໂຢນາທານ, ມັນກີຊູອາ, ອາບີນາດາບ ແລະ ເອຊະບາອານ. 34ລູກຊາຍ​ຂອງ​ໂຢນາທານ ມີ​ດັ່ງນີ້: ເມຣິບບາອານ, ຜູ້​ເປັນ​ພໍ່​ຂອງ​ມີກາ.35ບັນດາ​ລູກຊາຍ​ຂອງ​ມີກາ ມີ​ດັ່ງນີ້: ປີໂທນ, ເມເລັກ, ຕາເຣອາ ແລະ ອາຮາດ.36ອາຮາດ​ເປັນ​ພໍ່​ຂອງ​ເຢໂຮອາດດາ, ເຢໂຮອາດດາ​ເປັນ​ພໍ່​ຂອງ​ອາເລເມດ, ອາຊະມາເວດ ແລະ ຊິມຣີ. ຊິມຣີ​ເປັນ​ພໍ່​ຂອງ​ໂມຊາ,37ໂມຊາ​ເປັນ​ພໍ່​ຂອງ​ບີເນອາ, ບີເນອາ​ເປັນ​ພໍ່​ຂອງ​ຣາພາ, ຣາພາ​ເປັນ​ພໍ່​ຂອງ​ເອເລອາສາ ແລະ ເອເລອາສາ​ເປັນ​ພໍ່​ຂອງ​ອາເຊນ.38ອາເຊນ​ມີ​ລູກຊາຍ​ຫົກ​ຄົນ ມີ​ດັ່ງນີ້: ອາຊະຣີກຳ, ໂບເກຣູ, ອິດຊະມາເອນ, ເຊອາຣີຢາ, ໂອບາດີຢາ ແລະ ຮານານ. ຄົນ​ເຫລົ່ານີ້​ເປັນ​ລູກຊາຍ​ຂອງ​ອາເຊນ.39ລູກຊາຍ​ຂອງ​ເອເຊນ​ນ້ອງຊາຍ​ອາເຊນ​ມີ​ດັ່ງນີ້: ອູລາມ​ເປັນ​ລູກຊາຍ​ກົກ ເຢອຸດ​ເປັນ​ຄົນ​ທີ​ສອງ ແລະ ເອລີເຟເລັດ​ເປັນ​ຄົນ​ທີ​ສາມ40ບັນດາ​ລູກຊາຍ​ຂອງ​ອູລາມ​ເປັນ​ນັກຮົບ​ເກັ່ງ​ກ້າ ແລະ ເປັນ​ນັກຍິງທະນູ. ພວກເຂົາ​ມີ​ລູກຊາຍ ແລະ ລູກຫລານ​ທັງໝົດ​ໜຶ່ງຮ້ອຍ​ຫ້າສິບ​ຄົນ. ພວກຄົນ​ເຫລົ່ານີ້​ເປັນ​ເຊື້ອສາຍ​ຂອງ​ເຜົ່າ​ເບັນຢາມິນ.

Biblica, Inc.

https://app.library.bible/content/eab9312f9f16b3a2