1 ຂ່າວຄາວ7
ເຊື້ອສາຍຂອງອິດຊາຄາ
1ລູກຊາຍຂອງອິດຊາຄາມີດັ່ງນີ້: ໂຕລາ, ປູອາ, ຢາຊຸບ ແລະ ຊິມໂຣນ. ລວມທັງໝົດມີສີ່ຄົນ.2ລູກຊາຍຂອງໂຕລາມີດັ່ງນີ້: ອຸດຊີ, ເຣຟາອີຢາ, ເຢຣິເອນ, ຢາມາຍ, ອີບສາມ ແລະ ຊາມູເອນ. ພວກເຂົາເປັນຫົວໜ້າຄອບຄົວ. ໃນຊ່ວງການປົກຄອງຂອງດາວິດ, ເຊື້ອສາຍຂອງໂຕລາທີ່ເປັນທະຫານ, ເຊິ່ງໄດ້ບັນທຶກຕາມລໍາດັບວົງຕະກຸນຂອງພວກເຂົາມີ 22.600 ຄົນ.3ລູກຊາຍຂອງອຸດຊີມີດັ່ງນີ້: ອີຊະຣາຮີຢາ. ລູກຊາຍຂອງອີຊະຣາຮີຢາມີດັ່ງນີ້: ມີກາເອນ, ໂອບາດີຢາ, ໂຢເອນ ແລະ ອິດຊີຢາ. ພວກເຂົາຫ້າຄົນເປັນຫົວໜ້າ.4ອີງຕາມການບັນທຶກຕາມລໍາດັບວົງຕະກຸນຂອງພວກເຂົາ, ພວກເຂົາມີທະຫານ 36.000 ຄົນທີ່ພ້ອມອອກສູ້ຮົບ. ຍ້ອນພວກເຂົາມີເມຍ ແລະ ລູກຫລາຍຄົນ.5ບັນດາຍາດພີ່ນ້ອງທີ່ເປັນທະຫານຂອງເຜົ່າອິດຊາຄາທັງໝົດ, ພວກເຂົາມີ 87.000 ຄົນ, ດັ່ງທີ່ໄດ້ບັນທຶກຕາມລໍາດັບວົງຕະກຸນຂອງພວກເຂົາ.ເຊື້ອສາຍຂອງເບັນຢາມິນ
6ລູກຊາຍຂອງເບັນຢາມິນມີດັ່ງນີ້: ເບລາ, ເບເກ ແລະ ເຢດີອາເອນ.7ລູກຊາຍຂອງເບລາມີດັ່ງນີ້: ເອຊະໂບນ, ອຸດຊີ, ອຸດຊີເອນ, ເຢຣິໂມດ ແລະ ອີຣິ. ພວກເຂົາມີທັງໝົດຫ້າຄົນເປັນຫົວໜ້າຄອບຄົວ. ຕາມທີ່ໄດ້ບັນທຶກຕາມລໍາດັບວົງຕະກຸນພວກເຂົາມີທະຫານ 22.034 ຄົນ.8ລູກຊາຍຂອງເບເກມີດັ່ງນີ້: ເຊມີຣາ, ໂຢອາດ, ເອລີເອເຊ, ເອລີໂອນາຍ, ອົມຣິ, ເຢເຣໂມດ, ອາບີຢາ, ອານາທົດ ແລະ ອາເລເມັດ. ຄົນທັງໝົດນີ້ເປັນລູກຊາຍຂອງເບເຄ.9ຕາມການບັນທຶກຕາມລໍາດັບວົງຕະກຸນຂອງພວກເຂົາ, ພວກເຂົາເປັນຫົວໜ້າຄອບຄົວ ແລະ ມີທະຫານ 20.200 ຄົນ.10ລູກຊາຍຂອງເຢດີອາເອນມີດັ່ງນີ້: ບິນຮານ. ລູກຊາຍຂອງບິນຮານມີດັ່ງນີ້: ເຢອຸດ, ເບັນຢາມິນ, ເອຮຸດ, ເຄນາອານາ, ເຊທານ, ຕາກຊິດ ແລະ ອາຮິຊາຮາ.11ຄົນເຫລົ່ານີ້ທັງໝົດເປັນລູກຊາຍຂອງເຢດີອາເອນທີ່ເປັນຫົວໜ້າຄອບຄົວ. ມີທະຫານ 17.200 ຄົນທີ່ພ້ອມອອກໄປສູ້ຮົບ.12ຊາວຊຸບປິມ ແລະ ຊາວຮູບປິມເປັນເຊື້ອສາຍຂອງອີຣະ ແລະ ຊາວຮູຊິມເປັນເຊື້ອສາຍຂອງອາເຮີ.ເຊື້ອສາຍຂອງເນັບທາລີ
13ລູກຊາຍຂອງເນັບທາລີມີດັ່ງນີ້: ຢາຊີເອນ, ກູນີ, ເຢເຊ ແລະ ຊໍລູມ, ທີ່ເປັນເຊື້ອສາຍຂອງນາງບິນຮາ.ເຊື້ອສາຍຂອງມານາເຊ
14ເຊື້ອສາຍຂອງມານາເຊມີດັ່ງນີ້: ອາຊະຣີເອນເປັນເຊື້ອສາຍທີ່ໄດ້ມາຈາກເມຍນ້ອຍຊາວອາຣາມ. ນາງໄດ້ເກີດມາກີພໍ່ຂອງກີເລອາດ15ມາກີໄດ້ເມຍຈາກຊາວຊຸບປິມ ແລະ ຊາວຮູບປິມຜູ້ລະຄົນ. ນ້ອງສາວຂອງລາວຊື່ວ່າ ມາອາກາ. ເຊື້ອສາຍອີກຄົນໜຶ່ງຊື່ວ່າເຊໂລເຟຮັດ, ຜູ້ທີ່ມີແຕ່ລູກສາວເທົ່ານັ້ນ.16ມາອາກາເມຍຂອງມາກີມີລູກຊາຍຄົນໜຶ່ງ ແລະ ໄດ້ຕັ້ງຊື່ວ່າ ເປເຣັດ. ນ້ອງຊາຍຂອງລາວຊື່ວ່າ ເຊເລດ, ແລະ ລາວມີລູກຊາຍຄື ອູລາມ ແລະ ເຣເກມ.17ລູກຊາຍຂອງອູລາມຄື: ເບດານ. ຄົນເຫລົ່ານີ້ແມ່ນລູກຊາຍຂອງກີເລອາດ, ຜູ້ເປັນລູກຊາຍຂອງມາກີ, ຜູ້ທີ່ເປັນລູກຊາຍຂອງມານາເຊ.18ຮາມໂມເລເກັດເປັນນ້ອງສາວຂອງກີເລອາດມີລູກຊາຍດັ່ງນີ້: ອີໂຊດ, ອາບີເອເຊ ແລະ ມາລາ.19ລູກຊາຍຂອງເຊມີດາມີດັ່ງນີ້: ອາຮີອານ, ຊີເຄມ, ລີຄີ ແລະ ອານີອາມ.ເຊື້ອສາຍຂອງເອຟຣາອິມ
20ເຊື້ອສາຍຂອງເອຟຣາອິມມີດັ່ງນີ້: ຊູເທລາ, ລູກຊາຍຂອງລາວແມ່ນເບເຣັດ, ລູກຊາຍຂອງເບເຣັດແມ່ນຕາຮາດ, ລູກຊາຍຂອງຕາຮາດແມ່ນເອເລອາດາ, ລູກຊາຍຂອງເອເລອາດາແມ່ນຕາຮາດ,21ລູກຊາຍຂອງຕາຮາດແມ່ນຊາບາດ, ລູກຊາຍຂອງຊາບາດແມ່ນຊູເທລາ. (ເອເຊ ແລະ ເອເລອາດຖືກຊາວພື້ນເມືອງຂອງກາດຂ້າ, ເມື່ອພວກເຂົາໄປຢຶດຝູງສັດຂອງຊາວກາດ.22ເອຟຣາອິມພໍ່ຂອງພວກເຂົາກໍໄວ້ທຸກໃຫ້ພວກເຂົາເປັນເວລາຫລາຍມື້ ແລະ ຍາດພີ່ນ້ອງຂອງລາວກໍໄດ້ພາກັນມາເລົ້າໂລມໃຈລາວ.23ຫລັງຈາກນັ້ນເອຟຣາອິມກໍຫລັບນອນກັບເມຍຂອງຕົນອີກ, ນາງໄດ້ຖືພາ ແລະ ເກີດລູກຊາຍຄົນໜຶ່ງ. ລາວໄດ້ຕັ້ງຊື່ໃຫ້ລູກຊາຍວ່າເບຣິຢາ, ເພາະມີເຫດການຮ້າຍເກີດຂຶ້ນໃນຄອບຄົວຂອງລາວ.24ລູກສາວຂອງເອຟຣາອິມແມ່ນເຊເອຣາ, ຜູ້ທີ່ສ້າງເມືອງເບັດໂຮໂຣນຕອນລຸ່ມ ແລະ ຕອນເທິງເມືອງອຸດເຊັນເຊເອຣາ).25ເຣຟາເປັນລູກຊາຍຂອງເອຟຣາອິມອີກຜູ້ໜຶ່ງແມ່ນເຣຟາ, ລູກຊາຍຂອງເຣຟາແມ່ນເຣເຊັບ, ລູກຊາຍຂອງເຣເຊັບແມ່ນເຕລາ, ລູກຊາຍຂອງເຕລາແມ່ນຕາຮານ,26ລູກຊາຍຂອງຕາຮານແມ່ນລາດານ, ລູກຊາຍຂອງລາດານແມ່ນອາມມີຮູດ, ລູກຊາຍຂອງອາມມີຮຸດແມ່ນເອລີຊາມາ,27ລູກຊາຍຂອງເອລີຊາມາແມ່ນນູນ, ລູກຊາຍຂອງນູນແມ່ນໂຢຊວຍ.28ດິນແດນ ແລະ ບ່ອນທີ່ພວກເຂົາໄດ້ຕັ້ງຖິ່ນຖານຢູ່ລວມທັງເມືອງເບັດເອນ ແລະ ບ້ານຕ່າງໆທີ່ຢູ່ອ້ອມເມືອງຕ່າງໆນັ້ນ, ນາອາຣານຈົນເຖິງທາງຕາເວັນອອກ, ເມືອງເກເຊ ແລະ ບ້ານຕ່າງໆທີ່ອ້ອມເມືອງນັ້ນໄປຈົນເຖິງທາງຕາເວັນຕົກ ແລະ ຈາກເມືອງຊີເຄມ ແລະ ໝູ່ບ້ານຕ່າງໆທີ່ຢູ່ອ້ອມໄປຈົນເຖິງເມືອງອາອີ ແລະ ໝູ່ບ້ານຕ່າງໆທີ່ຢູ່ອ້ອມເມືອງເຫລົ່ານັ້ນ.29ລຽບຕາມຊາຍແດນຂອງມານາເຊມີເມືອງຕ່າງໆຄື: ເບັດເຊອານ, ຕາອານັກ, ເມກິດໂດ ແລະ ເມືອງໂດເຣ, ພ້ອມທັງບ້ານຕ່າງໆທີ່ຢູ່ອ້ອມເມືອງເຫລົ່ານັ້ນ. ເຊື້ອສາຍຂອງໂຢເຊັບລູກຊາຍອິດສະຣາເອນອາໄສຢູ່ໃນເມືອງເຫລົ່ານີ້.ເຊື້ອສາຍຂອງອາເຊ
30ລູກຊາຍຂອງອາເຊມີດັ່ງນີ້: ອິມນາ, ອີຊະວາ, ອີຊະວີ ແລະ ເບຣີຢາ. ລາວມີລູກສາວຜູ້ໜຶ່ງຊື່ວ່າ ເສຣາ.31ລູກຊາຍຂອງເບຣີຢາມີດັ່ງນີ້: ເຮເບ ແລະ ມັນກີເອນ, ມັນກີເອນເປັນພໍ່ຂອງບີຣະຊາອິດ.32ເຮເບເປັນພໍ່ຂອງຢາຟະເລດ, ໂຊເມ, ໂຮທາມ ແລະ ນ້ອງສາວຂອງພວກເຂົາຊື່ວ່າ ຊູອາ.33ລູກຊາຍຂອງຢາຟະເລດມີດັ່ງນີ້: ປາສັກ, ບີມຮານ ແລະ ອາຊະວາດ. ຄົນເຫລົ່ານີ້ແມ່ນລູກຊາຍຂອງຢາຟະເລດ.34ລູກຊາຍຂອງໂຊເມມີດັ່ງນີ້: ອາຮີ, ໂຣກາ, ຮຸບບາ ແລະ ອາຣາມ.35ໂຮທາມນ້ອງຊາຍຂອງລາວມີລູກຊາຍດັ່ງນີ້: ໂຊພາ, ອີມນາ, ເຊເລັດ ແລະ ອາມານ.36ລູກຊາຍຂອງໂຊພາມີດັ່ງນີ້: ສູອາ, ຮັກເນເຟ, ຊູອານ, ເບຣີ, ອິມຣາ,37ເບເຊ, ໂຮດ, ຊາມມາ, ຊິນຊາ, ອີທະຣານ ແລະ ເບເອຣາ.38ລູກຊາຍຂອງເຢເທີມີດັ່ງນີ້: ເຢຟຸນເນ, ປີສະປາ, ແລະ ອາຣາ.39ລູກຊາຍຂອງອຸນລາມີດັ່ງນີ້: ອາຣາ, ຮານນີເອນ, ແລະ ຣີຊີອາ.40ຄົນທັງໝົດເຫລົ່ານີ້ແມ່ນເຊື້ອສາຍຂອງອາເຊ, ເຊິ່ງເປັນຫົວໜ້າຄອບຄົວ, ເປັນທະຫານໄດ້ຮັບການຄັດເລືອກ, ເປັນນັກຮົບເກັ່ງກ້າ ແລະ ເປັນຜູ້ນຳທີ່ສໍາຄັນ. ມີຈໍານວນທະຫານ 26.000 ຄົນທີ່ພ້ອມອອກສູ້ຮົບ, ດັ່ງທີ່ໄດ້ບັນທຶກຕາມລໍາດັບວົງຕະກຸນຂອງພວກເຂົາ.Biblica, Inc.