1 ຂ່າວຄາວ6
ເຊື້ອສາຍຂອງເລວີ
1ພວກລູກຊາຍຂອງເລວີມີດັ່ງນີ້: ເກໂຊນ, ໂກຮາດ ແລະ ເມຣາຣິ.2ລູກຊາຍຂອງໂກຮາດມີດັ່ງນີ້: ອຳຣາມ, ອີຊະຮາດ, ເຮັບໂຣນ ແລະ ອຸດຊີເອນ.3ລູກຊາຍຂອງອຳຣາມມີດັ່ງນີ້: ອາໂຣນ ແລະ ໂມເຊ ແລະ ມີຣີອາມ. ລູກຊາຍຂອງອາໂຣນມີດັ່ງນີ້: ນາດາບ, ອາບີຮູ, ເອເລອາຊາ ແລະ ອີທາມາ.4ເອເລອາຊາເປັນພໍ່ຂອງຟີເນຮາ, ຟີເນຮາເປັນພໍ່ຂອງອາບີຊູອາ,5ອາບີຊູອາເປັນພໍ່ຂອງບຸກກີ, ບຸກກີເປັນພໍ່ຂອງອຸດຊີ,6ອຸດຊີເປັນພໍ່ຂອງເຊຣາຮີຢາ, ເຊຣາຮີຢາເປັນພໍ່ຂອງເມຣາອີໂຢດ,7ເມຣາອີໂຢດເປັນພໍ່ຂອງອາມາຣີຢາ, ອາມາຣີຢາເປັນພໍ່ຂອງອາຮີຕຸບ,8ອາຮີຕຸບເປັນພໍ່ຂອງຊາດົກ, ຊາດົກເປັນພໍ່ຂອງອາຮີມາອາດ,9ອາຮີມາອາດເປັນພໍ່ຂອງອາຊາຣີຢາ, ອາຊາຣີຢາເປັນພໍ່ຂອງໂຢຮານານ,10ໂຢຮານານເປັນພໍ່ຂອງອາຊາຣີຢາ. ຜູ້ທີ່ໄດ້ຮັບໃຊ້ເປັນປະໂລຫິດໃນວິຫານທີ່ໂຊໂລໂມນສ້າງຂຶ້ນໃນນະຄອນເຢຣູຊາເລັມ.11ອາຊາຣີຢາເປັນພໍ່ຂອງອາມາຣີຢາ, ອາມາຣີຢາເປັນພໍ່ຂອງອາຮີຕຸບ,12ອາຮີຕຸບເປັນພໍ່ຂອງຊາດົກ, ຊາດົກເປັນພໍ່ຂອງຊໍລູມ,13ຊໍລູມເປັນພໍ່ຂອງຮິນກີຢາ, ຮິນກີຢາເປັນພໍ່ຂອງອາຊາຣີຢາ,14ອາຊາຣີຢາເປັນພໍ່ຂອງເສຣາອີຢາ, ແລະ ເສຣາອີຢາເປັນພໍ່ຂອງເຢໂຮຊາດັກ.15ເຢໂຮຊາດັກຖືກຈັບໄປເປັນຊະເລີຍ ເມື່ອພຣະເຈົ້າຢາເວໄດ້ສົ່ງປະຊາຊົນຢູດາຍ ແລະ ປະຊາຊົນເຢຣູຊາເລັມໄປເປັນຊະເລີຍໂດຍມືຂອງເນບູກາດເນັດຊາ.16ລູກຊາຍຂອງເລວີມີດັ່ງນີ້: ເກໂຊນ, ໂກຮາດ ແລະ ເມຣາຣິ.17ລາຍຊື່ເຫລົ່ານີ້ແມ່ນລູກຊາຍຂອງເກໂຊນມີດັ່ງນີ້: ລິບນີ ແລະ ຊີເມອີ.18ລູກຊາຍຂອງໂກຮາດມີດັ່ງນີ້: ອຳຣາມ, ອີຊະຮາດ, ເຮັບໂຣນ ແລະ ອຸດຊີເອນ.19ລູກຊາຍຂອງເມຣາຣິມີດັ່ງນີ້: ມາຮະລີ ແລະ ມູຊີ.ຄົນເຫລົ່ານີ້ແມ່ນຕະກຸນຕ່າງໆຂອງເລວີທີ່ໄດ້ຈັດລຳດັບຕາມຕົ້ນຕະກຸນຂອງພວກເຂົາມີດັ່ງນີ້:20ເຊື້ອສາຍຂອງເກໂຊນມີດັ່ງນີ້: ລູກຊາຍຂອງລິບນີແມ່ນຢາຮາດ, ລູກຊາຍຂອງຢາຮາດແມ່ນຊິມມາ,21ລູກຊາຍຂອງຊິມມາແມ່ນໂຢອາ, ລູກຊາຍຂອງໂຢອາແມ່ນອິດໂດ, ລູກຊາຍຂອງອິດໂດແມ່ນເຊຣາ, ແລະ ລູກຊາຍຂອງເຊຣາແມ່ນເຢອາເທຣາຍ.22ເຊື້ອສາຍຂອງໂກຮາດມີດັ່ງນີ້: ລູກຊາຍຂອງໂກຮາດແມ່ນອຳມີນາດາບ, ລູກຊາຍຂອງອຳມີນາດາບແມ່ນໂກຣາ, ລູກຊາຍຂອງໂກຣາແມ່ນອັດຊີເຣ,23ລູກຊາຍຂອງອັດຊີເຣແມ່ນເອນການາ, ລູກຊາຍຂອງເອນການາແມ່ນເອບີອາສັບ, ລູກຊາຍຂອງເອບີອາສັບແມ່ນອັດຊີເລ,24ລູກຊາຍຂອງອັດຊີເຣແມ່ນຕາຮາດ, ລູກຊາຍຂອງຕາຮາດແມ່ນອູຣິເອນ, ລູກຊາຍຂອງອູຣິເອນແມ່ນອຸດຊີອາ, ລູກຊາຍຂອງອຸດຊີຢາແມ່ນຊາອູນ.25ເຊື້ອສາຍຂອງເອນການາມີດັ່ງນີ້: ອາມາໄສ ແລະ ອາຮີມົດ.26ລູກຊາຍຂອງອາຮີມົດແມ່ນເອນການາ, ລູກຊາຍຂອງເອນການາແມ່ນໂຊໄຟ, ລູກຊາຍຂອງໂຊໄຟແມ່ນນາຮາດ, ລູກຊາຍຂອງນາຮາດແມ່ນເອລີອາບ27ລູກຊາຍຂອງເອລີອາບແມ່ນເຢໂຣຮາມ, ລູກຊາຍຂອງເຢໂຣຮາມແມ່ນເອນການາ. ແລະ ລູກຊາຍຂອງເອນການາແມ່ນຊາມູເອນ 28ລູກຊາຍຂອງຊາມູເອນມີດັ່ງນີ້: ໂຢເອນ ເປັນລູກຊາຍກົກ ແລະ ອາບີຢາເປັນລູກຊາຍຄົນທີສອງ.29ເຊື້ອສາຍຂອງເມຣາຣິມີດັ່ງນີ້: ລູກຊາຍຂອງມາຮະລີແມ່ນລີບນີ, ລູກຊາຍຂອງລິບນີແມ່ນຊີເມອີ, ລູກຊາຍຂອງຊີເມອີແມ່ນອຸດຊາ,30ລູກຊາຍຂອງອຸດຊາແມ່ນຊີເມອາ, ລູກຊາຍຂອງຊີເມອາແມ່ນຮັກກິຢາ, ແລະ ລູກຊາຍຂອງຮັກກິຢາແມ່ນອາສາອີຢາ.
ນັກດົນຕີປະຈຳວິຫານ
31ຄົນເຫລົ່ານີ້ແມ່ນພວກທີ່ກະສັດດາວິດໃຫ້ຮັບຜິດຊອບດົນຕີໃນວິຫານຂອງອົງພຣະເຈົ້າຢາເວ ຫລັງຈາກທີ່ໄດ້ນຳເອົາຫີບຄໍາໝັ້ນສັນຍາມາໄວ້ຢູ່ທີ່ນັ້ນ.32ພວກເຂົາເຮັດໜ້າທີ່ຫລິ້ນດົນຕີຢູ່ດ້ານໜ້າຫໍເຕັນສັກສິດ, ເຕັນບ່ອນຊຸມນຸມ, ຈົນກວ່າໂຊໂລໂມນໄດ້ສ້າງວິຫານຂອງພຣະເຈົ້າຢາເວຢູ່ໃນນະຄອນເຢຣູຊາເລັມ. ພວກເຂົາປະຕິບັດໜ້າທີ່ຂອງພວກເຂົາຕາມກົດລະບຽບທີ່ໄດ້ຕັ້ງໄວ້ສໍາລັບພວກເຂົາ.33ຄົນເຫລົ່ານີ້ແມ່ນຄົນທີ່ຮັບໃຊ້ພ້ອມກັບລູກຊາຍຂອງພວກເຂົາ ມີດັ່ງນີ້:ຈາກຕະກຸນໂກຮາດມີດັ່ງນີ້: ເຮມານເປັນນັກດົນຕີ ເຮມານເປັນລູກຊາຍຂອງໂຢເອນ, ໂຢເອນເປັນລູກຊາຍຂອງຊາມູເອນ,34ຊາມູເອນເປັນລູກຊາຍຂອງເອນການາ, ເອນການາເປັນລູກຊາຍຂອງເຢໂຣຮາມ, ເຢໂຣຮາມເປັນລູກຊາຍຂອງເອລີເອນ, ເອລີເອນເປັນເປັນລູກຊາຍຂອງໂຕອາ,35ໂຕອາເປັນລູກຊາຍຂອງສູເຟ, ສູເຟເປັນລູກຊາຍຂອງເອນການາ, ເອນການາເປັນລູກຊາຍຂອງມາຮາດ, ມາຮາດເປັນລູກຊາຍຂອງອາມາໄສ36ອາມາໄສເປັນລູກຊາຍຂອງເອນການາ, ເອນການາເປັນລູກຊາຍຂອງໂຢເອນ ໂຢເອນເປັນລູກຊາຍຂອງອາຊາຣີຢາ, ອາຊາຣີຢາເປັນລູກຊາຍຂອງເຊຟານີຢາ37ເຊຟານີຢາເປັນລູກຊາຍຂອງຕາຮາດ, ຕາຮາດເປັນລູກຊາຍຂອງອັດຊີເລ ອັດຊີເຣເປັນລູກຊາຍຂອງເອບີອາສັບ, ເອບີອາສັບເປັນລູກຊາຍຂອງໂກຣາ38ໂກຣາເປັນລູກຊາຍຂອງອີຊະຮາດ, ຜູ້ເປັນລູກຊາຍຂອງໂກຮາດ ໂກຮາດເປັນລູກຊາຍຂອງເລວີ, ເລວີເປັນລູກຊາຍຂອງອິດສະຣາເອນ.39ແລະ ຜູ້ຊ່ວຍຂອງເຮມານແມ່ນອາສັບ, ຜູ້ທີ່ຮັບໃຊ້ເປັນມືຂວາຂອງລາວມີດັ່ງນີ້: ອາສັບເປັນລູກຊາຍຂອງເບເຣກີຢາ, ເບເຣກີຢາເປັນລູກຊາຍຂອງຊີເມອາ,40ຊີເມອາເປັນລູກຊາຍຂອງມີກາເອນ, ມີກາເອນເປັນລູກຊາຍຂອງບາອາເສອີຢາ, ບາອາເສອີຢາເປັນລູກຊາຍຂອງມານກີຢາ,41ມານກີຢາເປັນລູກຊາຍຂອງເອທະນີ, ເອທະນີເປັນລູກຊາຍຂອງເຊຣາ, ເຊຣາເປັນລູກຊາຍຂອງອາດາອີຢາ,42ອາດາອີຢາເປັນລູກຊາຍຂອງເອທານ, ເອທານເປັນລູກຊາຍຂອງຊິມມາ, ຊິມມາເປັນລູກຊາຍຂອງຊີເມອີ,43ຊີເມອີເປັນລູກຊາຍຂອງຢາຮາດ ຢາຮາດເປັນລູກຊາຍຂອງເກໂຊນ, ເກໂຊນເປັນລູກຊາຍຂອງເລວີ.44ແລະ ພວກຜູ້ຊ່ວຍຂອງພວກເຂົາ, ຜູ້ທີ່ຮັບໃຊ້ເປັນມືຊ້າຍຂອງແມ່ນເອທານຈາກຕະກຸນເມຣາຣິມີດັ່ງນີ້: ເອທານເປັນລູກຊາຍຂອງກີຊີ ກີຊີເປັນລູກຊາຍຂອງອັບດີ ອັບດີເປັນລູກຊາຍຂອງມານລຸກ,45ມານລຸກເປັນລູກຊາຍຂອງຮາຊາບີຢາ, ຮາຊາບີຢາເປັນລູກຊາຍຂອງອາມາຊີຢາ, ອາມາຊີຢາເປັນລູກຊາຍຂອງຮິນກີຢາ,46ຮິນກີຢາເປັນລູກຊາຍຂອງອາມຊີ, ອາມຊີເປັນລູກຊາຍຂອງບານີ, ບານີເປັນລູກຊາຍຂອງເຊເມ,47ເຊເມເປັນລູກຊາຍຂອງມາຮະລີ, ມາຮະລີເປັນລູກຊາຍຂອງມູຊີ, ມູຊີເປັນລູກຊາຍຂອງເມຣາຣິ, ເມຣາຣິເປັນລູກຊາຍຂອງເລວີ.48ພີ່ນ້ອງຊາວເລວີຂອງພວກເຂົາທີ່ໄດ້ຖືກມອບໝາຍໃຫ້ເຮັດໜ້າທີ່ອື່ນໆທັງໝົດໃນຫໍເຕັນສັກສິດ, ເຊິ່ງເປັນວິຫານຂອງພຣະເຈົ້າ.49ແຕ່ອາໂຣນ ແລະ ເຊື້ອສາຍຂອງລາວເປັນຜູ້ເຜົາເຄື່ອງຖວາຍບູຊາເທິງແທ່ນບູຊາ ແລະ ເຜົາເຄື່ອງຫອມຕ່າງໆພ້ອມທັງຮັບຜິດຊອບວຽກທັງໝົດຢູ່ໃນບ່ອນສັກສິດທີ່ສຸດ ແລະ ຂໍການລຶບລ້າງບາບສຳລັບອິດສະຣາເອນໃຫ້ຄົບຖ້ວນທຸກປະການ ຕາມທີ່ໂມເຊຜູ້ຮັບໃຊ້ຂອງພຣະເຈົ້າໄດ້ສັ່ງໄວ້.50ເຊື້ອສາຍຂອງອາໂຣນມີດັ່ງນີ້: ລູກຊາຍຂອງອາໂຣນແມ່ນເອເລອາຊາ, ລູກຊາຍຂອງເອເລອາຊາແມ່ນຟີເນຮາ, ລູກຊາຍຂອງຟີເນຮາແມ່ນອາບີຊູອາ,51ລູກຊາຍຂອງອາບີຊູອາແມ່ນບຸກກີ, ລູກຊາຍຂອງບຸກກີແມ່ນອຸດຊີ, ລູກຊາຍຂອງອຸດຊີແມ່ນເຊຣາຮີຢາ,52ລູກຊາຍຂອງເຊຣາຮີຢາແມ່ນເມຣາອີໂຢດ, ລູກຊາຍຂອງເມຣາອີໂຢດແມ່ນອາມາຣີຢາ, ລູກຊາຍຂອງອາມາຣີຢາແມ່ນອາຮີຕຸບ,53ລູກຊາຍຂອງອາຮີຕຸບແມ່ນຊາດົກ, ລູກຊາຍຂອງຊາດົກແມ່ນອາຮີມາອາດ.54ສະຖານທີ່ເຫລົ່ານີ້ເປັນເຂດແດນສຳລັບການຕັ້ງຖິ່ນຖານຂອງພວກເຂົາທີ່ໄດ້ຈັດສັນໄວ້ເປັນເຂດແດນຂອງພວກເຂົາ (ເຂດແດນທີ່ໄດ້ຖືກມອບໃຫ້ເຊື້ອສາຍຂອງອາໂຣນຈາກຕະກຸນໂກຮາດ, ເພາະວ່າການຈັບສະຫລາກຄັ້ງທໍາອິດນັ້ນໄດ້ຈົກຖືກພວກເຂົາ) ມີດັ່ງນີ້:55ພວກເຂົາໄດ້ເມືອງເຮັບໂຣນໃນຢູດາຍ ພ້ອມທັງທົ່ງຫຍ້າທີ່ຢູ່ອ້ອມຮອບນັ້ນ.56(ແຕ່ທົ່ງນາ ແລະ ໝູ່ບ້ານຕ່າງໆທີ່ອ້ອມເມືອງນັ້ນໄດ້ມອບໃຫ້ກາເລັບລູກຊາຍຂອງເຢຟຸນເນ.57ດັ່ງນັ້ນ ເຊື້ອສາຍຂອງອາໂຣນຈຶ່ງໄດ້ເມືອງເຮັບໂຣນ (ເມືອງລີ້ໄພ) ແລະ ລິບນາ, ຢັດທີ, ເອຊະເຕມົວ,58ຮີເລນ, ເດບີ,59ອາຊານ, ຢຸດທາ ແລະ ເບັດເຊເມດ, ລວມທັງທົ່ງຫຍ້າຂອງພວກເຂົາ.60ແລະ ຈາກເຜົ່າເບັນຢາມິນ ພວກເຂົາໄດ້ຮັບກີເບໂອນ ເກບາ ອາເລເມັດ ແລະ ອານາທົດ, ລວມທັງທົ່ງຫຍ້າຂອງພວກເຂົາ. ຈໍານວນເມືອງລວມທັງໝົດມີສິບສາມເມືອງໄດ້ຖືກມອບໃຫ້ແກ່ຕະກຸນໂກຮາດ.61ເຊື້ອສາຍຂອງໂກຮາດຄົນອື່ນໆທີ່ຍັງເຫລືອໄດ້ຈັດສັນໄວ້ມີສິບເມືອງຈາກຕະກຸນຕ່າງໆຂອງມານາເຊເຄິ່ງເຜົ່າ.62ສຳລັບເຊື້ອສາຍຂອງເກໂຊນຕາມແຕ່ລະຕະກຸນໄດ້ຖືກຈັດສັນໄວ້ໃຫ້ມີສິບສາມເມືອງຈາກເຜົ່າອິດຊາຄາ, ອາເຊ, ເນັບທາລີ ແລະ ມານາເຊຕາເວັນອອກໃນບາຊານ.63ເຊື້ອສາຍຂອງເມຣາຣິຕາມແຕ່ລະຕະກຸນໄດ້ຖືກມອບໃຫ້ມີສິບສອງເມືອງຈາກເຜົ່າຣູເບັນ, ກາດ ແລະ ເຊບູໂລນ.64ດັ່ງນັ້ນຊາວອິດສະຣາເອນໄດ້ມອບເມືອງຕ່າງໆ ແລະ ທົ່ງຫຍ້າໃຫ້ຊາວເລວີ.65ຈາກເຜົ່າຢູດາຍ, ຊີເມໂອນ ແລະ ເບັນຢາມິນ ພວກເຂົາໄດ້ຮັບການມອບໝາຍໃຫ້ໂດຍການໃຊ້ສະຫລາກຄືກັນ.66ເຜົ່າເອຟຣາອິມໄດ້ມອບເຂດແດນເມືອງຕ່າງໆໃຫ້ແກ່ຕະກຸນຕ່າງໆຂອງຊາວໂກຮາດບາງຄົນເປັນເຂດແດນຂອງພວກເຂົາ.67ເມືອງຊີເຄມ (ເມືອງລີ້ໄພ) ໃນແຖບເນີນພູເອຟຣາອິມ, ແລະ ເມືອງເກເຊ ,68ເມືອງໂຢກເມອາມ, ເມືອງເບັດໂຮໂຣນ,69ເມືອງໄອຢາໂລນ ແລະ ກາດຣິມໂມນ. ໂມນພ້ອມທັງທົ່ງຫຍ້າດ້ວຍ.70ຈາກເຜົ່າມານາເຊເຄິ່ງເຜົ່າ ຊາວອິດສະຣາເອນໄດ້ມອບເມືອງອາເນ ແລະ ເມືອງບີເລອາມພ້ອມທັງທົ່ງຫຍ້າໃຫ້ແກ່ຕະກຸນທີ່ຍັງເຫລືອຂອງຊາວໂກຮາດ.71ຕະກຸນເກໂຊນໄດ້ຮັບເມືອງຕ່າງໆມີດັ່ງນີ້: ຈາກຕະກຸນຂອງເຜົ່າມານາເຊເຄິ່ງເຜົ່າ ພວກເຂົາໄດ້ຮັບເມືອງໂກລານໃນບາຊານ ແລະ ອັດຊະທາໂຣດນໍາ, ພ້ອມທັງທົ່ງຫຍ້າ.72ຈາກເຜົ່າອິດຊາຄາ ພວກເຂົາໄດ້ຮັບເມືອງເກເດັດ, ເມືອງດາເບຣັດ,73ເມືອງຣາໂມດ ແລະ ເມືອງອາເນມ ພ້ອມທັງທົ່ງຫຍ້າ.74ເຜົ່າອາເຊ ພວກເຂົາໄດ້ຮັບເມືອງມາຊານ, ເມືອງອັບໂດນ,75ເມືອງຮູກົກ ແລະ ເມືອງເຣໂຮບ, ພ້ອມທັງທົ່ງຫຍ້າ;76ແລະ ຈາກເຜົ່າເນັບທາລີ ພວກເຂົາໄດ້ຮັບເມືອງເກເດັດໃນຄາລີເລ, ເມືອງຮາມໂມນ ແລະ ເມືອງກີຣິອາດທາອິມ, ພ້ອມທັງທົ່ງຫຍ້າ.77ເຊື້ອສາຍເມຣາຣິ (ຊາວເລວີທີ່ຍັງເຫລືອຢູ່ນັ້ນ) ກໍໄດ້ຮັບເມືອງຕ່າງໆດັ່ງນີ້: ຈາກເຜົ່າເຊບູໂລນໄດ້ຮັບເມືອງໂຢກເນອາມ, ເມືອງການຕາ, ເມືອງຣິມໂມໂນ ແລະ ເມືອງທາໂບ, ພ້ອມທັງທົ່ງຫຍ້າ;78ຈາກເຜົ່າຣູເບັນທາງຝັ່ງເບື້ອງຕາເວັນອອກຂອງແມ່ນໍ້າຈໍແດນຂອງເມືອງເຢຣິໂກ ພວກເຂົາໄດ້ຮັບເມືອງເບເຊໃນຖິ່ນແຫ້ງແລ້ງກັນດານ, ເມືອງຢາຊາ,79ເມືອງເກເດໂມດ ແລະ ເມືອງເມຟາອາດ, ພ້ອມທັງທົ່ງຫຍ້າ.80ແລະ ຈາກເຜົ່າກາດ ພວກເຂົາໄດ້ຮັບເມືອງຣາໂມດໃນກີເລອາດ, ເມືອງມະຫານາອິມ,81ເມືອງເຮັດຊະໂບນ ແລະ ເມືອງຢາເຊ, ພ້ອມທັງທົ່ງຫຍ້າ.
Biblica, Inc.