1 ຂ່າວຄາວ5
ເຊື້ອສາຍຂອງຣູເບັນ
1ຣູເບັນເປັນລູກຊາຍກົກຂອງອິດສະຣາເອນ (ລາວເປັນລູກຊາຍກົກ, ແຕ່ເມື່ອລາວເຮັດໃຫ້ຕຽງແຕ່ງງານຂອງພໍ່ຕົນເປັນມົນທິນ, ສິດການເປັນລູກຊາຍກົກຂອງລາວຈຶ່ງໄດ້ຖືກມອບໃຫ້ແກ່ໂຢເຊບທີ່ເປັນລູກຊາຍຂອງອິດສະຣາເອນ. ດັ່ງນັ້ນ ລາວຈຶ່ງບໍ່ມີລາຍຊື່ຢູ່ໃນການບັນທຶກລຳດັບຕະກຸນຕາມສິດໃນຖານະເປັນລູກຊາຍກົກ.2ໂຢເຊັບໄດ້ຮັບສິດເປັນລູກຊາຍກົກ ເຖິງແມ່ນວ່າຢູດາເປັນຕະກຸນທີ່ເຂັ້ມແຂງທີ່ສຸດໃນບັນດາພີ່ນ້ອງຂອງຕົນ ແລະ ຈະມີຜູ້ປົກຄອງຄົນໜຶ່ງອອກມາຈາກຢູດາ)3ລູກຊາຍຂອງຣູເບັນທີ່ເປັນລູກຊາຍກົກຂອງອິດສະຣາເອນມີດັ່ງນີ້:ຮານົກ, ປານລູ, ເຮຊະໂຣນ ແລະ ການໝີ.4ເຊື້ອສາຍຂອງໂຢເອນມີດັ່ງນີ້: ໂຢເອນມີລູກຊາຍຄືເຊມາອີຢາ, ເຊມາອີຢາມີລູກຄືໂກກ, ໂກກມີລູກຊາຍຄືຊີເມອີ,5ຊີເມອີມີລູກຊາຍຄືມີກາ, ມີກາມີລູກຊາຍຄືເຣອາອີຢາ, ເຣອາອີຢາມີລູກຊາຍຄືບາອານ.6ແລະ ບາອານມີລູກຊາຍຄືເບເອຣາ, ຜູ້ທີ່ເປັນຜູ້ນໍາຂອງຊາວຣູເບັນ ເຊິ່ງຕີກະລາດປີເລເສກະສັດແຫ່ງອັດຊີເຣຍໄດ້ຈັບໄປເປັນຊະເລີຍ. 7ຍາດພີ່ນ້ອງຂອງພວກເຂົາຕາມຕະກຸນຕ່າງໆທີ່ໄດ້ບັນທຶກໃນລຳດັບວົງຕະກຸນຂອງພວກເຂົາມີດັ່ງນີ້: ເຢອີເອນເປັນຫົວໜ້າ, ເຊກາຣີຢາ8ແລະ ເບລາເປັນລູກຊາຍຂອງອາສາ, ອາສາເປັນລູກຊາຍຂອງເຊມາ, ເຊມາເປັນລູກຊາຍຂອງໂຢເອນ.
ພວກເຂົາໄດ້ຕັ້ງຖິ່ນຖານຢູ່ໃນບໍລິເວນຕັ້ງແຕ່ອາໂຣເອຈົນເຖິງເນໂບ ແລະ ບາອານເມໂອນ.9ທາງທິດຕາເວັນອອກ ພວກເຂົາໄດ້ຢຶດຄອງດິນແດນໄປຈົນເຖິງແຄມຖິ່ນແຫ້ງແລ້ງກັນດານເລີຍອອກໄປຈົນຮອດແມ່ນໍ້າເອີຟຣັດ, ເພາະຝູງສັດໄດ້ເພີ່ມຂຶ້ນໃນດິນແດນກີເລອາດ.10ໃນສະໄໝການປົກຄອງຂອງໂຊນພວກເຂົາໄດ້ເຮັດເສິກຕໍ່ສູ້ກັບຊາວຮັກກິດ, ເຊິ່ງກໍໄດ້ເອົາໄຊຊະນະດ້ວຍມືຂອງພວກເຂົາເອງ; ພວກເຂົາໄດ້ຢຶດຄອງບ່ອນຢູ່ອາໄສຂອງຊາວຮັກກິດທັງໝົດທົ່ວຂົງເຂດທາງຕາເວັນອອກຂອງກີເລອາດ.
ເຊື້ອສາຍຂອງກາດ
11ຊາວກາດໄດ້ອາໄສຢູ່ຕໍ່ຈາກເຜົ່າຣູເບັນໃນດິນແດນບາຊານທີ່ໄກອອກໄປຈົນເຖິງສາເລກາຄື:12ໂຢເອນເປັນຫົວໜ້າ, ຮອງແມ່ນຊາຟາມ, ແລ້ວກໍແມ່ນຢານາຍ ແລະ ຊາຟັດໃນບາຊານ.13ຍາດພີ່ນ້ອງຂອງລາວຕາມຄອບຄົວຕ່າງໆ ມີດັ່ງນີ້: ມີກາເອນ, ເມຊຸນລຳ, ເຊບາ, ໂຢຣາຍ, ຢາການ, ຊີອາ ແລະ ເອເບີ. ລວມທັງໝົດມີເຈັດຄົນ.14ຄົນເຫລົ່ານີ້ແມ່ນລູກຊາຍຂອງອາບີໄຮເປັນລູກຊາຍຂອງຮູຣິ, ຮູຣິເປັນລູກຊາຍຂອງຢາໂຣອາ, ຢາໂຣອາເປັນລູກຊາຍຂອງກີເລອາດ, ກີເລອາດເປັນລູກຊາຍຂອງມີກາເອນ, ມີກາເອນເປັນລູກຊາຍຂອງເຢຊີຊາຍ, ເຢຊີຊາຍເປັນລູກຊາຍຂອງຢາໂດ, ຢາໂດເປັນລູກຊາຍຂອງບູເຊ.15ອາຮີລູກຊາຍຂອງອັບດີເອນ, ອັບດີເອນເປັນລູກຊາຍຂອງກູນີ, ກູນີເປັນຫົວໜ້າຄອບຄົວຂອງພວກເຂົາ.16ຊາວກາດອາໄສຢູ່ໃນກີເລອາດ, ໃນບາຊານ ແລະ ໝູ່ບ້ານຕ່າງໆທີ່ຢູ່ນອກເມືອງ ແລະ ພວກເຂົາໄດ້ຂະຫຍາຍອອກໄປໄກຈົນເຖິງທົ່ງຫຍ້າທັງໝົດຂອງຊາໂຣນ.17ທັງໝົດນີ້ໄດ້ຖືກບັນທຶກໃນການບັນທຶກລຳດັບວົງຕະກຸນໃນຊ່ວງການປົກຄອງຂອງກະສັດໂຢທາມແຫ່ງຢູດາຍ ແລະ ກະສັດເຢໂຣໂບອາມແຫ່ງອິດສະຣາເອນ.18ຊາວຣູເບັນ ຊາວກາດ ແລະ ຊາວມານາເຊເຄິ່ງເຜົ່າມີກຳລັງທະຫານ 44.760 ຄົນທີ່ພ້ອມອອກໄປສູ້ຮົບຄືເປັນຜູ້ຊາຍທີ່ແຂງແຮງທຸກຄົນທີ່ສາມາດຖືໂລ່, ຈັບດາບ, ເຊິ່ງສາມາດໃຊ້ທະນູໄດ້ ແລະ ໄດ້ຮັບການຝຶກຝົນເພື່ອຮົບສູ້.19ພວກເຂົາໄດ້ເຮັດເສິກຕໍ່ສູ້ກັບຊາວຮັກກິດ, ຊາວເຢຕຸຣະ, ຊາວນາຟີດ ແລະ ຊາວໂນດາບ.20ພຣະເຈົ້າໄດ້ຊ່ວຍເຫລືອພວກເຂົາໃນການສູ້ຮົບ ແລະ ພຣະອົງໄດ້ມອບຊາວຮັກກິດ ແລະ ພັນທະມິດທັງໝົດໄວ້ໃນມືຂອງພວກເຂົາ. ເພາະພວກເຂົາໄດ້ອະທິຖານຂໍຕໍ່ພຣະອົງໃນໄລຍະທີ່ສູ້ຮົບຢູ່. ພຣະອົງໄດ້ຕອບຄຳອະທິຖານຂອງພວກເຂົາ, ເພາະພວກເຂົາໄດ້ໄວ້ວາງໃຈໃນພຣະອົງ.21ພວກເຂົາໄດ້ຢຶດເອົາຝູງສັດມາຈາກຊາວຮັກກິດມີດັ່ງນີ້: ອູດຫ້າສິບພັນໂຕ, ແກະສອງຮ້ອຍຫ້າສິບພັນໂຕ ແລະ ລໍສອງພັນໂຕ. ພວກເຂົາຍັງໄດ້ຈັບຊະເລີຍອີກໜຶ່ງແສນຄົນ.22ແລະ ໄດ້ຂ້າສັດຕູຄົນອື່ນໆຢ່າງຫລວງຫລາຍ, ເພາະການສູ້ຮົບຄັ້ງນີ້ເປັນຂອງພຣະເຈົ້າ. ແລະ ພວກເຂົາກໍໄດ້ຄອບຄອງດິນແດນຈົນຖືກກວດໄປເປັນຊະເລີຍ.ເຊື້ອສາຍຂອງມານາເຊເຄິ່ງເຜົ່າ
23ປະຊາຊົນຂອງມານາເຊເຄິ່ງເຜົ່າມີຈໍານວນຫລວງຫລາຍ; ພວກເຂົາໄດ້ຕັ້ງຖິ່ນຖານຢູ່ໃນດິນແດນຕັ້ງແຕ່ບາຊານຈົນເຖິງບາອານເຮີໂມນ, ນັ້ນຄືເສນີ (ພູເຂົາເຮີໂມນ).24ຫົວໜ້າຄອບຄົວຂອງພວກເຂົາມີດັ່ງນີ້: ເອເຟ, ອີຊີ, ເອລີເອນ, ອາຊະຣິເອນ, ເຢເຣມີຢາ, ໂຮດາວີຢາ ແລະ ຢາດີເອນ. ພວກເຂົາເປັນນັກຮົບທີ່ກ້າຫານ, ມີຊື່ສຽງ ແລະ ເປັນຜູ້ນຳຄອບຄົວ.25ແຕ່ພວກເຂົາໄດ້ບໍ່ສັດຊື່ຕໍ່ພຣະເຈົ້າຂອງບັນພະບຸລຸດຂອງພວກເຂົາ ແລະ ໄດ້ກາບໄຫວ້ບັນດາພະຂອງປະຊາຊົນໃນດິນແດນນັ້ນ, ເຊິ່ງພຣະເຈົ້າໄດ້ທຳລາຍຕໍ່ໜ້າພວກເຂົາ.26ສະນັ້ນພຣະເຈົ້າແຫ່ງອິດສະຣາເອນໄດ້ເຮັດໃຫ້ກະສັດປູນແຫ່ງອັດຊີເຣຍ (ຄືຕີກະລາດປີເລເສ), ຈັບຊາວຣູເບັນ, ຊາວກາດ, ຊາວມານາເຊເຄິ່ງເຜົ່າຕາເວັນອອກໄປເປັນຊະເລີຍ. ເພິ່ນໄດ້ຈັບພວກເຂົາໄປທີ່ຮາລາ, ຮາໂບ, ຮາຣາ ແລະ ແມ່ນໍ້າໂກຊານ, ເຊິ່ງເປັນບ່ອນທີ່ພວກເຂົາໄດ້ອາໄສຢູ່ຈົນເຖິງທຸກວັນນີ້.Biblica, Inc.