1 ຂ່າວຄາວ4
ຕະກຸນອື່ນໆຂອງຢູດາ
1ເຊື້ອສາຍຂອງຢູດາມີດັ່ງນີ້: ເປເຣັດ, ເຮຊະໂຣນ, ການໝີ, ຮູເຣ ແລະ ໂຊບານ.2ເຣອາອີຢາລູກຊາຍຂອງໂຊບານເປັນພໍ່ຂອງຢາຮາດ, ແລະ ຢາຮາດເປັນພໍ່ຂອງອາຮູມາຍ ແລະ ລາຮາດ. ຄົນເຫລົ່ານີ້ແມ່ນຕະກຸນຂອງຊາວໂຊຣາ.3ຄົນເຫລົ່ານີ້ແມ່ນລູກຊາຍ ຂອງເອຕາມມີດັ່ງນີ້: ຢິດຊະເຣນ, ອີຊະມາ ແລະ ອີດະບັດ. ແລະ ມີລູກສາວຜູ້ໜຶ່ງຊື່ວ່າ ຮັດເຊເລນໂປນີ.4ເປນູເອນເປັນພໍ່ຂອງເກໂດເຣ ແລະ ເອເຊເປັນພໍ່ຂອງຮູຊາ. ຄົນເຫລົ່ານີ້ແມ່ນເຊື້ອສາຍຂອງຮູເຣ, ເຊິ່ງເປັນລູກຊາຍກົກຂອງນາງເອຟຣັດ ແລະ ເປັນພໍ່ ຂອງເບັດເລເຮັມ.5ອາຊະຮູເປັນພໍ່ຂອງເຕກົວທີ່ມີເມຍສອງຄົນຄື ເຮລາ ແລະ ນາອາຣາ.6ນາງນາອາຣາມີລູກຊາຍຄື ອາຮູດຊຳ, ເຮເຟ, ເຕເມນີ ແລະ ຮາຮັດສະຕາຣີ. ຄົນເຫລົ່ານີ້ແມ່ນເຊື້ອສາຍຂອງນາງນາອາຣາ.7ລູກຊາຍຂອງນາງເຮລາມີດັ່ງນີ້: ເຊເຣດ, ອີຊະຮາດ ແລະ ເອັດນັນ.8ແລະ ໂກເຊ, ຜູ້ທີ່ເປັນພໍ່ຂອງອານຸບ ແລະ ໂຊເບບາ ແລະ ເປັນຕົ້ນຕະກຸນຕ່າງໆຂອງອາຮາເຮນລູກຊາຍຂອງຮາຣູມ.9ຢາເບດເປັນຜູ້ທີ່ໄດ້ຮັບຄວາມນັບຖືຫລາຍກວ່າອ້າຍນ້ອງຂອງລາວ. ແມ່ຂອງລາວຕັ້ງຊື່ໃຫ້ລາວວ່າ ຢາເບດ ເພາະນາງເວົ້າວ່າ, “ເພາະຂ້ອຍໄດ້ເກີດລາວອອກມາດ້ວຍຄວາມເຈັບປວດ”.10ຢາເບດຮ້ອງຫາພຣະເຈົ້າແຫ່ງອິດສະຣາເອນວ່າ, “ໂອ, ຂໍພຣະອົງອວຍພອນຂ້ານ້ອຍ ແລະ ຂະຫຍາຍເຂດແດນຂອງຂ້ານ້ອຍ! ຂໍໃຫ້ມືຂອງພຣະອົງຢູ່ກັບຂ້ານ້ອຍ, ແລະ ປົກປ້ອງຂ້ານ້ອຍຈາກໄພອັນຕະລາຍເພື່ອຂ້ານ້ອຍຈະພົ້ນຈາກຄວາມເຈັບປວດ”. ແລ້ວພຣະເຈົ້າໄດ້ປະທານຕາມຄໍາຂໍຂອງລາວ.11ເກລຸບເປັນອ້າຍຂອງຊູຮາ, ລາວເປັນພໍ່ຂອງເມຮີ, ຜູ້ທີ່ເປັນພໍ່ຂອງເອຊະໂຕນ.12ເອຊະໂຕນເປັນພໍ່ຂອງເບັດຣາພາ, ປາເສຢາ ແລະ ເຕຮີນນາ. ເຊິ່ງເປັນພໍ່ຂອງເອີຣະນາຮາດ. ຄົນເຫລົ່ານີ້ແມ່ນຊາວເມືອງເຣກາ.13ລູກຊາຍຂອງເກນາມີດັ່ງນີ້: ໂອດນີເອນ ແລະ ເສຣາອີຢາ. ລູກຊາຍຂອງໂອດນີເອນມີດັ່ງນີ້: ຮາທັດ ແລະ ເມໂອໂນໄທ. 14ເມໂອໂນໄທເປັນພໍ່ຂອງໂອຟະຣາ. ເສຣາອີຢາເປັນພໍ່ຂອງໂຢອາບ, ພໍ່ແຫ່ງເກຮາຣາອິມ. ທີ່ໄດ້ເອີ້ນແບບນີ້ເພາະປະຊາຊົນຈໍານວນຫລາຍຂອງເມືອງເປັນນາຍຊ່າງສີມື.15ລູກຊາຍຂອງກາເລັບທີ່ເປັນລູກຊາຍຂອງເຢຟຸນເນມີດັ່ງນີ້: ອີຣູ, ເອລາ ແລະ ນາອາມ. ລູກຊາຍຂອງເອລາຄື: ເກນາດ.16ລູກຊາຍຂອງເຢຮັນເລເລນມີດັ່ງນີ້: ສີເຟ, ຊີຟາ, ຕີຣີອາ ແລະ ອາສາເຣນ.17ລູກຊາຍຂອງເອຊະຣາມີດັ່ງນີ້: ເຢເທ, ເມເຣດ, ເອເຟ ແລະ ຢາໂລນ. ເມຍຄົນໜຶ່ງຂອງເມເຣດມີລູກຊາຍຄື ມີຣີອາມ ຊາມມາຍ ແລະ ອີຊະບາ, ອີຊະບາເປັນພໍ່ຂອງເອຊະເຕມົວ.18ເມຍຂອງເອຊະເຕມົວມາຈາກເຜົ່າຢູດາມີລູກຊາຍຄື ເຢເຣັດເປັນພໍ່ຂອງເກໂດເຣ, ເຮເບເປັນພໍ່ຂອງໂຊໂກ ແລະ ເຢກູທິເອນເປັນພໍ່ຂອງຊາໂນອາ. ຄົນເຫລົ່ານີ້ແມ່ນບີທີຢາລູກສາວຂອງຟາໂຣ, ເຊິ່ງເມເຣດໄດ້ແຕ່ງງານນໍາ.19ລູກຊາຍທີ່ເກີດມາຈາກເມຍຂອງໂຮດີຢາ, ເຊິ່ງເປັນນ້ອງສາວຂອງນາຮາມມີດັ່ງນີ້: ມີລູກຊາຍເປັນຕົ້ນຕະກຸນແຫ່ງເກອີລາຂອງຊາວການມີ ແລະ ເປັນຕົ້ນຕະກຸນແຫ່ງເອຊະເຕມົວຂອງຊາວມາອາກາດ.20ລູກຊາຍຂອງຊີໂມນມີດັ່ງນີ້: ອາມໂນນ, ຣິນນາ, ເບນຮານານ ແລະ ຕີໂລນ. ເຊື້ອສາຍຂອງອີຊີມີດັ່ງນີ້: ໂຊເຮັດ ແລະ ເບນໂຊເຫັດ.21ເຊລາເປັນລູກຊາຍຂອງຢູດາມີລູກຊາຍດັ່ງນີ້: ເອຣະເປັນພໍ່ຂອງເລກາ, ລາອາດາເປັນພໍ່ຂອງມາເຣຊາ ແລະ ເປັນຕະກຸນຂອງຊ່າງຜ້າຝ້າຍລິນິນຢູ່ທີ່ເມືອງເບັດອາຊະເບອາ,22ໂຢກີມ, ປະຊາຊົນຂອງເມືອງໂກເຊບາ, ໂຢອາດ ແລະ ສາຣາບ, ທີ່ໄດ້ປົກຄອງໃນໂມອາບ ແລະ ຢາຊູບິເລເຮັມ (ການບັນທຶກເຫລົ່ານີ້ແມ່ນໄດ້ມາຈາກສະໄໝບູຮານ).23ພວກເຂົາເປັນຊ່າງປັ້ນໝໍ້ທີ່ອາໄສຢູ່ທີ່ເມືອງເນຕາອີມ ແລະ ເກເດຣາ; ພວກເຂົາໄດ້ອາໄສຢູ່ທີ່ນັ້ນ ແລະ ໄດ້ເຮັດວຽກໃຫ້ກະສັດ.ເຊື້ອສາຍຂອງຊີເມໂອນ
24ເຊື້ອສາຍຂອງຊີເມໂອນມີດັ່ງນີ້: ເນມູເອນ, ຢາມິນ, ຢາຣິບ, ເຊຣາ ແລະ ຊາອູນ;25ລູກຊາຍຂອງຊາອູນແມ່ນຊໍລູມ, ລູກຊາຍຂອງຊໍລູມແມ່ນມິບຊາມ ແລະ ເຫລັນຂອງລາວແມ່ນມິຊະມາ.26ເຊື້ອສາຍຂອງມິຊະມາມີດັ່ງນີ້: ຮາມມູເອນ, ຊັກກູເຣ ແລະ ຊີເມອີ.27ຊີເມອີມີລູກຊາຍສິບຫົກຄົນ ແລະ ມີລູກສາວຫົກຄົນ, ແຕ່ອ້າຍນ້ອງຂອງລາວມີລູກບໍ່ຫລາຍຄົນ; ດັ່ງນັ້ນຕະກຸນຂອງພວກເຂົາທັງໝົດຈຶ່ງມີຈຳນວນຄົນບໍ່ຫລາຍເໝືອນດັ່ງຊາວຢູດາ.28ພວກເຂົາໄດ້ອາໄສຢູ່ທີ່ເມືອງເບເອນເຊບາ, ໂມລາດາ, ຮາຊາຊູອານ,29ບິນຮາ, ເອເສມ, ໂຕລາດ,30ເບທູເອນ, ໂຮມາ, ຊິກລັກ,31ເບັດມັກກາໂບດ, ຮາຊາສູສິມ, ເບັດບີຣີ ແລະ ຊາອາຣາອິມ. ເມືອງເຫລົ່ານີ້ເປັນຂອງພວກເຂົາຈົນເຖິງໄລຍະການປົກຄອງຂອງດາວິດ.32ໝູ່ບ້ານອ້ອມແອ້ມຂອງພວກເຂົາມີດັ່ງນີ້: ເອຕາມ, ອາອິນ, ຣິມໂມນ, ໂຕເກນ ແລະ ອາຊານ, ລວມທັງໝົດມີຫ້າເມືອງ.33ແລະ ບ້ານທັງໝົດທີ່ຢູ່ອ້ອມແອ້ມເມືອງເຫລົ່ານີ້ໄກອອກໄປຈົນເຖິງເມືອງບາອາລາດ. ບ່ອນຕ່າງໆເຫລົ່ານີ້ເປັນບ່ອນທີ່ພວກເຂົາຕັ້ງຖິ່ນຖານຢູ່.ແລະ ພວກເຂົາໄດ້ເກັບຮັກສາການບັນທຶກລໍາດັບເຊື້ອສາຍໄວ້ດັ່ງນີ້:34ເມໂຊບັບ, ຢາມເລັກ, ໂຢຊາເປັນລູກຊາຍຂອງອາມາຊີຢາ,35ໂຢເອນ, ເຢຮູເປັນລູກຊາຍຂອງໂຢຊີບີຢາ, ຫລານຊາຍຂອງເສຣາອີຢາ, ເຫລັນຂອງອາສີເອນ;36ຍັງມີເອລີໂອນາຍ; ຢາອາໂກບາດ; ເຢໂຊຮາອີຢາ; ອາສາອີຢາ; ອາດີເອນ; ເຢສີມີເອນ; ເບນາອີຢາ;37ແລະ ຊີຊາເປັນລູກຊາຍຂອງຊິບຟີ, ຫລານຊາຍຂອງອັນໂລນ, ລູກຊາຍຂອງເຢດາອີຢາ, ເຢດາອີຢາເປັນລູກຊາຍຂອງຊິມຣີ, ຫລານຊາຍຂອງເຊມາອີຢາ.38ລາຍຊື່ຄົນທີ່ຢູ່ເທິງນີ້ແມ່ນຜູ້ນຳຂອງຕະກຸນ.
ຄອບຄົວຂອງພວກເຂົາເພີ່ມຂຶ້ນຫລາຍ,39ແລະ ພວກເຂົາໄດ້ຂະຫຍາຍອອກໄປທີ່ເກໂດເຣຈົນເຖິງທາງຕາເວັນອອກຂອງຮ່ອມພູເພື່ອຊອກຫາທົ່ງຫຍ້າສຳລັບຝູງແກະຂອງພວກເຂົາ.40ພວກເຂົາໄດ້ພົບທົ່ງຫຍ້າທີ່ອຸດົມສົມບູນ ແລະ ດິນແດນກໍກວ້າງຂວາງ, ສະຫງົບສຸກ ແລະ ງຽບສະຫງົບ. ມີເຊື້ອສາຍຂອງຊາວຮາມບາງຄົນໄດ້ອາໄສຢູ່ທີ່ນັ້ນມາກ່ອນ.41ໃນສະໄໝຂອງກະສັດເຮເຊກີຢາແຫ່ງອານາຈັກຢູດາຍ ພວກຜູ້ຊາຍທີ່ມີລາຍຊື່ບັນທຶກໄວ້. ພວກເຂົາໄດ້ໂຈມຕີທີ່ຢູ່ອາໄສຂອງຊາວຮາມ ແລະ ຊາວເມອູນີທີ່ອາໄສຢູ່ທີ່ນັ້ນດ້ວຍ ແລະ ໄດ້ທໍາລາຍ ພວກເຂົາຈົນໝົດສິ້ນ. ດັ່ງທີ່ເຫັນຢ່າງຊັດເຈນຈົນເຖິງທຸກວັນນີ້. ພວກເຂົາໄດ້ຕັ້ງຖິ່ນຖານຂອງຕົນໃສ່ແທນເພາະມີທົ່ງຫຍ້າສຳລັບຝູງແກະຂອງພວກເຂົາ.42ແລະ ມີຊາວຊີເມໂອນຫ້າຮ້ອຍຄົນ, ທີ່ນຳໂດຍເປລາຕີຢາ, ເນອາຣີຢາ, ເຣຟາອີຢາ ແລະ ອຸດສິເອນ, ເຊິ່ງເປັນລູກຊາຍຂອງອີຊີ, ພວກເຂົາໄດ້ພາກັນບຸກລຸກເນີນພູເສອີ.43ພວກເຂົາໄດ້ຂ້າຊາວອາມາເຫລັກທີ່ຍັງເຫລືອຢູ່, ແລະ ພວກເຂົາກໍໄດ້ອາໄສຢູ່ທີ່ນັ້ນຈົນເຖິງທຸກວັນນີ້.
Biblica, Inc.