1 ຂ່າວຄາວ3

ລູກຊາຍ​ຂອງ​ດາວິດ

1ຄົນ​ເຫລົ່ານີ້​ເປັນ​ລູກຊາຍ​ຂອງ​ດາວິດ​ທີ່​ໄດ້​ເກີດ​ໃນ​ເມືອງ​ເຮັບໂຣນ​ມີ​ດັ່ງນີ້:
ລູກຊາຍ​ກົກ​ແມ່ນ​ອຳໂນນ​ທີ່​ເປັນ​ລູກຊາຍ​ຂອງ​ນາງ​ອາຮີໂນອາມ​ແຫ່ງ​ຢິດຊະເຣນ; ຄົນ​ທີ​ສອງ​ຄື​ດານີເອນ, ເຊິ່ງ​ເປັນ​ລູກຊາຍ​ຂອງ​ນາງ​ອາບີກາຍ​ແຫ່ງ​ກາເມນ;
2ຄົນ​ທີ​ສາມ​ຄື​ອັບຊາໂລມ, ເຊິ່ງ​ເປັນ​ລູກຊາຍ​ຂອງ​ນາງ​ມາອາກາ​ທີ່​ເປັນ​ລູກສາວ​ຂອງ​ກະສັດ​ຕານໄມ​ແຫ່ງ​ເມືອງ​ເກຊູ; ຄົນ​ທີ​ສີ່​ຄື​ອາໂດນີຢາ, ເຊິ່ງ​ເປັນ​ລູກຊາຍ​ຂອງ​ນາງ​ຮັກກິດ;3ຄົນ​ທີ​ຫ້າ​ຄື​ເຊຟາຕີຢາ, ເຊິ່ງ​ເປັນ​ລູກຊາຍ​ຂອງ​ນາງ​ອາບີຕານ; ແລະ ຄົນ​ທີ​ຫົກ​ຄື​ອິດທະເລອາມ, ເຊິ່ງ​ເປັນ​ລູກຊາຍ​ຂອງ​ນາງ​ເອັກລາ.
4ລູກຊາຍ​ຫົກ​ຄົນ​ເຫລົ່ານີ້​ໄດ້​ເກີດ​ຢູ່​ໃນ​ເມືອງ​ເຮັບໂຣນ, ເຊິ່ງ​ດາວິດ​ໄດ້​ຂຶ້ນ​ປົກຄອງ​ເປັນ​ເວລາ​ເຈັດ​ປີ ແລະ ຫົກ​ເດືອນ.

ດາວິດ​ໄດ້​ປົກຄອງ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ​ເປັນ​ເວລາ​ສາມ​ສິບ​ສາມ​ປີ,
5ແລະ ຄົນ​ເຫລົ່ານີ້​ແມ່ນ​ລູກຊາຍ​ຂອງ​ເພິ່ນ​ທີ່​ໄດ້​ເກີດ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ​ມີ​ດັ່ງ​ນີ້:
ຊີເມອາ, ໂຊບັບ, ນາທານ ແລະ ໂຊໂລໂມນ. ລູກຊາຍ​ສີ່​ຄົນ​ນີ້​ໄດ້​ເກີດ​ມາ​ຈາກ​ນາງ​ບັດ​ເຊບາ ​ທີ່​ລູກສາວ​ຂອງ​ອາມມີເອນ.
6ລູກຊາຍ​ຄົນ​ອື່ນໆ​ອີກ​ແມ່ນ​ອິບຮາ, ເອລີຊາມາ, ເອລີເຟເລັດ,7ໂນຄາ, ເນເຟັກ, ຢາເຟຍ,8ເອລີຊາມາ, ເອລີອາດາ ແລະ ເອລີເຟເລັດ, ເຊິ່ງ​ລວມ​ທັງໝົດ​ເກົ້າ​ຄົນ.
9ລາຍຊື່​ທັງໝົດ​ເຫລົ່ານີ້​ເປັນ​ລູກຊາຍ​ຂອງ​ດາວິດ, ບໍ່​ລວມ​ລູກຊາຍ​ຂອງ​ເພິ່ນ​ທີ່​ເກີດ​ມາ​ຈາກ​ເມຍນ້ອຍ​ຂອງ​ເພິ່ນ ແລະ ມີ​ລູກ​ສາວ​ຜູ້​ໜຶ່ງ​ອີກ​ຊື່​ວ່າ​ຕາມາ.

ບັນດາ​ກະສັດ​ແຫ່ງ​ຢູດາຍ

10ລູກຊາຍ​ຂອງ​ໂຊໂລໂມນ​ແມ່ນ​ເຣໂຫໂບອາມ, ລູກຊາຍ​ຂອງ​ເພິ່ນ​ຄື​ອາບີຢາ, ລູກຊາຍ​ຂອງ​ເພິ່ນ​ຄື​ອາສາ, ລູກຊາຍ​ຂອງ​ເພິ່ນ​ຄື​ເຢໂຮຊາຟັດ,11ລູກຊາຍ​ຂອງ​ເພິ່ນ​ຄື​ໂຢຣາມ, ລູກຊາຍ​ຂອງ​ເພິ່ນ​ຄື​ອາຮາຊີຢາ, ລູກຊາຍ​ຂອງ​ເພິ່ນ​ຄື​ໂຢອາດ,12ລູກຊາຍ​ຂອງ​ເພິ່ນ​ຄື​ອາມາຊີຢາ, ລູກຊາຍ​ຂອງ​ເພິ່ນ​ຄື​ອາຊາຣີຢາ, ລູກຊາຍ​ຂອງ​ເພິ່ນ​ຄື​ໂຢທາມ,13ລູກຊາຍ​ຂອງ​ເພິ່ນ​ຄື​ອາຮາດ, ລູກຊາຍ​ຂອງ​ເພິ່ນ​ຄື​ເຮເຊກີຢາ, ລູກຊາຍ​ຂອງ​ເພິ່ນ​ຄື​ມານາເຊ,14ລູກຊາຍ​ຂອງ​ເພິ່ນ​ຄື​ອາໂມນ ລູກຊາຍ​ຂອງ​ເພິ່ນ​ຄື​ໂຢສີຢາ.15ລູກຊາຍ​ຂອງ​ໂຢສີຢາ​ມີ​ດັ່ງນີ້: ໂຢຮານັນ​ເປັນ​ລູກຊາຍ​ກົກ ຄົນ​ທີ​ສອງ​ຄື​ເຢໂຮຍອາກິມ ຄົນ​ທີ​ສາມ​ຄື​ເຊເດກີຢາ ຄົນ​ທີ​ສີ່​ຄື​ຊໍລູມ16ບັນດາ​ຜູ້​ທີ່​ເປັນ​ຜູ້ສືບທອດ​ແທນ​ເຢໂຮຍອາກິມ​ມີ​ດັ່ງນີ້: ລູກຊາຍ​ຂອງ​ເພິ່ນ​ຄື​ເຢໂຮຍອາກິນ, ເຊເດກີຢາ ແລະ ເຊເດກີຢາ.

ຄອບຄົວ​ຂອງ​ກະສັດ​ຫລັງຈາກ​ຕົກ​ໄປ​ເປັນ​ຊະເລີຍ

17ເຊື້ອສາຍ​ຂອງ​ເຢໂຮຍອາກິນ​ທີ່​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ມີ​ດັ່ງນີ້: ລູກຊາຍ​ຂອງ​ເພິ່ນ​ຄື​ເຊອານຕີເອນ,18ມານກີຣາມ, ເປດາອີຢາ, ເຊນັດຊາ, ເຢກາມີຢາ, ໂຮຊາມາ ແລະ ເນດາບີຢາ.19ລູກຊາຍ​ຂອງ​ເປດາອີຢາ​ມີ​ດັ່ງນີ້: ເຊຣຸບບາເບນ ແລະ ຊີເມອີ. ລູກຊາຍ​ຂອງ​ເຊຣຸບບາເບນ​ມີ​ດັ່ງນີ້: ເມຊູນລຳ ແລະ ຮານານີຢາ. ລູກສາວ​ຄົນ​ໜຶ່ງ​ຂອງ​ເພິ່ນ​ຄື​ເຊໂລມິດ.20ແລະ ເພິ່ນ​ກໍ​ຍັງ​ມີ​ລູກສາວ​ຄົນ​ອື່ນໆ​ອີກ​ດັ່ງ​ນີ້: ຮາຊູບາ, ໂອເຮນ, ເບເຣກີຢາ, ຮາສາດີຢາ ແລະ ຢູຊັບເຮເສັດ.21ເຊື້ອສາຍ​ຂອງ​ຮານານີຢາ​ມີ​ດັ່ງນີ້: ເປລາຕີຢາ ແລະ ເຢຊາອີຢາ, ແລະ ລູກຊາຍ​ຂອງ​ເຣຟາອີຢາ, ລາວ​ເປັນ​ພໍ່​ຂອງ​ອາກນັນ, ໂອບາດີຢາ ແລະ ເຊການີຢາ.22ເຊື້ອສາຍ​ຂອງ​ເຊການີຢາ​ມີ​ດັ່ງນີ້: ເຊມາອີຢາ ແລະ ລູກຊາຍ​ຂອງ​ລາວ​ມີ​ດັ່ງນີ້: ຮັດຕຸເຊ, ອີການ, ບາຣີຢາ, ເນອາຣີຢາ ແລະ ຊາຟັດ ລວມ​ທັງໝົດ​ມີ​ຫົກ​ຄົນ.23ລູກຊາຍ​ຂອງ​ເນອາຣີຢາ​ມີ​ດັ່ງນີ້: ເອລີໂອນາຍ, ເຮເຊກີຢາ ແລະ ອາຊະຣິກຳ ລວມ​ທັງໝົດ​ມີ​ສາມ​ຄົນ.24ລູກຊາຍ​ຂອງ​ເອລີໂອນາຍ​ມີ​ດັ່ງນີ້: ໂຮດາວີຢາ, ເອລີອາຊິບ, ເປລາອີຢາ, ອັກກຸບ, ໂຢຮານານ, ເດລາອີຢາ ແລະ ອານານີ ລວມ​ທັງໝົດ​ມີ​ເຈັດ​ຄົນ.

Biblica, Inc.

https://app.library.bible/content/eab9312f9f16b3a2