1 ຂ່າວຄາວ2

ລູກຊາຍ​ຂອງ​ອິດສະຣາເອນ

1ຄົນ​ເຫລົ່ານີ້​ແມ່ນ​ລູກຊາຍ​ຂອງ​ອິດສະຣາເອນ​ມີ​ດັ່ງນີ້: ຣູເບັນ, ຊີເມໂອນ, ເລວີ, ຢູດາ, ອິດຊາຄາ, ເຊບູໂລນ,2ດານ, ໂຢເຊັບ, ເບັນຢາມິນ, ເນັບທາລີ, ກາດ ແລະ ອາເຊ.

ຢູດາ

ຕັ້ງແຕ່​ຢູດາ​ເຖິງ​ລູກຊາຍ​ຂອງ​ເຮຊະໂຣນ

3ລູກຊາຍ​ຂອງ​ຢູດາ​ມີ​ດັ່ງນີ້: ເອຣະ, ໂອນານ ແລະ ເຊລາ. ຄົນ​ເຫລົ່ານີ້​ເກີດ​ຈາກ​ນາງ​ບັດຊູອາ​ຍິງ​ຊາວ​ການາອານ, ທີ່​ເປັນ​ລູກສາວ​ຂອງ​ຊູອາ. (ເອຣະ​ເປັນ​ລູກຊາຍ​ກົກ​ຂອງ​ຢູດາ, ລາວ​ເປັນ​ຄົນ​ຊົ່ວຮ້າຍ​ໃນ​ສາຍ​ຕາ​ຂອງ​ພຣະເຈົ້າຢາເວ; ດັ່ງນັ້ນ ພຣະອົງ​ຈຶ່ງ​ຂ້າ​ລາວ).4ນາງ​ຕາມາ​ເປັນ​ລູກ​ໄພ້​ຂອງ​ຢູດາ​ມີ​ລູກຊາຍ​ສອງ​ຄົນ​ຄື: ເປເຣັດ ແລະ ເຊຣາ. ຢູດາ​ຈຶ່ງ​ມີ​ລູກຊາຍ​ທັງໝົດ​ຫ້າ​ຄົນ.
5ລູກຊາຍ​ຂອງ​ເປເຣັດ​ມີ​ດັ່ງນີ້: ເຮຊະໂຣນ ແລະ ຮາມູນ.6ລູກຊາຍ​ຂອງ​ເຊຣາ​ມີ​ດັ່ງນີ້: ຊິມຣີ, ເອທານ, ເຮມານ, ການໂກນ ແລະ ດາກດາ ທັງໝົດ​ມີ​ຫ້າ​ຄົນ.7ລູກຊາຍ​ຂອງ​ການໝີ​ມີ​ດັ່ງນີ້: ອາການ, ຜູ້​ທີ່​ນຳ​ຄວາມ​ຍາກລໍາບາກ​ມາ​ສູ່​ອິດສະຣາເອນ​ໂດຍ​ການ​ເກັບ​ເອົາ​ສິ່ງ​ທີ່​ຫ່ວງຫ້າມ​ທີ່​ໄດ້​ອຸທິດ​ຖວາຍ​ໃຫ້​ແກ່​ພຣະເຈົ້າ. 8ລູກຊາຍ​ຂອງ​ເອທານ​ຄື: ອາຊາຣີຢາ.9ລູກຊາຍ​ຂອງ​ເຮຊະໂຣນ​ມີ​ດັ່ງນີ້: ເຢຣາເມເອນ, ຣາມ ແລະ ກາເລັບ. 

ຕັ້ງແຕ່​ຣາມ​ລູກຊາຍ​ຂອງ​ເຮຊະໂຣນ

10ຣາມ​ເປັນ​ພໍ່​ຂອງ​ອຳມີນາດາບ, ແລະ ອຳມີນາດາບ​ເປັນ​ພໍ່​ຂອງ​ນາໂຊນ, ຜູ້​ທີ່​ເປັນ​ຜູ້ນໍາ​ຂອງ​ປະຊາຊົນ​ຢູດາຍ.11ນາໂຊນ​ເປັນ​ພໍ່​ຂອງ​ສານໂມນ, ສານໂມນ​ເປັນ​ພໍ່​ຂອງ​ໂບອາດ,12ໂບອາດ​ເປັນ​ພໍ່​ຂອງ​ໂອເບັດ ແລະ ໂອເບັດ​ເປັນ​ພໍ່​ຂອງ​ເຢຊີ.
13ເຢຊີ​ເປັນ​ພໍ່​ຂອງ ເອລີອາບ​ຜູ້​ທີ່​ເປັນ​ລູກຊາຍ​ກົກ; ລູກຊາຍ​ຄົນ​ທີ​ສອງ​ແມ່ນ​ອາບີນາດາບ, ຄົນ​ທີ​ສາມ​ແມ່ນ​ຊີເມອາ,14ຄົນ​ທີ​ສີ່​ແມ່ນ​ເນທາເນນ, ຄົນ​ທີ​ຫ້າ​ແມ່ນ​ຣັດດາຍ,15ຄົນ​ທີ​ຫົກ​ແມ່ນ​ໂອເຊມ ແລະ ຄົນ​ທີ​ເຈັດ​ແມ່ນ​ດາວິດ.16ເອື້ອຍ​ຂອງ​ພວກເຂົາ​ແມ່ນ​ນາງ​ເຊຣູອີຢາ ແລະ ນາງ​ອາບີກາຍ. ນາງ​ເຊຣູອີຢາ​ມີ​ລູກຊາຍ​ສາມ​ຄົນ​ດັ່ງນີ້: ອາບີໄຊ, ໂຢອາບ ແລະ ອາສາເຮນ.17ອາບີກາຍ​ເປັນ​ແມ່​ຂອງ​ອາມາສາ ເຊິ່ງ​ພໍ່​ຂອງ​ລາວ​ແມ່ນ​ເຢເທີ​ເປັນ​ຊາວ​ອິດຊະມາເອນ.

ກາເລັບ​ລູກຊາຍ​ຂອງ​ເຮຊະໂຣນ

18ກາເລັບ​ລູກຊາຍ​ຂອງ​ເຮຊະໂຣນ​ໄດ້​ລູກ​ກັບ ນາງ​ອາຊູບາ (ແລະ ເຢຣີໂອດ). ຄົນ​ເຫລົ່ານີ້​ແມ່ນ​ລູກຊາຍ​ຂອງ​ນາງ​ອາຊູບາ​ມີ​ດັ່ງນີ້: ເຢເຊ, ໂຊບັບ ແລະ ອາກໂດນ.19ເມື່ອ​ອາຊູບາ​ໄດ້​ຕາຍ​ໄປ​ແລ້ວ, ກາເລັບ​ກໍ​ໄດ້​ແຕ່ງງານ​ກັບ​ເອຟຣັດ, ເຊິ່ງ​ນາງ​ມີ​ລູກຊາຍ​ຄົນ​ໜຶ່ງ​ໃຫ້​ລາວ​ຊື່​ວ່າ ຮູເຣ.20ຮູເຣ​ເປັນ​ພໍ່​ຂອງ​ອູຣິ, ແລະ ອູຣິ​ເປັນ​ພໍ່​ຂອງ​ເບຊາເລນ.
21ຕໍ່ມາ, ເມື່ອ​ລາວ​ມີ​ອາຍຸ​ຫົກ​ສິບ​ປີ, ເຮຊະໂຣນ​ໄດ້​ແຕ່ງງານ​ກັບ​ລູກສາວ​ຂອງ​ມາກີ, ເຊິ່ງ​ເປັນ​ພໍ່​ຂອງ​ກີເລອາດ. ລາວ​ຮັກ​ນາງ​ຫລາຍ ແລະ ນາງ​ໄດ​ໃຫ້​ກຳເນີດ​ລູກຊາຍ​ຄົນ​ໜຶ່ງ​ຊື່​ວ່າ​ເສກຸບ.22ເສກຸບ​ເປັນ​ພໍ່​ຂອງ​ຢາອີ, ເຊິ່ງ​ລາວ​ໄດ້​ປົກຄອງ​ເມືອງ 23 ແຫ່ງ​ໃນ​ເຂດແດນ​ກີເລອາດ.23(ແຕ່​ເກຊູ ແລະ ອາຣາມ​ໄດ້​ຢຶດ​ເມືອງ​ຮັບໂວດ​ຢາອີ, ພວກເຂົາ​ຍັງ​ໄດ້​ຢຶດ​ເມືອງ​ເກນາດ​ພ້ອມທັງ​ຫົກສິບ​ເມືອງ​ທີ່​ຕັ້ງ​ຢູ່​ອ້ອມ​ນັ້ນ​ດ້ວຍ). ຄົນ​ເຫລົ່ານີ້​ທັງໝົດ​ເປັນ​ເຊື້ອສາຍ​ຂອງ​ມາກີ​ຜູ້​ທີ່​ເປັນ​ພໍ່​ຂອງ​ກີເລອາດ.24ຫລັງຈາກ​ທີ່​ເຮຊະໂຣນ​ໄດ້​ຕາຍ​ໄປ​ໃນ​ກາເລັບ​ເອຟຣັດ, ອາບີຢາ​ເມຍ​ຂອງ​ເຮຊະໂຣນ​ມີ​ລູກຊາຍ​ຊື່ ອາຊະຮູ, ເຊິ່ງ​ເປັນ​ພໍ່ ​ຂອງ​ເຕກົວ.

ເຢຣາເມເອນ​ລູກຊາຍ​ຂອງ​ເຮຊະໂຣນ

25ລູກຊາຍ​ຂອງ​ເຢຣາເມເອນ​ທີ່​ເປັນ​ລູກຊາຍ​ກົກ​ຂອງ​ເຮຊະໂຣນ ມີ​ດັ່ງນີ້: ຣາມ​ເປັນ​ລູກຊາຍ​ກົກ​ຂອງ​ລາວ, ບູນາ, ໂອເຣນ, ໂອເຊມ ແລະ ອາຮີຢາ.26ເຢຣາເມເອນ​ມີ​ເມຍ​ອີກ​ຄົນ​ໜຶ່ງ, ເຊິ່ງ​ຊື່​ວ່າ ອາຕາຣາ; ນາງ​ເປັນ​ແມ່​ຂອງ​ໂອນາມ.27ຣາມ​ເປັນ​ລູກຊາຍ​ກົກ​ຂອງ​ເຢຣາເມເອນ​ມີ​ລູກຊາຍ​ດັ່ງນີ້: ມາອາ, ຢາມິນ ແລະ ເອເກ.28ລູກຊາຍ​ຂອງ​ໂອນາມ​ມີ​ດັ່ງນີ້: ຊາມມາຍ ແລະ ຢາດາ. ລູກຊາຍ​ຂອງ​ຊາມມາຍ​ມີ​ດັ່ງນີ້: ນາດາບ ແລະ ອາບີຊູ.29ເມຍ​ຂອງ​ອາບີຊູ​ຊື່​ວ່າ ອາບີໄຮ, ນາງ​ມີ​ລູກຊາຍ​ຊື່​ວ່າ ອາບານ ແລະ ໂມລິດ.30ລູກຊາຍ​ຂອງ​ນາດາບ​ມີ​ດັ່ງນີ້: ເສເລັດ ແລະ ອັບປາອິມ. ເສເລັດ​ໄດ້​ຕາຍ​ໄປ​ໂດຍ​ບໍ່​ມີ​ລູກ.31ລູກຊາຍ​ຂອງ​ອັບປາອິມ​ມີ​ດັ່ງນີ້: ອີຊີ, ຜູ້​ທີ່​ເປັນ​ພໍ່​ຂອງ​ເຊຊານ. ເຊຊານ​ເປັນ​ພໍ່​ຂອງ​ອາຮະໄລ.32ລູກຊາຍ​ຂອງ​ຢາດາ, ເຊິ່ງ​ເປັນ​ນ້ອງຊາຍ​ຂອງ​ຊາມມາຍ​ມີ​ດັ່ງນີ້: ເຢເທີ ແລະ ໂຢນາທານ. ເຢເທີ​ໄດ້​ຕາຍ​ໄປ​ໂດຍ​ບໍ່​ມີ​ລູກ.33ລູກຊາຍ​ຂອງ​ໂຢນາທານ​ມີ​ດັ່ງນີ້: ເປເລັດ ແລະ ຊາຊາ. ຄົນ​ເຫລົ່ານີ້​ເປັນ​ເຊື້ອສາຍ​ຂອງ​ເຢຣາເມເອນ.
34ເຊຊານ​ບໍ່​ມີ​ລູກຊາຍ, ລາວ​ມີ​ແຕ່​ລູກສາວ. ລາວ​ມີ​ຄົນ​ຮັບໃຊ້​ຊາວ​ເອຢິບ​ຜູ້​ໜຶ່ງ​ຊື່​ວ່າ​ຢາຣະຮາ.35ເຊຊານ​ຍົກ​ລູກສາວ​ຄົນ​ໜຶ່ງ​ໃຫ້​ແຕ່ງງານ​ກັບ​ຄົນຮັບໃຊ້​ຂອງ​ຕົນ​ຊື່​ວ່າ ຢາຣະຮາ, ແລ້ວ​ນາງ​ກໍ​ມີ​ລູກຊາຍ​ຊື່​ວ່າ ອັດໄຕ.36ອັດໄຕ​ເປັນ​ພໍ່​ຂອງ​ນາທານ, ນາທານ​ເປັນ​ພໍ່​ຂອງ​ຊາບັດ,37ຊາບັດ​ເປັນ​ພໍ່​ຂອງ​ເອຟະລານ, ເອຟະລານ​ເປັນ​ພໍ່​ຂອງ​ໂອເບັດ,38ໂອເບັດ​ເປັນ​ພໍ່​ຂອງ​ເຢຮູ, ເຢຮູ​ເປັນ​ພໍ່​ຂອງ​ອາຊາຣີຢາ,39ອາຊາຣີຢາ​ເປັນ​ພໍ່​ຂອງ​ເຮເລັດ, ເຮເລັດ​ເປັນ​ພໍ່​ຂອງ​ເອເລອາສາ,40ເອເລອາສາ​ເປັນ​ພໍ່​ຂອງ​ສີສະໝາຍ, ສີສະໝາຍ​ເປັນ​ພໍ່​ຂອງ​ຊໍລູມ,41ຊໍລູມ​ເປັນ​ພໍ່​ຂອງ​ເຢກາມີຢາ ແລະ ເຢກາມີຢາ​ເປັນ​ພໍ່​ຂອງ​ເອລີຊາມາ.

ຕະກຸນ​ຂອງ​ກາເລັບ

42ລູກຊາຍ​ຂອງ​ກາເລັບ​ທີ່​ເປັນ​ນ້ອງຊາຍ​ຂອງ​ເຢຣາເມເອນ​ມີ​ດັ່ງນີ້: ເມຊາ​ເປັນ​ລູກຊາຍ​ກົກ​ຂອງ​ລາວ, ເຊິ່ງ​ລາວ​ເປັນ​ພໍ່​ຂອງ​ສີເຟ, ແລະ ລູກຊາຍ​ຂອງ​ລາວ​ແມ່ນ​ມາເຣຊາ, ເຊິ່ງ​ເປັນ​ພໍ່​ຂອງ​ເຮັບໂຣນ.43ລູກຊາຍ​ຂອງ​ເຮັບໂຣນ​ມີ​ດັ່ງນີ້: ໂກຣາ, ຕັບປູອາ, ເຣເກມ ແລະ ເຊມາ.44ເຊມາ​ເປັນ​ພໍ່​ຂອງ​ຣາຮາມ ແລະ ຣາຮາມ​ເປັນ​ພໍ່​ຂອງ​ຢອກເກອາມ. ເຣເກມ​ເປັນ​ພໍ່​ຂອງ​ຊາມມາຍ.45ລູກຊາຍ​ຂອງ​ຊາມມາຍ​ແມ່ນ​ມາໂອນ, ແລະ ມາໂອນ​ເປັນ​ພໍ່​ຂອງ​ເບັດຊູເຣ.46ເມຍນ້ອຍ​ຂອງ​ກາເລັບ​ແມ່ນ​ເອຟາ​ທີ່​ແມ່​ຂອງ ຮາຣານ, ໂມຊາ ແລະ ກາເຊ.
ຮາຣານ​ເປັນ​ພໍ່​ຂອງ​ກາເຊ.
47ລູກຊາຍ​ຂອງ​ຢາດາຍ​ມີ​ດັ່ງນີ້: ເຣເຄມ, ໂຢທານ, ເກຊານ, ເປເລດ, ເອຟາ ແລະ ຊາອາບ.48ມາອາກາ​ເປັນ​ເມຍນ້ອຍ​ຂອງ​ກາເລັບ​ທີ່​ເປັນ​ແມ່​ຂອງ ເຊເບ ແລະ ຕີຮານາ.49ນາງ​ກໍ​ຍັງ​ໄດ້​ເກີດ​ລູກຊາຍ​ອີກ​ຊື່​ວ່າ ຊາອາບ, ຜູ້​ທີ່​ເປັນ​ພໍ່​ຂອງ​ມາດມານນາ ແລະ ໄດ້​ເກີດ​ເຊວາ​ຜູ້​ເປັນ​ພໍ່​ຂອງ​ມັກເບນາ ແລະ ກີເບອາ. ລູກສາວ​ຂອງ​ກາເລັບ​ແມ່ນ​ອັກຊາ.50ຄົນ​ເຫລົ່ານີ້​ເປັນ​ເຊື້ອສາຍ​ຂອງ​ກາເລັບ.
ລູກຊາຍ​ຂອງ​ຮູເຣ​ທີ່​ເປັນ​ລູກຊາຍ​ກົກ​ຂອງ​ນາງ​ເອຟຣັດ​ມີ​ດັ່ງນີ້: ໂຊບານ​ເປັນ​ພໍ່​ຂອງ​ກີຣີອາດ​ເຢອາຣີມ,
51ສານມາ​ເປັນ​ພໍ່​ຂອງ​ເບັດເລເຮັມ ແລະ ຮາເຣັບ​ທີ່​ເປັນ​ພໍ່​ຂອງ​ເບັດກາເດ.52ເຊື້ອສາຍ​ຂອງ​ໂຊບານ​ທີ່​ເປັນ​ພໍ່​ຂອງ​ກີຣີອາດ​ເຢອາຣີມ​ມີ​ດັ່ງນີ້: ຮາໂລເອ, ປະຊາຊົນ​ເຄິ່ງ​ໜຶ່ງ​ເປັນ​ຊາວ​ເມນູໂຮດ,53ແລະ ຕະກຸນ​ຕ່າງໆ​ຂອງ​ກີຣີອາດ​ເຢອາຣີມ​ມີ​ດັ່ງນີ້: ຊາວ​ອິດໄຣ, ປູທະ, ຊູມາ ແລະ ຊາວ​ມິດຊະຣາ. ຊາວ​ໂຊຣາ ແລະ ເອຊະຕາໂອນ​ສືບ​ເຊື້ອສາຍ​ມາ​ຈາກ​ຕະກຸນ​ເຫລົ່ານີ້.54ເຊື້ອສາຍ​ຂອງ​ສານມາ​ມີ​ດັ່ງນີ້: ເບັດເລເຮັມ, ຊາວ​ເນໂຕຟາ, ຊາວ​ອາໂຣດ​ເບັດ​ໂຢອາບ ແລະ ເຄິ່ງ​ໜຶ່ງ​ຂອງ​ຊາວ​ມານາຮາດ​ກັບ​ຊາວ​ໂຊເຣ.55ແລະ ຕະກຸນ​ຕ່າງໆ​ຂອງ​ບັນດາ​ຜູ້​ຊ່ຽວຊານ​ທາງ​ການ​ຂຽນ ​ທີ່​ອາໄສ​ຢູ່​ທີ່​ເມືອງ​ຢາເບດ​ມີ​ດັ່ງນີ້: ຊາວ​ຕີຣາດ, ຊີເມອາດ ແລະ ສູກາດ. ຄົນ​ເຫລົ່ານີ້​ເປັນ​ຊາວ​ເກນິດ​ທີ່​ມາ​ຈາກ​ຮາມມັດ, ເຊິ່ງ​ເປັນ​ຕົ້ນ​ຕະກຸນ​ຂອງ​ຊາວ​ເຣກາບ. 

Biblica, Inc.

https://app.library.bible/content/eab9312f9f16b3a2