1 ຂ່າວຄາວ24
ການແບ່ງໝວດຂອງປະໂລຫິດ
1ເຊື້ອສາຍຂອງອາໂຣນໄດ້ແບ່ງເປັນໝວດດັ່ງນີ້:ລູກຊາຍຂອງອາໂຣນມີດັ່ງນີ້: ນາດາບ, ອາບີຮູ, ເອເລອາຊາ ແລະ ອີທາມາ.2ແຕ່ນາດາບ ແລະ ອາບີຮູຕາຍໄປກ່ອນພໍ່ຂອງພວກເຂົາ, ແລະ ພວກເຂົາບໍ່ມີລູກຊາຍຈັກຄົນເລີຍ; ດັ່ງນັ້ນ ເອເລອາຊາ ແລະ ອີທາມາຈຶ່ງໄດ້ຮັບໃຊ້ເປັນປະໂລຫິດ.3ດາວິດໄດ້ແບ່ງເຊື້ອສາຍຂອງອາໂຣນອອກເປັນໝວດຕ່າງໆ ຕາມໜ້າທີ່ຂອງພວກເຂົາທີ່ໄດ້ຮັບການແຕ່ງຕັ້ງໃນການຮັບໃຊ້ໂດຍມີຊາດົກເຊື້ອສາຍຂອງເອເລອາຊາ ແລະ ອາຮີເມເຫລັກເຊື້ອສາຍຈາກອີທາມາ ເປັນຜູ້ຊ່ວຍເພິ່ນ.4ເຊື້ອສາຍຂອງເອເລອາຊາມີຈໍານວນພວກຜູ້ນຳຫລາຍກວ່າເຊື້ອສາຍຂອງອີທາມາ, ແລະ ພວກເຂົາຖືກແບ່ງອອກດັ່ງນີ້: ສິບຫົກໝວດຈາກເຊື້ອສາຍຂອງເອເລອາຊາ ແລະ ແປດໝວດຈາກເຊື້ອສາຍຂອງອີທາມາ.5ການແບ່ງພວກເຂົາເປັນໝວດນັ້ນໃຊ້ສະຫລາກເພື່ອໃຫ້ເກີດຄວາມຍຸຕິທໍາ, ມີຜູ້ຮັບໃຊ້ໃນສະຖານທີ່ສັກສິດ ແລະ ມີຜູ້ຮັບໃຊ້ຂອງພຣະເຈົ້າທີ່ມາຈາກທັງເຊື້ອສາຍຂອງເອເລອາຊາ ແລະ ອີທາມາ.6ເຊມາອີຢາລູກຊາຍຂອງເນທາເນນ, ຊາວເລວີໄດ້ບັນທຶກລາຍຊື່ຂອງພວກເຂົາຕໍ່ໜ້າກະສັດ ແລະ ບັນດາຂ້າຣາຊການມີດັ່ງນີ້: ປະໂລຫິດຊາດົກ, ອາຮີເມເຫລັກລູກຊາຍຂອງອາບີອາທາ ແລະ ແລະ ບັນດາຫົວໜ້າຄອບຄົວຂອງປະໂລຫິດ ແລະ ຂອງຊາວເລວີ ໂດຍໃຊ້ການຈັບສະຫລາກມອບໝາຍວຽກໃຫ້ກຸ່ມໜຶ່ງຈາກເຊື້ອສາຍເອເລອາຊາ ແລະ ອີກກຸ່ມໜຶ່ງຈາກເຊື້ອສາຍຂອງອີທາມາສະຫລັບກັນໄປ.7ການຈັບສະຫລາກຄັ້ງທໍາອິດໄດ້ຕົກຖືກເຢໂຮຍອາຣິບ, ຄັ້ງທີສອງເຢດາອີຢາ,8ຄັ້ງທີສາມຮາຣິມ, ຄັ້ງທີສີ່ເສໂອຣິມ,9ຄັ້ງທີຫ້າມັນກີຢາ, ຄັ້ງທີຫົກມີຢາມິນ,10ຄັ້ງທີເຈັດຮັກກົດ, ຄັ້ງທີແປດອາບີຢາ,11ຄັ້ງທີເກົ້າເຢຊູອາ, ຄັ້ງທີສິບເຊການີຢາ,12ຄັ້ງທີສິບເອັດເອລີອາຊິບ, ຄັ້ງທີສິບສອງຢາກິມ,13ຄັ້ງທີສິບສາມຮຸບປາ, ຄັ້ງທີສິບສີ່ເຢເຊເບອັບ,14ຄັ້ງທີສິບຫ້າບີນກາ, ຄັ້ງທີສິບຫົກອີມເມ,15ຄັ້ງທີສິບເຈັດເຮຊີຣະ, ຄັ້ງທີສິບແປດຮັບປີເຊດ16ຄັ້ງທີສິບເກົ້າເປທາຮີຢາ ຄັ້ງທີຊາວເຢເຮຊະເກນ17ຄັ້ງທີຊາວເອັດຢາກິນ ຄັ້ງທີຊາວສອງກາມູນ18ຄັ້ງທີຊາວສາມເດລາອີຢາ ແລະ ຄັ້ງທີຊາວສີ່ມາອາຊີຢາ.19ນີ້ຄືລຳດັບຄົນທີ່ໄດ້ຮັບການແຕ່ງຕັ້ງໃຫ້ຮັບໃຊ້ເມື່ອພວກເຂົາເຂົ້າໄປໃນວິຫານຂອງພຣະເຈົ້າຢາເວ, ຕາມກົດລະບຽບທີ່ໄດ້ກໍານົດໃຫ້ພວກເຂົາເຮັດ ເຊິ່ງອາໂຣນບັນພະບຸລຸດຂອງພວກເຂົາ, ໄດ້ວາງໄວ້ຕາມທີ່ພຣະເຈົ້າຢາເວ, ພຣະເຈົ້າແຫ່ງອິດສະຣາເອນໄດ້ສັ່ງເພິ່ນ.
ເຊື້ອສາຍສ່ວນທີ່ເຫລືອຂອງເລວີ
20ສຳລັບເຊື້ອສາຍສ່ວນທີ່ເຫລືອຂອງເລວີມີດັ່ງນີ້:ມາຈາກລູກຊາຍຂອງອຳຣາມ ຄືຊູບາເອນ; ມາຈາກລູກຊາຍຂອງຊູບາເອນແມ່ນເຢເດອີຢາ.21ສຳລັບເຊື້ອສາຍເຣຮາບີຢາ, ມາຈາກລູກຊາຍຂອງລາວ, ແມ່ນອີຊີຢາຄົນທໍາອິດ.22ມາຈາກເຊື້ອສາຍອີຊະຮາດເຊໂລໂມດ; ມາຈາກລູກຊາຍຂອງເຊໂລໂມດ: ແມ່ນຢາຮາດ.23ລູກຊາຍຂອງເຮັບໂຣນມີ: ເຢຣີຢາເປັນຄົນທີໜຶ່ງ, ຄົນທີສອງແມ່ນອາມາຣີຢາ, ຄົນທີສາມແມ່ນເຢຮາຊີເອນ ແລະ ຄົນທີສີ່ແມ່ນເຢກາເມອາມ.24ລູກຊາຍຂອງອຸດຊີເອນແມ່ນມີກາ; ຈາກລູກຊາຍຂອງມີກາຄືຊາເມຍ.25ນ້ອງຊາຍຂອງມີກາແມ່ນອິດຊີຢາ; ມາຈາກລູກຊາຍຂອງອິດຊີຢາແມ່ນເຊກາຣີຢາ.26ລູກຊາຍຂອງເມຣາຣິແມ່ນມາຮະລີ, ມູຊີ ແລະ ຢາອາຊີຢາ, ລູກຊາຍຂອງຢາອາຊີຢາແມ່ນເບໂນ.27ລູກຊາຍຂອງເມຣາຣິ ມີດັ່ງນີ້: ມາຈາກຢາອາຊີຢາແມ່ນ ໂຊຮາມ, ຊັກກູເຣ ແລະ ອິບຣີ.28ມາຈາກມາຮະລີແມ່ນເອເລອາຊາ, ຜູ້ທີ່ບໍ່ມີລູກຊາຍ.29ມາຈາກກີເຊແມ່ນ ເຢຣາເມເອນ30ລູກຊາຍຂອງມູຊີມີ: ມາຮະລີ, ເອເດ ແລະ ເຢຣີໂມດ.
ຄົນເຫລົ່ານີ້ແມ່ນຊາວເລວີຕາມຄອບຄົວຂອງພວກເຂົາ.31ພວກເຂົາໄດ້ຮັບໜ້າທີ່ຕ່າງໆໂດຍການຈັບສະຫລາກ, ຄືກັນກັບເຊື້ອສາຍຂອງອາໂຣນ ທີ່ໄດ້ຮັບສິ່ງນີ້ຢູ່ຕໍ່ໜ້າກະສັດດາວິດ, ຊາດົກ, ອາຮີເມເຫລັກ ແລະ ບັນດາຫົວໜ້າຄອບຄົວຂອງປະໂລຫິດ ແລະ ຂອງຊາວເລວີ. ຄອບຄົວຂອງຜູ້ທີ່ເປັນອ້າຍກໍໄດ້ປະຕິບັດຄືກັນກັບຄອບຄົວຂອງຜູ້ທີ່ເປັນນ້ອງຊາຍ.
Biblica, Inc.