1 ຂ່າວຄາວ25

ພວກ​ນັກດົນຕຼີ

1ດາວິດ, ລວມທັງ​ບັນດາ​ຜູ້ບັນຊາການ​ກອງທັບ​ໄດ້​ແຍກ​ລູກຊາຍ​ບາງຄົນ​ຂອງ​ອາສັບ, ເຮມານ ແລະ ເຢດູທູນ ເພື່ອ​ຮັບໃຊ້​ໃນ​ການ​ທໍານວາຍ, ຮ່ວມ​ດີດ​ພິນ​ໃຫຍ່, ດີດ​ພິນ​ນ້ອຍ ແລະ ຕົບ​ແສ່ງ. ລາຍຊື່​ຕໍ່ໄປ​ນີ້​ແມ່ນ​ຜູ້​ທີ່​ເຮັດ​ໜ້າທີ່​ໃນ​ການ​ຮັບໃຊ້​ໃນ​ການ​ນະມັດສະການ​ມີ​ດັ່ງນີ້:
2ມາຈາກ​ລູກຊາຍ​ຂອງ​ອາສັບ ມີ​ດັ່ງນີ້: ຊັກກູເຣ, ໂຢເຊັບ, ເນທານີຢາ ແລະ ອາຊາເຣລາ. ລູກຊາຍ​ຂອງ​ອາສັບ​ຢູ່​ພາຍໃຕ້​ການ​ດູແລ​ຂອງ​ອາສັບ, ທີ່​ເປັນ​ຜູ້ທໍານວາຍ​ພາຍໃຕ້​ການ​ດູແລ​ຂອງ​ກະສັດ.3ມາ​ຈາກ​ລູກຊາຍ​ຂອງ​ເຢດູທູນ ມີ​ດັ່ງນີ້: ເກດາລິຢາ, ເຊຣີ, ເຢຊາອີຢາ, ຊີເມອີ, ຮາຊາບີຢາ ແລະ ມັດຕີທີຢາ, ລວມ​ທັງໝົດ​ມີ​ຫົກ​ຄົນ, ຢູ່​ພາຍໃຕ້​ການ​ດູແລ​ຂອງ​ເຢດູທູນ​ພໍ່​ຂອງ​ພວກເຂົາ, ທີ່​ເປັນ​ຜູ້ທໍານວາຍ, ໂດຍ​ການ​ດີດ​ພິນໃຫຍ່​ເພື່ອ​ໂມທະນາ​ຂອບພຣະຄຸນ ແລະ ຮ້ອງເພງ​ສັນລະເສີນ​ພຣະເຈົ້າຢາເວ.4ມາ​ຈາກ​ລູກຊາຍ​ຂອງ​ເຮມານ ມີ​ດັ່ງນີ້: ບຸກກີຢາ, ມັດຕານີຢາ, ອຸດຊີເອນ, ເຊບູເອນ, ເຢຣີໂມດ, ຮານານີຢາ, ຮານານີ, ເອລີອາທາ, ກິດດັນຕີ, ໂຣມາມຕີ​ເອເຊ, ໂຢຊະເບກາຊາ, ມັນໂລທີ, ໂຮທີເຣ ແລະ ມາຮາຊີອົດ.5(ຄົນ​ເຫລົ່ານີ້​ທັງໝົດ​ແມ່ນ​ພວກ​ລູກຊາຍ​ຂອງ​ເຮມານ​ຜູ້ທຳນວາຍ​ຂອງ​ກະສັດ. ພຣະເຈົ້າ​ໄດ້ໃຫ້​ລາວ​ມີ​ລູກຊາຍ​ຕາມ​ທີ່​ພຣະເຈົ້າ​ໄດ້​ສັນຍາ​ໄວ້. ເພື່ອ​ຍົກຍ້ອງ​ລາວ ພຣະເຈົ້າ​ໄດ້​ໃຫ້​ເຮມານ​ມີ​ລູກຊາຍ​ສິບ​ສີ່​ຄົນ ແລະ ລູກສາວ​ສາມ​ຄົນ.)
6ພວກຄົນ​ເຫລົ່ານີ້​ມີ​ໜ້າທີ່​ຕົບ​ແສ່ງ, ດີດ​ພິນ​ໃຫຍ່ ແລະ ດີດ​ພິນ​ນ້ອຍ ເພື່ອ​ເປັນ​ນັກດົນຕີ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ, ເຊິ່ງ​ພວກເຂົາ​ຢູ່​ພາຍໃຕ້​ການ​ດູແລ​ໂດຍ​ພໍ່​ຂອງ​ພວກເຂົາ.
ສ່ວນ​ອາສັບ, ເຢດູທູນ ແລະ ເຮມານ​ຢູ່​ພາຍໃຕ້​ການ​ດູແລ​ຂອງ​ກະສັດ.
7ພວກເຂົາ​ທັງໝົດ ແລະ ຍາດ​ພີ່ນ້ອງ​ຂອງ​ພວກເຂົາ​ໄດ້​ຮັບ​ການ​ຝຶກຝົນ ແລະ ຊໍານານ​ໃນ​ດ້ານ​ດົນຕີ​ເພື່ອ​ຖວາຍ​ແກ່​ພຣະເຈົ້າຢາເວ ພວກເຂົາ​ມີ​ທັງໝົດ 288 ຄົນ.8ພວກເຂົາ​ໄດ້​ຮັບ​ມອບໝາຍ​ໜ້າທີ່​ໂດຍ​ການ​ຈັບ​ສະຫລາກ, ບໍ່​ວ່າ​ຈະ​ເປັນ​ຄົນໜຸ່ມ ຫລື ຜູ້​ໃຫຍ່, ບໍ່​ວ່າ​ຈະ​ເປັນ​ຄູ ຫລື ລູກສິດ.
9ສະຫລາກ​ທີ​ໜຶ່ງ​ໄດ້​ຕົກ​ຖືກ​ໂຢເຊັບ, ຄອບຄົວ​ຂອງ​ອາສັບ, ກັບ​ບັນດາ​ລູກຊາຍ ແລະ ຍາດ​ພີ່ນ້ອງ ລວມ​ມີ 12 ຄົນ. ສະຫລາກ​ທີ​ສອງ​ໄດ້​ຕົກ​ຖືກ​ເກດາລິຢາ, ກັບ​ບັນດາ​ລູກຊາຍ ແລະ ຍາດ​ພີ່ນ້ອງ ລວມ​ມີ 12 ຄົນ.10ສະຫລາກ​ທີ​ສາມ​ໄດ້​ຕົກ​ຖືກ​ຊັກກູເຣ, ກັບ​ບັນດາ​ລູກຊາຍ ແລະ ຍາດ​ພີ່ນ້ອງ ລວມ​ມີ 12 ຄົນ.11ສະຫລາກ​ທີ​ສີ່​ໄດ້​ຕົກ​ຖືກ​ເຊຣີ, ກັບ​ບັນດາ​ລູກຊາຍ ແລະ ຍາດ​ພີ່ນ້ອງ ລວມ​ມີ 12 ຄົນ.12ສະຫລາກ​ທີ​ຫ້າ​ໄດ້​ຕົກ​ຖືກ​ເນທານີຢາ, ກັບ​ບັນດາ​ລູກຊາຍ ແລະ ຍາດ​ພີ່ນ້ອງ ລວມ​ມີ 12 ຄົນ.13ສະຫລາກ​ທີ​ຫົກ​ໄດ້​ຕົກ​ຖືກ​ບຸກກີຢາ, ກັບ​ບັນດາ​ລູກຊາຍ ແລະ ຍາດ​ພີ່ນ້ອງ ລວມ​ມີ 12 ຄົນ.14ສະຫລາກ​ທີ​ເຈັດ​ໄດ້​ຕົກ​ຖືກ​ອາຊາເຣລາ ກັບ​ບັນດາ​ລູກຊາຍ ແລະ ຍາດ​ພີ່ນ້ອງ ລວມ​ມີ 12 ຄົນ.15ສະຫລາກ​ທີແປດ​ໄດ້​ຕົກ​ຖືກ​ເຢຊາອີຢາ, ກັບ​ບັນດາ​ລູກຊາຍ ແລະ ຍາດ​ພີ່ນ້ອງ​ຂອງ​ລາວ16ສະຫລາກ​ທີ​ເກົ້າ​ໄດ້​ຕົກ​ຖືກ​ມັດຕານີຢາ, ກັບ​ບັນດາ​ລູກຊາຍ ແລະ ຍາດ​ພີ່ນ້ອງ ລວມ​ມີ 12 ຄົນ.17ສະຫລາກ​ທີ​ສິບ​ໄດ້​ຕົກ​ຖືກ​ຊີເມອີ, ກັບ​ບັນດາ​ລູກຊາຍ ແລະ ຍາດ​ພີ່ນ້ອງ ລວມ​ມີ 12 ຄົນ.18ສະຫລາກ​ທີ​ສິບ​ເອັດ​ໄດ້​ຕົກ​ຖືກ​ອາຊາເຣນ, ກັບ​ພວກ​ລູກຊາຍ ແລະ ຍາດ​ພີ່ນ້ອງ ລວມ​ມີ 12 ຄົນ.19ສະຫລາກ​ທີ​ສິບ​ສອງ​ໄດ້​ຕົກ​ຖືກ​ຮາຊາບີຢາ, ກັບ​ພວກ​ລູກຊາຍ ແລະ ຍາດ​ພີ່ນ້ອງ ລວມ​ມີ 12 ຄົນ.20ສະຫລາກ​ທີ​ສິບ​ສາມ​ໄດ້​ຕົກ​ຖືກ​ຊູບາເອນ, ພວກ​ລູກຊາຍ ແລະ ຍາດ​ພີ່ນ້ອງ ລວມ​ມີ 12 ຄົນ.21ສະຫລາກ​ທີ​ສິບສີ່​ໄດ້​ຕົກ​ຖືກ​ມັດຕີທີຢາ, ກັບ​ພວກ​ລູກຊາຍ ແລະ ຍາດ​ພີ່ນ້ອງ ລວມ​ມີ 12 ຄົນ.22ສະຫລາກ​ທີ​ສິບ​ຫ້າ​ໄດ້​ຕົກ​ຖືກ​ເຢຣີໂມດ, ກັບ​ພວກ​ລູກຊາຍ ແລະ ຍາດ​ພີ່ນ້ອງ ລວມ​ມີ 12 ຄົນ.23ສະຫລາກ​ທີ​ສິບຫົກ​ໄດ້​ຕົກ​ຖືກ​ຮານານີຢາ, ກັບ​ບັນດາ​ລູກຊາຍ ແລະ ຍາດ​ພີ່ນ້ອງ ລວມ​ມີ 12 ຄົນ.24ສະຫລາກ​ທີ​ສິບ​ເຈັດ​ໄດ້​ຕົກ​ຖືກ​ໂຢຊະເບກາຊາ, ກັບ​ບັນດາ​ລູກຊາຍ ແລະ ຍາດ​ພີ່ນ້ອງ ລວມ​ມີ 12 ຄົນ.25ສະຫລາກ​ທີ​ສິບ​ແປດ​ໄດ້​ຕົກ​ຖືກ​ຮານານີ, ກັບ​ບັນດາ​ລູກຊາຍ ແລະ ຍາດ​ພີ່ນ້ອງ ລວມ​ມີ 12 ຄົນ.26ສະຫລາກ​ທີ​ສິບ​ເກົ້າ​ໄດ້​ຕົກ​ຖືກ​ມັນໂລທີ, ກັບ​ບັນດາ​ລູກຊາຍ ແລະ ຍາດ​ພີ່ນ້ອງ ລວມ​ມີ 12 ຄົນ.27ສະຫລາກ​ທີ​ຊາວ​ໄດ້​ຕົກ​ຖືກ​ເອລີອາທາ, ກັບ​ບັນດາ​ລູກຊາຍ ແລະ ຍາດ​ພີ່ນ້ອງ ລວມ​ມີ 12 ຄົນ.28ສະຫລາກ​ທີ​ຊາວ​ເອັດ​ໄດ້​ຕົກ​ຖືກ​ໂຮທີເຣ, ກັບ​ບັນດາ​ລູກຊາຍ ແລະ ຍາດ​ພີ່ນ້ອງ ລວມ​ມີ 12 ຄົນ.29ສະຫລາກ​ທີ​ຊາວ​ສອງ​ໄດ້​ຕົກ​ຖືກ​ກິດດັນຕີ, ກັບ​ບັນດາ​ລູກຊາຍ ແລະ ຍາດ​ພີ່ນ້ອງ ລວມ​ມີ 12 ຄົນ.30ສະຫລາກ​ທີ​ຊາວ​ສາມ​ໄດ້​ຕົກ​ຖືກ​ມາຮາຊີອົດ, ກັບ​ບັນດາ​ລູກຊາຍ ແລະ ຍາດ​ພີ່ນ້ອງ ລວມ​ມີ 12 ຄົນ.31ສະຫລາກ​ທີ​ຊາວ​ສີ່​ໄດ້​ຕົກ​ຖືກ​ໂຣມາມຕີ​ເອເຊ, ກັບ​ບັນດາ​ລູກຊາຍ ແລະ ຍາດ​ພີ່ນ້ອງ ລວມ​ມີ 12 ຄົນ.

Biblica, Inc.

https://app.library.bible/content/eab9312f9f16b3a2