1 ຂ່າວຄາວ23

ຄົນ​ເລວີ

1ເມື່ອ​ດາວິດ​ໄດ້​ແກ່ຊະຣາ​ຫລາຍ​ແລ້ວ, ເພິ່ນ​ແຕ່ງຕັ້ງ​ໂຊໂລໂມນ​ລູກຊາຍ​ຂອງ​ເພິ່ນ​ຂຶ້ນ​ເປັນ​ກະສັດ​ປົກຄອງ​ອິດສະຣາເອນ.
2ດາວິດ​ເອີ້ນ​ຜູ້ນຳ​ທັງໝົດ​ຂອງ​ອິດສະຣາເອນ​ໃຫ້​ມາ​ເຕົ້າໂຮມ​ກັນ, ລວມ​ທັງ​ພວກ​ປະໂລຫິດ ແລະ ພວກ​ເລວີ.3ມີ​ການ​ນັບ​ຈຳນວນ​ຄົນ​ເລວີ​ທີ່​ມີ​ອາຍຸ​ສາມສິບ​ປີ​ຂຶ້ນ​ໄປ, ລວມ​ທັງໝົດ​ມີ​ສາມສິບແປດພັນ​ຄົນ.4ດາວິດ​ເວົ້າ​ວ່າ, “ໃຫ້​ຊາວສີ່​ພັນ​ຄົນ​ຮັບຜິດຊອບ​ໜ້າທີ່​ວຽກງານ​ໃນ​ວິຫານ​ຂອງ​ອົງພຣະເຈົ້າ​ຢາເວ ແລະ ໃຫ້​ຫົກ​ພັນ​ຄົນ​ເປັນ​ຂ້າລາຊະການ ແລະ ເປັນ​ຜູ້​ພິພາກສາ.5ໃຫ້​ສີ່​ພັນ​ຄົນ​ເປັນ​ຜູ້​ເຝົ້າ​ຍາມ​ປະຕູ​ວິຫານ ແລະ ໃຫ້​ອີກ​ສີ່​ພັນ​ຄົນ​ສັນລະເສີນ​ພຣະເຈົ້າຢາເວ​ດ້ວຍ​ເຄື່ອງ​ດົນຕີ​ຕ່າງໆ​ທີ່​ເຮົາ​ໄດ້​ຈັດຕຽມ​ໄວ້​ສໍາລັບ​ຈຸດປະສົງ​ນັ້ນ”.
6ດາວິດ​ໄດ້​ແບ່ງ​ຄົນ​ເລວີ​ເປັນ​ສາມ​ໝວດ​ຕາມ​ຊື່​ລູກຊາຍ​ຂອງ​ເລວີ​ມີ​ດັ່ງນີ້: ເກໂຊນ, ໂກຮາດ ແລະ ເມຣາຣິ.

ຕະກຸນ​ເກໂຊນ

7ຈາກ​ຕະກຸນ​ເກໂຊນ​ມີ​ດັ່ງນີ້: ລາດານ ແລະ ຊີເມອີ.8ລູກຊາຍ​ຂອງ​ລາດານ​ມີ: ຄົນ​ທີ​ໜຶ່ງ​ແມ່ນ​ເຢຮີເອນ, ເຊທາມ ແລະ ໂຢເອນ, ລວມ​ທັງໝົດ​ມີ​ສາມ​ຄົນ.9ລູກຊາຍ​ຂອງ​ຊີເມອີ​ມີ: ເຊໂລໂມດ, ຮາຊີເອນ ແລະ ຮາຣານ ລວມ​ທັງໝົດ​ມີ​ສາມ​ຄົນ. ຄົນ​ເຫລົ່ານີ້​ເປັນ​ຫົວໜ້າ​ຄອບຄົວ​ຂອງ​ລາດານ.10ແລະ ລູກຊາຍ​ຂອງ​ຊີເມອີ​ມີ: ຢາຮາດ, ຊີຊາ ເຢອຸດ ແລະ ເບຣິຢາ. ຄົນ​ເຫລົ່ານີ້​ເປັນ​ລູກຊາຍ​ຂອງ​ຊີເມອີ ລວມ​ທັງໝົດ​ສີ່​ຄົນ.11ຄົນ​ທີ​ໜຶ່ງ​ແມ່ນ​ຢາຮາດ, ຄົນ​ທີ​ສອງ​ແມ່ນ​ຊີຊາ, ແຕ່​ເຢອຸດ ແລະ ເບຣິຢາ​ບໍ່ມີ​ລູກຊາຍ​ຫລາຍ​ຄົນ; ດັ່ງນັ້ນ ພວກເຂົາ​ຈຶ່ງ​ໄດ້​ນັບ​ເຂົ້າ​ເປັນ​ຄອບຄົວ​ດຽວ​ກັນ ມີ​ໜ້າທີ່​ຮັບຜິດຊອບ​ອັນດຽວ​ກັນ.

ຕະກຸນ​ໂກຮາດ

12ລູກຊາຍ​ຂອງ​ໂກຮາດ ມີ​ດັ່ງນີ້: ອຳຣາມ, ອີຊະຮາດ, ເຮັບໂຣນ ແລະ ອຸດຊີເອນ. ລວມ​ທັງໝົດ​ມີ​ສີ່​ຄົນ13ລູກຊາຍ​ຂອງ​ອຳຣາມ​ມີ: ອາໂຣນ ແລະ ໂມເຊ. ອາໂຣນ ແລະ ເຊື້ອ​ສາຍ​ຂອງ​ລາວ​ໄດ້​ຖືກ​ແຍກ​ອອກ​ຢູ່​ຕ່າງຫາກ ເພື່ອ​ເບິ່ງແຍງ​ສິ່ງທີ່​ສັກສິດ​ທີ່ສຸດ, ເພື່ອ​ຖວາຍ​ເຄື່ອງບູຊາ​ແກ່​ພຣະເຈົ້າຢາເວ, ເພື່ອ​ຮັບໃຊ້​ຢູ່​ຕໍ່ໜ້າ​ພຣະອົງ ແລະ ເພື່ອ​ອວຍພອນ​ປະຊາຊົນ​ໃນ​ນາມ​ຂອງ​ພຣະອົງ​ຕະຫລອດໄປ.14ລູກຊາຍ​ຂອງ​ໂມເຊ​ຄົນ​ຂອງ​ພຣະເຈົ້າ​ນັ້ນ ນັບ​ເຂົ້າ​ກັບ​ເຜົ່າ​ເລວີ.15ລູກຊາຍ​ຂອງ​ໂມເຊ​ມີ​ດັ່ງນີ້: ເກໂຊມ ແລະ ເອລີເອເຊ.16ເຊື້ອສາຍ​ຂອງ​ເກໂຊມ​ມີ: ຄົນ​ທີ​ໜຶ່ງ​ແມ່ນ​ເຊບູເອນ.17ເຊື້ອສາຍ​ຂອງ​ເອລີເອເຊ​ມີ: ຄົນ​ທີ​ໜຶ່ງ​ແມ່ນ​ເຣຮາບີຢາ. ເອລີເອເຊ​ມີ​ລູກຊາຍ​ຄົນ​ດຽວ ແລະ ບໍ່​ມີ​ລູກຊາຍ​ຄົນ​ອື່ນ​ອີກ. ແຕ່​ພວກ​ລູກຊາຍ​ຂອງ​ເຣຮາບີຢາ​ມີ​ລູກ​ຢ່າງ​ຫລວງຫລາຍ.18ລູກຊາຍ​ຂອງ​ອີຊະຮາດ​ມີ: ຄົນ​ທີ​ໜຶ່ງ​ແມ່ນ​ເຊໂລມິດ.19ລູກຊາຍ​ຂອງ​ເຮັບໂຣນ​ມີ: ຄົນ​ທີ​ໜຶ່ງ​ແມ່ນ​ເຢຣີຢາ, ຄົນ​ທີ​ສອງ​ແມ່ນ​ອາມາຣີຢາ, ຄົນ​ທີ​ສາມ​ແມ່ນ​ເຢຮາຊີເອນ ແລະ ຄົນ​ທີ​ສີ່​ແມ່ນ​ເຢກາເມອາມ.20ລູກຊາຍ​ຂອງ​ອຸດຊີເອນ​ມີ: ຄົນ​ທີ​ໜຶ່ງ​ແມ່ນ​ມີກາ ແລະ ຄົນ​ທີ​ສອງ​ແມ່ນ​ອິດຊີຢາ.

ຕະກຸນ​ເມຣາຣິ

21ລູກຊາຍ​ຂອງ​ເມຣາຣິ​ມີ​ດັ່ງນີ້: ມາຮະລີ ແລະ ມູຊີ. ລູກຊາຍ​ຂອງ​ມາຮະລີ​ມີ: ເອເລອາຊາ ແລະ ກີເຊ.22(ເອເລອາຊາ​ໄດ້​ຕາຍ​ໄປ​ໂດຍ​ບໍ່ມີ​ລູກຊາຍ, ລາວ​ມີ​ແຕ່​ບັນດາ​ລູກສາວ. ບັນດາ​ລູກຊາຍ​ຂອງ​ກີເຊ​ກໍ​ໄດ້​ແຕ່ງງານ​ກັບ​ພີ່ນ້ອງ​ຂອງ​ພວກເຂົາ).23ລູກຊາຍ​ຂອງ​ມູຊີ​ມີ: ມາຮະລີ, ເອເດ ແລະ ເຢເຣໂມດ ລວມ​ທັງໝົດ​ມີ​ສາມ​ຄົນ.
24ຄົນ​ເຫລົ່ານີ້​ແມ່ນ​ເຊື້ອສາຍ​ຂອງ​ເລວີ​ຕາມ​ຄອບຄົວ​ທີ່​ໄດ້​ນັບ​ຂຶ້ນ​ທະບຽນ​ໄວ້​ຕາມ​ຊື່​ຂອງ​ຫົວໜ້າ​ຄອບຄົວ ຊາຍ​ຊາວ​ເລວີ​ທີ່​ມີ​ອາຍຸ 20 ປີ ຂຶ້ນ​ໄປ​ທີ່​ກ່າວ​ມາ​ນີ້ ທຸກຄົນ​ມີ​ໜ້າທີ່​ປະຕິບັດ​ງານ​ໃນ​ວິຫານ​ຂອງ​ພຣະເຈົ້າ​ຢາເວ.25ເພາະ​ດາວິດ​ໄດ້​ເວົ້າ​ວ່າ, “ຕັ້ງແຕ່ ພຣະເຈົ້າຢາເວ ພຣະເຈົ້າ​ແຫ່ງ​ອິດສະຣາເອນ​ໄດ້​ໃຫ້​ປະຊາຊົນ​ໄດ້​ພັກຜ່ອນ ແລະ ພຣະອົງ​ສະຖິດ​ຢູ່​ໃນ​ເຢຣູຊາເລັມ​ຕະຫລອດ​ໄປ.26ຄົນ​ເລວີ​ຈຶ່ງ​ບໍ່​ຈຳເປັນ​ຕ້ອງ​ຫາມ​ຫໍເຕັນ ແລະ ເຄື່ອງໃຊ້​ໃນ​ການ​ຮັບໃຊ້​ອີກ​ຕໍ່ໄປ”.27ຕາມ​ຄໍາ​ແນະນໍາ​ສຸດທ້າຍ​ຂອງ​ດາວິດ, ໃຫ້​ນັບ​ຈຳນວນ​ຄົນ​ເລວີ​ທີ່​ອາຍຸ 20 ປີ​ຂຶ້ນ​ໄປ ຫລື ມີ​ອາຍຸ​ຫລາຍກວ່າ​ນັ້ນ​ເຂົ້າ​ໃນ​ການ​ຮັບໃຊ້.
28ໜ້າທີ່​ຂອງ​ຄົນ​ເລວີ​ຄື​ຊ່ວຍເຫລືອ​ເຊື້ອສາຍ​ຂອງ​ອາໂຣນ​ໃນ​ການ​ຮັບໃຊ້​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ​ຄື: ເພື່ອ​ເບິ່ງແຍງ​ເດີ່ນ​ວິຫານ, ຫ້ອງ​ຕ່າງໆ​ທີ່​ຢູ່​ດ້ານ​ຂ້າງ, ຊໍາລະ​ສິ່ງ​ສັກສິດ​ທຸກຢ່າງ ແລະ ປະຕິບັດ​ໜ້າທີ່​ອື່ນໆ​ໃນ​ວິຫານ​ຂອງ​ພຣະເຈົ້າ.29ພວກເຂົາ​ຮັບຜິດຊອບ​ການ​ຈັດ​ເຂົ້າຈີ່​ຂຶ້ນ​ເທິງ​ໂຕະ, ແປ້ງ​ພິເສດ​ສຳລັບ​ການ​ຖວາຍບູຊາ​ພືດຜົນ​ທີ່​ເປັນ​ເມັດ, ເຂົ້າຈີ່​ບາງ​ທີ່​ບໍ່ມີ​ເຊື້ອແປ້ງ, ເຄື່ອງ​ປີ້ງ​ບູຊາ ແລະ ແປ້ງເຂົ້າ​ປະສົມ​ນໍ້າມັນ, ແລະ ວັດແທກ​ປະລິມານ ແລະ ຂະໜາດ​ຂອງ​ເຄື່ອງ​ຖວາຍ​ທັງໝົດ.30ທຸກໆ​ເຊົ້າ ແລະ ທຸກໆ​ແລງ​ພວກເຂົາ​ຈະ​ຢືນ​ຮ້ອງເພງ​ໂມທະນາ​ຂອບຄຸນ ແລະ ສັນລະເສີນ​ພຣະເຈົ້າຢາເວ.31ແລະ ເມື່ອໃດ​ທີ່​ມີ​ການ​ເຜົາ​ເຄື່ອງຖວາຍບູຊາ​ແກ່​ພຣະເຈົ້າຢາເວ​ໃນ​ວັນຊະບາໂຕ, ໃນ​ວັນ​ສະຫລອງ​ເດືອນ​ອອກ​ໃໝ່ ແລະ ຕາມ​ເທດສະການ​ທີ່​ໄດ້​ກຳນົດ. ພວກເຂົາ​ຈະ​ຕ້ອງ​ຮັບໃຊ້​ຢູ່​ຕໍ່ໜ້າ​ພຣະເຈົ້າຢາເວ​ເປັນ​ປະຈໍາ​ຕາມ​ຈຳນວນ​ຄົນ​ທີ່​ເໝາະສົມ ແລະ ຕາມ​ວິທີ​ທີ່​ໄດ້​ກຳນົດ​ໄວ້​ສໍາລັບ​ພວກເຂົາ.
32ດັ່ງນັ້ນ ຄົນ​ເລວີ​ຈຶ່ງ​ປະຕິບັດ​ໜ້າທີ່​ຮັບຜິດຊອບ​ຂອງ​ພວກເຂົາ​ໃນ​ຫໍເຕັນ​ບ່ອນ​ຊຸມນຸມ, ແລະ ສະຖານ​ທີ່​ສັກສິດ, ເພື່ອ​ຮັບໃຊ້​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ ພາຍໃຕ້​ການ​ຄຳສັ່ງ​ຂອງ​ພີ່ນ້ອງ​ຂອງ​ພວກເຂົາ​ທີ່​ສືບ​ເຊື້ອສາຍ​ມາ​ຈາກ​ອາໂຣນ.

Biblica, Inc.

https://app.library.bible/content/eab9312f9f16b3a2