1 ຂ່າວຄາວ22
1ຈາກນັ້ນ ດາວິດເວົ້າວ່າ, “ວິຫານຂອງພຣະເຈົ້າຢາເວ ພຣະເຈົ້າ, ແລະ ແທ່ນບູຊາທີ່ອິດສະຣາເອນໃຊ້ເພື່ອເຜົາເຄື່ອງບູຊາຈະຕ້ອງຢູ່ທີ່ນີ້”.
ການກະກຽມສຳລັບການສ້າງວິຫານ
2ດັ່ງນັ້ນ ດາວິດໄດ້ສັ່ງໃຫ້ຊາວຕ່າງດ້າວທີ່ອາໄສໃນອິດສະຣາເອນມາເຕົ້າໂຮມກັນ, ແລະ ເພິ່ນໄດ້ແຕ່ງຕັ້ງບາງຄົນໃນພວກເຂົາໃຫ້ເປັນຊ່າງສະກັດຫີນ ຕຽມຫີນສຳລັບກໍ່ສ້າງວິຫານຂອງພຣະເຈົ້າ.3ດາວິດໄດ້ຈັດຕຽມເຫຼັກເປັນຈຳນວນຫລາຍ ເພື່ອເຮັດຕະປູໃຊ້ຈັບບານພັບ ແລະ ປະຕູທາງເຂົ້າ ແລະ ທອງສຳຣິດເປັນຈຳນວນຫລາຍຈົນເກີນກວ່າທີ່ຈະຊັ່ງນໍ້າໜັກໄດ້.4ເພິ່ນຕຽມໄມ້ສີດາເປັນຈຳນວນຫລາຍຈົນເກີນກວ່າທີ່ຈະນັບໄດ້, ເຊິ່ງຊາວຊີໂດນກັບຊາວຕີເຣໄດ້ນຳມາມອບໃຫ້ດາວິດ.5ດາວິດເວົ້າວ່າ, “ໂຊໂລໂມນລູກຊາຍຂອງເຮົາຍັງໜຸ່ມນ້ອຍຢູ່ ແລະ ບໍ່ມີປະສົບການ, ວິຫານທີ່ຈະສ້າງຂຶ້ນສຳລັບພຣະເຈົ້າຢາເວຄວນຈະງົດງາມທີ່ສຸດ, ມີຊື່ສຽງຊ່າລືກັນ ແລະ ສະຫງ່າງາມໃນສາຍຕາຂອງຊົນຊາດທັງໝົດ. ເພາະສະນັ້ນເຮົາຈະຈັດຕຽມສິ່ງຕ່າງໆໄວ້ໃຫ້ລາວ”. ດັ່ງນັ້ນ ດາວິດຈຶ່ງຈັດຫາວັດສະດຸຕຽມໄວ້ຢ່າງຫລວງຫລາຍກ່ອນເພິ່ນຕາຍໄປ.6ແລ້ວດາວິດໄດ້ເອີ້ນໂຊໂລໂມນລູກຊາຍຂອງເພິ່ນມາ ແລະ ສັ່ງໃຫ້ສ້າງວິຫານສຳລັບພຣະເຈົ້າຢາເວ ພຣະເຈົ້າແຫ່ງອິດສະຣາເອນ.7ດາວິດເວົ້າກັບໂຊໂລໂມນວ່າ: “ລູກເອີຍ, ພໍ່ຕັ້ງໃຈທີ່ຈະສ້າງວິຫານເພື່ອນາມຊື່ຂອງພຣະເຈົ້າຢາເວ ພຣະເຈົ້າຂອງພໍ່.8ແຕ່ຖ້ອຍຄຳຂອງພຣະເຈົ້າຢາເວມາເຖິງພໍ່ວ່າ: ‘ເຈົ້າໄດ້ຂ້າຄົນຢ່າງຫລວງຫລາຍ ແລະ ໄດ້ຕໍ່ສູ້ໃນສະໜາມຮົບຫລາຍເທື່ອ. ເຈົ້າໄດ້ເຮັດໃຫ້ເລືອດໄຫລນອງຢ່າງຫລວງຫລາຍເທິງແຜ່ນດິນໃນສາຍຕາຂອງເຮົາ ສະນັ້ນ ເຈົ້າຈະບໍ່ໄດ້ສ້າງວິຫານສຳລັບນາມຊື່ຂອງເຮົາ.9ແຕ່ຈະມີລູກຄົນໜຶ່ງຂອງເຈົ້າເປັນຄົນແຫ່ງສັນຕິສຸກ ແລະ ເຮົາຈະໃຫ້ລາວພັກຜ່ອນຈາກສັດຕູທັງໝົດທີ່ຢູ່ອ້ອມຮອບທຸກດ້ານ. ຊື່ຂອງລາວແມ່ນ ໂຊໂລໂມນ, ແລະ ເຮົາຈະໃຫ້ອິດສະຣາເອນມີຄວາມສະຫງົບສຸກໃນໄລຍະການປົກຄອງຂອງລາວ.10ລາວຈະເປັນຜູ້ທີ່ຈະສ້າງວິຫານເພື່ອນາມຂອງເຮົາ. ລາວຈະເປັນລູກຊາຍຂອງເຮົາ ແລະ ເຮົາຈະເປັນພໍ່ຂອງລາວ. ແລະ ເຮົາຈະຕັ້ງບັນລັງແຫ່ງອານາຈັກຂອງລາວປົກຄອງອິດສະຣາເອນຕະຫລອດໄປ’.11“ບັດນີ້ ລູກເອີຍ, ຂໍໃຫ້ພຣະເຈົ້າຢາເວສະຖິດຢູ່ກັບເຈົ້າ ແລະ ຂໍໃຫ້ເຈົ້າພົບຄວາມສຳເລັດໃນການສ້າງວິຫານສຳລັບພຣະເຈົ້າຢາເວ ພຣະເຈົ້າຂອງເຈົ້າຕາມທີ່ພຣະອົງໄດ້ກ່າວໄວ້.12ຂໍພຣະເຈົ້າຢາເວ ປະທານການຕັດສິນອັນຮອບຄອບ ແລະ ຄວາມເຂົ້າໃຈແກ່ເຈົ້າ ເມື່ອພຣະອົງຕັ້ງເຈົ້າໃຫ້ປົກຄອງອິດສະຣາເອນ, ເພື່ອເຈົ້າຈະຮັກສາກົດບັນຍັດຂອງພຣະເຈົ້າຢາເວ ພຣະເຈົ້າຂອງເຈົ້າ.13ຖ້າເຈົ້າເອົາໃຈໃສ່ໃນການຖືຮັກສາຂໍ້ຄໍາສັ່ງຕ່າງໆ ແລະ ກົດບັນຍັດທີ່ພຣະເຈົ້າຢາເວໄດ້ມອບໃຫ້ໂມເຊສຳລັບອິດສະຣາເອນນັ້ນ ແລ້ວເຈົ້າກໍຈະພົບຄວາມສຳເລັດ ຈົ່ງເຂັ້ມແຂງ ແລະ ກ້າຫານ. ຢ່າຢ້ານ ຫລື ທໍ້ຖອຍ.14“ພໍ່ໄດ້ໃຊ້ຄວາມພະຍາຍາມຫລາຍໃນການຈັດຕຽມສໍາລັບວິຫານຂອງພຣະເຈົ້າຢາເວຄື ຄໍາສາມພັນສີ່ຮ້ອຍຕະລັນຕົນ, ເງິນສາມສິບສີ່ພັນຕະລັນຕົນ, ເຫລັກ ແລະ ທອງສຳຣິດຈຳນວນຫລວງຫລາຍເກີນກວ່າຈະຊັ່ງໄດ້, ແລະ ຍັງມີໄມ້ ແລະ ຫີນ. ເຈົ້າອາດຈະໄດ້ຫາຕື່ມອີກ.15ເຈົ້າມີຄົນເຮັດວຽກຢ່າງຫລວງຫລາຍຄື ຊ່າງສະກັດຫີນ, ຊ່າງກໍ່ ແລະ ຊ່າງໄມ້, ຊ່າງສີມືທຸກຊະນິດເຊັ່ນ:16ຊ່າງຄຳ, ຊ່າງເງິນ, ຊ່າງທອງສຳຣິດ, ຊ່າງເຫລັກ ແລະ ຊ່າງແກະສະຫຼັກຫລາຍເກີນກວ່າທີ່ຈະນັບໄດ້. ຈົ່ງເລີ່ມເຮັດວຽກ, ແລະ ຂໍພຣະເຈົ້າຢາເວສະຖິດຢູ່ນຳລູກເທີນ”.17ຈາກນັ້ນ ດາວິດໄດ້ສັ່ງບັນດາຜູ້ນຳອິດສະຣາເອນທັງໝົດໃຫ້ຊ່ວຍເຫລືອໂຊໂລໂມນລູກຊາຍຂອງເພິ່ນ.18ເພິ່ນກ່າວແກ່ພວກເຂົາວ່າ, “ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ສະຖິດຢູ່ນຳພວກເຈົ້າບໍ່ແມ່ນບໍ? ແລະ ພຣະອົງໃຫ້ພວກເຈົ້າໄດ້ພັກຜ່ອນທຸກດ້ານບໍ່ແມ່ນບໍ? ເພາະພຣະອົງໄດ້ມອບດິນແດນຂອງປະຊາຊົນທັງໝົດໄວ້ໃນມືຂອງເຮົາ, ແລະ ດິນແດນນີ້ຢູ່ໃຕ້ອຳນາດຂອງພຣະເຈົ້າຢາເວ ແລະ ຢູ່ໃຕ້ອຳນາດຂອງປະຊາຊົນຂອງພຣະອົງ.19ບັດນີ້ຈົ່ງອຸທິດຈິດໃຈ ແລະ ຈິດວິນຍານເພື່ອສະແຫວງຫາພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ. ຈົ່ງເລີ່ມສ້າງສະຖານທີ່ສັກສິດຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ເພື່ອພວກເຈົ້າຈະໄດ້ນຳເອົາຫີບຄໍາໝັ້ນສັນຍາຂອງພຣະເຈົ້າຢາເວ ແລະ ເຄື່ອງໃຊ້ຕ່າງໆອັນສັກສິດຂອງພຣະເຈົ້າເຂົ້າໄປໃນວິຫານ ທີ່ຈະໄດ້ສ້າງຂຶ້ນສໍາລັບນາມຊື່ຂອງພຣະເຈົ້າຢາເວ”.Biblica, Inc.