1 ຂ່າວຄາວ12
ບັນດານັກຮົບທີ່ຢູ່ກັບດາວິດ
1ນັກຮົບເຫຼົ່ານີ້ໄດ້ມາຫາດາວິດທີ່ຊິກລັກ ໃນຂະນະທີ່ເພິ່ນຖືກໂຊນລູກຊາຍຂອງກີເຊໄລ່ລ່າຢູ່ (ພວກເຂົາຢູ່ໃນພວກຍອດນັກຮົບ ທີ່ໄດ້ຊ່ວຍດາວິດໃນການຕໍ່ສູ້;2ພວກເຂົາເປັນນັກທະນູທີ່ຊ່ຽວຊານໃນການຍິງທະນູ ຫລື ສາມາດໃຊ້ແຂນຊ້າຍ ຫລື ແຂນຂວາແກວ່ງກ້ອນຫີນໄດ້, ພວກເຂົາເປັນຍາດພີ່ນ້ອງຂອງໂຊນມາຈາກເຜົ່າເບັນຢາມິນ) ມີດັ່ງນີ້:3ອາຮີເອເຊເປັນຫົວໜ້າຂອງພວກເຂົາ ແລະ ໂຢອາດ ລູກຊາຍຂອງເຊມາຢາຊາວກິເບອາ, ເຢຊີເອນ ແລະ ເປເລດ ລູກຊາຍຂອງອາຊະມາເວດ ເບຣາກາ ແລະ ເຢຮູ ຊາວອານາທົດ,4ແລະ ອີຊະມາອີຢາ ຊາວກີເບໂອນ, ເປັນຍອດນັກຮົບຄົນໜຶ່ງທີ່ຢູ່ໃນບັນດາຍອດນັກຮົບສາມສິບຄົນ; ເຢເຣມີຢາ, ຢາຮາຊີເອນ, ໂຢຮານານ ແລະ ໂຢຊາບັດ ຊາວເກເດຣາ.5ເອລູໄຊ, ເຢຣິໂມດ, ເບອາລີຢາ, ເຊມາຣີຢາ ແລະ ເຊຟາຕີຢາ ຊາວຮາຣິບ,6ເອນການາ, ອິດຊີຢາ, ອາຊາເຣນ, ໂຢເອເຊ ແລະ ຢາໂຊເບອາມຊາວໂກຣາ;7ໂຢເອລາ ແລະ ເຊບາດີຢາ ລູກຊາຍຂອງເຢໂຣຮາມຈາກເກໂດເຣ.8ຊາວກາດບາງຄົນກໍໄດ້ເຂົ້າເປັນຝ່າຍຂອງດາວິດທີ່ປ້ອມປ້ອງກັນໃນຖິ່ນແຫ້ງແລ້ງກັນດານ. ພວກເຂົາເປັນນັກຮົບກ້າຫານ ແລະ ຊ່ຽວຊານໃນການໃຊ້ໂລ່ ແລະ ຫອກພ້ອມທີ່ຈະອອກໄປສູ້ຮົບ. ໜ້າຂອງພວກເຂົາເປັນເໝືອນສິງ ແລະ ວ່ອງໄວເໝືອນກວາງທີ່ເທິງພູເຂົາ.9ເອເຊເປັນຫົວໜ້າ, ໂອບາດີຢາເປັນຄົນທີຮອງຜູ້ທີສອງ ເອລີອາບເປັນຮອງທີສາມ,10ມີຊະມັນນາເປັນຄົນທີສີ່, ເຢເຣມີຢາເປັນຄົນທີຫ້າ,11ອັດໄຕເປັນຄົນທີຫົກ, ເອລີເອນເປັນຄົນທີເຈັດ,12ໂຢຮານັນເປັນຄົນທີແປດ, ເອນຊາບັດເປັນຄົນທີເກົ້າ,13ເຢເຣມີຢາເປັນຄົນທີສິບ, ແລະ ມາກະບານໄນເປັນຄົນທີສິບເອັດ.14ຊາວກາດເຫລົ່ານີ້ເປັນຜູ້ບັນຊາການກອງທັບ; ກອງທັບນ້ອຍທີ່ສຸດແມ່ນກອງຮ້ອຍ ແລະ ຜູ້ທີ່ບັນຊາກອງທັບໃຫຍ່ທີ່ສຸດແມ່ນກອງພັນ.15ພວກເຂົາໄດ້ຂ້າມແມ່ນ້ຳຈໍແດນໄປໃນເດືອນທີໜຶ່ງ ເຊິ່ງເປັນລະດູນ້ຳຖ້ວມລົ້ນຝັ່ງ ແລະ ພວກເຂົາໄດ້ສູ້ຮົບກັບທຸກຄົນທີ່ອາໄສຢູ່ໃນຮ່ອມພູທາງຕາເວັນອອກ ແລະ ທາງຕາເວັນຕົກ.16ຊາວເບັນຢາມິນຄົນອື່ນໆ ແລະ ບາງຄົນມາຈາກເຜົ່າຢູດາໄດ້ມາຫາດາວິດທີ່ປ້ອມປ້ອງກັນ.17ດາວິດໄດ້ອອກໄປພົບພວກເຂົາ ແລະ ກ່າວແກ່ພວກເຂົາວ່າ, “ຖ້າພວກເຈົ້າມາຫາເຮົາຢ່າງສັນຕິ ເພື່ອມາຊ່ວຍເຫລືອເຮົາ, ເຮົາກໍພ້ອມທີ່ຈະໃຫ້ພວກເຈົ້າເຂົ້າຮ່ວມກັບເຮົາ. ແຕ່ຖ້າພວກເຈົ້າມາທໍລະຍົດມອບເຮົາໃຫ້ແກ່ສັດຕູຂອງເຮົາທັງທີ່ມືຂອງເຮົາບໍ່ໄດ້ທຳຮ້າຍຜູ້ໃດ ກໍຂໍໃຫ້ພຣະເຈົ້າຂອງບັນພະບຸລຸດຂອງເຮົາເບິ່ງ ແລະ ຕັດສິນໂທດພວກທ່ານດ້ວຍ”.18ແລ້ວພຣະວິນຍານລົງມາເໜືອອາມາໄສ, ຜູ້ທີ່ເປັນຫົວໜ້າຍອດນັກຮົບສາມສິບຄົນ ແລະ ລາວເວົ້າວ່າ:“ດາວິດ, ພວກເຮົາຢູ່ຝ່າຍທ່ານ!ລູກຊາຍຂອງເຢຊີ, ພວກເຮົາເປັນຝ່າຍທ່ານ!ຄວາມສຳເລັດຈົ່ງເປັນຂອງທ່ານຄວາມສຳເລັດຈົ່ງເປັນຂອງທຸກຄົນທີ່ຊ່ວຍເຫລືອທ່ານ,ເພາະພຣະເຈົ້າຂອງທ່ານຈະຊ່ວຍທ່ານ”.ດາວິດຈຶ່ງໄດ້ຮັບເອົາພວກເຂົາໄວ້ ແລະ ໄດ້ແຕ່ງຕັ້ງພວກເຂົາໃຫ້ເປັນຫົວໜ້າກອງທະຫານແນວໜ້າ.19ມີບາງຄົນຈາກເຜົ່າມານາເຊໄດ້ເຂົ້າເປັນຝ່າຍຂອງດາວິດເມື່ອເພິ່ນຢູ່ກັບພວກຟີລິດສະຕິນເພື່ອສູ້ຮົບໂຊນ. (ດາວິດ ແລະ ພວກຂອງເພິ່ນບໍ່ໄດ້ຊ່ວຍຊາວຟີລິດສະຕິນສູ້ຮົບ, ເພາະຫລັງຈາກພວກຜູ້ປົກຄອງຂອງຟີລິດສະຕິນໄດ້ປຶກສາກັນແລ້ວ, ກໍໄດ້ໄລ່ເພິ່ນໃຫ້ກັບໄປ. ພວກເຂົາເວົ້າວ່າ, “ຖ້າລາວປະຖິ້ມພວກເຮົາ ກັບຄືນໄປຫາໂຊນ ນາຍເກົ່າຂອງລາວ ຫົວຂອງພວກເຮົາຈະຫຼຸດອອກຈາກບ່າ”.)20ເມື່ອດາວິດໄປທີ່ຊິກລັກ, ພວກຜູ້ຊາຍມາຈາກເຜົ່າມານາເຊໄດ້ເຂົ້າເປັນຝ່າຍຂອງດາວິດມີດັ່ງນີ້: ອັດນາ, ໂຢຊາບັດ, ເຢດີອາເອນ, ມີກາເອນ, ໂຢຊາບັດ, ເອລີຮູ ແລະ ຊິນເລໄທ. ພວກເຂົາເປັນຫົວໜ້າໜ່ວຍຂອງກອງພັນໃນມານາເຊ.21ພວກເຂົາທຸກຄົນເປັນນັກຮົບກ້າຫານ ແລະ ເປັນຜູ້ບັນຊາການໃນກອງທັບຂອງເພິ່ນ, ທີ່ໄດ້ຊ່ວຍເຫລືອດາວິດຕໍ່ສູ້ກັບພວກທະຫານແນວໜ້າ.22ແຕ່ລະມື້ ໄດ້ມີຄົນເຂົ້າຊ່ວຍດາວິດ, ຈົນວ່າດາວິດມີກອງທັບທີ່ໃຫຍ່ເໝືອນດັ່ງກອງທັບຂອງພຣະເຈົ້າ.ຄົນອື່ນໆທີ່ມາຮ່ວມກັບດາວິດທີ່ເມືອງເຮັບໂຣນ
23ຕໍ່ໄປນີ້ເປັນຈຳນວນກອງທະຫານທີ່ຕຽມພ້ອມສູ້ຮົບທີ່ມາຫາດາວິດທີ່ເມືອງເຮັບໂຣນເພື່ອຈະເຮັດໃຫ້ອານາຈັກຂອງໂຊນເປັນຂອງເພິ່ນ, ຕາມຖ້ອຍຄຳຂອງພຣະເຈົ້າຢາເວໄດ້ກ່າວໄວ້ ມີດັ່ງນີ້:24ມາຈາກເຜົ່າຢູດາ, ມີທະຫານຫົກພັນແປດຮ້ອຍຄົນ ທີ່ຖືໂລ້ ແລະ ຫອກ,25ມາຈາກເຜົ່າຊີເມໂອນ, ມີທະຫານເຈັດພັນໜຶ່ງຮ້ອຍຄົນທີ່ພ້ອມອອກໄປສູ້ຮົບ,26ມາຈາກເລວີ, ມີທະຫານສີ່ພັນຫົກຮ້ອຍຄົນ,27ລວມທັງເຢໂຮຍອາດາ, ທີ່ເປັນຫົວໜ້າໃນຄອບຄົວຂອງອາໂຣນພ້ອມກັບທະຫານສາມພັນເຈັດຮ້ອຍຄົນ,28ແລະ ຊາດົກນັກຮົບໜຸ່ມທີ່ກ້າຫານພ້ອມກັບເຈົ້າໜ້າທີ່ 22 ຄົນມາຈາກຄອບຄົວຂອງລາວ29ມາຈາກເຜົ່າເບັນຢາມິນ, ທີ່ເປັນເຜົ່າຂອງໂຊນ ມີສາມພັນຄົນ, ຄົນສ່ວນຫລາຍຍັງຈົ່ງຮັກພັກດີຕໍ່ເຊື້ອວົງຂອງໂຊນຢູ່.30ມີນັກຮົບກ້າຫານຈາກເອຟຣາອິມ 20.800 ຄົນ ລ້ວນແຕ່ມີຊື່ສຽງດີໃນຕະກຸນຂອງຕົນ.31ເຜົ່າມານາເຊເຄິ່ງເຜົ່າສົ່ງຄົນມາຕາມລາຍຊື່ທີ່ລະບຸໄວ 18.000 ຄົນ, ເພື່ອຕັ້ງດາວິດເປັນກະສັດ;32ມີຫົວໜ້າຕະກຸນຈາກອິດຊາຄາ 200 ຄົນ ພ້ອມທັງຍາດພີ່ນ້ອງທີ່ຢູ່ໃຕ້ບັງຄັບບັນຊາຂອງພວກເຂົາທຸກຄົນທີ່ເຂົ້າໃຈຈັງຫວະເວລາ ແລະ ຮູ້ວ່າອິດສະຣາເອນຄວນເຮັດຫຍັງ.33ມີນັກຮົບທີ່ມີປະສົບການຈາກເຊບູໂລນ 5.000 ຄົນ ທີ່ກຽມພ້ອມອອກສູ້ຮົບໂດຍໃຊ້ອາວຸດທຸກຊະນິດ ແລະ ມີຄວາມຈົງຮັກພັກດີຕໍ່ດາວິດຢ່າງແນ່ວແນ່;34ມີເຈົ້າໜ້າທີ່ຈາກເນັບທາລີ 1.000 ຄົນ ແລະ ທະຫານ 37.000 ຄົນ ຖືໂລ່ ແລະ ຫອກ;35ຈາກດານມີ 28.000 ຄົນ ທີ່ພ້ອມອອກສູ້ຮົບ.36ມີທະຫານທີ່ມີປະສົບການຈາກອາເຊ 40.000 ຄົນ ທີ່ກຽມພ້ອມອອກສູ້ຮົບ.37ຊົນເຜົ່າຣູເບັນ, ກາດ ແລະ ມານາເຊເຄິ່ງເຜົ່າ ແລະ ມາຈາກຟາກຕາເວັນອອກຂອງແມ່ນ້ຳຈໍແດນ 120.000 ຄົນ ມີອາວຸດທຸກຊະນິດ.38ທັງໝົດນີ້ເປັນນັກຮົບທີ່ສະໝັກໃຈເພື່ອຮັບໃຊ້ຢູ່ໃນຕຳແໜ່ງຕ່າງໆ.ພວກເຂົາໄດ້ມາທີ່ເມືອງເຮັບໂຣນດ້ວຍຄວາມເຕັມໃຈ ເພື່ອຈະເຊີນດາວິດຂຶ້ນເປັນກະສັດປົກຄອງເໜືອອິດສະຣາເອນທັງໝົດ. ສ່ວນປະຊາຊົນອິດສະຣາເອນອື່ນໆທັງໝົດ ກໍເປັນນໍ້າໜຶ່ງໃຈດຽວກັນທີ່ຈະຕັ້ງດາວິດເປັນກະສັດ.39ພວກເຂົາໄດ້ກິນ ແລະ ດື່ມຮ່ວມກັບດາວິດເປັນເວລາສາມວັນ ເພາະຄອບຄົວຂອງພວກເຂົາໄດ້ຈັດຫາອາຫານມາໃຫ້ພວກເຂົາ.40ທັງຍັງມີປະຊາຊົນທັງໃກ້ ແລະ ໄກ ເຊັ່ນ ອິດຊາຄາ, ເຊບູໂລນ ແລະ ເນັບທາລີໄດ້ນຳອາຫານໃສ່ລໍ, ອູດ, ມ້າລໍ ແລະ ງົວ. ນອກຈາກນັ້ນກໍໄດ້ນຳສິ່ງຂອງຈຳນວນຫລວງຫລາຍມາຮ່ວມງານສະຫລອງນີ້ໄດ້ແກ່ ແປ້ງ, ຂະໜົມໝາກເດື່ອ, ຂະໜົມໝາກອະງຸ່ນແຫ້ງ, ເຫລົ້າອະງຸ່ນ, ນໍ້າມັນໝາກກອກ, ງົວ ແລະ ແກະ, ເພາະມີຄວາມຊື່ນຊົມຍິນດີໃນອິດສະຣາເອນ.
Biblica, Inc.