1 ຂ່າວຄາວ13
ການນຳເອົາຫີບຄໍາໝັ້ນສັນຍາກັບຄືນມາ
1ດາວິດໄດ້ປຶກສາກັບນາຍທະຫານ ທີ່ເປັນຜູ້ບັນຊາການກອງພັນ ແລະ ກອງຮ້ອຍແຕ່ລະຄົນ.2ແລ້ວເພິ່ນເວົ້າກັບຊຸມຊົນອິດສະຣາເອນທັງໝົດວ່າ “ຖ້າພວກທ່ານທັງຫລາຍເຫັນດີ ແລະ ຖ້າເປັນຄວາມປະສົງຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ, ຈົ່ງໃຫ້ພວກເຮົາສົ່ງຂ່າວໄປເຖິງພີ່ນ້ອງທີ່ຍັງເຫລືອຂອງພວກເຮົາທົ່ວເຂດແດນຂອງອິດສະຣາເອນທີ່ຢູ່ໃກ້ ຫລື ຢູ່ໄກ ແລະ ໄປຫາບັນດາປະໂລຫິດ ແລະ ພວກເລວີທີ່ຢູ່ໃນເມືອງ ແລະ ຢູ່ໃນທົ່ງຫຍ້າຂອງພວກເຂົາໃຫ້ມາຮ່ວມກັບພວກເຮົາ.3ໃຫ້ພວກເຮົານຳເອົາຫີບຄໍາໝັ້ນສັນຍາຂອງພຣະເຈົ້າຂອງພວກເຮົາກັບຄືນມາ, ເພາະໃນໄລຍະຂອງກະສັດໂຊນ ພວກເຮົາໄດ້ສອບຖາມກ່ຽວກັບເລື່ອງນີ້ ”4ປະຊາຊົນທັງໝົດກໍໄດ້ເຫັນພ້ອມກັນທີ່ຈະເຮັດສິ່ງນີ້, ເພາະພວກເຂົາເຫັນວ່າເປັນສິ່ງຖືກຕ້ອງ.5ສະນັ້ນ ດາວິດຈຶ່ງໄດ້ປະຊຸມກັບປະຊາຊົນອິດສະຣາເອນທັງໝົດ ຕັ້ງແຕ່ແມ່ນ້ຳຊີໂຮເຣໃນເອຢິບຈົນເຖິງເມືອງເລໂບຮາມັດ, ເພື່ອນຳເອົາຫີບຄໍາໝັ້ນສັນຍາຂອງພຣະເຈົ້າອອກມາຈາກເມືອງກີຣີອາດເຢອາຣີມ.6ດາວິດ ແລະ ປະຊາຊົນອິດສະຣາເອນທັງໝົດຈຶ່ງໄປທີ່ເມືອງບາອາລາແຫ່ງຢູດາຍ (ເມືອງກີຣີອາດເຢອາຣີມ) ເພື່ອນຳເອົາຫີບພັນທະສັນຍາຂອງພຣະເຈົ້າຄື ພຣະເຈົ້າຢາເວ, ຜູ້ທີ່ສະຖິດຢູ່ລະຫວ່າງເຄຣຸບ ແລະ ຫີບຄໍາໝັ້ນສັນຍາທີ່ໄດ້ເອີ້ນຕາມນາມຊື່ນັ້ນ.7ພວກເຂົາໄດ້ຍ້າຍຫີບພັນທະສັນຍາຂອງພຣະເຈົ້າອອກຈາກເຮືອນຂອງອາບີນາດາບຂຶ້ນໃສ່ເທິງກວຽນໃໝ່ໂດຍມີອຸດຊາ ແລະ ອາຮີໂອເປັນຜູ້ນຳທາງ.8ດາວິດ ແລະ ປະຊາຊົນອິດສະຣາເອນທັງໝົດໄດ້ສະເຫຼີມສະຫລອງຢ່າງສຸດກໍາລັງຂອງພວກເຂົາຕໍ່ໜ້າພຣະເຈົ້າດ້ວຍການຮ້ອງເພງ ແລະ ບັນເລງດົນຕີດ້ວຍພິນເຂົາຄູ່, ພິນໃຫຍ່, ກອງແຊັກ, ແສ່ງ ແລະ ແກ.9ເມື່ອພວກເຂົາມາຮອດລານຟາດເຂົ້າຂອງກີໂດນ ເພາະງົວໄດ້ແຕະສະດຸດ, ອຸດຊາໄດ້ຈັບຫີບພັນທະສັນຍາເພື່ອປະຄອງຫີບນັ້ນໄວ້.10ຄວາມໂກດຮ້າຍຂອງພຣະເຈົ້າຢາເວຈຶ່ງພຸ່ງຂຶ້ນຕໍ່ອຸດຊາ ແລະ ພຣະອົງໄດ້ຂ້າລາວ ເພາະລາວໄດ້ແຕະຕ້ອງຫີບພັນທະສັນຍານັ້ນ. ດັ່ງນັ້ນ ລາວໄດ້ຕາຍຢູ່ທີ່ນັ້ນຕໍ່ໜ້າພຣະເຈົ້າ.11ຫລັງຈາກນັ້ນ ດາວິດກໍໃຈຮ້າຍເພາະຄວາມໂກດຮ້າຍຂອງພຣະເຈົ້າຢາເວໄດ້ຕໍ່ສູ້ອຸດຊາ ແລະ ຈົນເຖິງທຸກວັນນີ້ສະຖານທີ່ແຫ່ງນັ້ນຈຶ່ງໄດ້ຖືກເອີ້ນວ່າ ເປເຣັດອຸດຊາ .12ໃນມື້ນັ້ນດາວິດກໍຢ້ານກົວພຣະເຈົ້າ ແລະ ຖາມວ່າ, “ເຮົາຈະນຳເອົາຫີບຄໍາໝັ້ນສັນຍາຂອງພຣະເຈົ້າໄປກັບເຮົາໄດ້ຢ່າງໃດ?”13ດາວິດຈຶ່ງບໍ່ໄດ້ນຳເອົາຫີບຄໍາໝັ້ນສັນຍາໄປຢູ່ນໍາເພິ່ນທີ່ເມືອງດາວິດ. ແຕ່ເພິ່ນໄດ້ນໍາເອົາຫີບໄປໄວ້ທີ່ເຮືອນຂອງໂອເບັດເອໂດມຊາວເມືອງກາດແທນ.14ຫີບຄໍາໝັ້ນສັນຍາຂອງພຣະເຈົ້າຢູ່ກັບຄອບຄົວຂອງໂອເບັດເອໂດມເປັນເວລາສາມເດືອນ ແລ້ວພຣະເຈົ້າຢາເວໄດ້ອວຍພອນຄອບຄົວຂອງລາວ ແລະ ທຸກສິ່ງທີ່ລາວໄດ້ເຮັດ.Biblica, Inc.