1 ຂ່າວຄາວ11

ດາວິດ​ຂຶ້ນ​ເປັນ​ກະສັດ

1ຊາວ​ອິດສະຣາເອນ​ທັງໝົດ​ມາ​ຫາ​ດາວິດ​ທີ່​ເມືອງ​ເຮັບໂຣນ ແລະ ກ່າວ​ວ່າ, “ພວກເຮົາ​ເປັນ​ພີ່ນ້ອງ​ຮ່ວມ​ສາຍ​ເລືອດ​ຂອງ​ທ່ານ.2ໃນ​ອະດີດ​ທີ່​ຜ່ານ​ມາ​ເຖິງ​ແມ່ນ​ວ່າ​ຂະນະ​ທີ່​ໂຊນ​ຍັງ​ເປັນ​ກະສັດ​ຢູ່ ທ່ານ​ກໍ​ເປັນ​ຜູ້ນຳ​ອິດສະຣາເອນ​ໃນ​ການສູ້ຮົບ ພຣະເຈົ້າ​ຢາເວ, ພຣະເຈົ້າ​ຂອງ​ເພິ່ນ​ໄດ້​ກ່າວ​ຕໍ່​ເພິ່ນ​ວ່າ ‘ເພິ່ນ​ຈະ​ເປັນ​ຜູ້​ລ້ຽງ​ປະຊາ​ຊົນ​ອິດສະຣາເອນ​ຂອງ​ເຮົາ ແລະ ເພິ່ນ​ຈະ​ເປັນ​ຜູ້​ປົກຄອງ​ຂອງ​ພວກເຂົາ’ ”.
3ເມື່ອ​ພວກ​ເຖົ້າແກ່​ທັງໝົດ​ຂອງ​ອິດສະຣາເອນ​ໄດ້​ມາ​ຫາ​ກະສັດ​ດາວິດ​ທີ່​ເຮັບໂຣນ. ເພິ່ນ​ໄດ້​ເຮັດ​ຄໍາໝັ້ນສັນຍາ​ກັບ​ພວກເຂົາ​ທີ່​ເຮັບໂຣນ​ຕໍ່ໜ້າ​ພຣະເຈົ້າຢາເວ. ແລະ ພວກເຂົາ​ໄດ້​ໃຊ້​ນໍ້າມັນ​ຫົດສົງ​ດາວິດ​ຂຶ້ນ​ເປັນ​ກະສັດ​ປົກຄອງ​ອິດສະຣາເອນ, ເຊິ່ງ​ເປັນ​ຈິງ​ຕາມ​ທີ່​ອົງພຣະຜູ້ເປັນເຈົ້າ​ໄດ້​ສັນຍາ​ໄວ້​ຜ່ານ​ທາງ​ຊາມູເອນ.

ດາວິດ​ຢຶດຄອງ​ເຢຣູຊາເລັມ

4ດາວິດ ແລະ ຊາວ​ອິດສະຣາເອນ​ທັງໝົດ​ໄດ້​ບຸກ​ໂຈມຕີ​ເຢຣູຊາເລັມ (ຄື​ເມືອງ​ເຢບູ) ຊາວ​ເຢບຸດ​ໄດ້​ອາໄສ​ຢູ່​ທີ່ນັ້ນ.5ຊາວ​ເຢບຸດ​ເວົ້າ​ຕໍ່​ດາວິດ​ວ່າ “ເຈົ້າ​ຈະ​ເຂົ້າ​ມາ​ໃນ​ທີ່ນີ້​ບໍ່​ໄດ້​ດອກ”. ເຖິງຢ່າງໃດ​ກໍ່ຕາມ, ດາວິດ​ໄດ້​ຢຶດ​ປ້ອມ​ຂອງ​ເມືອງ​ຊີໂອນ​ໄວ້​ແລ້ວ ເຊິ່ງ​ຖືກ​ເອີ້ນ​ວ່າ “ເມືອງ​ຂອງ​ດາວິດ”.
6ດາວິດ​ໄດ້​ເວົ້າ​ວ່າ, “ຜູ້ໃດ​ກໍ​ຕາມ​ທີ່​ບຸກ​ໂຈມ​ຕີ​ຊາວ​ເມືອງ​ເຢບຸດ​ໄດ້ ຈະ​ໄດ້​ເປັນ​ຜູ້​ບັນຊາການ​ທະຫານ”. ໂຢອາບ​ລູກຊາຍ​ຂອງ​ນາງ​ເຊຣູອີຢາ​ບຸກ​ໂຈມຕີ​ໄດ້​ເປັນ​ຄົນ​ທຳອິດ ແລະ ລາວ​ຈຶ່ງ​ໄດ້​ເປັນ​ຜູ້​ບັນຊາການ​ທະຫານ.
7ດາວິດ​ຈຶ່ງ​ເຂົ້າ​ໄປ​ອາໄສ​ຢູ່​ໃນ​ປ້ອມ​ນັ້ນ ແລະ ບ່ອນ​ນັ້ນ​ຈຶ່ງ​ຖືກເອີ້ນ​ວ່າ ເມືອງ​ຂອງ​ດາວິດ.8ເພິ່ນ​ໄດ້​ສ້າງ​ເມືອງ​ນັ້ນ​ຂຶ້ນ​ໃໝ່​ອ້ອມ​ຮອບ​ປ້ອມ​ນັ້ນ​ໄວ້​ເປັນ​ຊັ້ນ​ໆ ໄປ​ຈົນ​ຮອດ​ກຳແພງ​ທີ່​ອ້ອມ​ເມືອງ. ໃນ​ຂະນະ​ທີ່​ໂຢອາບ​ໄດ້​ສ້ອມແປງ​ສ່ວນ​ທີ່​ເຫລືອ​ຂອງ​ເມືອງ.9ແລະ ດາວິດ​ກໍ​ມີ​ອໍານາດ​ຫລາຍ​ຂຶ້ນ​ເລື້ອຍໆ, ເພາະ​ພຣະເຈົ້າ​ຢາເວ​ຜູ້​ມີ​ລິດ​ອຳນາດ​ຍິ່ງໃຫຍ່​ໄດ້​ສະຖິດ​ຢູ່​ກັບ​ເພິ່ນ.

ບັນດາ​ນັກຮົບ​ທີ່​ມີ​ຊື່ສຽງ​ຂອງ​ດາວິດ

10ຕໍ່ໄປ​ນີ້​ແມ່ນ​ຫົວໜ້າ​ນັກຮົບ​ທີ່​ມີ​ຊື່ສຽງ​ຂອງ​ດາວິດ, ພວກເຂົາ​ໄດ້​ຮ່ວມ​ກັບ​ຊາວ​ອິດສະຣາເອນ​ທັງໝົດ, ໄດ້​ສະໜັບສະໜູນ​ການ​ຂຶ້ນ​ເປັນ​ກະສັດ​ຂອງ​ດາວິດ​ໃຫ້​ເຂັ້ມແຂງ​ໄປ​ທົ່ວ​ແຜ່ນດິນ, ເຊິ່ງ​ເປັນ​ໄປ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັນຍາ​ໄວ້.11ນີ້​ແມ່ນ​ລາຍຊື່​ບັນດາ​ນັກຮົບ​ທີ່​ມີ​ຊື່ສຽງ​ຂອງ​ດາວິດ ມີ​ດັ່ງນີ້:
ຢາໂຊເບອາມ, ຊາວ​ຮັກໂມນີ​ເປັນ​ຫົວໜ້າ​ບັນດາ​ທະຫານ; ລາວ​ໃຊ້​ຫອກ​ຕໍ່ສູ້​ທະຫານ​ສາມ​ຮ້ອຍ​ຄົນ, ຜູ້​ທີ່​ລາວ​ໄດ້​ຂ້າ​ພວກເຂົາ​ຖິ້ມ​ໝົດ​ໃນ​ຄັ້ງ​ດຽວ.
12ຄົນ​ຕໍ່ມາ​ແມ່ນ​ເອເລອາຊາ ລູກຊາຍ​ຂອງ​ໂດໂດ​ຊາວ​ອາໂຮ, ລາວ​ເປັນ​ໜຶ່ງ​ໃນ​ສາມ​ທະຫານ​ຍອດ​ນັກຮົບ.13ລາວ​ຢູ່​ກັບ​ດາວິດ​ທີ່​ເມືອງ​ປັດດຳມິມ ເມື່ອ​ຊາວ​ຟີລິດສະຕິນ​ໄດ້​ມາ​ເຕົ້າໂຮມ​ກັນ​ຢູ່​ທີ່​ນັ້ນ​ເພື່ອ​ສູ້ຮົບ​ກັນ. ລາວ​ຢູ່​ໃນ​ທົ່ງນາ​ເຂົ້າ​ບາເລ, ກອງທະຫານ​ຂອງ​ອິດສະຣາເອນ​ໄດ້​ຖອຍ​ໜີ​ໄປ.14ແຕ່​ດາວິດ​ກັບ​ລາວ​ໄດ້​ປັກຫລັກ​ຕໍ່ສູ້​ຢູ່​ກາງ​ທົ່ງນາ. ພວກເຂົາ​ປົກປ້ອງ​ເມືອງ​ນັ້ນ​ໄວ້​ໄດ້ ແລະ ໄດ້​ຂ້າ​ຊາວ​ຟີລິດສະຕິນ​ຖີ້ມ, ແລະ ພຣະເຈົ້າຢາເວ​ໄດ້​ໃຫ້​ລາວ​ມີ​ໄຊຊະນະ​ຄັ້ງ​ຍິ່ງໃຫຍ່.
15ຍອດ​ນັກຮົບ​ສາມ​ຄົນ​ໃນ​ສາມ​ສິບ​ຄົນ​ມາ​ຫາ​ດາວິດ​ທີ່​ໂງ່ນຫີນ​ແຫ່ງ​ໜຶ່ງ​ໃນ​ຖໍ້າ​ອາດຸນລຳ, ໃນຂະນະທີ່​ກອງ​ທະຫານ​ຂອງ​ຊາວ​ຟີລິດສະຕິນ​ກຸ່ມ​ໜຶ່ງ​ໄດ້​ຕັ້ງ​ຄ້າຍ​ຢູ່​ໃນ​ຮ່ອມພູ​ເຣຟາອິມ.16ໃນ​ເວລາ​ນັ້ນ​ດາວິດ​ຢູ່​ໃນ​ຖານ​ທີ່​ໝັ້ນ, ສ່ວນ​ກອງທະຫານ​ຂອງ​ຟີລິດສະຕິນ​ຢູ່​ທີ່​ເບັດເລເຮັມ.17ດາວິດ​ຫິວ​ນ້ຳ ແລະ ເວົ້າ​ຂຶ້ນ​ວ່າ “ຖ້າ​ມີ​ຜູ້ໃດ​ໄປ​ເອົາ​ນ້ຳ​ຈາກ​ສ້າງ​ໃກ້​ປະຕູ​ເມືອງ​ເບັດເລເຮັມ​ມາ​ໃຫ້​ເຮົາ​ດື່ມ​ກໍ​ຈະ​ດີ!”18ດັ່ງນັ້ນ ນັກຮົບ​ສາມ​ຄົນ​ກໍ​ຕີ​ຝ່າ​ແນວ​ຮົບ​ຂອງ​ຟີລິດສະຕິນ, ໄປ​ຕັກ​ນ້ຳ​ຈາກ​ສ້າງ​ໃກ້​ປະຕູ​ເມືອງ​ເບັດເລເຮັມ ແລ້ວ​ເອົາ​ນ້ຳ​ມາ​ໃຫ້​ດາວິດ. ແຕ່​ເພິ່ນ​ບໍ່​ຍອມ​ດື່ມ; ເພິ່ນ​ໄດ້​ຖອກ​ນໍ້າ​ລົງ​ໃຫ້​ແກ່​ພຣະເຈົ້າຢາເວ.19ເພິ່ນ​ກ່າວ​ວ່າ “ຂໍ​ພຣະເຈົ້າ​ຫ້າມ​ໄວ້​ບໍ່​ໃຫ້​ເຮົາ​ດື່ມ​ນ້ຳ​ນີ້!” “ສົມຄວນ​ບໍ​ທີ່​ເຮົາ​ຈະ​ດື່ມ​ເລືອດ​ຂອງ​ຄົນ​ເຫລົ່ານີ້​ທີ່​ໄດ້​ສ່ຽງ​ຊີວິດ​ຂອງ​ພວກເຂົາ​ເພື່ອ​ໄປ​ເອົາ​ມາ?” ເນື່ອງ​ຈາກ​ພວກເຂົາ​ສ່ຽງ​ຊີວິດ​ໄປ​ເອົາ​ນ້ຳ​ມາ, ດາວິດ​ຈຶ່ງ​ບໍ່​ຍອມ​ດື່ມ​ນໍ້າ​ນັ້ນ.
ນີ້​ແມ່ນ​ວິລະກຳ​ຂອງ​ສາມ​ທະຫານ​ຍອດ​ນັກຮົບ.
20ອາບີໄຊ ນ້ອງຊາຍ​ຂອງ​ໂຢອາບ​ເປັນ​ຫົວໜ້າ​ຂອງ​ນັກຮົບ​ທີ່​ມີ​ຊື່ສຽງ​ສາມ​ຄົນ. ລາວ​ໄດ້​ໃຊ້​ຫອກ​ຂອງ​ຕົນ​ຕໍ່ສູ້​ທະຫານ​ສາມຮ້ອຍ​ຄົນ, ລາວ​ໄດ້​ຂ້າ​ທະຫານ​ທັງໝົດ ແລະ ລາວ​ຈຶ່ງ​ກາຍ​ເປັນ​ຄົນ​ທີ່​ມີ​ຊື່ສຽງ​ເທົ່າກັນ​ກັບ​ສາມ​ທະຫານ​ຍອດ​ນັກຮົບ.21ລາວ​ມີ​ກຽດ​ສອງ​ເທົ່າ​ເໜືອ​ສາມ​ທະຫານ​ຍອດ​ນັກຮົບ ເຖິງ​ແມ່ນ​ວ່າ​ລາວ​ບໍ່​ໄດ້​ເປັນ​ໜຶ່ງ​ໃນ​ຈຳນວນ​ນັ້ນ​ກໍ​ຕາມ.
22ເບນາອີຢາ​ລູກຊາຍ​ຂອງ​ເຢໂຮຍອາດາ​ເປັນ​ທະຫານ​ກ້າຫານ​ຈາກ​ເມືອງ​ກັບເຊເອນ​ຜູ້​ສ້າງ​ວິລະກຳ​ຫລາຍ​ຄັ້ງ. ລາວ​ໄດ້​ຂ້າ​ນັກຮົບ​ສີ​ມື​ດີ​ຂອງ​ຊາວ​ໂມອາບ​ສອງ​ຄົນ. ມີ​ຄັ້ງ​ໜຶ່ງ​ໃນ​ມື້​ທີ່​ຫິມະ​ຕົກ ລາວ​ໄດ້​ລົງ​ໄປ​ໃນ​ຫລຸມ ແລະ ໄດ້​ຂ້າ​ສິງ​ໂຕ​ໜຶ່ງ.23ແລະ ລາວ​ໄດ້​ຂ້າ​ຊາວ​ເອຢິບ​ຄົນ​ໜຶ່ງ ເຊິ່ງ​ສູງ​ປະມານ​ສອງ​ແມັດ​ເຄິ່ງ. ເຖິງ​ແມ່ນ​ວ່າ​ຊາວ​ເອຢິບ​ນັ້ນ​ຖື​ຫອກ​ໃຫຍ່​ຄື​ກັນ​ກັບ​ໄມ້​ກຳພັ້ນຫູກ, ເບນາອີຢາ​ໄດ້​ໄປ​ຕໍ່ສູ້​ລາວ​ດ້ວຍ​ໄມ້ຄ້ອນ. ລາວ​ຍາດ​ເອົາ​ຫອກ​ຈາກ​ມື​ຂອງ​ຊາວ​ເອຢິບ​ນັ້ນ ແລະ ຂ້າ​ຊາວ​ເອຢິບ​ດ້ວຍ​ຫອກ​ນັ້ນ.24ນີ້​ຄື​ວິລະກຳ​ຂອງ​ເບນາອີຢາ​ລູກຊາຍ​ຂອງ​ເຢໂຮຍອາດາ, ລາວ​ກໍ​ມີ​ຊື່ສຽງ​ທຽບເທົ່າ​ກັບ​ສາມ​ທະຫານ​ຍອດ​ນັກຮົບ​ດ້ວຍ.25ລາວ​ມີ​ກຽດ​ຫລາຍ​ກວ່າ​ທຸກຄົນ​ໃນ​ສາມ​ສິບ​ຍອດ​ນັກຮົບ, ແຕ່​ລາວ​ບໍ່​ໄດ້​ລວມ​ຢູ່​ໃນ​ສາມ​ທະຫານ​ຍອດ​ນັກຮົບ ແລະ ດາວິດ​ໄດ້​ແຕ່ງຕັ້ງ​ລາວ​ໃຫ້​ເບິ່ງແຍງ​ກອງ​ທະຫານ​ປ້ອງກັນ​ຕົວ​ຂອງ​ເພິ່ນ.
26ພວກ​ນັກຮົບ​ທີ່​ມີ​ຊື່ສຽງ ມີ​ດັ່ງນີ້:
ອາສາເຮນ ນ້ອງຊາຍ​ຂອງ​ໂຢອາບ, ເອນຮານານ ລູກຊາຍ​ຂອງ​ໂດໂດ ຈາກ​ເມືອງ​ເບັດເລເຮັມ,
27ຊາມໂມດ ຊາວ​ຮາໂຣດ, ເຮເລັດ ຊາວ​ເປໂລນ,28ອີຣາ ລູກຊາຍ​ຂອງ​ອິກເກັດ​ຈາກ​ເຕກົວ, ອາບີເອເຊ ຈາກ​ອານາທົດ,29ສິບເບກາຍ ຊາວ​ຮູຊາ, ອີໄລ ຊາວ​ອາໂຮ,30ມະຫາໄຣ ຊາວ​ເນໂຕຟາ, ເຮເລັດ ລູກຊາຍ​ຂອງ​ບາອານາ ຊາວ​ເນໂຕຟາ,31ອິດໄຕ​ລູກຊາຍ​ຂອງ​ຣີໄບ​ຈາກ​ກີເບອາ​ໃນ​ເຜົ່າ​ເບັນຢາມິນ, ເບນາອີຢາ ຊາວ​ປີຣາໂທນ,32ຮູໄຣ ຈາກ​ຮ່ອມພູ​ແຫ່ງ​ເມືອງ​ກາອາດ, ອາບີເອນ ຊາວ​ອາຣະບາ,33ອາຊະມາເວດ ຊາວ​ບາຮູຣຸມ, ເອລີອາບາ​ຄົນ​ຊາອານໂບນ,34ພວກ​ລູກຊາຍ​ຂອງ​ອາຮີອາມ ຊາວ​ກີໂຊນ​ມີ​ດັ່ງນີ້: ໂຢນາທານ ລູກຊາຍ​ຂອງ​ຊາກີ ຊາວ​ຮາຣາເຣ,35ອາຮີອາມ ລູກຊາຍ​ຂອງ​ສາກາ ຊາວ​ຮາຣາເຣ, ເອລີຟັນ ລູກຊາຍ​ຂອງ​ອູເຣ,36ເຮເຟ ຊາວ​ເມເຄຣາ, ອາຮີຢາ ຊາວ​ເປໂລນ,37ເຮຊະໂຣ ຊາວ​ກາເມນ, ນາອາໄຣ ລູກຊາຍ​ຂອງ​ເອຊະໄບ,38ໂຢເອນ ນ້ອງຊາຍ​ຂອງ​ນາທານ, ມິບຮາ ລູກຊາຍ​ຂອງ​ຮາກຣີ,39ເຊເລັກ ຊາວ​ອຳໂມນ, ນາຮາໄຣ​ຊາວ​ເບເອໂຣດ ຄົນ​ຖື​ອາວຸດ​ໃຫ້​ໂຢອາບ​ລູກຊາຍ​ຂອງ​ນາງ​ເຊຣູອີຢາ,40ອີຣາ​ຊາວ​ອິດໄຣ, ຄາເຣັບ​ຊາວ​ອິດໄຣ,41ອູຣິຢາ ຊາວ​ຮິດຕີ, ຊາບັດ ລູກຊາຍ​ຂອງ​ອາຮະໄລ,42ອາດີນາ ລູກຊາຍ​ຂອງ​ຊີຊາ ຊາວ​ຣູເບັນ, ເຊິ່ງ​ເປັນ​ຫົວໜ້າ​ຂອງ​ຊາວ​ຣູເບັນ, ແລະ ເປັນ​ຫົວໜ້າ​ຂອງ​ທະຫານ​ສາມ​ສິບ​ຄົນ​ທີ່​ຢູ່​ກັບ​ລາວ,43ຮານານ ລູກຊາຍ​ຂອງ​ມາອາກາ, ໂຢຊາຟັດ ຊາວ​ມີທານ,44ອຸດຊີອາ ຊາວ​ອາຊະເຕຣາ, ຊາມມາ ແລະ ເຢອີເອນ ລູກຊາຍ​ຂອງ​ໂຮທາມ ຊາວ​ອາໂຣເອ,45ເຢດີອາເອນ​ລູກຊາຍ​ຂອງ​ຊິມຣີ ແລະ ໂຢຮາ​ຊາວ​ຕີເຊ​ຜູ້​ເປັນ​ນ້ອງຊາຍ,46ເອລີເອນ ຊາວ​ມາຮາໄວ, ເຢຣີໄບ ແລະ ໂຢຊາວີຢາ ລູກຊາຍ​ຂອງ​ເອນນາອາມ, ອິດມາ ຊາວ​ໂມອາບ,47ເອລີເອນ, ໂອເບັດ ແລະ ຢາອາສີເອນ​ຊາວ​ໂຊບາ.

Biblica, Inc.

https://app.library.bible/content/eab9312f9f16b3a2