ເຊກາຣີຢາ14
ພຣະເຈົ້າຢາເວມາຄອງບັນລັງ
1ວັນແຫ່ງພຣະເຈົ້າຢາເວໃກ້ຈະມາເຖິງແລ້ວ, ເຢຣູຊາເລັມ, ເມື່ອຊັບສົມບັດຂອງພວກເຈົ້າຈະຖືກປຸ້ນ ແລະ ຖືກແບ່ງປັນພາຍໃນກໍາແພງຂອງພວກເຈົ້າ.2ເຮົາຈະຮວບຮວມປະຊາຊາດທັງໝົດມາສູ້ຮົບກັບເຢຣູຊາເລັມ; ນະຄອນນັ້ນຈະຖືກຢຶດ, ບ້ານເຮືອນຖືກປຸ້ນ, ພວກແມ່ຍິງຖືກຂົ່ມຂືນ. ປະຊາຊົນເຄິ່ງເມືອງຖືກຈັບໄປເປັນຊະເລີຍ, ສ່ວນທີ່ເຫລືອຈະບໍ່ຖືກຈັບໄປຈາກເມືອງນັ້ນ.3ແລ້ວພຣະເຈົ້າຢາເວຈະມາຕໍ່ສູ້ກັບຊົນຊາດເຫລົ່ານັ້ນດັ່ງໃນວັນແຫ່ງການສູ້ຮົບ.4ໃນວັນນັ້ນພຣະອົງຈະວາງຕີນເທິງພູເຂົາໝາກກອກ, ທາງຕາເວັນອອກຂອງນະຄອນເຢຣູຊາເລັມ, ແລະ ພູເຂົາໝາກກອກຈະແຍກອອກເປັນສອງສ່ວນ, ຈາກຕາເວັນອອກເຖິງຕາເວັນຕົກ, ເຮັດໃຫ້ເກີດຮ່ອມພູທີ່ກວ້າງໃຫຍ່, ໂດຍເຄິ່ງໜຶ່ງຂອງພູເຂົາຈະເຄື່ອນໄປທາງທິດເໜືອ ອີກເຄິ່ງໜຶ່ງເຄື່ອນໄປທາງໃຕ້.5ເຈົ້າຈະໜີໄປທາງຮ່ອມພູຂອງເຮົາ, ເພາະມັນຈະຂະຫຍາຍຍາວໄປເຖິງອາເຊນ. ເຈົ້າຈະໜີເໝືອນໜີຈາກແຜ່ນດິນໄຫວ ໃນສະໄໝກະສັດອຸດຊີຢາແຫ່ງຢູດາ. ແລ້ວພຣະເຈົ້າຢາເວ ພຣະເຈົ້າຂອງຂ້າພະເຈົ້າຈະມາພ້ອມຜູ້ບໍລິສຸດທັງໝົດທີ່ຢູ່ກັບພຣະອົງ.6ໃນວັນນັ້ນຈະບໍ່ມີຄວາມສະຫວ່າງ ຫລື ຄວາມໜາວເຢັນ, ຄວາມມືດທີ່ໜາວຈັດ.7ມັນຈະເປັນວັນພິເສດ ເປັນວັນທີ່ມີພຽງພຣະເຈົ້າຢາເວເທົ່ານັ້ນທີ່ຮູ້ ເຊິ່ງບໍ່ມີຄວາມແຕກຕ່າງລະຫວ່າງກາງເວັນ ແລະ ກາງຄືນ. ເມື່ອຮອດຍາມແລງ, ຍັງຈະແຈ້ງຄືກາງເວັນ.8ໃນວັນນັ້ນນ້ຳແຫ່ງຊີວິດຈະໄຫລອອກມາຈາກເຢຣູຊາເລັມ, ເຄິ່ງໜຶ່ງໄຫລລົງທະເລຕາຍທາງຕາເວັນອອກ ແລະ ອີກເຄິ່ງໜຶ່ງໄຫລລົງທະເລເມດິແຕຣາເນທາງຕາເວັນຕົກ, ໄຫລຕະຫລອດທັງໃນລະດູຮ້ອນ ແລະ ລະດູໜາວ.9ພຣະເຈົ້າຢາເວຈະເປັນກະສັດປົກຄອງໂລກທັງໝົດ. ໃນວັນນັ້ນຈະມີພຣະເຈົ້າຢາເວພຽງພຣະອົງດຽວ, ແລະ ມີນາມຂອງພຣະອົງພຽງນາມດຽວເທົ່ານັ້ນ.10ທົ່ວທັງແຜ່ນດິນ, ຈາກເກບາເຖິງຣິມໂມນທາງໃຕ້ຂອງເຢຣູຊາເລັມ, ຈະເປັນເໝືອນອາຣາບາ. ສ່ວນເຢຣູຊາເລັມຈະສູງເດັ່ນ ຈາກປະຕູເບັນຢາມິນເຖິງບໍລິເວນປະຕູທີໜຶ່ງ, ເຖິງປະຕູມູມ ແລະ ຈາກຫໍຄອຍຮານາເນນເຖິງບ່ອນຢຽບເຫລົ້າອະງຸ່ນຫລວງ ແລະ ມັນຈະຄົງຢູ່ໃນບ່ອນຂອງມັນ.11ເຢຣູຊາເລັມຈະມີຜູ້ຄົນອາໄສຢູ່; ມັນຈະໝັ້ນຄົງປອດໄພ ແລະ ບໍ່ຖືກທຳລາຍອີກຕໍ່ໄປ.12ໄພພິບັດທີ່ພຣະເຈົ້າຢາເວຈະໃຫ້ເກີດແກ່ບັນດາປະຊາຊາດທີ່ມາສູ້ຮົບກັບເຢຣູຊາເລັມມີດັ່ງນີ້ຄື: ຊີ້ນຂອງເຂົາຈະເປື່ອຍເນົ່າທັງທີ່ຍັງຢືນຢູ່, ຕາຂອງເຂົາເນົ່າຄາກະບອກຕາ ແລະ ລິ້ນເປື່ອຍເນົ່າຢູ່ໃນປາກ.13ໃນວັນນັ້ນພຣະເຈົ້າຢາເວຈະບັນດານໃຫ້ຄົນທັງຫລາຍກະວົນກະວາຍຢ່າງໃຫຍ່ ແຕ່ລະຄົນຈະຈັບມືຂອງກັນແລ້ວຕໍ່ສູ້ກັນ.14ຊາວຢູດາກໍຈະໄປສູ້ຮົບທີ່ເຢຣູຊາເລັມ. ພວກເຂົາຈະເກັບຮວບຮວມຊັບສົມບັດຂອງທຸກຊົນຊາດທີ່ຢູ່ອ້ອມຂ້າງ ໄດ້ທັງເງິນຄໍາ ແລະ ເສື້ອຜ້າຫລວງຫລາຍ.15ໄພພິບັດຄ້າຍຄືກັນຈະເກີດກັບມ້າ ແລະ ລໍ, ອູດ ແລະ ລາ, ແລະ ສັດທັງໝົດໃນຄ້າຍເຫລົ່ານັ້ນ.16ແລ້ວບັນດາຜູ້ລອດຊີວິດຈາກປະຊາຊາດທັງໝົດທີ່ມາໂຈມຕີເຢຣູຊາເລັມຈະຂຶ້ນໄປເຢຣູຊາເລັມທຸກປີ ເພື່ອນະມັດສະການອົງຈອມກະສັດພຣະເຈົ້າຢາເວຜູ້ມີອຳນາດຍິ່ງໃຫຍ່ອໍານາດຍິ່ງໃຫຍ່ ແລະ ເພື່ອສະຫລອງເທດສະການປຸກຕູບຢູ່.17ຊົນຊາດໃດໆທົ່ວໂລກທີ່ບໍ່ໄປນະມັດສະການອົງຈອມກະສັດ ພຣະເຈົ້າຢາເວຜູ້ມີລິດອຳນາດຍິ່ງໃຫຍ່, ພວກເຂົາຈະບໍ່ໄດ້ຮັບຝົນ.18ຖ້າຊາວເອຢິບບໍ່ຍອມຂຶ້ນມາຮ່ວມ, ພວກເຂົາຈະບໍ່ໄດ້ຮັບຝົນ. ພຣະເຈົ້າຢາເວ ຈະບັນດານໄພພິບັດໃຫ້ເກີດແກ່ເອຢິບ ເປັນໄພພິບັດຢ່າງດຽວກັບທີ່ເຮັດໃຫ້ເກີດແກ່ປະຊາຊາດທີ່ບໍ່ຂຶ້ນໄປຮ່ວມສະຫລອງເທດສະການປຸກຕູບຢູ່.19ນີ້ເປັນການລົງໂທດເອຢິບ ແລະ ປະຊາຊາດທັງໝົດເຊິ່ງບໍ່ຂຶ້ນໄປຮ່ວມສະຫລອງເທດສະການປຸກຕູບຢູ່.20ໃນວັນນັ້ນ ກະດິງທີ່ມັດຢູ່ຄໍມ້າຈະມີຂໍ້ຄວາມຈາລຶກວ່າ “ບໍລິສຸດແດ່ພຣະເຈົ້າຢາເວ” ແລະ ໝໍ້ຫຸງຕົ້ມໃນວິຫານຂອງພຣະເຈົ້າຢາເວຈະເປັນເໝືອນພາຊະນະສັກສິດໜ້າແທ່ນບູຊາ21ໝໍ້ທຸກໜ່ວຍໃນເຢຣູຊາເລັມ ແລະ ຢູດາຈະບໍລິສຸດແດ່ພຣະເຈົ້າຢາເວຜູ້ມີລິດອຳນາດຍິ່ງໃຫຍ່ ແລະ ຄົນທັງໝົດທີ່ມາຖວາຍເຄື່ອງບູຊາຈະຈັບໝໍ້ບາງໜ່ວຍໄປໃຊ້ໃນການຕົ້ມເຄື່ອງບູຊາໄດ້. ແລະ ໃນວັນນັ້ນຈະບໍ່ມີຊາວການາອານ ໃນວິຫານຂອງພຣະເຈົ້າຢາເວຜູ້ມີລິດອຳນາດຍິ່ງໃຫຍ່ອີກຕໍ່ໄປ.Biblica, Inc.