ເຊກາຣີຢາ13
ຊຳລະບາບ
1“ໃນວັນນັ້ນຈະມີນ້ຳພຸພຸ່ງຂຶ້ນມາສຳລັບເຊື້ອສາຍຂອງດາວິດ ແລະ ປະຊາຊົນເຢຣູຊາເລັມ, ເພື່ອຊຳລະພວກເຂົາທັງໝົດຈາກບາບ ແລະ ມົນທິນຂອງພວກເຂົາ.2“ໃນວັນນັ້ນ, ເຮົາຈະທຳລາຍຮູບເຄົາລົບທັງໝົດໃຫ້ສິ້ນຊື່ຈາກທົ່ວດິນແດນນັ້ນ, ແລະ ຈະບໍ່ມີຜູ້ໃດລະນຶກເຖິງຮູບເຄົາລົບເຫລົ່ານັ້ນອີກ,” ພຣະເຈົ້າຜູ້ມີລິດອໍານາດຍິ່ງໃຫຍ່ປະກາດດັ່ງນັ້ນ. “ເຮົາຈະກຳຈັດທັງຜູ້ທໍານວາຍປອມ ແລະ ວິນຍານສົກກະປົກອອກໄປຈາກແຜ່ນດິນ.3ແລະ ຖ້າຜູ້ໃດຍັງຝືນທໍານວາຍ, ພໍ່ແມ່ຜູ້ໃຫ້ກຳເນີດພວກເຂົາເອງ, ຈະກ່າວກັບພວກເຂົາວ່າ, ‘ເຈົ້າຕ້ອງຕາຍເພາະເຈົ້າເວົ້າຄວາມບໍ່ຈິງໃນນາມຂອງພຣະເຈົ້າຢາເວ’. ຫລັງຈາກນັ້ນ ພໍ່ແມ່ຂອງພວກເຂົາເອງຈະແທງຜູ້ທີ່ທໍານວາຍ.4“ໃນວັນນັ້ນຜູ້ທຳນວາຍທຸກຄົນຈະອັບອາຍທີ່ເຫັນນິມິດ. ພວກເຂົາຈະບໍ່ໃສເຄື່ອງນຸ່ງຂົນສັດແບບຜູ້ທຳນວາຍເພື່ອຕົບຕາປະຊາຊົນອີກ.5ແຕ່ລະຄົນຈະເວົ້າວ່າ, ‘ຂ້າພະເຈົ້າບໍ່ແມ່ນຜູ້ທຳນວາຍ. ແຕ່ເປັນຊາວນາ; ອາໄສແຜ່ນດິນເປັນບ່ອນເຮັດກິນມາຕັ້ງແຕ່ເປັນບ່າວ ’.6ຖ້າມີຜູ້ໃດຖາມພວກເຂົາວ່າ, ‘ແລ້ວຮອຍແປ້ວເຫລົ່ານີ້ເທິງໂຕເຈົ້າ ໝາຍຄວາມວ່າແນວໃດ’ ເຂົາຈະຕອບວ່າ, ‘ເປັນຮອຍແປ້ວທີ່ໄດ້ມາຈາກບ້ານໝູ່’.ຄົນລ້ຽງແກະຫລັງ, ຝູງແກະກະຈັດກະຈາຍ
7“ພຣະເຈົ້າຢາເວຜູ້ມີລິດອຳນາດຍິ່ງໃຫຍ່ປະກາດວ່າ,ດາບ, ຈົ່ງຕື່ນຂຶ້ນ, ຈົ່ງຂ້າຜູ້ລ້ຽງແກະຂອງເຮົາ,ແລະ ຄົນໃກ້ຊິດຂອງເຮົາ!”“ຈົ່ງຟາດຜູ້ລ້ຽງແກະ,ແລະ ແກະຈະກະຈັດກະຈາຍໄປ,ແລະ ເຮົາຈະຍົກມືຂອງເຮົາຕໍ່ສູ້ຜູ້ເລັກນ້ອຍ”.8ພຣະເຈົ້າຢາເວປະກາດວ່າ,“ສອງສ່ວນສາມຂອງດິນແດນຈະຖືກຂ້າໃຫ້ພິນາດຈິບຫາຍໄປ;ເຫລືອໄວ້ພຽງໜຶ່ງສ່ວນສາມ.9ໜຶ່ງສ່ວນສາມນີ້ເຮົາຈະເອົາໄປໃສ່ໃນໄຟ;ເຮົາຈະຫລອມພວກເຂົາດັ່ງເງິນແລະ ທົດສອບພວກເຂົາດັ່ງ່ຄຳພວກເຂົາຈະຮ້ອງຫານາມຂອງເຮົາແລະ ເຮົາຈະຕອບພວກເຂົາ;ເຮົາຈະກ່າວວ່າ, ‘ພວກເຂົາເປັນປະຊາຊົນຂອງເຮົາ,’ແລະ ພວກເຂົາຈະກ່າວວ່າ, ‘ພຣະເຈົ້າຢາເວເປັນພຣະເຈົ້າຂອງພວກເຮົາ’ ”.Biblica, Inc.