ພຣະນິມິດ1
ບົດບັນຍາຍ
1ນີ້ຄືການເປີດເຜີຍຈາກພຣະເຢຊູຄຣິດເຈົ້າ, ເຊິ່ງພຣະເຈົ້າໄດ້ມອບໃຫ້ແກ່ພຣະອົງເພື່ອສະແດງໃຫ້ບັນດາຜູ້ຮັບໃຊ້ຂອງພຣະອົງເຫັນສິ່ງທີ່ຈະຕ້ອງເກີດຂຶ້ນໃນບໍ່ຊ້ານີ້. ພຣະອົງໄດ້ໃຊ້ເທວະດາຂອງພຣະອົງໄປສະແດງແກ່ໂຢຮັນຜູ້ຮັບໃຊ້ຂອງພຣະອົງ,2ໂຢຮັນໄດ້ເປັນພະຍານທຸກສິ່ງທີ່ເພິ່ນໄດ້ເຫັນ ນັ້ນແມ່ນຖ້ອຍຄຳຂອງພຣະເຈົ້າ ແລະ ຄຳພະຍານຂອງພຣະເຢຊູຄຣິດເຈົ້າ.3ຄວາມສຸກມີແກ່ຜູ້ທີ່ອ່ານຖ້ອຍຄຳຂອງຄຳທຳນວາຍນີ້ດ້ວຍສຽງດັງໆ ແລະ ຄວາມສຸກເປັນຂອງຜູ້ທີ່ໄດ້ຍິນແລ້ວຈື່ຈຳໃສ່ໃຈໃນສິ່ງທີ່ໄດ້ຂຽນໄວ້ໃນພຣະຄຳພີນີ້, ເພາະເວລານັ້ນໃກ້ເຂົ້າມາແລ້ວ.ຄຳທັກທາຍ ແລະ ບົດເພງສັນເສີນ
4ຈົດໝາຍສະບັບນີ້ຈາກເຮົາໂຢຮັນ,ເຖິງຄຣິສຕະຈັກທັງເຈັດໃນແຂວງເອເຊຍ.
ຂໍໃຫ້ພຣະຄຸນ ແລະ ສັນຕິສຸກຈົ່ງມີແກ່ພວກເຈົ້າທັງຫລາຍຈາກພຣະອົງຜູ້ດຳລົງຢູ່ໃນປັດຈຸບັນ, ຜູ້ດຳລົງຢູ່ໃນອະດີດ, ຜູ້ຈະມາ ແລະ ຈາກວິນຍານ ທັງເຈັດທີ່ຢູ່ຕໍ່ໜ້າບັນລັງຂອງພຣະອົງ,5ແລະ ຈາກພຣະເຢຊູຄຣິດເຈົ້າຜູ້ເປັນພະຍານທີ່ສັດຊື່, ຜູ້ເປັນບຸດກົກຈາກບັນດາຄົນຕາຍ ແລະ ເປັນຜູ້ປົກຄອງເໜືອກະສັດທັງຫລາຍຂອງໂລກ.
ແດ່ພຣະອົງຜູ້ຮັກພວກເຮົາທັງຫລາຍ ແລະ ໄດ້ປົດປ່ອຍພວກເຮົາໃຫ້ພົ້ນຈາກຄວາມບາບຂອງພວກເຮົາໂດຍໂລຫິດຂອງພຣະອົງ,6ແລະ ພຣະອົງໄດ້ຕັ້ງພວກເຮົາໃຫ້ເປັນອານາຈັກ ແລະ ເປັນປະໂລຫິດເພື່ອຮັບໃຊ້ພຣະເຈົ້າ ແລະ ພຣະບິດາຂອງພຣະອົງ, ຂໍໃຫ້ກຽດ ແລະ ລິດອຳນາດຈົ່ງມີແກ່ພຣະອົງຕະຫລອດໄປເປັນນິດ! ອາແມນ.7“ເບິ່ງແມ, ພຣະອົງກຳລັງມາພ້ອມກັບເມກທັງຫລາຍ,” ແລະ “ຕາທຸກໜ່ວຍຈະເຫັນພຣະອົງ,ແມ່ນແຕ່ຄົນເຫລົ່ານັ້ນທີ່ໄດ້ແທງພຣະອົງ,”ແລະ ມະນຸດທັງໝົດເທິງແຜ່ນດິນໂລກ “ຈະໂສກເສົ້າເພາະພຣະອົງ”. ແລ້ວຈະເປັນໄປຢ່າງນັ້ນ! ອາແມນ.8ອົງພຣະຜູ້ເປັນເຈົ້າພຣະເຈົ້າກ່າວວ່າ, “ເຮົາເປັນອາລະຟາ ແລະ ໂອເມຄາ ຜູ້ດຳລົງຢູ່ໃນປັດຈຸບັນ, ຜູ້ດຳລົງຢູ່ໃນອະດີດ ແລະ ຜູ້ຈະມາ, ເຮົາຄືອົງລິດອຳນາດຍິ່ງໃຫຍ່”.
ນິມິດຂອງໂຢຮັນກ່ຽວກັບພຣະຄຣິດເຈົ້າ
9ຂ້າພະເຈົ້າຄືໂຢຮັນ ຜູ້ເປັນພີ່ນ້ອງ ແລະ ເປັນເພື່ອນຂອງພວກເຈົ້າ ຜູ້ຮ່ວມໃນການທົນທຸກທໍລະມານ ແລະ ໃນອານາຈັກ ແລະ ໃນອົດທົນອົດກັ້ນທີ່ເກີດຂຶ້ນກັບພວກເຮົາໃນພຣະເຢຊູເຈົ້າ, ຂ້າພະເຈົ້າມາຢູ່ທີ່ເກາະປັດໂມເພາະພຣະຄຳຂອງພຣະເຈົ້າ ແລະ ຄຳພະຍານຂອງພຣະເຢຊູເຈົ້າ.10ໃນວັນຂອງອົງພຣະຜູ້ເປັນເຈົ້າ ຂ້າພະເຈົ້າຢູ່ໃນພຣະວິນຍານ ແລະ ໄດ້ຍິນສຽງຄ້າຍຄືສຽງແກດັງຂຶ້ນທາງດ້ານຫລັງຂອງຂ້າພະເຈົ້າ,11ເຊິ່ງກ່າວວ່າ: “ຈົ່ງຂຽນສິ່ງທີ່ເຈົ້າເຫັນນັ້ນລົງໃນໜັງສືມ້ວນ ແລະ ສົ່ງໄປຍັງຄຣິສຕະຈັກທັງເຈັດຄື: ຄຣິສຕະຈັກທີ່ຢູ່ໃນເມືອງເອເຟໂຊ, ເມືອງຊະມີນາ, ເມືອງເປຄາໂມ, ເມືອງທົວເຕຣາ, ເມືອງຊາເດ, ເມືອງຟີລາເດັນເຟຍ ແລະ ເມືອງລາວດີເກອາ”.12ຂ້າພະເຈົ້າຫັນໄປເບິ່ງສຽງທີ່ກຳລັງເວົ້າກັບຂ້າພະເຈົ້າ. ແລະ ເມື່ອຂ້າພະເຈົ້າຫັນໄປຂ້າພະເຈົ້າໄດ້ເຫັນຫລັກຕະກຽງຄຳເຈັດອັນ,13ແລະ ໃນທ່າມກາງຫລັກຕະກຽງເຫລົ່ານັ້ນມີຜູ້ໜຶ່ງ “ເໝືອນດັ່ງບຸດມະນຸດ,” ນຸ່ງເສື້ອຄຸມຍາວຈົນເຖິງຕີນ ແລະ ມີສາຍສະພາຍຄຳພາດອ້ອມເອິກຂອງພຣະອົງ.14ຜົມຢູ່ເທິງຫົວຂອງພຣະອົງຂາວເໝືອນດັ່ງຂົນແກະ, ຂາວເໝືອນດັ່ງຫິມະ, ຕາຂອງພຣະອົງເໝືອນດັ່ງໄຟທີ່ກຳລັງລຸກໄໝ້.15ຕີນຂອງພຣະອົງເໝືອນດັ່ງທອງສຳລິດທີ່ເຮືອງແສງຢູ່ໃນເຕົາຫລອມ ແລະ ສຽງຂອງພຣະອົງເໝືອນດັ່ງສຽງນ້ຳທີ່ໄຫລແຮງ.16ພຣະອົງຖືດາວເຈັດດວງໄວ້ໃນມືຂວາຂອງພຣະອົງ ແລະ ມີດາບສອງຄົມອອກມາຈາກປາກຂອງພຣະອົງ. ໃບໜ້າຂອງພຣະອົງເໝືອນດັ່ງດວງຕາເວັນທີ່ສ່ອງແສງກ້າ.17ເມື່ອຂ້າພະເຈົ້າເຫັນພຣະອົງ ຂ້າພະເຈົ້າກໍລົ້ມລົງທີ່ຕີນຂອງພຣະອົງເໝືອນກັບຄົນທີ່ຕາຍແລ້ວ. ຫລັງຈາກນັ້ນ ພຣະອົງວາງມືຂວາຂອງພຣະອົງເທິງຂ້າພະເຈົ້າ ແລະ ກ່າວວ່າ: “ຢ່າຢ້ານເລີຍ. ເຮົາເປັນເບື້ອງຕົ້ນ ແລະ ເປັນເບື້ອງປາຍ.18ເຮົາເປັນອົງຜູ້ດຳລົງຊີວິດຢູ່; ເຮົາໄດ້ຕາຍແລ້ວ ແລະ ບັດນີ້ ເບິ່ງແມ, ເຮົາຍັງມີຊີວິດຢູ່ຕະຫລອດໄປເປັນນິດ! ແລະ ເຮົາຖືກະແຈແຫ່ງຄວາມຕາຍ ແລະ ແດນມໍລະນາ.19“ເຫດສະນັ້ນ, ຈົ່ງຂຽນສິ່ງທີ່ເຈົ້າໄດ້ເຫັນ, ສິ່ງທີ່ເປັນຢູ່ຂະນະນີ້ ແລະ ສິ່ງທີ່ຈະເກີດຂຶ້ນໃນພາຍໜ້າ.20ຄວາມເລິກລັບຂອງດາວເຈັດດວງທີ່ເຈົ້າເຫັນຢູ່ໃນມືຂວາຂອງເຮົາ ແລະ ຄວາມເລິກລັບຂອງຫລັກຕະກຽງຄຳທັງເຈັດມີດັ່ງນີ້: ດາວເຈັດດວງຄືເທວະດາ ແຫ່ງຄຣິສຕະຈັກທັງເຈັດ ແລະ ຫລັກຕະກຽງຄຳເຈັດອັນຄືຄຣິສຕະຈັກທັງເຈັດ.Biblica, Inc.