ຢູດາ1
1ຈົດໝາຍສະບັບນີ້ຈາກເຮົາຢູດາ ຜູ້ເປັນຜູ້ຮັບໃຊ້ຂອງພຣະເຢຊູຄຣິດເຈົ້າ ແລະ ເປັນນ້ອງຊາຍຂອງຢາໂກໂບ.
ເຖິງບັນດາຜູ້ທີ່ໄດ້ຮັບການເອີ້ນ ເຊິ່ງເປັນທີ່ຮັກຂອງພຣະເຈົ້າພຣະບິດາ ແລະ ຮັກສາໄວ້ເພື່ອ ພຣະເຢຊູຄຣິດເຈົ້າ.2ຂໍໃຫ້ຄວາມເມດຕາ, ສັນຕິສຸກ ແລະ ຄວາມຮັກຈົ່ງມີແກ່ພວກເຈົ້າທັງຫລາຍຢ່າງເຫລືອລົ້ນ.
ເຖິງບັນດາຜູ້ທີ່ໄດ້ຮັບການເອີ້ນ ເຊິ່ງເປັນທີ່ຮັກຂອງພຣະເຈົ້າພຣະບິດາ ແລະ ຮັກສາໄວ້ເພື່ອ ພຣະເຢຊູຄຣິດເຈົ້າ.2ຂໍໃຫ້ຄວາມເມດຕາ, ສັນຕິສຸກ ແລະ ຄວາມຮັກຈົ່ງມີແກ່ພວກເຈົ້າທັງຫລາຍຢ່າງເຫລືອລົ້ນ.
ຄວາມບາບ ແລະ ຄວາມຈິບຫາຍຂອງຄົນອະທຳ
3ເພື່ອນທີ່ຮັກທັງຫລາຍ ເຖິງແມ່ນວ່າເຮົາກະຕືລືລົ້ນຫລາຍທີ່ຈະຂຽນເຖິງພວກເຈົ້າກ່ຽວກັບຄວາມພົ້ນທີ່ພວກເຮົາມີຮ່ວມກັນ, ເຮົາກໍຮູ້ສຶກວ່າຈຳເປັນຕ້ອງຂຽນມາໃຫ້ກຳລັງໃຈພວກເຈົ້າໃຫ້ຕໍ່ສູ້ເພື່ອຄວາມເຊື່ອ ເຊິ່ງໄດ້ມອບໝາຍໃຫ້ແກ່ຄົນບໍລິສຸດຂອງພຣະເຈົ້າເທື່ອດຽວສຳລັບຕະຫລອດໄປ.4ຄຳພິພາກສາຂອງຄົນເຫລົ່ານີ້ໄດ້ຖືກບັນທຶກ ໄວ້ດົນແລ້ວ ເນື່ອງຈາກວ່າມີບາງຄົນໄດ້ປອມໂຕເຂົ້າມາໃນທ່າມກາງພວກເຈົ້າ. ພວກເຂົາເປັນຄົນອະທຳ ບິດເບືອນພຣະຄຸນຂອງພຣະເຈົ້າເພື່ອເປັນຊ່ອງທາງໃຫ້ເຮັດຜິດສິນທຳ ແລະ ປະຕິເສດພຣະເຢຊູຄຣິດເຈົ້າຜູ້ເປັນອົງເຈົ້ານາຍ ແລະ ເປັນອົງພຣະຜູ້ເປັນເຈົ້າແຕ່ພຽງອົງດຽວຂອງພວກເຮົາ.5ເຖິງແມ່ນວ່າພວກເຈົ້າຮູ້ຂໍ້ຄວາມເຫລົ່ານີ້ໝົດແລ້ວ ເຮົາກໍຍັງຢາກເຕືອນພວກເຈົ້າໃຫ້ລະນຶກວ່າອົງພຣະຜູ້ເປັນເຈົ້າ ໄດ້ປົດປ່ອຍຄົນຂອງພຣະອົງອອກຈາກເອຢິບ ແຕ່ຕໍ່ມາກໍທຳລາຍບັນດາຜູ້ທີ່ບໍ່ເຊື່ອ.6ແລະ ບັນດາເທວະດາຜູ້ທີ່ບໍ່ຮັກສາອຳນາດໜ້າທີ່ຂອງຕົນ ແຕ່ໄດ້ປະຖິ້ມຖິ່ນຖານທີ່ຢູ່ຂອງຕົນເອງ ພຣະອົງໄດ້ກັກຂັງເທວະດາເຫລົ່ານີ້ໄວ້ໃນບ່ອນມືດ, ລ່າມດ້ວຍໂສ້ຕະຫລອດໄປເປັນນິດເພື່ອລໍຖ້າການພິພາກສາໃນວັນອັນຍິ່ງໃຫຍ່ນັ້ນ.7ໃນທຳນອງດຽວກັນ, ເມືອງໂຊໂດມ, ເມືອງໂກໂມຣາ ແລະ ເມືອງຕ່າງໆທີ່ຢູ່ອ້ອມທີ່ນັ້ນໄດ້ປ່ອຍຕົນເອງໃຫ້ເຮັດຜິດສິນທຳທາງເພດ ແລະ ລາຄະຕັນຫາ. ພວກເຂົາເປັນຕົວຢ່າງຂອງບັນດາຜູ້ທີ່ຈະຮັບໂທດໃນໄຟນິລັນດອນ.8ໃນທາງດຽວກັນ ໃນຄວາມເພີ້ຝັນຂອງພວກເຂົາຄົນອະທຳເຫລົ່ານີ້ກໍເປັນແບບດຽວກັນເລີຍ ພວກເຂົາປ່ອຍໃຫ້ຮ່າງກາຍຂອງຕົນເປື້ອນເປິ, ປະຕິເສດສິດອຳນາດ ແລະ ດ່າເທວະດາເບື້ອງເທິງ.9ແມ່ນແຕ່ມີຄາເອນຫົວໜ້າເທວະດາ ເມື່ອເພິ່ນໂຕ້ແຍ້ງກັບມານຮ້າຍເລື່ອງສົບຂອງໂມເຊນັ້ນກໍຍັງບໍ່ກ້າກ່າວໂທດມານຮ້າຍທີ່ກ່າວໃສ່ຮ້າຍ ແຕ່ເວົ້າວ່າ, “ໃຫ້ອົງພຣະຜູ້ເປັນເຈົ້າຈັດການກັບເຈົ້າ!”10ເຖິງປານນັ້ນຄົນເຫລົ່ານີ້ໝິ່ນປະໝາດໃນສິ່ງທີ່ຕົນບໍ່ເຂົ້າໃຈ ແລະ ທຸກສິ່ງທີ່ພວກເຂົາເຂົ້າໃຈໂດຍສັນຊາດຕະຍານເໝືອນສັດເດຍລະສານທີ່ບໍ່ຮູ້ຈັກໃຊ້ເຫດຜົນ ສິ່ງເຫລົ່ານີ້ແຫລະຈະທຳລາຍພວກເຂົາ.11ວິບັດແກ່ພວກເຂົາ! ພວກເຂົາໄດ້ດຳເນີນຕາມແນວທາງຂອງກາອິນ ພວກເຂົາໄດ້ປ່ອຍໃຫ້ຕົນເອງເຂົ້າສູ່ຄວາມຜິດພາດຂອງບາລາອາມ ເພາະເຫັນແກ່ຜົນປະໂຫຍດ ພວກເຂົາໄດ້ຖືກທຳລາຍໄປໃນການກະບົດຂອງໂກຣາ.12ຄົນເຫລົ່ານີ້ເປັນຮອຍຕຳໜິໃນງານລ້ຽງແຫ່ງຄວາມຮັກຂອງພວກເຈົ້າ ພວກເຂົາຮ່ວມກິນກັບພວກເຈົ້າໂດຍບໍ່ຢ້ານກົວເລິີຍ ເປັນເໝືອນຄົນລ້ຽງແກະທີ່ລ້ຽງແຕ່ຕົນເອງ. ພວກເຂົາເປັນເມກທີ່ບໍ່ມີຝົນ, ຖືກພັດໄປຕາມລົມ, ເປັນຕົ້ນໄມ້ທີ່ບໍ່ເກີດຜົນຕາມລະດູ ແລະ ຖືກຖອນຮາກຖອນເຫງົ້າຕາຍແລ້ວຕາຍອີກ.13ພວກເຂົາເປັນຄື້ນຟອງນໍ້າໃນທະເລທີ່ຊັດຄວາມອັບອາຍຂອງຕົນຂຶ້ນເປັນຟອງ, ພວກເຂົາເປັນບັນດາດາວທີ່ຫລຸດອອກຈາກວົງໂຄຈອນ, ຄວາມມືດທີ່ສຸດໄດ້ຖືກສະຫງວນໄວ້ໃຫ້ພວກເຂົາຕະຫລອດໄປ.14ເອນົກ ເປັນລຸ້ນທີເຈັດນັບຈາກອາດາມ ໄດ້ທຳນວາຍກ່ຽວກັບພວກເຂົາວ່າ: “ເບິ່ງແມ, ອົງພຣະຜູ້ເປັນເຈົ້າກຳລັງມາພ້ອມດ້ວຍຜູ້ບໍລິສຸດຂອງພຣະອົງນັບເປັນພັນໆ15ເພື່ອພິພາກສາທຸກຄົນ ແລະ ລົງໂທດພວກເຂົາທັງໝົດຈາກການອະທຳທີ່ພວກເຂົາໄດ້ເຮັດໄປຕາມທາງອະທຳຂອງພວກເຂົາ ແລະ ທຸກຄຳຕໍ່ຕ້ານທີ່ຄົນບາບຄົນອະທຳໄດ້ກ່າວຕໍ່ສູ້ພຣະອົງ”16ຄົນເຫລົ່ານີ້ມັກຈົ່ມ ແລະ ມັກຈັບຜິດ, ພວກເຂົາເຮັດຕາມຕັນຫາຊົ່ວຂອງຕົນ, ພວກເຂົາອວດອ້າງຕົນເອງ ແລະ ຍົກຍ້ອງຄົນອື່ນເພື່ອຫາປະໂຫຍດໃສ່ຕົນເອງ.ຮຽກຮ້ອງໃຫ້ມີຄວາມອົດທົນ
17ແຕ່ເພື່ອນທີ່ຮັກທັງຫລາຍ ຈົ່ງລະນຶກເຖິງສິ່ງທີ່ບັນດາອັກຄະສາວົກຂອງພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາໄດ້ບອກໄວ້ກ່ອນລ່ວງໜ້າແລ້ວ.18ພວກເພິ່ນໄດ້ກ່າວກັບພວກທ່ານວ່າ, “ໃນຍຸກສຸດທ້າຍຈະມີຄົນມັກເຢາະເຢີ້ຍ ເຊິ່ງເຮັດຕາມຕັນຫາຊົ່ວຂອງຕົນເອງ”.19ຄົນເຫລົ່ານີ້ເຮັດໃຫ້ພວກທ່ານແຕກແຍກກັນ, ພວກເຂົາເຮັດຕາມສັນຊາດຕະຍານເທົ່ານັ້ນ ແລະ ບໍ່ມີພຣະວິນຍານ.20ສ່ວນພວກທ່ານ, ເພື່ອນທີ່ຮັກທັງຫລາຍເອີຍ, ຈົ່ງເສີມສ້າງກັນຂຶ້ນໃນຄວາມເຊື່ອອັນບໍລິສຸດທີ່ພວກທ່ານມີຢູ່ ແລະ ຈົ່ງອະທິຖານໃນພຣະວິນຍານບໍລິສຸດເຈົ້າ21ຈົ່ງຮັກສາຕົນເອງໄວ້ໃນຄວາມຮັກຂອງພຣະເຈົ້າຂະນະທີ່ພວກທ່ານລໍຖ້າຄວາມເມດຕາຂອງພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາໃຫ້ນຳພວກທ່ານໄປສູ່ຊີວິດນິລັນດອນ.22ຈົ່ງສະແດງຄວາມເມດຕາແກ່ຜູ້ທີ່ສົງໄສ,23ຈົ່ງຊ່ວຍຄົນອື່ນໃຫ້ພົ້ນໂດຍການດຶງພວກເຂົາອອກມາຈາກໄຟ, ຈົ່ງສະແດງຄວາມເມດຕາແກ່ຄົນອື່ນດ້ວຍຄວາມຢຳເກງ ຈົ່ງກຽດຊັງແມ່ນແຕ່ເສື້ອຜ້າທີ່ເປື້ອນເປິດ້ວຍລາຄະຕັນຫາຂອງເນື້ອໜັງ.ບົດເພງສັນເສີນ
24ແດ່ພຣະອົງຜູ້ສາມາດຄຸ້ມຄອງພວກເຈົ້າບໍ່ໃຫ້ລົ້ມລົງ ແລະ ໃຫ້ພວກເຈົ້າຢູ່ຕໍ່ໜ້າສະຫງ່າລາສີຂອງພຣະອົງ ໂດຍບໍ່ມີຕຳໜິ ແລະ ດ້ວຍຄວາມຊື່ນຊົມຍິນດີອັນໃຫຍ່25ຄືແດ່ພຣະເຈົ້າອົງດຽວຜູ້ເປັນພຣະຜູ້ຊ່ວຍໃຫ້ພົ້ນຂອງພວກເຮົາ. ຂໍໃຫ້ກຽດ, ບາລະມີ, ລິດອຳນາດ ແລະ ສິດອຳນາດ ຈົ່ງມີແກ່ພຣະອົງຜ່ານທາງພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາ, ທຸກຍຸກທັງໃນອະດີດ, ປັດຈຸບັນ ແລະ ສືບໆໄປເປັນນິດ! ອາແມນ.Biblica, Inc.