ຈົດບັນຊີ16
ໂກຣາ, ດາທານ ແລະ ອາບີຣາມ
1ໂກຣາລູກຊາຍຂອງອີຊະຮາດ, ຜູ້ເປັນລູກຊາຍຂອງໂກຮາດ, ຜູ້ເປັນລູກຊາຍຂອງເລວີ ແລະ ສະມາຊິກຂອງເຜົ່າຣູເບັນຈຳນວນໜຶ່ງຄື: ດາທານກັບອາບີຣາມ, ລູກຊາຍຂອງເອລີອາບ, ແລະ ໂອນລູກຊາຍຂອງເປເລັດໄດ້ກາຍເປັນຜູ້ຈອງຫອງ 2ແລະ ລຸກຮື້ຂຶ້ນຕໍ່ຕ້ານໂມເຊ. ພວກເຂົາມີດ້ວຍກັນ 250 ຄົນທີ່ເປັນຊາຍຄົນອິດສະຣາເອນ, ເປັນຜູ້ນຳທີ່ມີຊື່ສຽງໃນຊຸມຊົນທີ່ເຄີຍໄດ້ຮັບການແຕ່ງຕັ້ງໃຫ້ເປັນສະມາຊິກສະພາ.3ພວກເຂົາມາລວມກັນເປັນກຸ່ມເພື່ອຕໍ່ຕ້ານໂມເຊກັບອາໂຣນ ແລະ ກ່າວຕໍ່ພວກເພິ່ນວ່າ, “ພວກທ່ານເຮັດໂພດເກີນໄປແລ້ວ! ຊຸມຊົນທັງໝົດກໍເປັນຜູ້ບໍລິສຸດ, ພຣະເຈົ້າຢາເວກໍສະຖິດຢູ່ກັບພວກເຂົາທຸກຄົນ. ແລ້ວເປັນຫຍັງພວກທ່ານຈຶ່ງຕັ້ງພວກທ່ານເອງຂຶ້ນຢູ່ເໜືອຊຸມຊົນຂອງພຣະເຈົ້າຢາເວ?”4ເມື່ອໂມເຊໄດ້ຍິນເຊັ່ນນີ້ແລ້ວ, ເພິ່ນກໍໝູບໜ້າລົງ.5ແລ້ວເພິ່ນຈຶ່ງເວົ້າຕໍ່ໂກຣາ ແລະ ຜູ້ຕິດຕາມຂອງລາວວ່າ: “ມື້ອື່ນນີ້ພຣະເຈົ້າຢາເວຈະສະແດງໃຫ້ເຫັນວ່າຜູ້ໃດເປັນຄົນຂອງພຣະອົງ ແລະ ຜູ້ໃດເປັນຜູ້ບໍລິສຸດ, ແລະ ພຣະອົງຈະໃຫ້ຄົນນັ້ນເຂົ້າມາໃກ້ພຣະອົງ. ຜູ້ທີ່ພຣະອົງເລືອກ ພຣະອົງຈະເຮັດໃຫ້ເຂົ້າມາໃກ້ພຣະອົງ.6ເຈົ້າ, ໂກຣາ, ແລະ ຜູ້ຕິດຕາມຂອງພວກເຈົ້າທັງໝົດຈົ່ງເຮັດຢ່າງນີ້: ຈົ່ງເອົາກະຖາງໄຟມາ7ແລະ ມື້ອື່ນຈົ່ງໃສ່ຖ່ານໄຟທີ່ໄໝ້ຢູ່ ແລະ ເອົາເຄື່ອງຫອມໂຮຍລົງໃສ່ໃນຖ່ານໄຟນັ້ນຕໍ່ໜ້າພຣະເຈົ້າຢາເວ. ຜູ້ທີ່ພຣະເຈົ້າຢາເວເລືອກຈະເປັນຜູ້ບໍລິສຸດ. ພວກເຈົ້າຄົນເລວີເອີຍ ແມ່ນພວກເຈົ້ານັ້ນແຫລະທີ່ເຮັດເກີນໄປແລ້ວ!”8ໂມເຊເວົ້າກັບໂກຣາເໝືອນກັນວ່າ, “ບັດນີ້ ຈົ່ງຟັງເທີນ, ເຈົ້າຄົນເລວີເອີຍ!9ຍັງບໍ່ພໍສຳລັບເຈົ້າບໍທີ່ພຣະເຈົ້າແຫ່ງອິດສະຣາເອນໄດ້ແຍກເຈົ້າອອກຈາກຊຸມຊົນອິດສະຣາເອນທີ່ເຫລືອ ແລະ ນຳເຈົ້າເຂົ້າມາໃກ້ພຣະອົງເພື່ອມາປະຕິບັດໜ້າທີ່ໃນຫໍເຕັນຂອງພຣະເຈົ້າຢາເວ ແລະ ເພື່ອຢືນຢູ່ຕໍ່ໜ້າຊຸມຊົນ ແລະ ຮັບໃຊ້ພວກເຂົາ?10ພຣະອົງໄດ້ນຳເອົາເຈົ້າ ແລະ ພີ່ນ້ອງຄົນເລວີເຂົ້າມາໃກ້ພຣະອົງ ແຕ່ຂະນະນີ້ພວກເຈົ້າກຳລັງພະຍາຍາມຢາກໄດ້ຕຳແໜ່ງປະໂລຫິດດ້ວຍ.11ສິ່ງນີ້ເປັນການຕໍ່ສູ້ພຣະເຈົ້າຢາເວທີ່ເຈົ້າ ແລະ ພວກຜູ້ຕິດຕາມຂອງພວກເຈົ້າໄດ້ລວມຕົວກັນອາໂຣນເປັນຜູ້ໃດທີ່ພວກເຈົ້າຈະຕ້ອງຈົ່ມຕໍ່ຕ້ານລາວ?”12ແລ້ວໂມເຊຈຶ່ງເອີ້ນດາທານ ແລະ ອາບີຣາມ, ລູກຊາຍຂອງເອລີອາບມາພົບ. ແຕ່ພວກເຂົາເວົ້າວ່າ, “ພວກເຮົາຈະບໍ່ໄປ!13ທ່ານໄດ້ພາພວກເຮົາອອກມາຈາກດິນແດນອັນອຸດົມດ້ວຍນ້ຳນົມ ແລະ ນ້ຳເຜິ້ງເພື່ອຂ້າພວກເຮົາໃນຖິ່ນແຫ້ງແລ້ງກັນດານນີ້ຍັງບໍ່ພໍບໍ? ແລະ ຂະນະນີ້ທ່ານຍັງຢາກເປັນເຈົ້ານາຍເໜືອພວກເຮົາອີກບໍ?14ຍິ່ງໄປກວ່ານັ້ນ, ທ່ານກໍບໍ່ໄດ້ນຳເອົາພວກເຮົາເຂົ້າສູ່ດິນແດນອັນອຸດົມດ້ວຍນ້ຳນົມ ແລະ ນ້ຳເຜິ້ງ ຫລື ຍົກໄຮ່ນາ ແລະ ສວນອະງຸ່ນໃຫ້ເປັນມໍລະດົກແກ່ພວກເຮົາ. ທ່ານຕ້ອງການຈະປະຕິບັດຕໍ່ຄົນເຫລົ່ານີ້ເໝືອນດັ່ງຂ້າທາດຊັ້ນບໍ? ບໍ່ດອກ, ພວກເຮົາຈະບໍ່ໄປ!”15ແລ້ວໂມເຊກໍເກີດຄວາມໃຈຮ້າຍຫລາຍ ແລະ ກ່າວຕໍ່ພຣະເຈົ້າຢາເວວ່າ, “ຂໍຢ່າຮັບເອົາເຄື່ອງຖວາຍບູຊາຂອງພວກເຂົາເລີຍ. ຂ້ານ້ອຍບໍ່ເຄີຍແມ່ນແຕ່ເອົາລໍໂຕໜຶ່ງຈາກພວກເຂົາ, ແລະ ບໍ່ເຄີຍເຮັດສິ່ງໃດຜິດຕໍ່ພວກເຂົາ”.16ໂມເຊກ່າວຕໍ່ໂກຣາວ່າ, “ມື້ອື່ນເຈົ້າກັບພວກຜູ້ຕິດຕາມພວກເຈົ້າຈົ່ງເຂົ້າມາປາກົດໂຕຕໍ່ໜ້າພຣະເຈົ້າຢາເວ ທັງເຈົ້າ ແລະ ອາໂຣນດ້ວຍ.17ແຕ່ລະຄົນຈົ່ງເອົາກະຖາງໄຟໃສ່ເຄື່ອງຫອມມາຄົນລະໜຶ່ງກະຖາງ, ລວມທັງໝົດ 250 ກະຖາງ ແລະ ນຳກະຖາງນັ້ນມາຕໍ່ໜ້າພຣະເຈົ້າຢາເວ. ເຈົ້າກັບອາໂຣນກໍຈະຕ້ອງນະກະຖາງໄຟນັ້ນມາດ້ວຍ”.18ດັ່ງນັ້ນ ແຕ່ລະຄົນຈຶ່ງນຳກະຖາງໄຟຂອງຕົນມາ, ຈຸດໄຟໃສ່ເຄື່ອງຫອມ ແລະ ຢືນຢູ່ກັບໂມເຊ ແລະ ອາໂຣນທີ່ທາງເຂົ້າສູ່ເຕັນນັດພົບ.19ເມື່ອໂກຣາຮວບຮວມຜູ້ຕິດຕາມທັງໝົດຂອງລາວທີ່ຕໍ່ຕ້ານພວກເພິ່ນມາທີ່ທາງເຂົ້າເຕັນນັດພົບແລ້ວ, ສະຫງ່າລາສີຂອງພຣະເຈົ້າຢາເວກໍໄດ້ປາກົດຕໍ່ຊຸມຊົນທັງໝົດ.20ພຣະເຈົ້າຢາເວກ່າວແກ່ໂມເຊ ແລະ ອາໂຣນວ່າ,21“ຈົ່ງແຍກພວກເຈົ້າເອງອອກຈາກຊຸມຊົນນີ້ ເພື່ອວ່າເຮົາຈະໄດ້ທຳລາຍພວກເຂົາໃນຊົ່ວພິບຕານີ້ເລີຍ”.22ແຕ່ໂມເຊ ແລະ ອາໂຣນໝູບໜ້າລົງ ແລະ ຮ້ອງອອກວ່າ, “ຂ້າແດ່ພຣະພຣະເຈົ້າຜູ້ໃຫ້ລົມຫາຍໃຈແກ່ທຸກສິ່ງທີ່ມີຊີວິດ, ພຣະອົງຈະໂກດຮ້າຍໃຫ້ຊຸມຊົນທັງໝົດເມື່ອພຽງຄົນດຽວເຮັດບາບບໍ?”23ແລ້ວພຣະເຈົ້າຢາເວກ່າວແກ່ໂມເຊວ່າ,24“ຈົ່ງບອກຊຸມຊົນວ່າ, ‘ຈົ່ງຖອຍຫ່າງອອກຈາກເຕັນຂອງໂກຣາ, ດາທານ ແລະ ອາບີຣາມ’ ”.25ໂມເຊຈຶ່ງລຸກຂຶ້ນ ແລະ ໄປຫາດາທານກັບອາບີຣາມ, ແລະ ພວກຜູ້ອາວຸໂສຂອງອິດສະຣາເອນກໍຕິດຕາມເພິ່ນໄປ.26ເພິ່ນໄດ້ເຕືອນຊຸມຊົນວ່າ, “ຈົ່ງຖອຍຫ່າງອອກຈາກເຕັນຂອງຄົນຊົ່ວຮ້າຍພວກນີ້! ຢ່າແຕະຕ້ອງສິ່ງຂອງໃດໆທີ່ເປັນຂອງພວກເຂົາ, ບໍ່ດັ່ງນັ້ນພວກເຈົ້າຈະຖືກກວາດລ້າງໄປເພາະຄວາມບາບທັງໝົດຂອງພວກເຂົາ”.27ດັ່ງນັ້ນພວກເຂົາຈຶ່ງຍ້າຍອອກຈາກເຕັນຂອງໂກຣາ, ດາທານ ແລະ ອາບີຣາມ. ດາທານກັບອາບີຣາມໄດ້ອອກມາ ແລະ ຢືນຢູ່ກັບເມຍ, ລູກ ແລະ ລູກນ້ອຍຂອງພວກເຂົາທີ່ທາງເຂົ້າເຕັນຂອງພວກເຂົາ.28ແລ້ວໂມເຊກ່າວວ່າ, “ໂດຍວິທີນີ້ພວກເຈົ້າຈະໄດ້ຮູ້ຈັກວ່າ ພຣະເຈົ້າຢາເວໄດ້ໃຊ້ຂ້າພະເຈົ້າໃຫ້ເຮັດສິ່ງທັງໝົດເຫລົ່ານີ້ ແລະ ບໍ່ແມ່ນຄວາມຄິດຂອງຂ້າພະເຈົ້າເອງ:29ຖ້າຄົນເຫລົ່ານີ້ຕາຍໄປຕາມທຳມະຊາດຂອງຄວາມຕາຍ ແລະ ທົນທຸກຕາມຊະຕາກຳຂອງມະນຸດ, ແລ້ວພຣະເຈົ້າຢາເວກໍບໍ່ໄດ້ໃຊ້ຂ້າພະເຈົ້າມາດອກ.30ແຕ່ຖ້າພຣະເຈົ້າຢາເວນຳເອົາບາງສິ່ງທີ່ບໍ່ເຄີຍເກີດຂຶ້ນມາກ່ອນ ແລະ ແຜ່ນດິນໂລກເປີດປາກອອກ ແລະ ກືນເອົາຄົນເຫລົ່ານັ້ນ, ພ້ອມທັງທຸກສິ່ງທີ່ເປັນຂອງພວກເຂົາ, ແລະ ພວກເຂົາກໍລົງໄປສູ່ແດນແຫ່ງຄວາມຕາຍທັງເປັນ, ແລ້ວພວກເຈົ້າຈະຮູ້ຈັກວ່າຄົນເຫລົ່ານີ້ໄດ້ປະຕິບັດຕໍ່ພຣະເຈົ້າດ້ວຍການດູຖູກ”.31ທັນທີທີ່ໂມເຊເວົ້າສິ່ງທັງໝົດນີ້ຈົບ, ພື້ນດິນທີ່ຢູ່ລຸ່ມພວກເຂົາຢືນຢູ່ກໍແຍກອອກຈາກກັນ32ແລະ ແຜ່ນດິນໂລກກໍເປີດປາກອອກ ແລະ ໄດ້ກືນເອົາພວກເຂົາພ້ອມທັງຄົວເຮືອນຂອງພວກເຂົາ ແລະ ຜູ້ທີ່ເຂົ້າຮ່ວມກັບໂກຣາ, ພ້ອມກັບຊັບສົມບັດຕ່າງໆຂອງພວກເຂົາ.33ພວກເຂົາລົງໄປສູ່ອານາຈັກຂອງຄວາມຕາຍທັງເປັນ, ພ້ອມກັບທຸກສິ່ງທີ່ພວກເຂົາເປັນເຈົ້າຂອງ; ແລ້ວແຜ່ນດິນໂລກກໍປິດເໜືອພວກເຂົາ, ແລ້ວພວກເຂົາກໍຈິບຫາຍ ແລະ ຫາຍໄປຈາກຊຸມຊົນ.34ໃນເວລາທີ່ພວກເຂົາຮ້ອງໄຫ້ຢູ່ນັ້ນ, ຄົນອິດສະຣາເອນທັງໝົດທີ່ຢູ່ອ້ອມຮອບພວກເຂົາພາກັນປົບໜີ, ໂດຍຮ້ອງຂຶ້ນວ່າ, “ແຜ່ນດິນໂລກກຳລັງຈະກືນກິນພວກເຮົາດ້ວຍ!”35ແລ້ວໄຟກໍອອກມາຈາກພຣະເຈົ້າຢາເວ ແລະ ເຜົາຜານ 250 ຄົນທີ່ກຳລັງຖວາຍເຄື່ອງຫອມຢູ່.36ພຣະເຈົ້າຢາເວກ່າວກັບໂມເຊວ່າ,37“ຈົ່ງບອກປະໂລຫິດເອເລອາຊາລູກຊາຍຂອງອາໂຣນໃຫ້ເອົາກະຖາງໄຟອອກຈາກກອງໄຟທີ່ຍັງຄ້າງຢູ່ ແລະ ເຂ່ຍຖ່ານຖິ້ມໃຫ້ຫ່າງອອກໄປ, ເພາະກະຖາງໄຟນັ້ນບໍລິສຸດ38ໃຫ້ນຳເອົາກະຖາງໄຟຂອງຄົນເຫລົ່ານັ້ນທີ່ຕາຍໄປເພາະເຮັດບາບມາຕີເປັນແຜ່ນເພື່ອປົກຄຸມແທ່ນບູຊາ, ດ້ວຍວ່າກະຖາງໄຟເຫລົ່ານັ້ນບໍລິສຸດເພາະໄດ້ຖວາຍຕໍ່ໜ້າພຣະເຈົ້າຢາເວແລ້ວ. ແຜ່ນໂລຫະປິດແທ່ນບູຊານີ້ຈະເປັນສິ່ງເຕືອນໃຈຊາວອິດສະຣາເອນ”.39ດັ່ງນັ້ນ ປະໂລຫິດເອເລອາຊາຈຶ່ງຮວບຮວມເອົາທອງສຳລິດທີ່ໄດ້ຈາກກະຖາງໄຟຂອງຄົນທີ່ຖືກເຜົາໄໝ້ເຖິງແກ່ຄວາມຕາຍ, ແລະ ເພິ່ນໄດ້ເອົາສິ່ງເຫລົ່ານັ້ນມາຕີເປັນແຜ່ນເພື່ອປົກຄຸມແທ່ນບູຊາ,40ຕາມທີ່ພຣະເຈົ້າຢາເວໄດ້ສັ່ງເພິ່ນຜ່ານທາງໂມເຊ. ເພື່ອເປັນສິ່ງເຕືອນໃຈຊາວອິດສະຣາເອນວ່າຄົນນອກບໍ່ມີສິດເຂົ້າມາເຜົາເຄື່ອງຫອມຕໍ່ໜ້າພຣະເຈົ້າຢາເວນອກຈາກເຊື້ອສາຍຂອງອາໂຣນ, ຫລື ບໍ່ດັ່ງນັ້ນເພິ່ນຈະກາຍເປັນເໝືອນໂກຣາ ແລະ ບັນດາຜູ້ທີ່ຕິດຕາມລາວ.41ມື້ຕໍ່ມາຊຸມຊົນອິດສະຣາເອນທັງໝົດພາກັນຈົ່ມຕໍ່ຕ້ານໂມເຊ ແລະ ອາໂຣນ. ພວກເຂົາກ່າວວ່າ, “ພວກທ່ານໄດ້ຂ້າປະຊາຊົນຂອງພຣະເຈົ້າຢາເວ”.42ແຕ່ເມື່ອຊຸມຊົນໄດ້ລວມຕົວກັນຕໍ່ຕ້ານໂມເຊກັບອາໂຣນ ແລະ ຫັນໄປເບິ່ງເຕັນນັດພົບ, ທັນໃດນັ້ນເມກກໍມາປົກຄຸມເຕັນນັ້ນ ແລະ ສະຫງ່າລາສີຂອງພຣະເຈົ້າກໍໄດ້ປາກົດຂຶ້ນ.43ແລ້ວໂມເຊກັບອາໂຣນກໍໄປຢືນຕໍ່ໜ້າເຕັນນັດພົບ,44ແລະ ພຣະເຈົ້າຢາເວກ່າວແກ່ໂມເຊວ່າ,45“ຈົ່ງອອກໄປຈາກຊຸມຊົນນີ້ ເພື່ອວ່າເຮົາຈະໄດ້ທຳລາຍພວກເຂົາທັນທີໂລດ”. ແລ້ວໂມເຊກັບອາໂຣນໝູບໜ້າລົງ.46ແລ້ວໂມເຊກໍເວົ້າກັບອາໂຣນວ່າ, “ຈົ່ງເອົາກະຖາງໄຟໃສ່ເຄື່ອງຫອມ ພ້ອມກັບຖ່ານໄຟທີ່ລຸກໄໝ້ຢູ່ຈາກແທ່ນບູຊາ, ແລ້ວຟ້າວຍົກໄປທີ່ປະຊາຊົນ ລຶບລ້າງບາບໃຫ້ພວກເຂົາ. ຄວາມໂກດຮ້າຍໄດ້ອອກມາຈາກພຣະເຈົ້າຢາເວແລ້ວ; ໂລກລະບາດໄດ້ເກີດຂຶ້ນແລ້ວ”.47ດັ່ງນັ້ນ ອາໂຣນຈຶ່ງເຮັດຕາມທີ່ໂມເຊບອກ, ແລະ ແລ່ນເຂົ້າໄປໃນຫວ່າງກາງຂອງຊຸມຊົນ. ໄພພິບັດໄດ້ເລີ່ມຂຶ້ນທ່າມກາງປະຊາຊົນ, ແຕ່ອາໂຣນໄດ້ຖວາຍເຄື່ອງຫອມ ແລະ ເຮັດພິທີລຶບລ້າງບາບສຳລັບພວກເຂົາ.48ລາວຢືນຢູ່ລະຫວ່າງຄົນເປັນ ແລະ ຄົນຕາຍ, ແລ້ວໂລກລະບາດກໍຢຸດຕິລົງ.49ແຕ່ມີຄົນຕາຍໄປແລ້ວເພາະໂລກລະບາດຈຳນວນ 14.700 ຄົນ, ບໍ່ລວມຄົນທີ່ໄດ້ຕາຍໄປພ້ອມກັບໂກຣາ.50ແລ້ວອາໂຣນຈຶ່ງກັບມາຫາໂມເຊທີ່ທາງເຂົ້າເຕັນນັດພົບ, ເພາະໂລກລະບາດໄດ້ຢຸດລະບາດແລ້ວ.Biblica, Inc.