ຈົດບັນຊີ15
ເຄື່ອງຖວາຍບູຊາເພີ່ມເຕີມ
1ພຣະເຈົ້າຢາເວກ່າວແກ່ໂມເຊວ່າ,2“ຈົ່ງແຈ້ງຄົນອິດສະຣາເອນ ແລະ ກ່າວຕໍ່ພວກເຂົາວ່າ: ‘ເມື່ອພວກເຈົ້າເຂົ້າໄປໃນດິນແດນທີ່ເຮົາມອບໃຫ້ເປັນບ່ອນອາໄສຢູ່ນັ້ນ3ແລະ ພວກເຈົ້າຈົ່ງນຳອາຫານບູຊາມາຖວາຍແກ່ພຣະເຈົ້າຢາເວຈາກຝູງສັດ ຫລື ຝູງແກະ, ເປັນກິ່ນຫອມທີ່ພຣະເຈົ້າຢາເວພໍໃຈ ບໍ່ວ່າຈະເປັນເຄື່ອງເຜົາບູຊາ ຫລື ເຄື່ອງຖວາຍຕ່າງໆ, ຕາມທີ່ໄດ້ປະຕິຍານໄວ້ເປັນພິເສດ ຫລື ຕາມຄວາມສະໝັກໃຈ ຫລື ເປັນຂອງຖວາຍປະຈຳເທດສະການ4ແລ້ວໃຫ້ຜູ້ຖວາຍນຳພືດພັນເປັນເມັດມາຖວາຍແກ່ພຣະເຈົ້າຢາເວ ຄືແປ້ງລະອຽດໜຶ່ງໃນສິບເອຟາ ປະສົມກັບນ້ຳມັນໝາກກອກໜຶ່ງໃນສີ່ຮິນ, 5ຈົ່ງຕຽມເຫລົ້າອະງຸ່ນໜຶ່ງໃນສີ່ຮິນ ເປັນເຄື່ອງດື່ມບູຊາພ້ອມກັບລູກແກະແຕ່ລະໂຕທີ່ເປັນເຄື່ອງເຜົາບູຊາທັງໂຕ ຫລື ເປັນເຄື່ອງບູຊາ.6“ ‘ຖ້າຫາກຖວາຍແກະເຖິກ ຈົ່ງໃຊ້ພືດພັນເປັນເມັດບູຊາ ຄືແປ້ງລະອຽດສອງໃນສິບເອຟາ ປະສົມກັບນ້ຳມັນໝາກກອກໜຶ່ງໃນສາມຮິນ, 7ແລະ ເຫລົ້າອະງຸ່ນໜຶ່ງໃນສາມຮິນ ເພື່ອເປັນເຄື່ອງດື່ມບູຊາ. ຈົ່ງຖວາຍເຄື່ອງເຫລົ່ານີ້ເປັນກິ່ນຫອມທີ່ພຣະເຈົ້າຢາເວພໍໃຈ.8“ ‘ເມື່ອເຈົ້າຕຽມງົວໜຸ່ມເປັນເຄື່ອງເຜົາບູຊາທັງໂຕ ຫລື ເຄື່ອງຖວາຍຕາມທີ່ປະຕິຍານໄວ້ເປັນພິເສດ ຫລື ເພື່ອເປັນເຄື່ອງຖວາຍເພື່ອຄວາມສາມັກຄີທຳແກ່ພຣະເຈົ້າຢາເວ,9ຈົ່ງນຳເຄື່ອງຖວາຍພືດພັນເປັນເມັດມາພ້ອມກັບງົວ ຄືແປ້ງລະອຽດປະມານສາມໃນສິບເອຟາ ປະສົມນ້ຳມັນໝາກກອກເຄິ່ງຮິນ, 10ແລະ ພ້ອມທັງນຳເອົາເຫລົ້າອະງຸ່ນປະມານ 1,9 ລິດເພື່ອເປັນເຄື່ອງດື່ມຖວາຍບູຊາ. ນີ້ຈະເປັນອາຫານບູຊາ, ເປັນກິ່ນຫອມທີ່ພຣະເຈົ້າຢາເວພໍໃຈ.11ຈົ່ງຈັດຕຽມງົວເຖິກ ແກະຜູ້, ລູກແກະ ຫລື ລູກແບ້ຕາມລັກສະນະນີ້.12ຈົ່ງເຮັດຢ່າງນີ້ສຳລັບເຄື່ອງບູຊາແຕ່ລະຢ່າງຕາມຈຳນວນທີ່ເຈົ້າໄດ້ຈັດຕຽມໄວ້.13“ ‘ຄົນອິດສະຣາເອນໂດຍກຳເນີດທຸກຄົນຕ້ອງປະຕິບັດຕາມນີ້ ເມື່ອພວກເຂົາຖວາຍອາຫານບູຊາມາເພື່ອເຜົາຖວາຍເປັນກິ່ນຫອມທີ່ພຣະເຈົ້າຢາເວພໍໃຈ.14ເມື່ອໃດກໍຕາມທີ່ຄົນຕ່າງດ້າວ ຫລື ຜູ້ທີ່ມາອາໄສໃນທ່າມກາງພວກເຈົ້າ ນຳອາຫານບູຊາມາຖວາຍເປັນກິ່ນຫອມທີ່ພຣະເຈົ້າຢາເວພໍໃຈນັ້ນ, ພວກເຂົາຕ້ອງປະຕິບັດຢ່າງດຽວກັບພວກເຈົ້າທຸກປະການຕະຫລອດໄປທຸກຊົ່ວອາຍຸ.15ຊຸມຊົນນີ້ຈະຕ້ອງມີກົດເກນດຽວກັນສຳລັບພວກເຈົ້າ ແລະ ສຳລັບຄົນຕ່າງດ້າວທີ່ອາໄສຢູ່ທ່າມກາງພວກເຈົ້າ; ນີ້ເປັນຂໍ້ປະຕິບັດຕະຫລອດໄປທຸກຊົ່ວອາຍຸ. ພວກເຈົ້າ ແລະ ຄົນຕ່າງດ້າວຈະຕ້ອງເປັນເໝືອນກັນຕໍ່ໜ້າພຣະເຈົ້າຢາເວຄື:16ທັງພວກເຈົ້າ ແລະ ຄົນຕ່າງດ້າວທີ່ອາໄສຢູ່ໃນທ່າມກາງພວກເຈົ້າຈະຕ້ອງປະຕິບັດຕາມກົດບັນຍັດ ແລະ ຂໍ້ບັງຄັບດຽວກັນ’ ”.17ພຣະເຈົ້າຢາເວກ່າວແກ່ໂມເຊວ່າ,18“ຈົ່ງແຈ້ງຄົນອິດສະຣາເອນ ແລະ ກ່າວກັບພວກເຂົາວ່າ: ‘ເມື່ອພວກເຈົ້າເຂົ້າໄປໃນດິນແດນທີ່ເຮົາກຳລັງນຳພວກເຈົ້າໄປນັ້ນ19ແລະ ເມື່ອພວກເຈົ້າກິນອາຫານຈາກດິນແດນນັ້ນ, ຈົ່ງຖວາຍສ່ວນໜຶ່ງເປັນເຄື່ອງບູຊາແກ່ພຣະເຈົ້າຢາເວ.20ຈົ່ງຖວາຍເຂົ້າຈີ່ຈາກຜົນທຳອິດຂອງທີ່ດິນມາຖວາຍເປັນເຄື່ອງບູຊາຈາກລານຟາດເຂົ້າ.21ຈົ່ງມອບເຄື່ອງຖວາຍຜົນທຳອິດຂອງອາຫານທີ່ມາຈາກທີ່ດິນຂອງພວກເຈົ້າແກ່ພຣະເຈົ້າຢາເວຕະຫລອດທຸກຊົ່ວອາຍຸ.ເຄື່ອງຖວາຍສຳລັບບາບໂດຍບໍ່ເຈດຕະນາ
22“ ‘ບັດນີ້ ຖ້າພວກເຈົ້າທີ່ເປັນຊຸມຊົນຜິດພາດບໍ່ປະຕິບັດຕາມຄຳສັ່ງເຫລົ່ານີ້ ເຊິ່ງພຣະເຈົ້າຢາເວໄດ້ໃຫ້ໄວ້ຜ່ານທາງໂມເຊ23ຄຳສັ່ງຂອງພຣະເຈົ້າຢາເວມາເຖິງພວກເຈົ້າຜ່ານທາງໂມເຊ, ຈາກວັນທີ່ພຣະເຈົ້າຢາເວໄດ້ມອບໃຫ້ພວກເຂົາ ສືບໄປຕະຫລອດອາຍຸທີ່ຈະມາເຖິງ.24ແລະ ຖ້າເປັນຄວາມຜິດໂດຍບໍ່ເຈດຕະນາ ແລະ ຊຸມຊົນບໍ່ຮູ້ຕົວເຖິງຄວາມຜິດບາບນັ້ນ, ແລ້ວພວກເຂົາທັງໝົດຈະຕ້ອງຖວາຍງົວເຖິກໜຶ່ງໂຕເປັນເຄື່ອງເຜົາບູຊາເປັນກິ່ນຫອມທີ່ພຣະເຈົ້າຢາເວພໍໃຈ, ພ້ອມດ້ວຍເຄື່ອງຖວາຍພືດພັນເປັນເມັດ ແລະ ເຄື່ອງດື່ມບູຊາ ແລະ ແບ້ເຖິກໜຶ່ງໂຕເປັນເຄື່ອງບູຊາໄຖ່ບາບ. 25ປະໂລຫິດຈະເຮັດພິທີລຶບລ້າງບາບສຳລັບຊຸມຊົນອິດສະຣາເອນທັງໝົດ, ແລ້ວພວກເຂົາກໍຈະໄດ້ຮັບການອະໄພ, ເພາະນັ້ນເປັນການເຮັດຜິດໂດຍບໍ່ເຈດຕະນາ ແລະ ພວກເຂົາໄດ້ນຳອາຫານບູຊາ ແລະ ເຄື່ອງບູຊາໄຖ່ບາບຖວາຍແກ່ພຣະເຈົ້າຢາເວເພື່ອໄຖ່ຄວາມຜິດຂອງພວກເຂົາແລ້ວ.26ຊຸມຊົນອິດສະຣາເອນທັງໝົດ ແລະ ຄົນຕ່າງດ້າວທີ່ອາໄສຢູ່ທ່າມກາງພວກເຂົາກໍຈະໄດ້ຮັບການອະໄພ, ເພາະປະຊາຊົນທັງໝົດມີສ່ວນກ່ຽວຂ້ອງໃນຄວາມຜິດທີ່ບໍ່ເຈດຕະນານັ້ນ.27“ ‘ແຕ່ຖ້າມີພຽງຄົນດຽວເຮັດບາບໂດຍບໍ່ເຈດຕະນາ, ຜູ້ນັ້ນຕ້ອງນຳເອົາແບ້ແມ່ອາຍຸໜຶ່ງປີໂຕໜຶ່ງມາເພື່ອເປັນເຄື່ອງບູຊາໄຖ່ບາບ.28ປະໂລຫິດຈະເຮັດພິທີລຶບລ້າງບາບໃຫ້ຜູ້ນັ້ນຕໍ່ໜ້າພຣະເຈົ້າຢາເວເພື່ອຜູ້ທີ່ເຮັດຜິດບາບໂດຍບໍ່ເຈດຕະນາ, ແລະ ເມື່ອໄດ້ເຮັດພິທິລຶບລ້າງບາບແລ້ວ, ຄົນນັ້ນກໍໄດ້ຮັບການອະໄພ.29ກົດບັນຍັດດຽວກັນນີ້ນຳໃຊ້ກັບທຸກຄົນທີ່ເຮັດບາບໂດຍບໍ່ເຈດຕະນາ, ບໍ່ວ່າພວກເຂົາຈະເປັນຄົນອິດສະຣາເອນໂດຍກຳເນີດ ຫລື ຄົນຕ່າງດ້າວທີ່ອາໄສຢູ່ທ່າມກາງພວກເຈົ້າ.30“ ‘ແຕ່ຖ້າຜູ້ໃດເຈດຕະນາເຮັດບາບ ບໍ່ວ່າຈະເປັນຄົນອິດສະຣາເອນໂດຍກຳເນີດ ຫລື ຄົນຕ່າງດ້າວທີ່ອາໄສຢູ່ທ່າມກາງພວກເຈົ້າ, ເຮັດການໝິ່ນປະໝາດພຣະເຈົ້າຢາເວ ແລ້ວຜູ້ນັ້ນຕ້ອງຖືກຕັດອອກຈາກປະຊາຊົນອິດສະຣາເອນ.31ເພາະພວກເຂົາໄດ້ຫລົບຫລູ່ຖ້ອຍຄຳຂອງພຣະເຈົ້າຢາເວ ແລະ ຝ່າຝືນບັນດາຄຳສັ່ງຂອງພຣະອົງ, ພວກເຂົາຕ້ອງຖືກຕັດອອກຢ່າງແນ່ນອນ; ຄວາມຜິດຂອງພວກເຂົານັ້ນຍັງຄົງຢູ່ກັບພວກເຂົາຕໍ່ໄປ’ ”.ຜູ້ທີ່ລະເມີດກົດວັນຊະບາໂຕຕ້ອງມີໂທດເຖິງຕາຍ
32ຂະນະທີ່ຄົນອິດສະຣາເອນຢູ່ໃນຖິ່ນແຫ້ງແລ້ງກັນດານ, ຊາຍຄົນໜຶ່ງຖືກຈັບໄດ້ໃນຂະນະທີ່ກຳລັງເກັບເອົາຟືນໃນວັນຊະບາໂຕ.33ຄົນທີ່ພົບຜູ້ກຳລັງເກັບຟືນຈຶ່ງໄດ້ນຳລາວມາຫາໂມເຊ ແລະ ອາໂຣນ ແລະ ຊຸມຊົນທັງໝົດ,34ແລ້ວລາວກໍຖືກຄຸມໂຕໄວ້, ເພາະຍັງບໍ່ຮູ້ຊັດເຈນວ່າຄວນເຮັດແນວໃດຕໍ່ລາວ.35ແລ້ວພຣະເຈົ້າຢາເວກ່າວແກ່ໂມເຊວ່າ, “ຊາຍຄົນນັ້ນຕ້ອງຕາຍ. ຊຸມຊົນທັງໝົດຕ້ອງເອົາຫີນແກວ່ງໃສ່ລາວຢູ່ນອກຄ້າຍພັກ”.36ດັ່ງນັ້ນ ຊຸມຊົນຈຶ່ງເອົາຄົນນັ້ນອອກໄປນອກຄ້າຍພັກ ແລະ ເອົາຫີນແກວ່ງໃສ່ລາວຈົນຕາຍ, ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໂມເຊ.ຍອຍໃສ່ເສື້ອ
37ພຣະເຈົ້າຢາເວເວົ້າກັບໂມເຊວ່າ,38“ຈົ່ງແຈ້ງຄົນອິດສະຣາເອນ ແລະ ເວົ້າກັບພວກເຂົາວ່າ: ‘ຕະຫລອດທຸກຊົ່ວອາຍຸ ພວກເຈົ້າຈະຕ້ອງເຮັດຍອຍເສື້ອ ແລະ ຮ້ອຍຍອຍແຕ່ລະອັນດ້ວຍດ້າຍສີຟ້າໃສ່ທີ່ແຈຂອງເສື້ອ.39ຍອຍເຫລົ່ານັ້ນຈະເຕືອນໃຫ້ພວກເຈົ້າລະນຶກເຖິງຄຳສັ່ງທັງໝົດຂອງພຣະເຈົ້າຢາເວ, ເພື່ອວ່າພວກເຈົ້າຈະໄດ້ເຊື່ອຟັງຄຳສັ່ງເຫລົ່ານັ້ນ ແລະ ບໍ່ເຮັດໂຕເປັນໂສເພນີໂດຍເຮັດຕາມຕັນຫາຂອງໃຈ ແລະ ຕາຂອງພວກເຈົ້າເອງ.40ແລ້ວພວກເຈົ້າຈະຈົດຈຳໄດ້ວ່າຕ້ອງເຮັດຕາມຄຳສັ່ງທັງໝົດຂອງເຮົາ ແລະ ຈະໄດ້ເປັນຄົນບໍລິສຸດຕໍ່ພຣະເຈົ້າຂອງພວກເຈົ້າ.41ເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ, ຜູ້ນຳພວກເຈົ້າອອກມາຈາກເອຢິບເພື່ອເປັນພຣະເຈົ້າຂອງພວກເຈົ້າ. ເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ’ ”.Biblica, Inc.