ເນເຫມີຢາ5
ເນເຫມີຢາຊ່ວຍເຫລືອຄົນຍາກຈົນ
1ໃນເວລານັ້ນ ມີພວກຜູ້ຊາຍພ້ອມກັບເມຍຂອງພວກເຂົາໂວຍວາຍຕໍ່ວ່າກ່ຽວກັບເລື່ອງພີ່ນ້ອງຊາວຢິວຂອງຕົນ.2ບາງຄົນກໍໄດ້ເວົ້າວ່າ, “ພວກເຮົາລວມທັງລູກຊາຍ ແລະ ລູກສາວຂອງພວກເຮົາກໍມີຈຳນວນຫລາຍ; ພວກເຮົາຕ້ອງໄດ້ຊອກຫາອາຫານເພື່ອໃຫ້ພວກເຮົາມີເຂົ້າກິນ ແລະ ມີຊີວິດຢູ່”.3ບາງຄົນກໍເວົ້າວ່າ, “ພວກເຮົາຕ້ອງໄດ້ເອົາທົ່ງນາຂອງພວກເຮົາ, ສວນອະງຸ່ນຂອງພວກເຮົາ, ເຮືອນຂອງພວກເຮົາໄປຈຳນຳເພື່ອແລກປ່ຽນກັບເຂົ້າໃນຊ່ວງເວລາທີ່ອຶດຢາກອາຫານ”.4ຍັງມີຄົນອື່ນໆອີກເວົ້າວ່າ, “ພວກເຮົາຕ້ອງກູ້ຍືມເງິນເພື່ອເສຍພາສີທີ່ດິນ ແລະ ສວນອະງຸ່ນໃຫ້ແກ່ກະສັດ.5ເຖິງແມ່ນວ່າພວກເຮົາຈະເປັນເລືອດເນື້ອເຊື້ອໄຂດຽວກັນກັບຊາວຢິວ ແລະ ເຖິງແມ່ນວ່າລູກຊາຍຂອງພວກເຮົາກໍດີຄືກັນກັບລູກຂອງພວກເຂົາ, ແຕ່ພວກເຮົາຕ້ອງຍອມໃຫ້ລູກຊາຍ ແລະ ລູກສາວຂອງພວກເຮົາເປັນຂ້າທາດ. ລູກສາວຂອງພວກເຮົາບາງຄົນກໍໄດ້ຕົກເປັນຂ້າທາດແລ້ວ, ແຕ່ພວກເຮົາບໍ່ມີອຳນາດ ເພາະທົ່ງນາຂອງພວກເຮົາ ແລະ ສວນອະງຸ່ນຂອງພວກເຮົາໄດ້ຕົກເປັນຂອງຄົນອື່ນແລ້ວ”.6ເມື່ອຂ້ານ້ອຍໄດ້ຍິນສຽງຮ້ອງຟ້ອງຂອງພວກເຂົາ ແລະ ຂໍ້ກ່າວຫານີ້ແລ້ວ, ຂ້ານ້ອຍກໍໃຈຮ້າຍຫລາຍ.7ເມື່ອສຳນຶກເລື່ອງເຫລົ່ານີ້ແລ້ວ ຂ້ານ້ອຍກໍຕໍ່ວ່າບັນດາຂຸນນາງ ແລະ ເຈົ້າໜ້າທີ່ວ່າ, “ພວກທ່ານໄດ້ຂູດຮີດພີ່ນ້ອງຮ່ວມຊາດຂອງຕົນເອງ!” ດັ່ງນັ້ນ ຂ້ານ້ອຍຈຶ່ງເອີ້ນປະຊຸມໃຫຍ່ເພື່ອຈັດການກັບພວກເຂົາ.8ແລະ ໄດ້ວ່າ: “ພວກເຮົາຕ້ອງເຮັດທຸກວິທີ ເພື່ອໄຖ່ພີ່ນ້ອງຊາວຢິວຂອງພວກເຮົາທີ່ຖືກຂາຍໃຫ້ຄົນຕ່າງຊາດກັບຄືນມາໃຫ້ໄດ້. ແຕ່ບັດນີ້ ພວກທ່ານໄດ້ຂາຍພີ່ນ້ອງຂອງຕົນເອງພຽງເພື່ອໃຫ້ພວກເຂົາຖືກຂາຍກັບມາໃຫ້ພວກເຮົາ!” ພວກເຂົາກໍມິດງຽບຢູ່, ເພາະວ່າພວກເຂົາບໍ່ສາມາດຫາອັນໃດມາເວົ້າໄດ້.9ດັ່ງນັ້ນ ຂ້ານ້ອຍຈຶ່ງເວົ້າຕໍ່ໄປອີກວ່າ, “ສິ່ງທີ່ພວກທ່ານເຮັດຢູ່ນີ້ແມ່ນບໍ່ຖືກຕ້ອງ. ພວກທ່ານຄວນຈະດຳເນີນຊີວິດດ້ວຍຄວາມຢຳເກງພຣະເຈົ້າຂອງພວກເຮົາເພື່ອຈະໄດ້ບໍ່ເປັນທີ່ຕຳໜິຕິຕຽນຂອງສັດຕູຕ່າງຊາດບໍ່ແມ່ນບໍ?10ຂ້ານ້ອຍກັບພີ່ນ້ອງ ແລະ ຄົນຂອງຂ້ານ້ອຍກໍໃຫ້ຄົນກູ້ຍືມເງິນ ແລະ ຍືມເຂົ້າ. ແຕ່ໃຫ້ພວກເຮົາຢຸດຄິດຄ່າດອກເບ້ຍ!11ຈົ່ງຄືນທົ່ງນາ, ສວນອະງຸ່ນ, ສວນໝາກກອກ ແລະ ເຮືອນໃຫ້ພວກເຂົາທັນທີ ພ້ອມທັງດອກເບ້ຍທີ່ພວກທ່ານເກັບຈາກພວກເຂົາ ຄືໜຶ່ງສ່ວນຮ້ອຍຂອງເງິນ, ເຂົ້າ, ເຫລົ້າອະງຸ່ນໃໝ່ ແລະ ນ້ຳມັນໝາກກອກ”.12ພວກເຂົາໄດ້ຕອບວ່າ, “ພວກເຮົາຈະຄືນສິ່ງເຫລົ່ານັ້ນໃຫ້ ແລະ ພວກເຮົາຈະບໍ່ຮຽກຮ້ອງສິ່ງໃດຈາກພວກເຂົາອີກ. ພວກເຮົາຈະເຮັດຕາມທີ່ພວກທ່ານບອກ”.ແລ້ວຂ້ານ້ອຍຈຶ່ງໄດ້ເອີ້ນບັນດາປະໂລຫິດມາ ແລະ ໃຫ້ບັນດາຂຸນນາງ ແລະ ເຈົ້າໜ້າທີ່ສາບານວ່າຈະເຮັດຕາມທີ່ສັນຍາໄວ້.13ແລ້ວຂ້ານ້ອຍຍັງໄດ້ສັ່ນເສື້ອຄຸມຂອງຂ້ານ້ອຍອອກ ແລະ ເວົ້າວ່າ, “ຜູ້ໃດບໍ່ຮັກສາຄຳສັນຍານີ້ ຂໍໃຫ້ພຣະເຈົ້າສັ່ນເຮືອນ ແລະ ຊັບສິນຂອງພວກເຂົາອອກໄປຢ່າງນີ້. ໃຫ້ຄົນນັ້ນຖືກສັ່ນອອກໄປຈົນໝົດ!”
ແລ້ວທີ່ປະຊຸມທັງໝົດຈຶ່ງກ່າວວ່າ, “ອາແມນ” ແລະ ສັນເສີນພຣະເຈົ້າຢາເວ. ແລ້ວຄົນທັງຫລາຍກໍເຮັດຕາມທີ່ພວກເຂົາໄດ້ສັນຍາໄວ້.14ຫລາຍກວ່ານັ້ນ, ນັບຕັ້ງແຕ່ປີທີຊາວຫາປີທີສາມສິບສອງຂອງກະສັດອາກຕາເຊເຊັດ, ເມື່ອເວລາທີ່ຂ້ານ້ອຍຖືກແຕ່ງຕັ້ງໃຫ້ເປັນຜູ້ປົກຄອງຂອງພວກເຂົາໃນແຜ່ນດິນຢູດາຍ, ຂ້ານ້ອຍ ຫລື ພີ່ນ້ອງຂອງຂ້ານ້ອຍບໍ່ໄດ້ຮັບສ່ວນແບ່ງອາຫານຂອງຜູ້ປົກຄອງເລີຍ.15ແຕ່ບັນດາຜູ້ປົກຄອງຄົນອື່ນກ່ອນໜ້າຂ້ານ້ອຍນັ້ນ ໄດ້ວາງພາລະອັນໜັກໃຫ້ແກ່ປະຊາຊົນ ແລະ ໄດ້ເອົາເງິນໜັກ 40 ເສເຂນ ນອກຈາກອາຫານ ແລະ ເຫລົ້າອະງຸ່ນ. ຜູ້ຊ່ວຍຂອງພວກເຂົາກໍວາງອຳນາດເໜືອປະຊາຊົນ. ແຕ່ດ້ວຍຄວາມເຄົາລົບຢຳເກງພຣະເຈົ້າ ຂ້ານ້ອຍຈຶ່ງບໍ່ເຮັດຢ່າງນັ້ນ.16ແຕ່ຂ້ານ້ອຍກັບໄດ້ທຸ້ມເທໃຫ້ກັບວຽກງານການສ້າງກຳແພງນີ້. ຄົນທັງໝົດຂອງຂ້ານ້ອຍກໍມາຊຸມນຸມກັນຢູ່ທີ່ນັ້ນເພື່ອເຮັດວຽກ; ພວກເຮົາ ບໍ່ໄດ້ຮັບທີ່ດິນໃດເລີຍ.17ຫລາຍກວ່ານັ້ນ ຍັງມີຄົນຢິວ ແລະ ເຈົ້າໜ້າທີ່ຈຳນວນ 150 ຄົນໄດ້ຮ່ວມກິນອາຫານຢູ່ທີ່ໂຕຂອງຂ້ານ້ອຍ. ເຊັ່ນດຽວກັບບັນດາປະເທດອ້ອມຂ້າງທີ່ມາຫາພວກເຮົາ.18ແຕ່ລະມື້ຕ້ອງໄດ້ຈັດຕຽມງົວຜູ້ໜຶ່ງໂຕ, ແກະອ້ວນຫົກໂຕ ແລະ ສັດປີກຈຳນວນໜຶ່ງໃຫ້ຂ້ານ້ອຍ. ແລະ ທຸກໆສິບ ຕ້ອງມີເຫລົ້າອະງຸ່ນທຸກຊະນິດໃນປະລິມານຫລວງຫລາຍກຽມໄວ້. ແຕ່ເຖິງປານນັ້ນ, ຂ້ານ້ອຍກໍບໍ່ເຄີຍຮຽກຮ້ອງສ່ວນແບ່ງອາຫານຂອງຜູ້ປົກຄອງຈາກປະຊາຊົນ ເພາະພວກເຂົາເອງກໍເດືອດຮ້ອນຢູ່ແລ້ວ.19ຂ້າແດ່ພຣະເຈົ້າຂອງຂ້ານ້ອຍ ຂໍໂຜດລະນຶກເຖິງຂ້ານ້ອຍດ້ວຍຄວາມເມດຕາໃນສິ່ງທັງປວງທີ່ຂ້ານ້ອຍໄດ້ເຮັດເພື່ອປະຊາຊົນເຫລົ່ານີ້.
Biblica, Inc.