ເນເຫມີຢາ4
ອຸປະສັກໃນການສ້ອມແປງ
1ເມື່ອສານບັນລັດໄດ້ຍິນວ່າພວກເຮົາກຳລັງສ້າງກຳແພງຂຶ້ນໃໝ່, ລາວຈຶ່ງໃຈຮ້າຍ ແລະ ມີຄວາມຄຽດແຄ້ນຫລາຍ. ລາວໄດ້ເຢາະເຢີ້ຍຊາວຢິວ,2ແລະ ລາວໄດ້ເວົ້າຢູ່ຕໍ່ໜ້າສະມາຄົມຂອງຕົນ ແລະ ກອງທັບຂອງຊາມາເຣຍວ່າ, “ພວກຢິວທີ່ອ່ອນແອນັ້ນກຳລັງເຮັດຫຍັງຢູ່? ພວກເຂົາຈະສ້ອມແປງກຳແພງຄືນໃໝ່ບໍ? ພວກເຂົາຈະຖວາຍເຄື່ອງບູຊາບໍ? ພວກເຂົາຈະສ້າງສຳເລັດໄດ້ໃນມື້ດຽວບໍ? ພວກເຂົາຈະສາມາດເຮັດໃຫ້ຫີນທີ່ໄໝ້ດຳຈາກກອງຂີ້ເຫຍື້ອກັບມາມີຊີວິດໄດ້ອີກບໍ?”3ໂຕບີຢາ ຊາວອຳໂມນ, ເຊິ່ງຢູ່ທາງຂ້າງລາວໄດ້ເວົ້າຂຶ້ນວ່າ, “ສິ່ງທີ່ພວກເຂົາກຳລັງສ້າງຢູ່ນັ້ນ ໃຫ້ໝາຈິ້ງຈອກພຽງໂຕດຽວປີນຂຶ້ນໄປເທິງ ມັນກໍຈະເຮັດໃຫ້ກຳແພງຫີນຂອງພວກເຂົາພັງລົງມາ!”4ຂ້າແດ່ພຣະເຈົ້າຂອງພວກຂ້ານ້ອຍທັງຫລາຍ, ຂໍໂຜດຟັງພວກຂ້ານ້ອຍ, ເພາະວ່າພວກຂ້ານ້ອຍຖືກດູຖູກ ຂໍໃຫ້ຄຳໝິ່ນປະໝາດຂອງພວກເຂົາກັບຄືນໄປຕົກໃສ່ຫົວຂອງພວກເຂົາເອງ. ຂໍໃຫ້ພວກເຂົາເປັນເຫຍື່ອຂອງການປຸ້ນ ແລະ ຕົກໄປເປັນຊະເລີຍ.5ຂໍຢ່າໄດ້ເສີຍຊາຕໍ່ຄວາມຜິດຂອງພວກເຂົາ ຫລື ລຶບລ້າງຄວາມບາບຂອງພວກເຂົາໃຫ້ພົ້ນຈາກສາຍຕາຂອງພຣະອົງ, ເພາະວ່າພວກເຂົາໄດ້ໝິ່ນປະໝາດ ຕໍ່ໜ້າບັນດາຜູ້ສ້າງກຳແພງທັງຫລາຍ.6ດັ່ງນັ້ນ ພວກເຮົາຈຶ່ງໄດ້ສ້າງກຳແພງຄືນໃໝ່ສຳເລັດເຄິ່ງໜຶ່ງຂອງຄວາມສູງເດີມ ເພາະປະຊາຊົນໄດ້ເຮັດວຽກຢ່າງສຸດຫົວໃຈ.7ແຕ່ເມື່ອສານບັນລັດ, ໂຕບີຢາ, ຊາວອາຣັບ, ຊາວອຳໂມນ ແລະ ຊາວອາຊະໂດດ ໄດ້ຍິນວ່າວຽກງານສ້ອມແປງກຳແພງເມືອງເຢຣູຊາເລັມມີຄວາມກ້າວໜ້າໄປ ແລະ ປ່ອງຕ່າງໆໃນກຳແພງກໍຖືກອັດໝົດແລ້ວ, ພວກເຂົາຈຶ່ງໃຈຮ້າຍຫລາຍ.8ພວກເຂົາທັງໝົດໄດ້ວາງແຜນການຮ່ວມກັນເພື່ອຈະເຂົ້າມາ ແລະ ສູ້ຮົບກັບເຢຣູຊາເລັມເພື່ອກໍ່ຄວາມວຸ້ນວາຍ.9ແຕ່ພວກເຮົາໄດ້ອະທິຖານຕໍ່ພຣະເຈົ້າຂອງພວກເຮົາ ແລະ ຕັ້ງຄົນເຝົ້າຍາມທັງກາງວັນ ແລະ ກາງຄືນເພື່ອຮັບມືກັບການຄຸກຄາມ.10ໃນຂະນະດຽວກັນປະຊາຊົນທີ່ຢູ່ໃນຢູດາຍກໍໄດ້ເວົ້າວ່າ, “ຄົນງານທັງຫລາຍພາກັນໝົດແຮງແລ້ວ ແລະ ມີຊາກຫັກພັງຈຳນວນຫລວງຫລາຍຈົນພວກເຮົາບໍ່ສາມາດສ້າງກຳແພງຂຶ້ນໃໝ່ໄດ້”.11ສັດຕູຂອງພວກເຮົາຍັງໄດ້ເວົ້າອີກວ່າ, “ເຮົາຈະໄປຢູ່ໃນທ່າມກາງພວກເຂົາໂດຍທີ່ພວກເຂົາບໍ່ທັນຮູ້ໂຕ ຫລື ເຫັນພວກເຮົາ, ພວກເຮົາຈະຂ້າພວກເຂົາ ແລະ ເຮັດໃຫ້ວຽກງານຢຸດລົງ”.12ແລ້ວຊາວຢິວທີ່ອາໄສຢູ່ໃກ້ກັບພວກເຂົານັ້ນກໍໄດ້ມາຫາ ແລະ ບອກພວກເຮົາສິບກວ່າເທື່ອວ່າ, “ບໍ່ວ່າພວກທ່ານຈະຫັນໄປທາງໃດ ພວກເຂົາກໍຈະໂຈມຕີພວກເຮົາ”.13ເຫດສະນັ້ນ ຂ້ານ້ອຍຈຶ່ງໄດ້ວາງທະຫານເຝົ້າຍາມຈາກແຕ່ລະຄອບຄົວໄວ້ຫລັງກຳແພງຕາມຈຸດຕ່າງໆທີ່ຕ່ຳທີ່ສຸດ ທີ່ເປັນປ່ອງວ່າງ ແລະ ໃຫ້ຖືດາບ, ຫອກ ແລະ ທະນູໄວ້.14ຫລັງຈາກທີ່ຂ້ານ້ອຍໄດ້ກວດກາເບິ່ງສິ່ງຕ່າງໆແລ້ວ, ຂ້ານ້ອຍກໍຢືນຂຶ້ນ ແລະ ເວົ້າກັບບັນດາຂຸນນາງ, ຜູ້ຮັບໃຊ້ ແລະ ປະຊາຊົນອື່ນໆວ່າ, “ຢ່າຢ້ານພວກເຂົາ. ຈົ່ງລະນຶກເຖິງອົງພຣະຜູ້ເປັນເຈົ້າ ຜູ້ຍິ່ງໃຫຍ່ ແລະ ໜ້າຢ້ານກົວ, ຈົ່ງຕໍ່ສູ້ເພື່ອຄອບຄົວຂອງພວກເຈົ້າ, ລູກຊາຍຂອງພວກເຈົ້າ ແລະ ລູກສາວຂອງພວກເຈົ້າ, ເມຍຂອງພວກເຈົ້າ ແລະ ເຮືອນຂອງພວກເຈົ້າ”.15ເມື່ອສັດຕູຂອງພວກເຮົາໄດ້ຍິນວ່າພວກເຮົາຮູ້ຈັກແຜນການຂອງພວກເຂົາແລ້ວ ແລະ ຮູ້ວ່າພຣະເຈົ້າໄດ້ຂັດຂວາງແຜນການນັ້ນໄວ້, ພວກເຮົາທັງໝົດກໍກັບມາເຮັດຢູ່ວຽກຂອງຕົນທີ່ກຳແພງຕໍ່.16ນັບຕັ້ງແຕ່ວັນນັ້ນ, ຄົນຂອງຂ້ານ້ອຍເຄິ່ງໜຶ່ງກໍໄດ້ເຮັດວຽກ, ອີກເຄິ່ງໜຶ່ງແມ່ນຖືຫອກ, ໂລ່, ທະນູ ແລະ ສວມເສື້ອເກາະ. ພວກເຈົ້າໜ້າທີ່ໄດ້ຢືນຄຸ້ມກັນຢູ່ທາງຫລັງຊາວຢູດາຍທັງໝົດ17ເຊິ່ງກຳລັງກໍ່ກຳແພງຢູ່. ບັນດາຄົນງານຂົນວັດສະດຸເຮັດວຽກຂອງຕົນດ້ວຍມືຂ້າງດຽວ ແລະ ມືອີກຂ້າງໜຶ່ງແມ່ນຖືອາວຸດ,18ແລະ ຊ່າງກໍ່ແຕ່ລະຄົນກໍພາຍດາບຢູ່ຂ້າງຕົນຂະນະທີ່ເຮັດວຽກ. ສ່ວນຄົນທີ່ເປົ່າເຂົາສັດແມ່ນຢູ່ກັບຂ້ານ້ອຍ.19ຂ້ານ້ອຍຈຶ່ງກ່າວກັບບັນດາຂຸນນາງ, ຜູ້ຮັບໃຊ້ ແລະ ປະຊາຊົນຄົນອື່ນໆວ່າ, “ວຽກງານໄດ້ກວ້າງຂວາງ ແລະ ຂະຫຍາຍອອກໄປຫລາຍແລ້ວ ແລະ ພວກເຮົາກໍຢູ່ຫ່າງກັນໄປຕາມແນວກຳແພງ.20ເມື່ອໃດທີ່ພວກທ່ານໄດ້ຍິນສຽງເປົ່າແກ, ກໍໃຫ້ຮີບມາຮວມໂຕກັບພວກເຮົາທີ່ນັ້ນ. ພຣະເຈົ້າຂອງພວກເຮົາຈະຕໍ່ສູ້ເພື່ອພວກເຮົາ!”21ດັ່ງນັ້ນ ພວກເຮົາຈຶ່ງເຮັດວຽກຕໍ່ໄປ ໂດຍມີຄົນເຄິ່ງໜຶ່ງຖືຫອກ ຕັ້ງແຕ່ເຊົ້າຈົນຄ່ຳ.22ໃນເວລານັ້ນ ຂ້ານ້ອຍຍັງໄດ້ເວົ້າກັບປະຊາຊົນວ່າ, “ໃຫ້ທຸກຄົນກັບຜູ້ຊ່ວຍຂອງຕົນມາພັກຢູ່ໃນເຢຣູຊາເລັມໃນເວລາກາງຄືນ, ເພື່ອພວກເຂົາຈະໄດ້ເຝົ້າຍາມໃນເວລາກາງຄືນ ແລະ ເຮັດວຽກໃນເວລາກາງເວັນ”.23ບໍ່ວ່າຂ້ານ້ອຍ ຫລື ພີ່ນ້ອງຂອງຂ້ານ້ອຍ ຫລື ຄົນຂອງຂ້ານ້ອຍ ຫລື ບັນດາຄົນເຝົ້າຍາມທີ່ຢູ່ກັບຂ້ານ້ອຍ ກໍບໍ່ໄດ້ຖອດເຄື່ອງນຸ່ງຂອງພວກເຮົາອອກເລີຍ; ທຸກຄົນມີອາວຸດຕິດໂຕ ບໍ່ເວັ້ນແມ່ນເວລາໄປເອົານ້ຳ.Biblica, Inc.