ມັດທາຍ5
ຄຳເທດສະໜາທີ່ໂນນພູ
1ເມື່ອພຣະເຢຊູເຈົ້າເຫັນປະຊາຊົນຈໍານວນຫລວງຫລາຍ, ພຣະອົງຂຶ້ນໄປຍັງໂນນພູແຫ່ງໜຶ່ງ ແລະ ນັ່ງລົງຢູ່ທີ່ນັ້ນ. ພວກສາວົກຂອງພຣະອົງກໍພາກັນມາຫາພຣະອົງ,2ແລະ ພຣະອົງໄດ້ເລີ່ມຕົ້ນສັ່ງສອນພວກເຂົາ. ຜູ້ເປັນສຸກພຣະອົງກ່າວວ່າ:3“ຜູ້ໃດຍາກຈົນຝ່າຍວິນຍານກໍເປັນສຸກ,ເພາະວ່າອານາຈັກສະຫວັນເປັນຂອງຜູ້ນັ້ນ.4ຜູ້ໃດໂສກເສົ້າກໍເປັນສຸກ,ເພາະວ່າຜູ້ນັ້ນຈະໄດ້ຮັບການເລົ້າໂລມໃຈ.5ຜູ້ໃດມີໃຈອ່ອນສຸພາບກໍເປັນສຸກ,ເພາະວ່າຜູ້ນັ້ນຈະໄດ້ຮັບແຜ່ນດິນໂລກເປັນມໍລະດົກ.6ຜູ້ໃດອຶດຫິວ ແລະ ກະຫາຍຫາຄວາມຊອບທຳກໍເປັນສຸກ,ເພາະວ່າຜູ້ນັ້ນຈະໄດ້ອີ່ມບໍລິບູນ.7ຜູ້ໃດມີໃຈເມດຕາກໍເປັນສຸກ,ເພາະວ່າຜູ້ນັ້ນຈະໄດ້ຮັບຄວາມເມດຕາຕອບແທນ.8ຜູ້ໃດມີໃຈບໍລິສຸດກໍເປັນສຸກ,ເພາະວ່າຜູ້ນັ້ນຈະໄດ້ເຫັນພຣະເຈົ້າ.9ຜູ້ໃດສ້າງຄວາມສະຫງົບສຸກກໍເປັນສຸກ,ເພາະວ່າຈະເອີ້ນຜູ້ນັ້ນວ່າເປັນລູກຂອງພຣະເຈົ້າ.10ຜູ້ໃດຖືກຂົ່ມເຫັງເພາະເຫັນແກ່ຄວາມຊອບທຳກໍເປັນສຸກ,ເພາະວ່າອານາຈັກສະຫວັນເປັນຂອງຜູ້ນັ້ນ.11“ເມື່ອຄົນທັງຫລາຍດູຖູກ, ຂົ່ມເຫັງ ແລະ ກ່າວຮ້າຍພວກເຈົ້າທັງຫລາຍດ້ວຍຄວາມບໍ່ຈິງທຸກຢ່າງເພາະເຫັນແກ່ເຮົາພວກເຈົ້າກໍເປັນສຸກ.12ຈົ່ງຊື່ນຊົມຍິນດີ ແລະ ຈົ່ງຍິນດີ, ເພາະບຳເໜັດອັນຍິ່ງໃຫຍ່ຂອງພວກເຈົ້າຢູ່ໃນສະຫວັນ, ເພາະບັນດາຜູ້ທຳນວາຍໃນສະໄໝກ່ອນກໍຖືກພວກເຂົາຂົ່ມເຫັງຢ່າງດຽວກັນນີ້.
ເກືອ ແລະ ຄວາມສະຫວ່າງ
13“ພວກເຈົ້າທັງຫລາຍເປັນເກືອສຳລັບໂລກ. ແຕ່ຖ້າເກືອນັ້ນໝົດຄວາມເຄັມແລ້ວ, ຈະເຮັດໃຫ້ກັບຄືນມາເຄັມອີກໄດ້ຢ່າງໃດ? ມັນກໍບໍ່ມີປະໂຫຍດສຳລັບອັນໃດ, ນອກຈາກຈະຖືກຖິ້ມໄປ ແລະ ຖືກຢຽບຢູ່ໃຕ້ຕີນ.14“ພວກເຈົ້າທັງຫລາຍເປັນແສງສະຫວ່າງສຳລັບໂລກນີ້. ເມືອງທີ່ຕັ້ງຢູ່ເທິງພູຈະເຊື່ອງໄວ້ບໍ່ໄດ້.15ບໍ່ມີຜູ້ໃດເມື່ອໄຕ້ຕະກຽງແລ້ວຈະເອົາເຂົ້າໄວ້ໃນກະບຸງ. ແຕ່ພວກເຂົາຈະຕັ້ງໄວ້ເທິງຫລັກຕະກຽງເພື່ອໃຫ້ສ່ອງສະຫວ່າງແກ່ທຸກຄົນທີ່ຢູ່ໃນເຮືອນ.16ໃນທຳນອງດຽວກັນ, ຈົ່ງໃຫ້ຄວາມສະຫວ່າງທີ່ຢູ່ໃນພວກເຈົ້ານັ້ນສ່ອງແຈ້ງຕໍ່ໜ້າຄົນທັງຫລາຍ ເພື່ອວ່າພວກເຂົາຈະເຫັນຄວາມດີທີ່ພວກເຈົ້າໄດ້ເຮັດ ແລະ ສັນລະເສີນພຣະບິດາເຈົ້າຂອງພວກເຈົ້າຜູ້ທີ່ສະຖິດຢູ່ໃນສະຫວັນ.ກົດບັນຍັດສຳເລັດຄົບຖ້ວນ
17“ຢ່າຄິດວ່າເຮົາມາເພື່ອລຶບລ້າງກົດບັນຍັດ ຫລື ໜັງສືຜູ້ທຳນວາຍ; ເຮົາບໍ່ໄດ້ມາລຶບລ້າງກົດບັນຍັດແຕ່ມາເພື່ອເຮັດໃຫ້ກົດບັນຍັດນັ້ນສຳເລັດຄົບຖ້ວນ.18ເພາະເຮົາບອກພວກເຈົ້າຕາມຄວາມຈິງວ່າ, ຕາບໃດທີ່ສະຫວັນ ແລະ ແຜ່ນດິນໂລກຍັງຕັ້ງຢູ່ ແມ່ນແຕ່ໂຕອັກສອນທີ່ນ້ອຍທີ່ສຸດພຽງໂຕໜຶ່ງ ຫລື ຈຸດດຽວກໍຈະບໍ່ສູນຫາຍໄປຈາກໜັງສືກົດບັນຍັດ ຈົນກວ່າທຸກສິ່ງຈະສຳເລັດຄົບຖ້ວນ.19ເຫດສະນັ້ນ ຖ້າຜູ້ໃດບໍ່ເຊື່ອຟັງບັນດາຄຳສັ່ງຂໍ້ເລັກນ້ອຍທີ່ສຸດ ແລະ ສອນຄົນອື່ນໃຫ້ເຮັດຕາມ, ຜູ້ນັ້ນຈະຖືກເອີ້ນວ່າເປັນຜູ້ເລັກນ້ອຍທີ່ສຸດໃນອານາຈັກສະຫວັນ, ສ່ວນຜູ້ທີ່ປະຕິບັດຕາມກົດບັດຍັດ ແລະ ສັ່ງສອນຄົນອື່ນໃຫ້ປະຕິບັດຕາມຄຳສັ່ງເຫລົ່ານີ້ຈະຖືກເອີ້ນວ່າເປັນຜູ້ຍິ່ງໃຫຍ່ໃນອານາຈັກສະຫວັນ.20ເພາະເຮົາບອກພວກເຈົ້າທັງຫລາຍວ່າຖ້າຄວາມຊອບທຳຂອງພວກເຈົ້າບໍ່ຫລາຍກວ່າຂອງພວກຟາຣີຊາຍ ແລະ ພວກຄູສອນກົດບັນຍັດແລ້ວ, ພວກເຈົ້າຈະເຂົ້າໄປໃນອານາຈັກສະຫວັນບໍ່ໄດ້ຢ່າງແນ່ນອນ.ຜູ້ຂ້າຄົນ
21“ພວກເຈົ້າທັງຫລາຍເຄີຍໄດ້ຍິນຄຳທີ່ກ່າວໄວ້ແກ່ຄົນບູຮານວ່າ, ‘ຢ່າຂ້າຄົນ ແລະ ຖ້າຜູ້ໃດຂ້າຄົນຈະຕ້ອງຖືກຕັດສິນລົງໂທດ’.22ແຕ່ເຮົາບອກພວກເຈົ້າວ່າ, ຖ້າຜູ້ໃດໃຈຮ້າຍໃຫ້ກັບອ້າຍ ຫລື ເອື້ອຍນ້ອງຂອງຕົນ ຜູ້ນັ້ນຈະຖືກຕັດສິນລົງໂທດ. ຖ້າຜູ້ໃດເວົ້າດູຖູກ ອ້າຍເອື້ອຍນ້ອງຂອງຕົນ ຜູ້ນັ້ນຈະຕ້ອງຖືກນຳຂຶ້ນສານ ແລະ ຖ້າຜູ້ໃດເວົ້າວ່າ, ‘ຄົນໂງ່ຈ້າ!’ ຜູ້ນັ້ນຈະຕ້ອງໄດ້ຮັບອັນຕະລາຍຈາກບຶງໄຟນະລົກ.23“ດັ່ງນັ້ນ, ຖ້າເຈົ້າກຳລັງເອົາເຄື່ອງບູຊາມາຖວາຍທີ່ແທ່ນບູຊາ ແລະ ຄິດໄດ້ວ່າອ້າຍເອື້ອຍນ້ອງຂອງເຈົ້າມີຂໍ້ຂຸ້ນເຄືອງໃຈກັບເຈົ້າເພາະເລື່ອງໃດເລື່ອງໜຶ່ງ,24ຈົ່ງປະເຄື່ອງຖວາຍຂອງເຈົ້າໄວ້ຕໍ່ໜ້າແທ່ນບູຊາແລ້ວກັບໄປຄືນດີກັນກັບອ້າຍເອື້ອຍນ້ອງຂອງຕົນກ່ອນ ແລ້ວຈຶ່ງກັບຄືນມາຖວາຍເຄື່ອງບູຊາຂອງເຈົ້າ.25“ຈົ່ງຮີບປອງດອງກັບໂຈດຂອງເຈົ້າຜູ້ທີ່ກຳລັງນຳເຈົ້າໄປຂຶ້ນສານ. ຈົ່ງເຮັດໃນຂະນະທີ່ຍັງຢູ່ກາງທາງນຳກັນ, ໂຈດຂອງເຈົ້າອາດຈະມອບເຈົ້າໃຫ້ແກ່ຜູ້ພິພາກສາ ແລະ ຜູ້ພິພາກສາຈະມອບເຈົ້າໃຫ້ແກ່ເຈົ້າໜ້າທີ່, ແລ້ວເຈົ້າກໍຈະຖືກຂັງໄວ້ໃນຄຸກ.26ເຮົາບອກເຈົ້າຕາມຄວາມຈິງວ່າ, ເຈົ້າຈະອອກມາບໍ່ໄດ້ຈົນກວ່າເຈົ້າຈະໃຊ້ໜີ້ຄົບທຸກອັດ.ການຫລິ້ນຊູ້
27“ພວກເຈົ້າທັງຫລາຍເຄີຍໄດ້ຍິນຄຳທີ່ກ່າວໄວ້ໃນພຣະຄຳພີວ່າ, ‘ຢ່າຫລິ້ນຊູ້’ 28ແຕ່ເຮົາບອກພວກເຈົ້າວ່າ, ຜູ້ໃດແນມເບິ່ງຍິງດ້ວຍຕັນຫາ ຜູ້ນັ້ນກໍໄດ້ຫລິ້ນຊູ້ໃນໃຈກັບນາງແລ້ວ.29ຖ້າຕາເບື້ອງຂວາຂອງເຈົ້າເປັນຕົ້ນເຫດພາໃຫ້ເຈົ້າເຮັດບາບ, ຈົ່ງຄວັດຕານັ້ນອອກຖິ້ມເສຍ. ເຖິງວ່າຈະຕ້ອງເສຍອະໄວຍະວະສ່ວນໜຶ່ງຂອງຮ່າງກາຍໄປ ກໍຍັງດີກວ່າຮ່າງກາຍທັງໝົດຕ້ອງຖືກໂຍນລົງໃນນະລົກ.30ແລະ ຖ້າມືເບື້ອງຂວາຂອງເຈົ້າເປັນຕົ້ນເຫດພາໃຫ້ເຈົ້າເຮັດບາບກໍຈົ່ງຕັດອອກ ແລະ ໂຍນຖິ້ມເສຍ. ເຖິງວ່າຈະຕ້ອງເສຍອະໄວຍະວະສ່ວນໜຶ່ງໃນຮ່າງກາຍໄປ ກໍຍັງດີກວ່າຮ່າງກາຍທັງໝົດລົງໄປໃນນະລົກ.ການຢ່າຮ້າງ
31“ມີຄຳກ່າວໄວ້ວ່າ, ‘ຖ້າຜູ້ໃດທີ່ປະຮ້າງເມຍຂອງຕົນຈະຕ້ອງເຮັດໜັງສືຢັ້ງຢືນການຢ່າຮ້າງໃຫ້ນາງ’. 32ແຕ່ເຮົາບອກພວກເຈົ້າທັງຫລາຍວ່າ, ຖ້າຜູ້ໃດຢ່າຮ້າງເມຍຂອງຕົນໂດຍທີ່ນາງບໍ່ໄດ້ຫລິ້ນຊູ້ກັບຊາຍອື່ນ, ກໍເທົ່າກັບວ່າຜູ້ນັ້ນເຮັດໃຫ້ນາງກາຍເປັນຄົນຫລິ້ນຊູ້ ແລະ ຜູ້ໃດແຕ່ງງານກັບຍິງທີ່ຖືກຢ່າຮ້າງ ຜູ້ນັ້ນກໍຫລິ້ນຊູ້.ການສາບານ
33“ອັນໜຶ່ງອີກ, ພວກເຈົ້າທັງຫລາຍໄດ້ຍິນຄຳທີ່ກ່າວໄວ້ແກ່ຄົນໃນສະໄໝບູຮານວ່າ, ‘ຢ່າເຮັດຜິດຕໍ່ຄຳປະຕິຍານ ແຕ່ຈົ່ງເຮັດຕາມທີ່ຕົນໄດ້ປະຕິຍານຕໍ່ອົງພຣະຜູ້ເປັນເຈົ້າໄວ້ແລ້ວນັ້ນ’.34ແຕ່ເຮົາບອກພວກເຈົ້າທັງຫລາຍວ່າ, ຢ່າສາບານ ບໍ່ວ່າຈະສາບານໂດຍອ້າງເຖິງສະຫວັນ ເພາະສະຫວັນເປັນບັນລັງຂອງພຣະເຈົ້າ,35ຫລື ໂດຍອ້າງເຖິງແຜ່ນດິນໂລກ ເພາະແຜ່ນດິນໂລກເປັນບ່ອນຮອງຕີນຂອງພຣະອົງ, ຫລື ໂດຍອ້າງເຖິງເຢຣູຊາເລັມ ເພາະເຢຣູຊາເລັມເປັນເມືອງຂອງກະສັດຜູ້ຍິ່ງໃຫຍ່.36ແລະ ຢ່າສາບານໂດຍອ້າງເຖິງຫົວຂອງຕົນ, ເພາະພວກເຈົ້າເອງບໍ່ສາມາດເຮັດໃຫ້ຜົມກາຍເປັນສີຂາວ ຫລື ດຳໄດ້ແມ່ນແຕ່ເສັ້ນດຽວ.37ທັງໝົດທີ່ພວກເຈົ້າຄວນເວົ້າກໍຄື: ‘ແມ່ນ’ ຫລື ‘ບໍ່ແມ່ນ’ ເທົ່ານັ້ນ, ຄຳເວົ້າທີ່ເກີນກວ່ານີ້ກໍມາຈາກມານຮ້າຍ.ຕາຕໍ່ຕາ
38“ພວກເຈົ້າທັງຫລາຍກໍໄດ້ຍິນຄຳທີ່ກ່າວໄວ້ວ່າ, ‘ຕາແທນຕາ ແລະ ແຂ້ວແທນແຂ້ວ’. 39ແຕ່ເຮົາບອກພວກເຈົ້າທັງຫລາຍວ່າ, ຢ່າຕໍ່ສູ້ກັບຄົນຊົ່ວ. ຖ້າຜູ້ໃດຕົບແກ້ມເຈົ້າເບື້ອງຂວາ, ຈົ່ງປິ່ນແກ້ມອີກເບື້ອງໜຶ່ງໃຫ້ພວກເຂົາເຫມືອນກັນ.40ແລະ ຖ້າມີຜູ້ໃດຕ້ອງການຟ້ອງເອົາເສື້ອຂອງເຈົ້າ, ຈົ່ງເອົາເສື້ອຄຸມຂອງເຈົ້າໃຫ້ແກ່ພວກເຂົາດ້ວຍ.41ຖ້າມີຜູ້ໃດບັງຄັບໃຫ້ພວກເຈົ້າໄປໜຶ່ງກິໂລແມັດກໍຈົ່ງໄປກັບເຂົາສອງກິໂລແມັດ.42ຈົ່ງໃຫ້ແກ່ຜູ້ທີ່ຂໍຈາກພວກເຈົ້າ ແລະ ຢ່າປິ່ນຫລັງໃສ່ຜູ້ທີ່ຕ້ອງການຈະຂໍຢືມຈາກພວກເຈົ້າ.ຄວາມຮັກຕໍ່ສັດຕູ
43“ພວກເຈົ້າທັງຫລາຍໄດ້ຍິນຄຳທີ່ກ່າວໄວ້ວ່າ, ‘ຈົ່ງຮັກເພື່ອນບ້ານ ແລະ ກຽດຊັງສັດຕູ’.44ແຕ່ເຮົາບອກພວກເຈົ້າວ່າ, ຈົ່ງຮັກສັດຕູຂອງພວກເຈົ້າ ແລະ ອະທິຖານເພື່ອບັນດາຜູ້ທີ່ຂົ່ມເຫັງພວກເຈົ້າ,45ເພື່ອວ່າພວກເຈົ້າຈະໄດ້ເປັນລູກຂອງພຣະບິດາເຈົ້າໃນສະຫວັນ. ພຣະອົງໃຫ້ດວງຕາເວັນຂອງພຣະອົງຂຶ້ນແກ່ທັງຄົນຊົ່ວ ແລະ ຄົນດີ, ໃຫ້ຝົນຕົກໃສ່ທັງຄົນຊອບທຳ ແລະ ຄົນອະທຳ.46ຖ້າພວກເຈົ້າຮັກແຕ່ຜູ້ທີ່ຮັກພວກເຈົ້າເທົ່ານັ້ນ ພວກເຈົ້າຈະໄດ້ບຳເໜັດຫຍັງ? ແມ່ນແຕ່ບັນດາຄົນເກັບພາສີກໍຍັງເຮັດຢ່າງນັ້ນບໍ່ແມ່ນບໍ?47ແລະ ຖ້າພວກເຈົ້າຕ້ອນຮັບສະເພາະແຕ່ພວກພີ່ນ້ອງຂອງຕົນເທົ່ານັ້ນ ພວກເຈົ້າເຮັດຫຍັງດີຫລາຍກວ່າຄົນອື່ນແດ່? ແມ່ນແຕ່ຄົນທີ່ບໍ່ເຊື່ອພຣະເຈົ້າກໍເຮັດຢ່າງນັ້ນບໍ່ແມ່ນບໍ?48ເຫດສະນັ້ນ, ພວກເຈົ້າທັງຫລາຍຈົ່ງເປັນຄົນດີທີ່ສຸດ ເໝືອນດັ່ງພຣະບິດາເຈົ້າຂອງພວກເຈົ້າໃນສະຫວັນເປັນຜູ້ດີທີ່ສຸດ.Biblica, Inc.