ມັດທາຍ4
ພຣະເຢຊູເຈົ້າຖືກທົດລອງໃນຖິ່ນແຫ້ງແລ້ງກັນດານ
1ຫລັງຈາກນັ້ນ ພຣະວິນຍານບໍລິສຸດເຈົ້າໄດ້ນຳພຣະເຢຊູເຈົ້າໄປຍັງຖິ່ນແຫ້ງແລ້ງກັນດານເພື່ອໃຫ້ມານຮ້າຍທົດລອງ.2ຫລັງຈາກອົດອາຫານໄດ້ສີ່ສິບວັນສີ່ສິບຄືນແລ້ວ, ພຣະເຢຊູເຈົ້າກໍຢາກອາຫານ.3ຜູ້ລໍ້ລວງກໍໄດ້ມາຫາພຣະອົງ ແລະ ກ່າວວ່າ, “ຖ້າທ່ານເປັນພຣະບຸດຂອງພຣະເຈົ້າ, ຈົ່ງສັ່ງກ້ອນຫີນເຫລົ່ານີ້ໃຫ້ກາຍເປັນເຂົ້າຈີ່”.4ພຣະເຢຊູເຈົ້າຕອບວ່າ, “ມີຄຳຂຽນໄວ້ໃນພຣະຄຳພີວ່າ: ‘ມະນຸດຈະດຳລົງຊີວິດຢູ່ດ້ວຍອາຫານພຽງຢ່າງດຽວກໍບໍ່ໄດ້, ແຕ່ດ້ວຍທຸກຖ້ອຍຄຳທີ່ອອກມາຈາກປາກຂອງພຣະເຈົ້າ’ ”.5ແລ້ວມານຮ້າຍຈຶ່ງໄດ້ນຳພຣະອົງໄປຍັງນະຄອນສັກສິດ ແລະ ໃຫ້ພຣະອົງຢືນຢູ່ເທິງຈຸດທີ່ສູງສຸດຂອງວິຫານ.6ມານຮ້າຍໄດ້ເວົ້າວ່າ, “ຖ້າທ່ານເປັນພຣະບຸດຂອງພຣະເຈົ້າ, ຈົ່ງໂດດລົງໄປ. ເພາະມີຄຳຂຽນໄວ້ໃນພຣະຄຳພີວ່າ:“ ‘ພຣະເຈົ້າຈະສັ່ງໃຫ້ພວກເທວະດາຂອງພຣະອົງກ່ຽວກັບເລື່ອງທ່ານ,ແລະ ຝູງເທວະດາເຫລົ່ານັ້ນຈະໃຊ້ມືຂອງຕົນອູ້ມທ່ານເພື່ອບໍ່ໃຫ້ຕີນຂອງທ່ານຕຳກ້ອນຫີນ’ ”.7ພຣະເຢຊູເຈົ້າໄດ້ຕອບວ່າ, “ມີຄຳຂຽນໄວ້ໃນພຣະຄຳພີອີກວ່າ: ‘ຢ່າທົດລອງອົງພຣະຜູ້ເປັນເຈົ້າພຣະເຈົ້າຂອງເຈົ້າ’ ”.8ອີກເທື່ອໜຶ່ງ, ມານຮ້າຍໄດ້ພາພຣະອົງໄປເທິງພູທີ່ສູງຫລາຍ ແລະ ໄດ້ສະແດງອານາຈັກທັງໝົດຂອງໂລກ ແລະ ຄວາມງົດງາມຂອງອານາຈັກເຫລົ່ານັ້ນໃຫ້ພຣະອົງເບິ່ງ.9ແລ້ວກໍເວົ້າວ່າ, “ສິ່ງທັງໝົດເຫລົ່ານີ້ເຮົາຈະຍົກໃຫ້ທ່ານ ຖ້າທ່ານກົ້ມຂາບ ແລະ ນະມັດສະການເຮົາ”.10ພຣະເຢຊູເຈົ້າກ່າວວ່າ, “ມານຊາຕານ, ຈົ່ງໜີໄປຈາກເຮົາ! ເພາະມີຄຳຂຽນໄວ້ໃນພຣະຄຳພີວ່າ, ‘ຈົ່ງນະມັດສະການອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງເຈົ້າ ແລະ ຮັບໃຊ້ພຣະອົງແຕ່ຜູ້ດຽວເທົ່ານັ້ນ’ ”.11ແລ້ວມານຮ້າຍກໍຈາກພຣະອົງໄປ ແລະ ບັນດາເທວະດາກໍໄດ້ມາຮັບໃຊ້ພຣະອົງ.ພຣະເຢຊູເຈົ້າເລີ່ມຕົ້ນເທດສະໜາ
12ເມື່ອພຣະເຢຊູເຈົ້າໄດ້ຍິນຂ່າວວ່າໂຢຮັນຖືກຂັງຄຸກແລ້ວ, ພຣະອົງຈຶ່ງກັບຄືນໄປຍັງແຂວງຄາລີເລ.13ພຣະອົງໄດ້ຍ້າຍຈາກເມືອງນາຊາເຣັດມາອາໄສຢູ່ທີ່ເມືອງກາເປນາອູມ, ເຊິ່ງຕັ້ງຢູ່ແຄມທະເລສາບໃນຂົງເຂດເຊບູໂລນ ແລະ ເນັບທາລີ,14ເພື່ອໃຫ້ສຳເລັດຕາມທີ່ໄດ້ກ່າວໄວ້ຜ່ານຜູ້ທຳນວາຍເອຊາຢາວ່າ:15“ດິນແດນເຊບູໂລນ ແລະ ດິນແດນເນັບທາລີ,ເສັ້ນທາງສູ່ທະເລລຽບຕາມແມ່ນ້ຳຈໍແດນ,ແຂວງຄາລີເລແຫ່ງບັນດາຄົນຕ່າງຊາດ16ປະຊາຊົນຜູ້ທີ່ໃຊ້ຊີວິດຢູ່ໃນຄວາມມືດໄດ້ເຫັນແສງສະຫວ່າງອັນຍິ່ງໃຫຍ່;ບັນດາຜູ້ອາໄສໃນດິນແດນຂອງເງົາແຫ່ງຄວາມຕາຍນັ້ນແສງສະຫວ່າງເລີ່ມສ່ອງສະຫວ່າງຂຶ້ນແລ້ວ”. 17ຕັ້ງແຕ່ເວລານັ້ນມາ ພຣະເຢຊູເຈົ້າກໍເລີ່ມຕົ້ນເທດສະໜາວ່າ, “ຈົ່ງຖິ້ມໃຈເກົ່າເອົາໃຈໃໝ່ ເພາະອານາຈັກສະຫວັນມາໃກ້ແລ້ວ”.ພຣະເຢຊູເຈົ້າໄດ້ເອີ້ນເອົາສາວົກກຸ່ມທຳອິດ
18ຂະນະທີ່ພຣະເຢຊູເຈົ້າກຳລັງຍ່າງໄປຕາມແຄມທະເລສາບຄາລີເລຢູ່ນັ້ນ, ພຣະອົງໄດ້ເຫັນສອງອ້າຍນ້ອງຄື: ຊີໂມນ ທີ່ມີຊື່ອີກວ່າເປໂຕ ແລະ ນ້ອງຊາຍຂອງເພິ່ນຊື່ວ່າອັນເດອາ. ພວກເພິ່ນກຳລັງຢ່ອນມອງຢູ່ໃນທະເລສາບ, ເພາະພວກເພິ່ນເປັນຄົນຫາປາ.19ພຣະເຢຊູເຈົ້າກ່າວວ່າ, “ຈົ່ງຕາມເຮົາມາ ແລະ ເຮົາຈະໃຊ້ພວກເຈົ້າໃຫ້ເປັນຜູ້ຫາຄົນ”.20ໃນທັນໃດນັ້ນ ພວກເພິ່ນກໍປະມອງຂອງຕົນ ແລະ ຕິດຕາມພຣະອົງໄປ.21ຈາກທີ່ນັ້ນໄປ ພຣະອົງໄດ້ເຫັນສອງອ້າຍນ້ອງຄື: ຢາໂກໂບລູກຊາຍຂອງເຊເບດາຍ ແລະ ໂຢຮັນນ້ອງຊາຍຂອງເພິ່ນ. ພວກເພິ່ນກຳລັງແປງມອງຂອງຕົນຮ່ວມກັບເຊເບດາຍພໍ່ຂອງພວກເພິ່ນຢູ່ໃນເຮືອ. ພຣະເຢຊູເຈົ້າຈຶ່ງໄດ້ເອີ້ນເອົາພວກເພິ່ນ,22ແລະ ໃນທັນໃດນັ້ນ ພວກເພິ່ນທັງສອງກໍປະເຮືອ ແລະ ພໍ່ຂອງພວກເພິ່ນແລ້ວຕິດຕາມພຣະອົງໄປ.ພຣະເຢຊູເຈົ້າຮັກສາຄົນເຈັບປ່ວຍ
23ພຣະເຢຊູເຈົ້າໄດ້ເດີນທາງໄປທົ່ວແຂວງຄາລີເລ, ສັ່ງສອນຕາມທຳມະສາລາຂອງພວກເຂົາ, ໄດ້ປະກາດຂ່າວປະເສີດເລື່ອງອານາຈັກສະຫວັນ ແລະ ຮັກສາຄົນທີ່ມີພະຍາດໂລຄາ ແລະ ຄົນເຈັບໄຂ້ໄດ້ປ່ວຍທຸກຊະນິດໃນທ່າມກາງປະຊາຊົນ.24ຂ່າວກ່ຽວກັບພຣະອົງໄດ້ແຜ່ກະຈາຍໄປທົ່ວປະເທດຊີເຣຍ ແລະ ປະຊາຊົນໄດ້ນຳຄົນເຈັບປ່ວຍດ້ວຍພະຍາດຕ່າງໆມາໃຫ້ພຣະເຢຊູເຈົ້າຮັກສາ, ມີທັງຄົນທີ່ເຈັບປວດທໍລະມານ, ຄົນຖືກຜີມານຮ້າຍເຂົ້າສິງ, ຄົນບ້າໝູ, ຄົນເປ້ຍ ແລະ ພຣະອົງໄດ້ຮັກສາພວກເຂົາໃຫ້ຫາຍດີ.25ປະຊາຊົນເປັນຈຳນວນຫລວງຫລາຍຈາກແຂວງຄາລີເລ, ແຂວງເດກາໂປລີ, ເຢຣູຊາເລັມ, ແຂວງຢູດາຍ ແລະ ຈາກອີກຟາກໜຶ່ງຂອງແມ່ນ້ຳຈໍແດນກໍໄດ້ຕິດຕາມພຣະອົງໄປ.Biblica, Inc.