ມັດທາຍ28
ພຣະເຢຊູເຈົ້າໄດ້ເປັນຄືນມາຈາກຕາຍ
1ຫລັງຈາກວັນຊະບາໂຕ, ເວລາຮຸ່ງເຊົ້າວັນຕົ້ນສັບປະດາ ມາຣີຊາວມັກດາລາ ແລະ ມາຣີຄົນໜຶ່ງອີກໄດ້ໄປເບິ່ງທີ່ອຸບມຸງ.2ເກີດແຜ່ນດິນໄຫວຢ່າງຮຸນແຮງ ເພາະເທວະດາຕົນໜຶ່ງຂອງອົງພຣະຜູ້ເປັນເຈົ້າໄດ້ລົງມາຈາກສະຫວັນ ແລະ ໄປທີ່ອຸບມຸງ, ກຶ່ງກ້ອນຫີນອອກຈາກປາກອຸບມຸງແລ້ວນັ່ງຢູ່ເທິງກ້ອນຫີນນັ້ນ.3ເທວະດາຕົນນີ້ມີລັກສະນະເໝືອນແສງຟ້າແມບ, ເຄື່ອງນຸ່ງກໍຂາວເໝືອນຫິມະ.4ພວກຄົນຍາມທີ່ເຝົ້າຢູ່ກໍຢ້ານເທວະດາຕົນນັ້ນຈົນໂຕສັ່ນ ແລະ ກາຍເປັນເໝືອນຄົນຕາຍ.5ເທວະດານັ້ນໄດ້ກ່າວແກ່ພວກແມ່ຍິງວ່າ, “ຢ່າຢ້ານເລີຍ, ເພາະເຮົາຮູ້ວ່າພວກເຈົ້າມາຊອກຫາພຣະເຢຊູເຈົ້າຜູ້ຖືກຄຶງໄວ້ທີ່ໄມ້ກາງແຂນ.6ພຣະອົງບໍ່ໄດ້ຢູ່ທີ່ນີ້ ພຣະອົງເປັນຄືນມາແລ້ວ ຕາມທີ່ພຣະອົງໄດ້ກ່າວໄວ້. ຈົ່ງມາເບິ່ງບ່ອນທີ່ພວກເຂົາວາງຮ່າງກາຍຂອງພຣະອົງໄວ້.7ແລ້ວຈົ່ງຟ້າວໄປບອກພວກສາວົກຂອງພຣະອົງວ່າ, ‘ພຣະອົງເປັນຄືນມາຈາກຕາຍແລ້ວ ແລະ ກຳລັງໄປແຂວງຄາລີເລກ່ອນໜ້າພວກເຈົ້າ. ພວກເຈົ້າຈະເຫັນພຣະອົງໃນທີ່ນັ້ນ’. ບັດນີ້ ເຮົາໄດ້ບອກພວກເຈົ້າໄວ້ແລ້ວ”.8ດັ່ງນັ້ນ ແມ່ຍິງເຫລົ່ານັ້ນຈຶ່ງຟ້າວອອກໄປຈາກອຸບມຸງ, ທັງຢ້ານທັງຊື່ນຊົມຍິນດີຫລາຍ ແລະ ແລ່ນໄປບອກພວກສາວົກຂອງພຣະອົງ.9ໃນທັນໃດນັ້ນ ພຣະເຢຊູເຈົ້າໄດ້ມາພົບພວກເຂົາ ແລະກ່າວທັກທາຍພວກເຂົາ. ພວກເຂົາກໍເຂົ້າມາຫາພຣະອົງ ແລະ ຈັບຕີນຂອງພຣະອົງ ແລະ ຂາບລົງນະມັດສະການພຣະອົງ.10ແລ້ວພຣະເຢຊູເຈົ້າກ່າວກັບພວກເຂົາວ່າ, “ຢ່າຢ້ານເລີຍ, ຈົ່ງໄປບອກບັນດາພີ່ນ້ອງຂອງເຮົາໃຫ້ໄປຍັງແຂວງຄາລີເລ, ພວກເຂົາຈະເຫັນເຮົາຢູ່ທີ່ນັ້ນ”.ຄຳລາຍງານຂອງພວກຄົນຍາມ
11ໃນຂະນະທີ່ແມ່ຍິງເຫລົ່ານັ້ນກຳລັງເດີນທາງໄປ, ຄົນຍາມບາງຄົນໄດ້ເຂົ້າໄປໃນເມືອງ ແລະ ໄດ້ລາຍງານເຖິງເຫດການທີ່ໄດ້ເກີດຂຶ້ນນັ້ນຕໍ່ພວກຫົວໜ້າປະໂລຫິດ.12ເມື່ອພວກຫົວໜ້າປະໂລຫິດໄດ້ປະຊຸມກັນກັບພວກເຖົ້າແກ່ ແລະ ວາງແຜນການແລ້ວ, ພວກເຂົາກໍເອົາເງິນຈໍານວນຫລາຍໃຫ້ພວກທະຫານ13ພ້ອມທັງສັ່ງວ່າ, “ພວກເຈົ້າຈົ່ງເວົ້າວ່າ, ‘ພວກສາວົກໄດ້ມາລັກເອົາສົບໄປໃນຕອນກາງຄືນໃນຂະນະທີ່ພວກເຮົານອນຫລັບຢູ່’.14ຖ້າເລື່ອງນີ້ຮູ້ໄປເຖິງຜູ້ປົກຄອງ ພວກເຮົາຈະເວົ້າແກ້ໂຕກັບເພິ່ນ ແລະ ປ້ອງກັນພວກເຈົ້າບໍ່ໃຫ້ມີບັນຫາ”.15ດັ່ງນັ້ນ ພວກທະຫານຈຶ່ງຮັບເງິນ ແລະ ພາກັນເຮັດຕາມຄຳແນະນໍານັ້ນ. ແລ້ວເລື່ອງນີ້ໄດ້ຖືກເຜີຍແຜ່ໄປຢ່າງກວ້າງຂວາງໃນທ່າມກາງຊາວຢິວຈົນເຖິງທຸກວັນນີ້.ພຣະມະຫາບັນຊາ
16ແລ້ວພວກສາວົກທັງສິບເອັດຄົນຈຶ່ງໄປທີ່ແຂວງຄາລີເລ, ໄປທີ່ພູເຂົາບ່ອນທີ່ພຣະເຢຊູເຈົ້າໄດ້ບອກພວກເພິ່ນໄວ້.17ເມື່ອພວກເພິ່ນໄດ້ເຫັນພຣະອົງແລ້ວ ພວກເພິ່ນກໍຂາບລົງນະມັດສະການພຣະອົງ ແຕ່ບາງຄົນໃນພວກເພິ່ນຍັງສົງໄສຢູ່.18ແລ້ວພຣະເຢຊູເຈົ້າເຂົ້າມາຫາພວກເພິ່ນ ແລະ ກ່າວວ່າ, “ສິດອຳນາດທັງໝົດໃນສະຫວັນ ແລະ ໃນແຜ່ນດິນໂລກໄດ້ມອບໃຫ້ແກ່ເຮົາແລ້ວ.19ເຫດສະນັ້ນ ຈົ່ງໄປ ແລະ ເຮັດໃຫ້ຄົນທຸກຊາດເປັນລູກສິດ, ໃຫ້ພວກເຂົາຮັບບັບຕິສະມາໃນ ນາມແຫ່ງພຣະບິດາ ພຣະບຸດ ແລະ ພຣະວິນຍານບໍລິສຸດເຈົ້າ,20ສັ່ງສອນພວກເຂົາໃຫ້ເຊື່ອຟັງທຸກສິ່ງທີ່ເຮົາໄດ້ສັ່ງພວກເຈົ້າໄວ້ແລ້ວນັ້ນ. ແລະ ແນ່ນອນ ເຮົາຈະຢູ່ກັບພວກເຈົ້າທັງຫລາຍທຸກໆວັນຈົນສິ້ນຍຸກ”.Biblica, Inc.