ມາຣະໂກ1
ການປະກາດຂອງໂຢຮັນບັບຕິສະໂຕ
1ຂ່າວປະເສີດເລື່ອງພຣະເຢຊູເຈົ້າພຣະເມຊີອາ ພຣະບຸດຂອງພຣະເຈົ້າ ໄດ້ເລີ່ມຕົ້ນດັ່ງນີ້,2ໃນພຣະທຳເອຊາຢາຜູ້ທຳນວາຍມີຂຽນໄວ້ວ່າ:“ເຮົາຈະໃຊ້ທູດຂອງເຮົາໄປກ່ອນໜ້າທ່ານເພື່ອຈັດຕຽມຫົນທາງສຳລັບທ່ານ” 3“ສຽງຂອງຜູ້ໜຶ່ງຮ້ອງໃນຖິ່ນແຫ້ງແລ້ງກັນດານວ່າ,‘ຈົ່ງຈັດຕຽມຫົນທາງສຳລັບອົງພຣະຜູ້ເປັນເຈົ້າ,ຈົ່ງເຮັດຫົນທາງສຳລັບພຣະອົງໃຫ້ຊື່ໄປ’ ”. 4ແລ້ວໂຢຮັນບັບຕິສະໂຕກໍໄດ້ປາກົດໂຕໃນຖິ່ນແຫ້ງແລ້ງກັນດານ ແລະ ໄດ້ເທດສະໜາເລື່ອງການຮັບບັບຕິສະມາທີ່ສະແດງເຖິງການຖິ້ມໃຈເກົ່າເອົາໃຈໃໝ່ ເພື່ອຮັບການອະໄພບາບ.5ປະຊາຊົນທົ່ວແຂວງຢູດາຍ ແລະ ຊາວເຢຣູຊາເລັມທັງໝົດໄດ້ພາກັນອອກໄປຫາເພິ່ນ. ເມື່ອພວກເຂົາສາລະພາບບາບທັງຫລາຍຂອງຕົນແລ້ວ ໂຢຮັນກໍໃຫ້ພວກເຂົາຮັບບັບຕິສະມາໃນແມ່ນ້ຳຈໍແດນ.6ໂຢຮັນນຸ່ງເຄື່ອງທີ່ເຮັດຈາກຂົນອູດ ເພິ່ນຮັດແອວຂອງເພິ່ນດ້ວຍສາຍແອວໜັງ ແລະ ເພິ່ນກິນຕັກແຕນ ແລະ ນ້ຳເຜິ້ງປ່າ.7ແລະ ນີ້ແມ່ນຂໍ້ຄວາມຂອງເພິ່ນຄື: “ຜູ້ທີ່ຈະມາພາຍຫລັງເຮົາກໍຍິ່ງໃຫຍ່ກວ່າເຮົາ, ເຊິ່ງເຮົາບໍ່ສົມຄວນແມ່ນແຕ່ຈະກົ້ມລົງແກ້ສາຍຮັດເກີບຂອງເພິ່ນ.8ເຮົາໃຫ້ພວກເຈົ້າທັງຫລາຍບັບຕິສະມາດ້ວຍນ້ຳ ແຕ່ພຣະອົງຈະໃຫ້ພວກເຈົ້າທັງຫລາຍບັບຕິສະມາດ້ວຍພຣະວິນຍານບໍລິສຸດເຈົ້າ”.ພຣະເຢຊູເຈົ້າຮັບບັບຕິສະມາ ແລະ ຖືກມານຊາຕານທົດລອງ
9ໃນເວລານັ້ນ ພຣະເຢຊູເຈົ້າໄດ້ມາຈາກບ້ານນາຊາເຣັດໃນແຂວງຄາລີເລ ແລະ ຮັບບັບຕິສະມາຈາກໂຢຮັນໃນແມ່ນ້ຳຈໍແດນ.10ໃນຂະນະທີ່ພຣະເຢຊູເຈົ້າຂຶ້ນຈາກນ້ຳນັ້ນ, ພຣະອົງກໍເຫັນສະຫວັນເປີດອອກ ແລະ ມີພຣະວິນຍານບໍລິສຸດເຈົ້າເໝືອນດັ່ງນົກເຂົາລົງມາຢູ່ເທິງພຣະອົງ.11ແລ້ວມີສຽງໜຶ່ງມາຈາກສະຫວັນວ່າ: “ທ່ານເປັນບຸດຂອງເຮົາ, ຜູ້ທີ່ເຮົາຮັກ ເຮົາພໍໃຈທ່ານຫລາຍ”.12ໃນທັນໃດນັ້ນ ພຣະວິນຍານບໍລິສຸດເຈົ້າໄດ້ພາພຣະອົງເຂົ້າໄປໃນຖິ່ນແຫ້ງແລ້ງກັນດານ,13ພຣະອົງຢູ່ໃນຖິ່ນແຫ້ງແລ້ງກັນດານເປັນເວລາສີ່ສິບວັນ, ຖືກທົດລອງໂດຍມານຊາຕານ. ພຣະອົງຢູ່ກັບສັດປ່າ ແລະ ບັນດາເທວະດາໄດ້ມາບົວລະບັດພຣະອົງ.ພຣະເຢຊູເຈົ້າເອີ້ນເອົາສາວົກກຸ່ມທຳອິດ
14ຫລັງຈາກໂຢຮັນຖືກຂັງຄຸກແລ້ວ ພຣະເຢຊູເຈົ້າໄດ້ໄປປະກາດຂ່າວປະເສີດຂອງພຣະເຈົ້າທີ່ແຂວງຄາລີເລ.15ພຣະອົງກ່າວວ່າ, “ເວລາທີ່ໄດ້ກຳນົດໄວ້ມາເຖິງແລ້ວ ແລະ ອານາຈັກຂອງພຣະເຈົ້າໄດ້ມາໃກ້ແລ້ວ. ຈົ່ງຖິ້ມໃຈເກົ່າເອົາໃຈໃໝ່ ແລະ ເຊື່ອໃນຂ່າວປະເສີດ!”16ຂະນະທີ່ພຣະເຢຊູເຈົ້າຍ່າງໄປຕາມແຄມທະເລສາບຄາລີເລຢູ່ນັ້ນ, ພຣະອົງໄດ້ເຫັນຊີໂມນ ແລະ ນ້ອງຊາຍຂອງເພິ່ນຊື່ວ່າອັນເດອາ ກຳລັງຢ່ອນມອງຢູ່ໃນທະເລສາບ, ເພາະພວກເພິ່ນເປັນຄົນຫາປາ.17ພຣະເຢຊູເຈົ້າກ່າວວ່າ, “ຈົ່ງຕາມເຮົາມາ ແລະ ເຮົາຈະໃຊ້ພວກເຈົ້າໃຫ້ເປັນຜູ້ຫາຄົນ”.18ໃນທັນໃດນັ້ນ ພວກເພິ່ນກໍປະມອງຂອງຕົນ ແລະ ຕິດຕາມພຣະອົງໄປ.19ເມື່ອພຣະອົງເດີນທາງໄປອີກໜ້ອຍໜຶ່ງ ພຣະອົງກໍເຫັນຢາໂກໂບລູກຊາຍຂອງເຊເບດາຍ ແລະ ໂຢຮັນຜູ້ເປັນນ້ອງຊາຍຂອງຢາໂກໂບ ກຳລັງແປງມອງຂອງຕົນຢູ່ໃນເຮືອ.20ພໍພຣະເຢຊູເຈົ້າເຫັນຈຶ່ງເອີ້ນເອົາພວກເພິ່ນທັນທີ ແລະ ພວກເພິ່ນຈຶ່ງປະພໍ່ຂອງຕົນຄືເຊເບດາຍ ແລະ ລູກຈ້າງໄວ້ໃນເຮືອແລ້ວຕິດຕາມພຣະອົງໄປ.ພຣະເຢຊູເຈົ້າຂັບໄລ່ວິນຍານສົກກະປົກ
21ພຣະເຢຊູເຈົ້າ ແລະ ບັນດາສາວົກຂອງພຣະອົງໄດ້ໄປຍັງເມືອງກາເປນາອູມ, ແລະ ເມື່ອເຖິງວັນຊະບາໂຕ ພຣະເຢຊູເຈົ້າໄດ້ເຂົ້າໄປໃນທຳມະສາລາ ແລະ ໄດ້ເລີ່ມຕົ້ນສັ່ງສອນ.22ປະຊາຊົນໄດ້ຕ່າງກໍປະຫລາດໃຈໃນຄຳສັ່ງສອນຂອງພຣະອົງ, ເພາະວ່າພຣະອົງໄດ້ສັ່ງສອນພວກເຂົາເໝືອນຜູ້ມີສິດອຳນາດ, ບໍ່ເໝືອນກັບພວກຄູສອນກົດບັນຍັດ.23ໃນຂະນະນັ້ນ ມີຊາຍຄົນໜຶ່ງໃນທຳມະສາລາທີ່ໄດ້ຖືກວິນຍານສົກກະປົກເຂົ້າສິງຢູ່ ແລະ ຮ້ອງຂຶ້ນວ່າ,24“ເຢຊູຊາວນາຊາເຣັດ, ທ່ານຕ້ອງການສິ່ງໃດຈາກພວກຂ້ານ້ອຍ? ທ່ານມາເພື່ອທຳລາຍພວກຂ້ານ້ອຍບໍ? ຂ້ານ້ອຍຮູ້ວ່າທ່ານເປັນຜູ້ໃດ ທ່ານຄືອົງບໍລິສຸດຂອງພຣະເຈົ້າ!”25ພຣະເຢຊູເຈົ້າສັ່ງວິນຍານສົກກະປົກຢ່າງເດັດຂາດວ່າ, “ມິດງຽບ! ຈົ່ງອອກມາຈາກລາວດຽວນີ້!”26ວິນຍານສົກກະປົກໄດ້ເຮັດໃຫ້ຊາຍຄົນນັ້ນຊັກດິ້ນຢ່າງຮຸນແຮງ ແລ້ວຮ້ອງສຽງດັງ ແລະ ກໍອອກໄປຈາກລາວ.27ປະຊາຊົນທຸກຄົນຕ່າງກໍພາກັນປະຫລາດໃຈ ແລະ ຖາມກັນວ່າ, “ນີ້ແມ່ນຫຍັງ? ເປັນຄຳສັ່ງສອນໃໝ່ ແລະ ທັງຍັງມີສິດອຳນາດ! ທ່ານຜູ້ນີ້ສັ່ງວິນຍານສົກກະປົກ ແລະ ພວກມັນກໍຍອມເຊື່ອຟັງເພິ່ນ”.28ຊື່ສຽງຂອງພຣະອົງຈຶ່ງແຜ່ໄປທົ່ວແຂວງຄາລີເລຢ່າງວ່ອງໄວ.ພຣະເຢຊູເຈົ້າຮັກສາຫລາຍຄົນໃຫ້ດີພະຍາດ
29ໃນທັນທີທີ່ພວກເພິ່ນອອກຈາກທຳມະສາລາ ພວກເພິ່ນກໍໄປກັບຢາໂກໂບ ແລະ ໂຢຮັນ ໄປທີ່ເຮືອນຂອງຊີໂມນ ແລະ ອັນເດອາ.30ແມ່ເມຍຂອງຊີໂມນນອນເປັນໄຂ້ຢູ່ເທິງຕຽງ, ພວກເຂົາຈຶ່ງບອກເລື່ອງຂອງນາງໃຫ້ພຣະອົງຮູ້ທັນທີ.31ດັ່ງນັ້ນ ພຣະອົງຈຶ່ງເຂົ້າໄປໃກ້ ແລະ ຈັບມືຂອງນາງ ແລະ ຊ່ວຍນາງໃຫ້ລຸກຂຶ້ນ. ໃນທັນໃດນັ້ນ ໄຂ້ກໍຫາຍ ແລະ ນາງຈຶ່ງເຝົ້າຮັບໃຊ້ພວກເພິ່ນ.32ຕອນແລງວັນນັ້ນຫລັງຈາກຕາເວັນຕົກດິນ ປະຊາຊົນກໍໄດ້ພາບັນດາຄົນທີ່ເຈັບປ່ວຍ ແລະ ຄົນທີ່ຖືກຜີມານຮ້າຍເຂົ້າສິງມາຫາພຣະເຢຊູເຈົ້າ.33ຄົນເມືອງທັງໝົດໄດ້ມາເຕົ້າໂຮມກັນຢູ່ທີ່ປະຕູ,34ແລະ ພຣະເຢຊູເຈົ້າໄດ້ຮັກສາຫລາຍຄົນທີ່ເຈັບໄຂ້ໄດ້ປ່ວຍດ້ວຍພະຍາດຕ່າງໆໃຫ້ຫາຍດີ. ພຣະອົງຍັງໄດ້ຂັບໄລ່ຜີມານຮ້າຍຫລາຍໂຕອອກໄປ, ແຕ່ພຣະອົງບໍ່ອະນຸຍາດໃຫ້ຜີມານຮ້າຍທັງຫລາຍເວົ້າຫຍັງຈັກຄຳ ເພາະພວກມັນຮູ້ວ່າພຣະອົງເປັນຜູ້ໃດ.ພຣະເຢຊູເຈົ້າອະທິຖານໃນບ່ອນທີ່ງຽບສະຫງົບ
35ໃນເວລາເຊົ້າມືດ ພຣະເຢຊູເຈົ້າໄດ້ລຸກຂຶ້ນ, ແລ້ວອອກຈາກເຮືອນໄປຍັງບ່ອນທີ່ງຽບສະຫງົບ ບ່ອນທີ່ພຣະອົງໄດ້ອະທິຖານນັ້ນ.36ຊີໂມນ ແລະ ເພື່ອນທີ່ຢູ່ນຳກັນກໍໄດ້ອອກໄປຊອກຫາພຣະອົງ,37ເມື່ອພົບແລ້ວ ພວກເພິ່ນກໍຮ້ອງອອກມາວ່າ: “ທຸກຄົນກຳລັງຊອກຫາທ່ານຢູ່!”38ພຣະເຢຊູເຈົ້າຈຶ່ງຕອບພວກເພິ່ນວ່າ, “ໃຫ້ພວກເຮົາໄປຍັງບ່ອນອື່ນໆໃນຂົງເຂດໃກ້ຄຽງນີ້ ເພື່ອເຮົາຈະໄດ້ປະກາດຂ່າວປະເສີດຢູ່ທີ່ນັ້ນດ້ວຍ. ເຮົາໄດ້ມາກໍເພື່ອພາລະກິດນີ້ແຫລະ”.39ດັ່ງນັ້ນ ພຣະອົງຈຶ່ງໄດ້ເດີນທາງໄປທົ່ວແຂວງຄາລີເລ ໄດ້ເທດສະໜາໃນທຳມະສາລາ ແລະ ຂັບໄລ່ຜີມານຮ້າຍທັງຫລາຍໃຫ້ອອກໄປ.ພຣະເຢຊູເຈົ້າຮັກສາຄົນຂີ້ທູດ
40ມີຊາຍຄົນໜຶ່ງທີ່ເປັນພະຍາດຂີ້ທູດ ໄດ້ມາຫາພຣະເຢຊູເຈົ້າ ແລະ ຄຸເຂົ່າລົງອ້ອນວອນຂໍພຣະອົງວ່າ, “ຖ້າພຣະອົງເຕັມໃຈ ພຣະອົງກໍສາມາດເຮັດໃຫ້ຂ້ານ້ອຍດີສະອາດໄດ້”.41ພຣະເຢຊູເຈົ້າໃຈຮ້າຍ. ພຣະອົງເດ່ມືອອກໄປແຕະຕ້ອງລາວ ແລະ ກ່າວວ່າ, “ເຮົາພໍໃຈຈະຮັກສາ ຈົ່ງດີສະອາດສາ!”42ໃນທັນໃດນັ້ນ ພະຍາດຂີ້ທູດກໍຫາຍໄປຈາກຊາຍຄົນນີ້ ແລະ ລາວຈຶ່ງດີສະອາດ.43ແລ້ວພຣະເຢຊູເຈົ້າໄດ້ສົ່ງລາວໜີໄປທັນທີ ພ້ອມກັບເຕືອນຢ່າງເຂັ້ມງວດວ່າ:44“ຈົ່ງລະວັງຢ່າບອກເລື່ອງນີ້ແກ່ຜູ້ໃດ ແຕ່ຈົ່ງໄປສະແດງໂຕຕໍ່ປະໂລຫິດ ແລະ ຖວາຍເຄື່ອງບູຊາຕາມທີ່ໂມເຊໄດ້ສັ່ງໄວ້, ເພື່ອເປັນພະຍານໃຫ້ແກ່ຄົນທັງຫລາຍວ່າເຈົ້າດີສະອາດແລ້ວ”.45ແຕ່ພໍຊາຍຄົນນີ້ຈາກໄປແລ້ວ ລາວພັດໄປປະກາດເລື່ອງນີ້ໃຫ້ແຜ່ກະຈາຍໄປທົ່ວທຸກບ່ອນ ຍ້ອນຂ່າວນີ້ ພຣະເຢຊູເຈົ້າຈຶ່ງບໍ່ສາມາດເຂົ້າໄປໃນເມືອງໄດ້ຢ່າງເປີດເຜີຍອີກຕໍ່ໄປ ແຕ່ພຣະອົງໄດ້ອາໄສຢູ່ນອກເມືອງໃນບ່ອນປ່ຽວ. ເຖິງປານນັ້ນ ກໍຍັງມີຄົນຈາກທຸກທີ່ທຸກບ່ອນມາຫາພຣະອົງ.Biblica, Inc.