ມັດທາຍ18
ຜູ້ເປັນໃຫຍ່ທີ່ສຸດໃນອານາຈັກສະຫວັນ
1ໃນເວລານັ້ນ ພວກສາວົກໄດ້ມາຫາພຣະເຢຊູເຈົ້າ ແລະ ຖາມພຣະອົງວ່າ, “ແລ້ວຜູ້ໃດເປັນຜູ້ໃຫຍ່ທີ່ສຸດໃນອານາຈັກສະຫວັນ?”2ພຣະອົງເອີ້ນເອົາເດັກນ້ອຍຄົນໜຶ່ງມາຢືນຢູ່ທ່າມກາງພວກເພິ່ນ.3ແລ້ວພຣະອົງກ່າວວ່າ: “ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ຖ້າພວກເຈົ້າບໍ່ປ່ຽນແປງ ແລະ ກາຍເປັນເໝືອນເດັກນ້ອຍ, ພວກເຈົ້າຈະເຂົ້າໄປໃນອານາຈັກສະຫວັນບໍ່ໄດ້ຈັກເທື່ອ.4ເຫດສະນັ້ນ, ຖ້າຜູ້ໃດຖ່ອມໂຕລົງເປັນເໝືອນເດັກຄົນນີ້ ຜູ້ນັ້ນກໍເປັນໃຫຍ່ທີ່ສຸດໃນອານາຈັກສະຫວັນ.5“ແລະຜູ້ໃດກໍຕາມທີ່ຕ້ອນຮັບເດັກນ້ອຍຜູ້ໜຶ່ງຢ່າງນີ້ໄວ້ໃນນາມຂອງເຮົາ ຜູ້ນັ້ນກໍຕ້ອນຮັບເຮົາ,6ຖ້າຜູ້ໃດເປັນຕົ້ນເຫດພາໃຫ້ເດັກນ້ອຍຄົນໜຶ່ງໃນບັນດາເດັກນ້ອຍເຫລົ່ານີ້ທີ່ເຊື່ອໃນເຮົາຕົກໃນບາບ ໃຫ້ເອົາຫີນໂມ້ແປ້ງກ້ອນໃຫຍ່ຜູກຄໍຄົນນັ້ນແລ້ວຖິ້ມລົງໃນທະເລເລິກກໍຍັງດີກວ່າ.7“ວິບັດແກ່ໂລກນີ້ ເພາະເປັນສິ່ງພາໃຫ້ມະນຸດຕົກໃນບາບ! ສິ່ງເຫລົ່ານີ້ຈະຕ້ອງເກີດຂຶ້ນ ແຕ່ວິບັດແກ່ຄົນນັ້ນທີ່ເປັນຕົ້ນເຫດພາໃຫ້ຕົກໃນບາບ!8ຖ້າມື ຫລື ຕີນຂອງເຈົ້າເປັນຕົ້ນເຫດພາໃຫ້ເຈົ້າສະດຸດ ກໍຈົ່ງຕັດອອກເສຍ. ຈະເຂົ້າສູ່ຊີວິດໂດຍທີ່ມີມື ແລະ ຕີນກຸດ ຫລື ພິການກໍຍັງດີກວ່າມີມື ແລະ ຕີນທັງສອງເບື້ອງແຕ່ຕ້ອງຖືກໂຍນຖິ້ມລົງໃສ່ໃນໄຟທີ່ໄໝ້ຢູ່ເປັນນິດ.9ແລະ ຖ້າຕາຂອງເຈົ້າເປັນຕົ້ນເຫດພາໃຫ້ເຈົ້າສະດຸດ ຈົ່ງຄວັດຕານັ້ນອອກຖິ້ມເສຍ ຈະເຂົ້າສູ່ຊີວິດໂດຍທີ່ມີຕາເບື້ອງດຽວກໍຍັງດີກວ່າມີຕາທັງສອງເບື້ອງ ແຕ່ຕ້ອງຖືກໂຍນລົງໃສ່ໃນບຶງໄຟນະລົກ.ຄຳອຸປະມາເລື່ອງແກະທີ່ເສຍ
10“ຈົ່ງລະວັງໃຫ້ດີ ຢ່າດູໜິ່ນເດັກນ້ອຍເຫລົ່ານີ້ແມ່ນແຕ່ຜູ້ດຽວ. ເຮົາບອກພວກເຈົ້າວ່າບັນດາເທວະດາຂອງພວກເຂົາໃນສະຫວັນເຝົ້າຢູ່ຕໍ່ໜ້າພຣະບິດາເຈົ້າຂອງເຮົາຜູ້ສະຖິດຢູ່ໃນສະຫວັນສະເໝີ.11ດ້ວຍວ່າ ບຸດມະນຸດໄດ້ມາເພື່ອຊອກຫາ ແລະ ຊ່ວຍຄົນທີ່ຫລົງຫາຍໃຫ້ລອດພົ້ນ. 12“ພວກເຈົ້າຄິດຢ່າງໃດ? ຖ້າຄົນຜູ້ໜຶ່ງມີແກະຢູ່ໜຶ່ງຮ້ອຍໂຕ ແລະ ໜຶ່ງໃນຈໍານວນນັ້ນຫລົງເສຍໄປ ລາວຈະບໍ່ປະແກະເກົ້າສິບເກົ້າໂຕໄວ້ເທິງເນີນພູ ແລ້ວໄປຊອກຫາໂຕທີ່ຫລົງຫາຍໄປນັ້ນບໍ?13ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ຖ້າລາວພົບແກະນັ້ນແລ້ວ ຜູ້ນັ້ນຈະມີຄວາມຊື່ນຊົມຍິນດີໃນແກະໂຕນັ້ນຫລາຍກວ່າແກະເກົ້າສິບເກົ້າໂຕທີ່ບໍ່ໄດ້ຫລົງເສຍໄປ.14ດັ່ງນັ້ນ ພຣະບິດາຂອງພວກເຈົ້າຜູ້ຢູ່ໃນສະຫວັນກໍບໍ່ປາຖະໜາໃຫ້ເດັກນ້ອຍເຫລົ່ານີ້ຈິບຫາຍແມ່ນແຕ່ຄົນດຽວ.ການຈັດການກັບຄວາມບາບໃນຄຣິສຕະຈັກ
15“ຖ້າພີ່ນ້ອງຂອງເຈົ້າເຮັດບາບຕໍ່ເຈົ້າ ຈົ່ງໄປແຈ້ງຄວາມຜິດນັ້ນແກ່ພວກເຂົາສອງຕໍ່ສອງ. ຖ້າພວກເຂົາຍອມຟັງ ເຈົ້າກໍຈະໄດ້ພວກເຂົານັ້ນຄືນມາ,16ແຕ່ຖ້າພວກເຂົາບໍ່ຍອມຟັງ ຈົ່ງພາຄົນໜຶ່ງ ຫລື ສອງຄົນໄປນຳ ເພື່ອວ່າ ‘ທຸກຄະດີຈະຕ້ອງມີພະຍານຢືນຢັນສອງ ຫລື ສາມປາກ’. 17ແຕ່ຖ້າພວກເຂົາປະຕິເສດບໍ່ຍອມຟັງ ຈົ່ງໄປແຈ້ງເລື່ອງທັງໝົດຕໍ່ຄຣິສຕະຈັກ ແລະ ຖ້າພວກເຂົາຍັງບໍ່ຍອມຟັງແມ່ນແຕ່ຄຣິສຕະຈັກ ກໍໃຫ້ປະຕິບັດຕໍ່ພວກເຂົາເໝືອນທີ່ພວກເຈົ້າເຮັດກັບຄົນທີ່ບໍ່ເຊື່ອພຣະເຈົ້າ ແລະ ຄົນເກັບພາສີ.18“ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ສິ່ງໃດກໍຕາມທີ່ພວກເຈົ້າຈະຜູກມັດໄວ້ເທິງແຜ່ນດິນໂລກນີ້ ສິ່ງນັ້ນກໍຈະ ຖືກຜູກມັດໄວ້ໃນສະຫວັນ ແລະ ສິ່ງໃດກໍຕາມທີ່ພວກເຈົ້າຈະແກ້ໃນແຜ່ນດິນໂລກນີ້ ສິ່ງນັ້ນກໍຈະ ຖືກແກ້ໃຫ້ຫລຸດແລ້ວໃນສະຫວັນ.19“ເຮົາບອກພວກເຈົ້າຕາມຄວາມຈິງອີກວ່າຖ້າສອງຄົນໃນໂລກເຫັນດີຮ່ວມກັນໃນສິ່ງໃດສິ່ງໜຶ່ງທີ່ພວກເຂົາຂໍ, ພຣະບິດາຂອງເຮົາໃນສະຫວັນຈະກະທຳສິ່ງນັ້ນໃຫ້ແກ່ພວກເຂົາ.20ດ້ວຍວ່າ ມີສອງ ຫລື ສາມຄົນມາຮ່ວມເຕົ້າໂຮມກັນໃນນາມຂອງເຮົາຢູ່ບ່ອນໃດ ເຮົາກໍຢູ່ກັບພວກເຂົາໃນບ່ອນນັ້ນ”.ຄຳອຸປະມາເລື່ອງຄົນຮັບໃຊ້ທີ່ບໍ່ມີຄວາມເມດຕາ
21ແລ້ວເປໂຕກໍມາຫາພຣະເຢຊູເຈົ້າ ແລະ ຖາມວ່າ, “ອົງພຣະຜູ້ເປັນເຈົ້າເອີຍ, ຖ້າພີ່ນ້ອງຂອງຂ້ານ້ອຍເຮັດຜິດຕໍ່ຂ້ານ້ອຍ ຂ້ານ້ອຍຄວນຍົກໂທດໃຫ້ລາວຈັກເທື່ອ? ເຖິງເຈັດເທື່ອບໍ?”22ພຣະເຢຊູເຈົ້າຕອບວ່າ, “ເຮົາບອກພວກເຈົ້າວ່າ, ບໍ່ແມ່ນເຈັດເທື່ອ ແຕ່ແມ່ນເຈັດສິບເຈັດເທື່ອ. 23“ເຫດສະນັ້ນ, ອານາຈັກສະຫວັນກໍປຽບເໝືອນກະສັດຜູ້ໜຶ່ງທີ່ຢາກຈະຄິດບັນຊີກັບຄົນຮັບໃຊ້ຂອງຕົນ.24ເມື່ອເພິ່ນເລີ່ມຕົ້ນຄິດບັນຊີຢູ່ ກໍມີຄົນໜຶ່ງທີ່ເປັນໜີ້ຢູ່ໜຶ່ງໝື່ນຫລຽນເດນາຣິອົນ ຖືກນຳໂຕມາພົບເພິ່ນ.25ເນື່ອງຈາກວ່າລາວບໍ່ສາມາດຈະໃຊ້ໜີ້ ກະສັດຈຶ່ງສັ່ງໃຫ້ຂາຍໂຕລາວພ້ອມທັງເມຍ ແລະ ລູກ ຕະຫລອດທັງທຸກສິ່ງທີ່ລາວມີເພື່ອມາໃຊ້ໜີ້.26“ຄົນຮັບໃຊ້ຄົນນັ້ນກໍຄຸເຂົ່າລົງຕໍ່ໜ້າກະສັດ ແລະ ຮ້ອງຂໍວ່າ, ‘ຂໍຈົ່ງຜ່ອນຜັນໃຫ້ຂ້ານ້ອຍເທີ້ນ ແລ້ວຂ້ານ້ອຍຈະໃຊ້ໜີ້ຄືນທຸກສິ່ງ’.27ກະສັດຄິດເມດຕາສົງສານລາວ ເພິ່ນຈຶ່ງຍົກໜີ້ໃຫ້ ແລະ ປ່ອຍລາວໄປ.28“ຕໍ່ມາ ເມື່ອຄົນຮັບໃຊ້ຜູ້ນີ້ອອກໄປແລ້ວ ກໍພົບເພື່ອນຄົນຮັບໃຊ້ນຳກັນຄົນໜຶ່ງ ເຊິ່ງຕິດໜີ້ຕົນຢູ່ໜຶ່ງຮ້ອຍຫລຽນເດນາຣິອົນ ລາວຈຶ່ງຄວ້າຈັບຄໍຄົນນັ້ນບີບຈົນແໜ້ນ ແລະ ເວົ້າວ່າ, ‘ຈົ່ງຈ່າຍສິ່ງທີ່ເຈົ້າເປັນໜີ້ຄືນມາ!’ 29“ເພື່ອນຄົນຮັບໃຊ້ນັ້ນຈຶ່ງຄຸເຂົ່າລົງ ແລະ ຮ້ອງຂໍລາວວ່າ, ‘ຂໍຜ່ອນຜັນໜີ້ໃຫ້ເຮົາກ່ອນ ແລ້ວເຮົາຈະໃຊ້ໜີ້ຄືນໃຫ້’.30“ແຕ່ລາວບໍ່ຍອມ ລາວຈຶ່ງເອົາຊາຍຄົນນັ້ນໄປຂັງຄຸກໄວ້ຈົນກວ່າຈະສາມາດໃຊ້ໜີ້.31ເມື່ອພວກຄົນຮັບໃຊ້ອື່ນໆເຫັນເຫດການທີ່ເກີດຂຶ້ນ ພວກເຂົາກໍເປັນທຸກໃຈຫລາຍ ຈຶ່ງພາກັນໄປເຂົ້າພົບກະສັດ ແລະ ບອກທຸກຢ່າງທີ່ເກີດຂຶ້ນ.32“ດັ່ງນັ້ນ ນາຍຈຶ່ງເອີ້ນເອົາຄົນຮັບໃຊ້ຄົນນັ້ນມາພົບ ແລະ ກ່າວຕໍ່ລາວວ່າ: ‘ເຈົ້າເປັນຄົນຮັບໃຊ້ທີ່ຊົ່ວຮ້າຍ, ເຮົາໄດ້ຍົກໜີ້ທັງໝົດຂອງເຈົ້າໃຫ້ ກໍເພາະເຈົ້າໄດ້ຮ້ອງຂໍຕໍ່ເຮົາ.33ເຈົ້າບໍ່ຄວນຄວາມເມດຕາເພື່ອນຄົນຮັບໃຊ້ຂອງເຈົ້າເໝືອນດັ່ງທີ່ເຮົາໄດ້ເມດຕາເຈົ້າບໍ?’34ນາຍໂກດຮ້າຍຫລາຍຈຶ່ງມອບໂຕລາວໃຫ້ຜູ້ຄຸມຂັງໄປທໍລະມານຈົນກວ່າລາວຈະໃຊ້ໜີ້ຄົບ.35“ເຫດສະນັ້ນ ພຣະບິດາຂອງເຮົາຜູ້ສະຖິດຢູ່ໃນສະຫວັນ ກໍຈະເຮັດຢ່າງນັ້ນແກ່ພວກເຈົ້າທຸກຄົນ ຖ້າພວກເຈົ້າແຕ່ລະຄົນບໍ່ຍົກໂທດໃຫ້ພີ່ນ້ອງຈາກໃຈຂອງພວກເຈົ້າ”.Biblica, Inc.