ມັດທາຍ17
ປ່ຽນລັກສະນະຮ່າງກາຍ
1ຫົກວັນຕໍ່ມາ ພຣະເຢຊູເຈົ້າໄດ້ພາເປໂຕ ຢາໂກໂບ ແລະ ໂຢຮັນ ຜູ້ເປັນນ້ອງຊາຍຂອງຢາໂກໂບຂຶ້ນໄປເທິງພູສູງຢູ່ຕ່າງຫາກ.2ຢູ່ທີ່ນັ້ນ ຮ່າງກາຍຂອງພຣະອົງກໍປ່ຽນແປງໄປຕໍ່ໜ້າພວກເພິ່ນ. ໃບໜ້າຂອງພຣະອົງສ່ອງແສງເຫລື້ອມໃສເໝືອນດັ່ງຕາເວັນ ແລະ ເຄື່ອງນຸ່ງຂອງພຣະອົງກໍຂາວເໝືອນດັ່ງແສງສະຫວ່າງ.3ໃນຂະນະນັ້ນ ໂມເຊ ແລະ ເອລີຢາກໍໄດ້ມາປາກົດໂຕຕໍ່ໜ້າພວກເພິ່ນ ແລະ ກຳລັງສົນທະນາຢູ່ກັບພຣະເຢຊູເຈົ້າ.4ດັ່ງນັ້ນ ເປໂຕຈຶ່ງເວົ້າກັບພຣະເຢຊູເຈົ້າວ່າ, “ອົງພຣະຜູ້ເປັນເຈົ້າເອີຍ, ເປັນການດີແທ້ໆທີ່ພວກຂ້ານ້ອຍໄດ້ມາຢູ່ບ່ອນນີ້. ຖ້າຫາກພຣະອົງຕ້ອງການ ຂ້ານ້ອຍກໍຈະປຸກຕູບສາມຫລັງຂຶ້ນ ຫລັງໜຶ່ງສຳລັບພຣະອົງ, ຫລັງໜຶ່ງສຳລັບໂມເຊ ແລະ ອີກຫລັງໜຶ່ງສຳລັບເອລີຢາ”.5ຂະນະທີ່ເປໂຕກຳລັງເວົ້າຢູ່ນັ້ນ ກໍມີກ້ອນເມກອັນສຸກໃສມາປົກຄຸມພວກເພິ່ນໄວ້ ແລະ ມີສຽງໜຶ່ງດັງອອກມາຈາກກ້ອນເມກນັ້ນວ່າ, “ທ່ານຜູ້ນີ້ຄືບຸດທີ່ຮັກຂອງເຮົາ ເຮົາພໍໃຈເພິ່ນຫລາຍ ຈົ່ງເຊື່ອຟັງເພິ່ນ!”6ເມື່ອພວກສາວົກໄດ້ຍິນສຽງນັ້ນ ພວກເພິ່ນກໍຕົກໃຈຢ້ານຫລາຍ ແລະ ໝູບໜ້າລົງພື້ນດິນ.7ແຕ່ພຣະເຢຊູເຈົ້າມາຫາ ແລະ ຈັບບາຍພວກເພິ່ນ ແລະ ກ່າວວ່າ, “ຈົ່ງລຸກຂຶ້ນ, ຢ່າຢ້ານເລີຍ”.8ເມື່ອພວກເພິ່ນເງີຍໜ້າຂຶ້ນແລ້ວກໍບໍ່ເຫັນຜູ້ໃດນອກຈາກພຣະເຢຊູເຈົ້າ.9ໃນຂະນະທີ່ກຳລັງລົງມາແຕ່ພູເຂົານັ້ນ ພຣະເຢຊູເຈົ້າໄດ້ແນະນຳພວກເພິ່ນວ່າ, “ຢ່າບອກສິ່ງທີ່ພວກເຈົ້າໄດ້ເຫັນນີ້ໃຫ້ແກ່ຜູ້ໃດຈົນກວ່າບຸດມະນຸດຈະເປັນຄືນມາຈາກຕາຍ”.10ພວກສາວົກຈຶ່ງຖາມພຣະອົງວ່າ, “ເປັນຫຍັງພວກຄູສອນກົດບັນຍັດຈຶ່ງເວົ້າວ່າ ເອລີຢາຈະຕ້ອງມາກ່ອນ?”11ພຣະເຢຊູເຈົ້າຕອບວ່າ, “ຖືກແລ້ວ ເອລີຢາຕ້ອງມາກ່ອນ ແລະ ຈະເຮັດໃຫ້ທຸກສິ່ງຄືນສູ່ສະພາບເດີມ.12ແຕ່ເຮົາບອກພວກເຈົ້າວ່າ, ເອລີຢາໄດ້ມາແລ້ວ ແລະ ພວກເຂົາບໍ່ຮູ້ຈັກເພິ່ນ ແຕ່ໄດ້ເຮັດກັບເພິ່ນທຸກຢ່າງຕາມໃຈມັກ. ໃນທຳນອງດຽວກັນ ບຸດມະນຸດກໍຈະຕ້ອງທົນທຸກທໍລະມານດ້ວຍມືຂອງພວກເຂົາເໝືອນກັນ”.13ແລ້ວພວກສາວົກກໍເຂົ້າໃຈວ່າພຣະອົງກຳລັງກ່າວແກ່ພວກເພິ່ນເຖິງໂຢຮັນບັບຕິສະໂຕ.ພຣະເຢຊູເຈົ້າຮັກສາເດັກຊາຍຜູ້ໜຶ່ງທີ່ຜີມານຮ້າຍເຂົ້າສິງ
14ເມື່ອພວກເພິ່ນໄດ້ມາຮອດປະຊາຊົນແລ້ວ, ມີຊາຍຄົນໜຶ່ງມາຫາພຣະເຢຊູເຈົ້າ ແລະ ຄຸເຂົ່າລົງຕໍ່ໜ້າພຣະອົງ15ແລະ ເວົ້າວ່າ, “ອົງພຣະຜູ້ເປັນເຈົ້າເອີຍ, ຂໍເມດຕາລູກຊາຍຂອງຂ້ານ້ອຍແດ່ທ້ອນ ລາວເປັນບ້າໝູ ແລະ ທໍລະມານຫລາຍ ລາວຈົນໂດດໃສ່ໄຟ ແລະ ໂຕນລົງນໍ້າເລື້ອຍໆ.16ຂ້ານ້ອຍໄດ້ນໍາລູກມາຫາພວກສາວົກຂອງພຣະອົງ, ແຕ່ພວກເພິ່ນບໍ່ສາມາດເຮັດໃຫ້ລາວຫາຍດີໄດ້”.17ພຣະເຢຊູເຈົ້າຕອບວ່າ, “ຄົນໃນສະໄໝທີ່ຂາດຄວາມເຊື່ອ ແລະ ຊົ່ວຊ້າເອີຍ, ເຮົາຈະຢູ່ກັບພວກເຈົ້າອີກດົນປານໃດ? ເຮົາຈະຕ້ອງອົດທົນກັບພວກເຈົ້າອີກດົນປານໃດ? ຈົ່ງພາເດັກຊາຍນັ້ນມາຫາເຮົາຢູ່ທີ່ນີ້”.18ພຣະເຢຊູເຈົ້າສັ່ງຜີມານຮ້າຍໃຫ້ອອກ ແລະ ມັນກໍອອກໄປຈາກເດັກນ້ອຍ, ແລ້ວລາວກໍຫາຍດີເປັນປົກກະຕິໃນເວລານັ້ນ.19ແລ້ວພວກສາວົກກໍມາຫາພຣະເຢຊູເຈົ້າເປັນການສ່ວນໂຕ ແລະ ຖາມພຣະອົງວ່າ, “ເປັນຫຍັງພວກຂ້ານ້ອຍຈຶ່ງບໍ່ສາມາດຂັບໄລ່ຜີມານຮ້າຍນັ້ນອອກໄດ້?”20ພຣະອົງຕອບວ່າ, “ເພາະພວກເຈົ້າມີຄວາມເຊື່ອນ້ອຍ. ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ຖ້າພວກເຈົ້າມີຄວາມເຊື່ອເທົ່າແກ່ນຜັກກາດເມັດໜຶ່ງ ພວກເຈົ້າກໍສາມາດສັ່ງພູໜ່ວຍນີ້ວ່າ, ‘ຈົ່ງເຄື່ອນຈາກບ່ອນນີ້ໄປຢູ່ບ່ອນນັ້ນ’ ມັນກໍຈະເຄື່ອນໄປ. ຈະບໍ່ມີສິ່ງໃດທີ່ເປັນໄປບໍ່ໄດ້ສຳລັບພວກເຈົ້າ”.21ແຕ່ຜີມານຮ້າຍແບບນີ້ຈະຂັບໄລ່ບໍ່ອອກ ເວັ້ນແຕ່ດ້ວຍການອະທິຖານ ແລະ ຖືສິນອົດອາຫານ. 22ເມື່ອພວກເພິ່ນພາກັນມາເຕົ້າໂຮມກັນຢູ່ແຂວງຄາລີເລ ພຣະອົງໄດ້ກ່າວກັບພວກເພິ່ນວ່າ, “ບຸດມະນຸດຈະຖືກມອບໄວ້ໃນມືຂອງມະນຸດ23ພວກເຂົາຈະຂ້າເພິ່ນ ແລະ ໃນວັນທີສາມພຣະອົງຈະເປັນຄືນມາຈາກຕາຍສູ່ຊີວິດ”. ແລະ ພວກສາວົກກໍພາກັນໂສກເສົ້າຢ່າງໜັກ.ການເສຍຄ່າບຳລຸງວິຫານ
24ເມື່ອພຣະເຢຊູເຈົ້າ ແລະ ພວກສາວົກຂອງພຣະອົງມາຮອດເມືອງກາເປນາອູມແລ້ວ, ກໍມີຄົນເກັບຄ່າບຳລຸງວິຫານມາຫາເປໂຕ ແລະ ຖາມວ່າ, “ອາຈານຂອງພວກເຈົ້າບໍ່ເສຍຄ່າບຳລຸງວິຫານ ບໍ?”25ເປໂຕຕອບວ່າ, “ເສຍ”.ເມື່ອເປໂຕເຂົ້າມາໃນເຮືອນ ແລ້ວພຣະເຢຊູເຈົ້າກ່າວຂຶ້ນກ່ອນວ່າ, “ຊີໂມນເອີຍ, ເຈົ້າຄິດຢ່າງໃດ ກະສັດໃນໂລກນີ້ເຄີຍເກັບພາສີ ແລະ ອາກອນຈາກຜູ້ໃດ ເກັບຈາກບັນດາລູກຂອງເພິ່ນ ຫລື ເກັບຈາກຄົນອື່ນ?”26ເປໂຕຕອບວ່າ, “ເກັບຈາກຄົນອື່ນ”.
ພຣະເຢຊູເຈົ້າກ່າວວ່າ, “ຖ້າຢ່າງນັ້ນບັນດາລູກກໍບໍ່ໄດ້ເສຍ.27ແຕ່ເພື່ອບໍ່ຢາກເຮັດໃຫ້ຄົນເຫລົ່ານີ້ເສຍໃຈ, ເຈົ້າຈົ່ງໄປຕຶກເບັດທີ່ທະເລສາບ ເມື່ອໄດ້ປາໂຕທຳອິດແລ້ວ ຈົ່ງງະປາກມັນອອກ ແລ້ວເຈົ້າຈະພົບເງິນຫລຽນສີ່ແດຣກມາຢູ່ໃນປາກຂອງມັນ. ຈົ່ງເອົາເງິນນັ້ນໄປຈ່າຍເປັນຄ່າບຳລຸງວິຫານສຳລັບເຮົາ ແລະ ເຈົ້າ”.
Biblica, Inc.