ລູກາ23
1ຫລັງຈາກນັ້ນ ທີ່ປະຊຸມທັງໝົດຈຶ່ງລຸກຂຶ້ນ ແລະ ນຳພຣະອົງໄປຫາປີລາດ2ແລະ ພວກເຂົາໄດ້ເລີ່ມກ່າວຫາພຣະອົງ ໂດຍເວົ້າວ່າ, “ພວກເຮົາພົບວ່າຊາຍຄົນນີ້ກຳລັງໂຄ່ນລົ້ມປະເທດຊາດຂອງພວກເຮົາ. ລາວຄັດຄ້ານການເສຍພາສີໃຫ້ແກ່ກາຍຊາ ແລະ ອ້າງຕົນວ່າເປັນພຣະຄຣິດເຈົ້າ ຄືເປັນກະສັດອົງໜຶ່ງ”.3ດັ່ງນັ້ນ ປີລາດຈຶ່ງຖາມພຣະເຢຊູເຈົ້າວ່າ, “ເຈົ້າເປັນກະສັດຂອງຊາວຢິວບໍ?”
ພຣະເຢຊູເຈົ້າຕອບວ່າ, “ແມ່ນຕາມທີ່ທ່ານເວົ້ານັ້ນ”.4ແລ້ວປີລາດຈຶ່ງປະກາດແກ່ພວກຫົວໜ້າປະໂລຫິດ ແລະ ປະຊາຊົນວ່າ, “ເຮົາບໍ່ເຫັນຄວາມຜິດໃນຊາຍຜູ້ນີ້ຈັກປະການ”.5ແຕ່ພວກເຂົາຍັງເວົ້າຢືນຢັນວ່າ, “ລາວໃຊ້ຄຳສອນຍຸຍົງປະຊາຊົນທົ່ວແຂວງຢູດາຍ. ເລີ່ມຕັ້ງແຕ່ແຂວງຄາລີເລຕະຫລອດຈົນມາເຖິງທີ່ນີ້ແລ້ວ”.6ເມື່ອປີລາດໄດ້ຍິນດັ່ງນີ້, ປີລາດຈຶ່ງຖາມວ່າຊາຍຄົນນີ້ເປັນຊາວຄາລີເລບໍ.7ເມື່ອຮູ້ວ່າພຣະເຢຊູເຈົ້າມາຈາກຂົງເຂດທີ່ເຮໂຣດປົກຄອງ, ເພິ່ນຈຶ່ງສົ່ງພຣະອົງໄປຫາເຮໂຣດ ເຊິ່ງໃນເວລານັ້ນຍັງຢູ່ທີ່ເຢຣູຊາເລັມເໝືອນກັນ.8ເມື່ອເຮໂຣດໄດ້ເຫັນພຣະເຢຊູເຈົ້າກໍດີໃຈຫລາຍ ເພາະວ່າເພິ່ນຢາກເຫັນພຣະອົງມາດົນແລ້ວ. ຫລັງຈາກທີ່ເພິ່ນໄດ້ຍິນເຖິງເລື່ອງຂອງພຣະອົງ, ເຮໂຣດຫວັງຈະເຫັນພຣະອົງສະແດງໝາຍສຳຄັນບາງຢ່າງ.9ດັ່ງນັ້ນ ເຮໂຣດຈຶ່ງຖາມພຣະອົງຫລາຍຢ່າງ ແຕ່ພຣະເຢຊູເຈົ້າບໍ່ໄດ້ຕອບຈັກຄຳເລີຍ.10ພວກຫົວໜ້າປະໂລຫິດ ແລະ ພວກຄູສອນກົດບັນຍັດກໍຢືນຢູ່ທີ່ນັ້ນ ແລະ ກ່າວຫາພຣະອົງຢ່າງຮຸນແຮງ.11ຫລັງຈາກນັ້ນ ເຮໂຣດກັບບັນດາທະຫານຂອງຕົນກໍໄດ້ເຢາະເຢີ້ຍ ແລະ ໄດ້ດູໝິ່ນພຣະອົງ, ເອົາເສື້ອຄຸມທີ່ສະຫງ່າງາມມານຸ່ງໃຫ້ພຣະອົງ ແລ້ວສົ່ງພຣະອົງກັບຄືນໄປຫາປີລາດ.12ໃນວັນນັ້ນ ເຮໂຣດ ແລະ ປີລາດໄດ້ກາຍມາເປັນເພື່ອນກັນ, ແຕ່ກ່ອນພວກເຂົາເປັນສັດຕູກັນ.13ປີລາດເອີ້ນພວກຫົວໜ້າປະໂລຫິດ, ພວກຜູ້ປົກຄອງ ແລະ ປະຊາຊົນມາປະຊຸມກັນ,14ແລ້ວກ່າວກັບພວກເຂົາວ່າ, “ພວກເຈົ້າທັງຫລາຍໄດ້ນຳຊາຍຜູ້ນີ້ມາພົບເຮົາໃນຖານະລາວເປັນຜູ້ຊັກຊວນປະຊາຊົນໃຫ້ກະບົດ. ເຮົາໄດ້ສືບສວນຕໍ່ໜ້າພວກທ່ານແລ້ວ ແລະ ບໍ່ເຫັນຄວາມຜິດໃດວ່າຊາຍຄົນນີ້ຜິດຕາມຂໍ້ກ່າວຫາຂອງພວກທ່ານ.15ທັງເຮໂຣດກໍເຊັ່ນກັນ, ເພາະເຮໂຣດໄດ້ສົ່ງລາວກັບມາຫາເຮົາດັ່ງທີ່ພວກທ່ານເຫັນຢູ່ນີ້, ຊາຍຜູ້ນີ້ບໍ່ໄດ້ເຮັດສິ່ງໃດທີ່ສົມຄວນຮັບໂທດເຖິງຕາຍ.16ເຫດສະນັ້ນ, ເຮົາຈະລົງໂທດລາວ ແລະ ປ່ອຍລາວໄປ”. 17ຕາມທຳນຽມແລ້ວ ປີລາດຕ້ອງປ່ອຍໜຶ່ງຄົນໃຫ້ພວກເຂົາໃນເທດສະການນັ້ນ. 18ແຕ່ປະຊາຊົນທັງໝົດພາກັນຮ້ອງຂຶ້ນວ່າ, “ກຳຈັດຄົນນີ້ສາ! ແລ້ວຈົ່ງປ່ອຍບາຣາບາໃຫ້ພວກເຮົາ!”19(ບາຣາບາຖືກຈັບເຂົ້າຄຸກເພາະກໍ່ການກະບົດໃນເຢຣູຊາເລັມ ແລະ ເພາະຂ້າຄົນ.)20ປີລາດຢາກປ່ອຍພຣະເຢຊູເຈົ້າຈຶ່ງຮ້ອງຂໍພວກເຂົາອີກ.21ແຕ່ພວກເຂົາໄດ້ຮ້ອງສຽງດັງຂຶ້ນວ່າ, “ຄຶງມັນໄວ້ທີ່ໄມ້ກາງແຂນ! ຄຶງມັນໄວ້ທີ່ໄມ້ກາງແຂນ!”22ປີລາດໄດ້ເວົ້າກັບພວກເຂົາເປັນເທື່ອທີສາມວ່າ, “ເປັນຫຍັງ? ຊາຍຄົນນີ້ໄດ້ເຮັດຜິດຫຍັງ? ເຮົາບໍ່ພົບວ່າລາວເຮັດຜິດຫຍັງທີ່ສົມຄວນຮັບໂທດເຖິງຕາຍ. ເຫດສະນັ້ນ ເຮົາຈະລົງໂທດ ແລະ ປ່ອຍລາວໄປ”.23ແຕ່ພວກເຂົາຍັງຮ້ອງສຽງດັງບໍ່ຢຸດ ຮຽກຮ້ອງໃຫ້ຄຶງພຣະອົງທີ່ໄມ້ກາງແຂນ ແລະ ສຽງຮ້ອງຂອງພວກເຂົາກໍຊະນະ.24ດັ່ງນັ້ນ ປີລາດຈຶ່ງຕັດສິນໃຈເຮັດຕາມທີ່ພວກເຂົາຮຽກຮ້ອງ.25ເພິ່ນໄດ້ປ່ອຍຄົນທີ່ຖືກຈັບເຂົ້າຄຸກເພາະກໍ່ການກະບົດ ແລະ ຂ້າຄົນ, ຜູ້ທີ່ພວກເຂົາຮ້ອງຂໍ ແລະ ໄດ້ຍອມມອບພຣະເຢຊູເຈົ້າໃຫ້ພວກເຂົາຕາມຄວາມຕ້ອງການຂອງພວກເຂົາ.
“ນີ້ຄືກະສັດຂອງຊາວຢິວ”.39ໂຈນຄົນໜຶ່ງທີ່ຖືກຄຶງຢູ່ທີ່ນັ້ນ ໄດ້ເວົ້າດູຖູກພຣະອົງວ່າ, “ເຈົ້າເປັນພຣະຄຣິດເຈົ້າບໍ່ແມ່ນບໍ? ຈົ່ງຊ່ວຍຕົນເອງ ແລະ ຊ່ວຍພວກເຮົາໃຫ້ພົ້ນແມ!”40ແຕ່ໂຈນອີກຄົນໜຶ່ງໄດ້ຕຳໜິລາວ ແລະ ເວົ້າວ່າ, “ເຈົ້າບໍ່ຢ້ານພຣະເຈົ້າບໍ ເພາະເຈົ້າເອງກໍຖືກໂທດເໝືອນກັນກັບເພິ່ນ?41ພວກເຮົາກໍສົມຄວນຖືກລົງໂທດແລ້ວ ເພາະພວກເຮົາກຳລັງໄດ້ຮັບສິ່ງທີ່ສົມກັບການກະທຳທີ່ພວກເຮົາໄດ້ເຮັດ. ແຕ່ທ່ານຜູ້ນີ້ບໍ່ໄດ້ເຮັດຜິດຫຍັງເລີຍ”.42ແລ້ວລາວກໍເວົ້າວ່າ, “ພຣະເຢຊູເຈົ້າເອີຍ, ຂໍລະນຶກເຖິງຂ້ານ້ອຍດ້ວຍເມື່ອພຣະອົງເຂົ້າສູ່ອານາຈັກຂອງພຣະອົງ ”.43ພຣະເຢຊູເຈົ້າຕອບລາວວ່າ, “ເຮົາບອກເຈົ້າຕາມຄວາມຈິງວ່າ, ວັນນີ້ເຈົ້າຈະຢູ່ກັບເຮົາໃນທີ່ສຸກຂະເສີມ”.
ພຣະເຢຊູເຈົ້າຕອບວ່າ, “ແມ່ນຕາມທີ່ທ່ານເວົ້ານັ້ນ”.4ແລ້ວປີລາດຈຶ່ງປະກາດແກ່ພວກຫົວໜ້າປະໂລຫິດ ແລະ ປະຊາຊົນວ່າ, “ເຮົາບໍ່ເຫັນຄວາມຜິດໃນຊາຍຜູ້ນີ້ຈັກປະການ”.5ແຕ່ພວກເຂົາຍັງເວົ້າຢືນຢັນວ່າ, “ລາວໃຊ້ຄຳສອນຍຸຍົງປະຊາຊົນທົ່ວແຂວງຢູດາຍ. ເລີ່ມຕັ້ງແຕ່ແຂວງຄາລີເລຕະຫລອດຈົນມາເຖິງທີ່ນີ້ແລ້ວ”.6ເມື່ອປີລາດໄດ້ຍິນດັ່ງນີ້, ປີລາດຈຶ່ງຖາມວ່າຊາຍຄົນນີ້ເປັນຊາວຄາລີເລບໍ.7ເມື່ອຮູ້ວ່າພຣະເຢຊູເຈົ້າມາຈາກຂົງເຂດທີ່ເຮໂຣດປົກຄອງ, ເພິ່ນຈຶ່ງສົ່ງພຣະອົງໄປຫາເຮໂຣດ ເຊິ່ງໃນເວລານັ້ນຍັງຢູ່ທີ່ເຢຣູຊາເລັມເໝືອນກັນ.8ເມື່ອເຮໂຣດໄດ້ເຫັນພຣະເຢຊູເຈົ້າກໍດີໃຈຫລາຍ ເພາະວ່າເພິ່ນຢາກເຫັນພຣະອົງມາດົນແລ້ວ. ຫລັງຈາກທີ່ເພິ່ນໄດ້ຍິນເຖິງເລື່ອງຂອງພຣະອົງ, ເຮໂຣດຫວັງຈະເຫັນພຣະອົງສະແດງໝາຍສຳຄັນບາງຢ່າງ.9ດັ່ງນັ້ນ ເຮໂຣດຈຶ່ງຖາມພຣະອົງຫລາຍຢ່າງ ແຕ່ພຣະເຢຊູເຈົ້າບໍ່ໄດ້ຕອບຈັກຄຳເລີຍ.10ພວກຫົວໜ້າປະໂລຫິດ ແລະ ພວກຄູສອນກົດບັນຍັດກໍຢືນຢູ່ທີ່ນັ້ນ ແລະ ກ່າວຫາພຣະອົງຢ່າງຮຸນແຮງ.11ຫລັງຈາກນັ້ນ ເຮໂຣດກັບບັນດາທະຫານຂອງຕົນກໍໄດ້ເຢາະເຢີ້ຍ ແລະ ໄດ້ດູໝິ່ນພຣະອົງ, ເອົາເສື້ອຄຸມທີ່ສະຫງ່າງາມມານຸ່ງໃຫ້ພຣະອົງ ແລ້ວສົ່ງພຣະອົງກັບຄືນໄປຫາປີລາດ.12ໃນວັນນັ້ນ ເຮໂຣດ ແລະ ປີລາດໄດ້ກາຍມາເປັນເພື່ອນກັນ, ແຕ່ກ່ອນພວກເຂົາເປັນສັດຕູກັນ.13ປີລາດເອີ້ນພວກຫົວໜ້າປະໂລຫິດ, ພວກຜູ້ປົກຄອງ ແລະ ປະຊາຊົນມາປະຊຸມກັນ,14ແລ້ວກ່າວກັບພວກເຂົາວ່າ, “ພວກເຈົ້າທັງຫລາຍໄດ້ນຳຊາຍຜູ້ນີ້ມາພົບເຮົາໃນຖານະລາວເປັນຜູ້ຊັກຊວນປະຊາຊົນໃຫ້ກະບົດ. ເຮົາໄດ້ສືບສວນຕໍ່ໜ້າພວກທ່ານແລ້ວ ແລະ ບໍ່ເຫັນຄວາມຜິດໃດວ່າຊາຍຄົນນີ້ຜິດຕາມຂໍ້ກ່າວຫາຂອງພວກທ່ານ.15ທັງເຮໂຣດກໍເຊັ່ນກັນ, ເພາະເຮໂຣດໄດ້ສົ່ງລາວກັບມາຫາເຮົາດັ່ງທີ່ພວກທ່ານເຫັນຢູ່ນີ້, ຊາຍຜູ້ນີ້ບໍ່ໄດ້ເຮັດສິ່ງໃດທີ່ສົມຄວນຮັບໂທດເຖິງຕາຍ.16ເຫດສະນັ້ນ, ເຮົາຈະລົງໂທດລາວ ແລະ ປ່ອຍລາວໄປ”. 17ຕາມທຳນຽມແລ້ວ ປີລາດຕ້ອງປ່ອຍໜຶ່ງຄົນໃຫ້ພວກເຂົາໃນເທດສະການນັ້ນ. 18ແຕ່ປະຊາຊົນທັງໝົດພາກັນຮ້ອງຂຶ້ນວ່າ, “ກຳຈັດຄົນນີ້ສາ! ແລ້ວຈົ່ງປ່ອຍບາຣາບາໃຫ້ພວກເຮົາ!”19(ບາຣາບາຖືກຈັບເຂົ້າຄຸກເພາະກໍ່ການກະບົດໃນເຢຣູຊາເລັມ ແລະ ເພາະຂ້າຄົນ.)20ປີລາດຢາກປ່ອຍພຣະເຢຊູເຈົ້າຈຶ່ງຮ້ອງຂໍພວກເຂົາອີກ.21ແຕ່ພວກເຂົາໄດ້ຮ້ອງສຽງດັງຂຶ້ນວ່າ, “ຄຶງມັນໄວ້ທີ່ໄມ້ກາງແຂນ! ຄຶງມັນໄວ້ທີ່ໄມ້ກາງແຂນ!”22ປີລາດໄດ້ເວົ້າກັບພວກເຂົາເປັນເທື່ອທີສາມວ່າ, “ເປັນຫຍັງ? ຊາຍຄົນນີ້ໄດ້ເຮັດຜິດຫຍັງ? ເຮົາບໍ່ພົບວ່າລາວເຮັດຜິດຫຍັງທີ່ສົມຄວນຮັບໂທດເຖິງຕາຍ. ເຫດສະນັ້ນ ເຮົາຈະລົງໂທດ ແລະ ປ່ອຍລາວໄປ”.23ແຕ່ພວກເຂົາຍັງຮ້ອງສຽງດັງບໍ່ຢຸດ ຮຽກຮ້ອງໃຫ້ຄຶງພຣະອົງທີ່ໄມ້ກາງແຂນ ແລະ ສຽງຮ້ອງຂອງພວກເຂົາກໍຊະນະ.24ດັ່ງນັ້ນ ປີລາດຈຶ່ງຕັດສິນໃຈເຮັດຕາມທີ່ພວກເຂົາຮຽກຮ້ອງ.25ເພິ່ນໄດ້ປ່ອຍຄົນທີ່ຖືກຈັບເຂົ້າຄຸກເພາະກໍ່ການກະບົດ ແລະ ຂ້າຄົນ, ຜູ້ທີ່ພວກເຂົາຮ້ອງຂໍ ແລະ ໄດ້ຍອມມອບພຣະເຢຊູເຈົ້າໃຫ້ພວກເຂົາຕາມຄວາມຕ້ອງການຂອງພວກເຂົາ.
ການຄຶງພຣະເຢຊູເຈົ້າທີ່ໄມ້ກາງແຂນ
26ໃນຂະນະທີ່ພວກເຂົານຳພຣະເຢຊູເຈົ້າອອກໄປ, ພວກເຂົາໄດ້ຈັບຊີໂມນຊາວກີເຣເນ ທີ່ເດີນທາງມາຈາກຊົນນະບົດ ແລ້ວເອົາໄມ້ກາງແຂນວາງໃສ່ລາວ ແລະ ໃຫ້ລາວແບກຕາມຫລັງພຣະເຢຊູເຈົ້າໄປ.27ປະຊາຊົນຈຳນວນຫລວງຫລາຍໄດ້ຕິດຕາມພຣະອົງໄປ ລວມທັງພວກແມ່ຍິງທີ່ຕີເອິກຮ້ອງໄຫ້ຄ່ຳຄວນສຽງດັງເພາະພຣະອົງ.28ພຣະເຢຊູເຈົ້າຫັນມາກ່າວກັບພວກແມ່ຍິງເຫລົ່ານັ້ນວ່າ, “ລູກສາວແຫ່ງເຢຣູຊາເລັມເອີຍ, ຢ່າຮ້ອງໄຫ້ເພື່ອເຮົາເລີຍ ຈົ່ງຮ້ອງໄຫ້ເພື່ອຕົນເອງ ແລະ ບັນດາລູກຂອງພວກເຈົ້າສາ.29ເພາະເວລານັ້ນຈະມາເຖິງເມື່ອພວກເຈົ້າຈະກ່າວວ່າ, ‘ພຣະພອນມີແກ່ແມ່ຍິງທີ່ເປັນໝັນ, ມົດລູກທີ່ບໍ່ເຄີຍເກີດລູກ ແລະ ເຕົ້ານົມທີ່ບໍ່ເຄີຍໃຫ້ນົມລູກ!’30ເວລານັ້ນ,“ ‘ພວກເຂົາຈະກ່າວແກ່ພູເຂົາທັງຫລາຍວ່າ, “ຈົ່ງເຈື່ອນມາທັບພວກເຮົາສາ!”ແລະ ບອກເນີນພູທັງຫລາຍວ່າ, “ຈົ່ງປົກຄຸມພວກເຮົາໄວ້!” ’ 31ເພາະຖ້າຄົນທັງຫລາຍຍັງເຮັດຢ່າງນີ້ກັບຕົ້ນໄມ້ທີ່ຍັງຂຽວສົດຢູ່ ແລ້ວຈະມີຫຍັງເກີດຂຶ້ນເມື່ອຕົ້ນໄມ້ທີ່ແຫ້ງແລ້ວ?”32ມີໂຈນອີກສອງຄົນຖືກນຳໂຕໄປຂ້າພ້ອມກັບພຣະອົງ.33ເມື່ອມາເຖິງບ່ອນທີ່ເອີ້ນວ່າກະໂຫລກຫົວ, ພວກເຂົາກໍຄຶງພຣະອົງໄວ້ທີ່ໄມ້ກາງແຂນພ້ອມກັບໂຈນສອງຄົນຄື, ຄົນໜຶ່ງຢູ່ເບື້ອງຂວາ, ຄົນໜຶ່ງອີກຢູ່ເບື້ອງຊ້າຍຂອງພຣະອົງ.34ພຣະເຢຊູເຈົ້າກ່າວວ່າ, “ພຣະບິດາເຈົ້າເອີຍ, ຂໍຍົກໂທດໃຫ້ພວກເຂົາ ເພາະພວກເຂົາບໍ່ຮູ້ຈັກວ່າພວກເຂົາກຳລັງເຮັດຫຍັງ”. ແລ້ວພວກເຂົາໄດ້ເອົາເຄື່ອງນຸ່ງຂອງພຣະອົງມາຈັບສະຫລາກແບ່ງປັນກັນ.35ປະຊາຊົນກໍພາກັນຢືນເບິ່ງຢູ່ທີ່ນັ້ນ ແລະ ພວກຜູ້ປົກຄອງໄດ້ເວົ້າເຢາະເຢີ້ຍພຣະອົງວ່າ, “ລາວຊ່ວຍຄົນອື່ນໃຫ້ພົ້ນໄດ້ ກໍໃຫ້ລາວຊ່ວຍຕົນເອງຖ້າລາວເປັນພຣະຄຣິດເຈົ້າຂອງພຣະເຈົ້າຜູ້ທີ່ພຣະອົງເລືອກໄວ້”.36ພວກທະຫານກໍເຂົ້າມາເຢາະເຢີ້ຍພຣະອົງເໝືອນກັນ. ພວກເຂົາໄດ້ເອົາເຫລົ້າອະງຸ່ນສົ້ມໃຫ້ພຣະອົງ37ແລ້ວເວົ້າວ່າ, “ຖ້າເຈົ້າເປັນກະສັດຂອງຊາວຢິວກໍຈົ່ງຊ່ວຍຕົນເອງໃຫ້ພົ້ນສາ”.38ຢູ່ເທິງຫົວຂອງພຣະອົງມີປ້າຍຂຽນຕິດໄວ້ ເຊິ່ງອ່ານວ່າ:“ນີ້ຄືກະສັດຂອງຊາວຢິວ”.39ໂຈນຄົນໜຶ່ງທີ່ຖືກຄຶງຢູ່ທີ່ນັ້ນ ໄດ້ເວົ້າດູຖູກພຣະອົງວ່າ, “ເຈົ້າເປັນພຣະຄຣິດເຈົ້າບໍ່ແມ່ນບໍ? ຈົ່ງຊ່ວຍຕົນເອງ ແລະ ຊ່ວຍພວກເຮົາໃຫ້ພົ້ນແມ!”40ແຕ່ໂຈນອີກຄົນໜຶ່ງໄດ້ຕຳໜິລາວ ແລະ ເວົ້າວ່າ, “ເຈົ້າບໍ່ຢ້ານພຣະເຈົ້າບໍ ເພາະເຈົ້າເອງກໍຖືກໂທດເໝືອນກັນກັບເພິ່ນ?41ພວກເຮົາກໍສົມຄວນຖືກລົງໂທດແລ້ວ ເພາະພວກເຮົາກຳລັງໄດ້ຮັບສິ່ງທີ່ສົມກັບການກະທຳທີ່ພວກເຮົາໄດ້ເຮັດ. ແຕ່ທ່ານຜູ້ນີ້ບໍ່ໄດ້ເຮັດຜິດຫຍັງເລີຍ”.42ແລ້ວລາວກໍເວົ້າວ່າ, “ພຣະເຢຊູເຈົ້າເອີຍ, ຂໍລະນຶກເຖິງຂ້ານ້ອຍດ້ວຍເມື່ອພຣະອົງເຂົ້າສູ່ອານາຈັກຂອງພຣະອົງ ”.43ພຣະເຢຊູເຈົ້າຕອບລາວວ່າ, “ເຮົາບອກເຈົ້າຕາມຄວາມຈິງວ່າ, ວັນນີ້ເຈົ້າຈະຢູ່ກັບເຮົາໃນທີ່ສຸກຂະເສີມ”.
ການຕາຍຂອງພຣະເຢຊູເຈົ້າ
44ເວລານັ້ນປະມານຕອນທ່ຽງ ແລະ ເກີດຄວາມມືດມົວໄປທົ່ວແຜ່ນດິນຈົນເຖິງເວລາບ່າຍສາມໂມງ,45ເພາະດວງອາທິດຢຸດສ່ອງແສງ ແລະ ຜ້າກັ້ງໃນວິຫານກໍຈີກຂາດເປັນສອງຕ່ອນ.46ພຣະເຢຊູເຈົ້າຮ້ອງສຽງດັງວ່າ, “ພຣະບິດາເຈົ້າເອີຍ, ຂ້ານ້ອຍຂໍມອບຈິດວິນຍານຂອງຂ້ານ້ອຍໄວ້ໃນມືຂອງພຣະອົງ”. ເມື່ອກ່າວດັ່ງນີ້ແລ້ວພຣະອົງກໍສິ້ນລົມຫາຍໃຈ.47ເມື່ອນາຍຮ້ອຍໄດ້ເຫັນເຫດການທີ່ເກີດຂຶ້ນນີ້ ຈຶ່ງສັນລະເສີນພຣະເຈົ້າ ແລະ ກ່າວວ່າ, “ທ່ານຜູ້ນີ້ເປັນຄົນຊອບທຳຢ່າງແນ່ນອນ”.48ເມື່ອຄົນທັງຫລາຍທີ່ມາເຕົ້າໂຮມກັນເພື່ອເປັນພະຍານໃນເຫດການນີ້ໄດ້ເຫັນສິ່ງທີ່ເກີດຂຶ້ນແລ້ວ, ພວກເຂົາກໍທຸບຕີເອິກດ້ວຍຄວາມເສຍໃຈ ແລະ ກໍຈາກໄປ.49ແຕ່ທຸກຄົນທີ່ຮູ້ຈັກພຣະອົງ, ລວມທັງພວກແມ່ຍິງທີ່ຕິດຕາມພຣະອົງມາຈາກຄາລີເລ ຕ່າງກໍຢືນເຝົ້າເບິ່ງສິ່ງເຫລົ່ານີ້ຢູ່ຫ່າງໆ.ການຝັງສົບຂອງພຣະເຢຊູເຈົ້າ
50ມີຊາຍຄົນໜຶ່ງຊື່ວ່າໂຢເຊັບ ເປັນສະມາຊິກສະພາ, ເພິ່ນເປັນຄົນດີ ແລະ ທ່ຽງທຳ51ເພິ່ນຜູ້ນີ້ບໍ່ໄດ້ເຫັນດີຕາມມະຕິ ແລະ ການກະທຳຂອງຄົນເຫລົ່ານັ້ນ. ເພິ່ນມາຈາກເມືອງອາຣີມາທາຍແຂວງຢູດາຍ ແລະ ເພິ່ນກຳລັງຄອຍຖ້າອານາຈັກຂອງພຣະເຈົ້າ.52ໂຢເຊັບໄດ້ເຂົ້າພົບປີລາດເພື່ອຂໍເອົາສົບຂອງພຣະເຢຊູເຈົ້າ.53ຫລັງຈາກນັ້ນ ເພິ່ນກໍເອົາສົບຂອງພຣະອົງລົງມາ ເອົາຜ້າຝ້າຍລິນິນຫໍ່ ແລະ ວາງສົບຂອງພຣະອົງໄວ້ໃນອຸບມຸງທີ່ເຈາະໄວ້ໃນຫີນ ແລະ ອຸບມຸງຝັງສົບນີ້ຍັງບໍ່ເຄີຍວາງສົບຂອງຜູ້ໃດຈັກເທື່ອ.54ວັນນັ້ນເປັນວັນຈັດຕຽມ ແລະ ວັນຊະບາໂຕກຳລັງຈະເລີ່ມຂຶ້ນ.55ສ່ວນພວກແມ່ຍິງທີ່ຕິດຕາມພຣະເຢຊູເຈົ້າຈາກຄາລີເລມາ ກໍໄດ້ຕິດຕາມໂຢເຊັບໄປ ແລະ ໄດ້ເຫັນອຸບມຸງຕະຫລອດຈົນໄດ້ເຫັນວ່າເພິ່ນວາງສົບຂອງພຣະອົງໄວ້ໃນອຸບມຸງຢ່າງໃດ.56ຫລັງຈາກນັ້ນ ພວກເຂົາກໍກັບຄືນເມືອເຮືອນ ແລະ ໄປຈັດຕຽມເຄື່ອງຫອມກັບນ້ຳມັນຫອມ. ແຕ່ພວກເຂົາຕ້ອງໄດ້ຢຸດພັກໃນວັນຊະບາໂຕ ເພາະເປັນການເຊື່ອຟັງພຣະບັນຍັດ.Biblica, Inc.