ລູກາ17
ຄວາມບາບ, ຄວາມເຊື່ອ ແລະ ໜ້າທີ່
1ພຣະເຢຊູເຈົ້າກ່າວກັບພວກສາວົກຂອງພຣະອົງວ່າ: “ສິ່ງທີ່ເປັນຕົ້ນເຫດໃຫ້ຄົນສະດຸດລົ້ມຈະມີມາແນ່ນອນ, ແຕ່ວິບັດແກ່ທຸກຄົນທີ່ເປັນຕົ້ນເຫດໃຫ້ສິ່ງເຫລົ່ານັ້ນມາ.2ເອົາຫີນໂມ້ແປ້ງຜູກໃສ່ຄໍຂອງພວກເຂົາແລ້ວຖິ້ມລົງໃນທະເລກໍຍັງດີກວ່າປ່ອຍໃຫ້ພວກເຂົາເປັນຕົ້ນເຫດເຮັດໃຫ້ຄົນໜຶ່ງໃນຜູ້ເລັກນ້ອຍເຫລົ່ານີ້ສະດຸດລົ້ມ.3ດັ່ງນັ້ນ ຈົ່ງລະວັງໃຫ້ດີ.“ຖ້າພີ່ນ້ອງຂອງພວກເຈົ້າເຮັດບາບຕໍ່ພວກເຈົ້າ, ຈົ່ງຕັກເຕືອນພວກເຂົາ ແລະ ຖ້າພວກເຂົາກັບໃຈໃໝ່ ຈົ່ງອະໄພໃຫ້ພວກເຂົາ.4ເຖິງແມ່ນວ່າພວກເຂົາໄດ້ເຮັດບາບຕໍ່ເຈົ້າເຈັດເທື່ອໃນວັນດຽວ ແລະ ກັບມາຫາເຈົ້າເຈັດເທື່ອແລ້ວເວົ້າວ່າ, ‘ຂ້ອຍກັບໃຈໃໝ່ແລ້ວ’ ພວກເຈົ້າຈະຕ້ອງຍົກໂທດໃຫ້ພວກເຂົາ”.5ພວກອັກຄະສາວົກເວົ້າຕໍ່ອົງພຣະຜູ້ເປັນເຈົ້າວ່າ, “ຂໍເພີ່ມເຕີມຄວາມເຊື່ອຂອງພວກຂ້ານ້ອຍດ້ວຍ!”6ພຣະອົງຕອບວ່າ, “ຖ້າພວກເຈົ້າມີຄວາມເຊື່ອພຽງເລັກນ້ອຍເທົ່າແກ່ນຜັກກາດເມັດໜຶ່ງ, ພວກເຈົ້າຈະສັ່ງຕົ້ນມອນນີ້ວ່າ, ‘ຈົ່ງຖອນຮາກອອກໄປປູກໃນທະເລ’ ແລະ ມັນກໍຈະເຊື່ອຟັງພວກເຈົ້າ.7“ສົມມຸດວ່າຄົນໜຶ່ງໃນພວກເຈົ້າມີຄົນຮັບໃຊ້ໄຖນາ ຫລື ເບິ່ງແຍງແກະ. ເມື່ອຄົນຮັບໃຊ້ກັບມາຈາກທົ່ງນາລາວຈະບອກຄົນຮັບໃຊ້ຄົນນັ້ນບໍວ່າ, ‘ມາດຽວນີ້ ມານັ່ງກິນອາຫານ’?8ລາວຈະບໍ່ເວົ້າບໍວ່າ, ‘ຈົ່ງຕຽມອາຫານຄໍ່າໃຫ້ເຮົາ, ຕຽມໂຕໃຫ້ພ້ອມ ແລະ ເຝົ້າຮັບໃຊ້ເຮົາໃນຂະນະທີ່ເຮົາກິນ ແລະ ດື່ມ, ຫລັງຈາກນັ້ນເຈົ້າຈຶ່ງກິນ ແລະ ດື່ມ’?9ນາຍຈະຂອບໃຈຄົນຮັບໃຊ້ເພາະລາວໄດ້ເຮັດຕາມຄຳສັ່ງບໍ?10ດັ່ງນັ້ນ ພວກເຈົ້າກໍເໝືອນກັນ, ເມື່ອພວກເຈົ້າໄດ້ປະຕິບັດທຸກສິ່ງຕາມຄຳສັ່ງທີ່ໃຫ້ເຮັດແລ້ວ ກໍຄວນເວົ້າວ່າ, ‘ພວກຂ້ານ້ອຍເປັນຄົນຮັບໃຊ້ທີ່ບໍ່ມີຄຸນຄ່າ, ພວກຂ້ານ້ອຍພຽງແຕ່ໄດ້ເຮັດຕາມໜ້າທີ່ຂອງພວກຂ້ານ້ອຍເທົ່ານັ້ນ’ ”.
ພຣະເຢຊູເຈົ້າຮັກສາຄົນຂີ້ທູດສິບຄົນ
11ລະຫວ່າງທາງໄປເຢຣູຊາເລັມ, ພຣະເຢຊູເຈົ້າໄດ້ເດີນທາງໄປຕາມເຂດແດນລະຫວ່າງແຂວງຊາມາເຣຍ ແລະ ຄາລີເລ.12ຂະນະທີ່ພຣະອົງໄດ້ເຂົ້າໄປໃນໝູ່ບ້ານແຫ່ງໜຶ່ງ, ມີຊາຍຂີ້ທູດ ສິບຄົນລໍຖ້າພົບພຣະອົງ. ພວກເຂົາຢືນຢູ່ແຕ່ໄກ.13ພວກເຂົາຮ້ອງສຽງດັງວ່າ, “ພຣະເຢຊູເຈົ້າ ນາຍເອີຍ, ສົງສານພວກເຮົາດ້ວຍ!”14ເມື່ອພຣະອົງເຫັນພວກເຂົາກໍກ່າວວ່າ, “ຈົ່ງໄປສະແດງໂຕກັບພວກປະໂລຫິດ”. ຂະນະທີ່ພວກເຂົາກຳລັງຍ່າງໄປນັ້ນ ພວກເຂົາກໍຫາຍດີ.15ຄົນໜຶ່ງໃນພວກເຂົາເມື່ອເຫັນວ່າຕົນໄດ້ດີພະຍາດແລ້ວຈຶ່ງກັບມາ ແລະ ສັນລະເສີນພຣະເຈົ້າດ້ວຍສຽງດັງ.16ລາວຖິ້ມໂຕລົງທີ່ຕີນຂອງພຣະເຢຊູເຈົ້າແລ້ວຂອບພຣະຄຸນພຣະອົງ. ລາວເປັນຊາວຊາມາເຣຍ.17ພຣະເຢຊູເຈົ້າຖາມວ່າ, “ມີສິບຄົນດີພະຍາດບໍ່ແມ່ນບໍ? ອີກເກົ້າຄົນນັ້ນຢູ່ໃສ?18ບໍ່ມີຈັກຄົນກັບຄືນມາສັນລະເສີນພຣະເຈົ້ານອກຈາກຄົນຕ່າງຊາດຄົນນີ້ບໍ?”19ແລ້ວພຣະອົງຈຶ່ງກ່າວກັບລາວວ່າ, “ຈົ່ງລຸກຂຶ້ນ ແລະ ໄປສາ ຄວາມເຊື່ອຂອງເຈົ້າເຮັດໃຫ້ເຈົ້າດີພະຍາດແລ້ວ”.ການມາປາກົດຂອງອານາຈັກພຣະເຈົ້າ
20ຄັ້ງໜຶ່ງ ມີພວກຟາຣີຊາຍໄດ້ຖາມວ່າອານາຈັກຂອງພຣະເຈົ້າຈະມາເຖິງເມື່ອໃດ, ພຣະເຢຊູເຈົ້າຕອບວ່າ, “ການມາຂອງອານາຈັກຂອງພຣະເຈົ້າບໍ່ແມ່ນສິ່ງທີ່ສັງເກດໄດ້,21ຫລື ຄົນທັງຫລາຍຈະບໍ່ເວົ້າວ່າ, ‘ອານາຈັກນັ້ນຢູ່ທີ່ນີ້’ ຫລື ‘ຢູ່ທີ່ນັ້ນ’ ເພາະອານາຈັກຂອງພຣະເຈົ້າຢູ່ໃນທ່າມກາງ ພວກເຈົ້າ”.22ຫລັງຈາກນັ້ນ ພຣະອົງກໍກ່າວກັບພວກສາວົກວ່າ, “ເວລານັ້ນຈະມາເຖິງເມື່ອພວກເຈົ້າຢາກຈະເຫັນພຽງແຕ່ວັນໜຶ່ງຂອງບຸດມະນຸດ ແຕ່ພວກເຈົ້າຈະບໍ່ເຫັນ.23ຄົນທັງຫລາຍຈະບອກພວກເຈົ້າວ່າ, ‘ພຣະອົງຢູ່ທີ່ນັ້ນ!’ ຫລື ‘ພຣະອົງຢູ່ທີ່ນີ້!’ ຢ່າໄປແລ່ນຕາມພວກເຂົາ.24ດ້ວຍວ່າ ໃນວັນຂອງບຸດມະນຸດ ຈະມາເໝືອນດັ່ງສາຍຟ້າແມບທີ່ສ່ອງແສງສະຫວ່າງຈາກຂອບຟ້າເບື້ອງໜຶ່ງຈົນເຖິງຂອບຟ້າອີກເບື້ອງໜຶ່ງ.25ແຕ່ກ່ອນໜ້ານັ້ນ ພຣະອົງຕ້ອງທົນທຸກທໍລະມານຫລາຍຢ່າງ ແລະ ຄົນໃນສະໄໝນີ້ຈະປະຕິເສດພຣະອົງ.26“ເຫດການໃນສະໄໝຂອງໂນອາເປັນຢ່າງໃດ ໃນສະໄໝຂອງບຸດມະນຸດກໍຈະເປັນຢ່າງນັ້ນ,27ຄົນທັງຫລາຍໄດ້ກິນ, ໄດ້ດື່ມ, ໄດ້ແຕ່ງງານ ແລະ ໄດ້ຍົກໃຫ້ເປັນຜົວເມຍກັນຈົນເຖິງວັນທີ່ໂນອາໄດ້ເຂົ້າໄປໃນເຮືອ. ຫລັງຈາກນັ້ນ ນ້ຳກໍມາຖ້ວມ ແລະ ໄດ້ທຳລາຍພວກເຂົາທັງໝົດ.28“ໃນສະໄໝຂອງໂລດກໍເໝືອນກັນ. ຄົນທັງຫລາຍໄດ້ກິນ ແລະ ໄດ້ດື່ມ, ໄດ້ຊື້ ແລະ ໄດ້ຂາຍ, ໄດ້ປູກຝັງ ແລະ ໄດ້ກໍ່ສ້າງ.29ແຕ່ໃນວັນທີ່ໂລດໄດ້ອອກໄປຈາກເມືອງໂຊໂດມ, ໄຟ ແລະ ມາດໄດ້ຕົກມາຈາກຟ້າ ແລະ ໄດ້ທຳລາຍພວກເຂົາທຸກຄົນ.30“ຈະເປັນດັ່ງນີ້ແຫລະໃນວັນທີ່ບຸດມະນຸດມາ.31ໃນວັນນັ້ນ ຄົນທີ່ຢູ່ເທິງຫລັງຄາ, ກໍບໍ່ຕ້ອງລົງມາເພື່ອເກັບເອົາສິ່ງຂອງທີ່ຢູ່ໃນເຮືອນ. ເຊັ່ນດຽວກັນກັບຄົນທີ່ຢູ່ໃນທົ່ງນາກໍບໍ່ຕ້ອງກັບຄືນມາເອົາສິ່ງໃດ.32ຈົ່ງລະນຶກເຖິງເມຍຂອງໂລດ!33ຜູ້ໃດກໍຕາມທີ່ພະຍາຍາມຮັກສາຊີວິດຂອງຕົນ ຜູ້ນັ້ນຈະເສຍຊີວິດ, ແລະ ຜູ້ໃດກໍຕາມທີ່ສະຫລະຊີວິດ ຜູ້ນັ້ນກໍຮັກສາຊີວິດໄວ້.34ເຮົາບອກພວກເຈົ້າວ່າ, ໃນຄືນນັ້ນຈະມີສອງຄົນນອນຢູ່ໃນຕຽງດຽວກັນ ຄົນໜຶ່ງຈະຖືກຮັບໄປ ແລະ ອີກຄົນໜຶ່ງຈະຖືກປະໄວ້.35ຈະມີຍິງສອງຄົນກຳລັງໂມ້ແປ້ງຢູ່ນຳກັນ ຄົນໜຶ່ງຈະຖືກຮັບໄປ ແລະ ອີກຄົນໜຶ່ງຈະຖືກປະໄວ້ ”.36ສອງຄົນຢູ່ໃນທົ່ງນາ ຄົນໜຶ່ງຈະຖືກຮັບໄປ ແລະ ອີກຄົນໜຶ່ງຈະຖືກປະໄວ້. 37ພວກເຂົາຖາມວ່າ, “ຢູ່ບ່ອນໃດ, ອົງພຣະຜູ້ເປັນເຈົ້າ?”ພຣະອົງຕອບວ່າ, “ຊາກສົບຢູ່ບ່ອນໃດ ຝູງແຮ້ງກໍຈະເຕົ້າໂຮມກັນຢູ່ບ່ອນນັ້ນ”.
Biblica, Inc.