ລູກາ16
ຄຳອຸປະມາເລື່ອງຜູ້ຈັດການທີ່ສະຫລາດ
1ພຣະເຢຊູເຈົ້າໄດ້ກ່າວກັບພວກສາວົກວ່າ: “ຍັງມີເສດຖີຄົນໜຶ່ງທີ່ຜູ້ຈັດການຂອງເພິ່ນຖືກກ່າວຫາວ່າກຳລັງຜານຊັບສິນຂອງເພິ່ນ.2ດັ່ງນັ້ນ ເພິ່ນຈຶ່ງເອີ້ນຜູ້ຈັດການຄົນນັ້ນມາ ແລະ ຖາມວ່າ, ‘ເລື່ອງທີ່ເຮົາໄດ້ຍິນກ່ຽວກັບເຈົ້ານັ້ນເປັນຢ່າງໃດ? ຈົ່ງເອົາບັນຊີທີ່ເຈົ້າຈັດການຢູ່ນັ້ນມາ, ເພາະເຈົ້າບໍ່ສາມາດເປັນຜູ້ຈັດການຕໍ່ໄປໄດ້ອີກ’.3“ຜູ້ຈັດການຄົນນັ້ນຄິດໃນໃຈວ່າ, ‘ຈະເຮັດແນວໃດດີ? ນາຍກຳລັງຈະປົດເຮົາອອກຈາກວຽກ. ເຮົາກໍບໍ່ມີແຮງຈະຂຸດດິນ ແລະ ຈະໄປຂໍທານກໍອາຍ.4ເຮົາຮູ້ແລ້ວວ່າເຮົາຈະເຮັດຢ່າງໃດດີ ເພື່ອວ່າເມື່ອເຮົາອອກຈາກໜ້າທີ່ນີ້ແລ້ວຈະໄດ້ມີຄົນຕ້ອນຮັບເຮົາເຂົ້າໄປເຮືອນຂອງພວກເຂົາ’.5“ດັ່ງນັ້ນ ລາວຈຶ່ງເອີ້ນຜູ້ເປັນໜີ້ຂອງນາຍມາເທື່ອລະຄົນ. ລາວຖາມຄົນທຳອິດວ່າ, ‘ເຈົ້າເປັນໜີ້ນາຍຂອງເຮົາຢູ່ເທົ່າໃດ?’6“ລາວຕອບວ່າ, ‘ເປັນໜີ້ນ້ຳມັນໝາກກອກສາມພັນລິດ’.“ຜູ້ຈັດການຄົນນັ້ນບອກລາວວ່າ, ‘ຈົ່ງນຳເອກະສານຂອງເຈົ້າມາ, ຮີບນັ່ງລົງແກ້ໃຫ້ເປັນໜຶ່ງພັນຫ້າຮ້ອຍ’.7“ຫລັງຈາກນັ້ນລາວກໍຖາມຄົນທີສອງວ່າ, ‘ແລະ ເຈົ້າເປັນໜີ້ຢູ່ເທົ່າໃດ?’
“ລາວຕອບວ່າ, ‘ເປັນໜີ້ເຂົ້າຫວີດສາມສິບໂຕນ’.
“ຜູ້ຈັດການຄົນນັ້ນບອກລາວວ່າ, ‘ຈົ່ງນຳເອກະສານມາໄວໆ ແລະ ແກ້ໃຫ້ເປັນຊາວສີ່ໂຕນ’.8“ແລ້ວນາຍຈຶ່ງຍ້ອງຍໍຜູ້ຈັດການທີ່ບໍ່ສັດຊື່ຄົນນີ້ເພາະລາວໄດ້ເຮັດຢ່າງສະຫລາດ. ເພາະຄົນຝ່າຍໂລກນີ້ສະຫລາດຫລາຍກວ່າຄົນຝ່າຍຄວາມສະຫວ່າງໃນການເຮັດທຸລະກິດກັບຄົນປະເພດດຽວກັນ.9ເຮົາບອກພວກເຈົ້າວ່າ, ຈົ່ງໃຊ້ຊັບສົມບັດຝ່າຍໂລກເພື່ອສ້າງມິດສຳລັບພວກເຈົ້າເອງ ເພື່ອວ່າເມື່ອເວລາຊັບນັ້ນໝົດໄປແລ້ວເຈົ້າຈະໄດ້ຮັບການຕ້ອນຮັບເຂົ້າສູ່ບ່ອນຢູ່ອັນຖາວອນເປັນນິດ.10“ຜູ້ໃດກໍຕາມທີ່ໄວ້ໃຈໄດ້ໃນສິ່ງເລັກນ້ອຍ ກໍໄວ້ໃຈໄດ້ໃນສິ່ງໃຫຍ່ເໝືອນກັນ, ແລະ ຜູ້ໃດກໍຕາມທີ່ບໍ່ສັດຊື່ໃນສິ່ງເລັກນ້ອຍ ກໍຈະບໍ່ສັດຊື່ໃນສິ່ງໃຫຍ່ເໝືອນກັນ.11ດັ່ງນັ້ນ ຖ້າພວກເຈົ້າສັດຊື່ໃນເບິ່ງແຍງຊັບສົມບັດຝ່າຍໂລກບໍ່ໄດ້, ຜູ້ໃດຈະໄວ້ໃຈໃຫ້ພວກເຈົ້າເບິ່ງແຍງຊັບສົມບັດອັນແທ້ຈິງ?12ແລະ ຖ້າພວກເຈົ້າໄວ້ໃຈໃຫ້ເບິ່ງແຍງຊັບສິນຂອງຄົນອື່ນບໍ່ໄດ້, ຜູ້ໃດຈະມອບຊັບສິນໃຫ້ເປັນຂອງພວກເຈົ້າ?13“ບໍ່ມີຜູ້ໃດສາມາດຮັບໃຊ້ນາຍສອງຄົນໄດ້. ບໍ່ວ່າພວກເຈົ້າຈະກຽດຊັງນາຍຜູ້ນີ້ ແລະ ຮັກນາຍຜູ້ນັ້ນ ຫລື ພວກເຈົ້າຈະອຸທິດຕົນຕໍ່ນາຍຜູ້ນີ້ ແລະ ດູຖູກນາຍຜູ້ນັ້ນ. ພວກເຈົ້າບໍ່ສາມາດຮັບໃຊ້ທັງພຣະເຈົ້າ ແລະ ຮັບໃຊ້ເງິນໄດ້”.14ຝ່າຍພວກຟາຣີຊາຍຜູ້ທີ່ຮັກເງິນເມື່ອໄດ້ຍິນເລື່ອງທັງໝົດນີ້ແລ້ວກໍເຢາະເຢີ້ຍພຣະເຢຊູເຈົ້າ.15ພຣະອົງກ່າວກັບພວກເຂົາວ່າ, “ພວກເຈົ້າເປັນຄົນທີ່ເຮັດໃຫ້ຕົນເອງຊອບທຳໃນສາຍຕາຄົນອື່ນ, ແຕ່ພຣະເຈົ້າຮູ້ຈັກຈິດໃຈຂອງພວກເຈົ້າ. ສິ່ງທີ່ຄົນທັງຫລາຍຖືວ່າມີຄຸນຄ່າສູງກໍເປັນທີ່ໜ້າລັງກຽດຕໍ່ສາຍຕາຂອງພຣະເຈົ້າ.
ຄຳສອນເພີ່ມເຕີມ
16“ກົດບັນຍັດ ແລະ ຄຳສອນຂອງຜູ້ທຳນວາຍໄດ້ຮັບການປະກາດຕະຫລອດມາຈົນເຖິງສະໄໝຂອງໂຢຮັນ. ຕັ້ງແຕ່ເວລານັ້ນມາ ຂ່າວປະເສີດເລື່ອງອານາຈັກຂອງພຣະເຈົ້າກໍໄດ້ຖືກປະກາດໄປ ແລະ ທຸກຄົນກໍກຳລັງຍາດກັນເຂົ້າໄປໃນອານາຈັກນັ້ນ.17ຟ້າ ແລະ ດິນຈະສູນຫາຍໄປ ກໍຍັງງ່າຍກວ່າທີ່ຈຸດໜຶ່ງໃນກົດບັນຍັດຈະຕົກຫລົ່ນ.18“ຜູ້ໃດທີ່ຢ່າຮ້າງເມຍຂອງຕົນ ແລະ ໄປແຕ່ງງານກັບຍິງອື່ນ ຜູ້ນັ້ນກໍຫລິ້ນຊູ້ ແລະ ຊາຍໃດທີ່ແຕ່ງງານກັບຍິງທີ່ຖືກຢ່າຮ້າງ ຜູ້ນັ້ນກໍຫລິ້ນຊູ້.ເສດຖີ ແລະ ລາຊາໂຣ
19“ຍັງມີເສດຖີຄົນໜຶ່ງທີ່ນຸ່ງຊຸດສີມ່ວງ ແລະ ຜ້າຝ້າຍລິນິນເນື້ອລະອຽດດີ ແລະ ໃຊ້ຊີວິດຢ່າງສຸກສະບາຍທຸກມື້.20ມີຂໍທານຄົນໜຶ່ງຊື່ລາຊາໂຣ ມີບາດແຜເຕັມໂຕນອນຢູ່ທີ່ປະຕູເຮືອນຂອງເສດຖີ21ແລະ ລໍຖ້າກິນອາຫານທີ່ຕົກຈາກໂຕະຂອງເສດຖີ. ແມ່ນແຕ່ໝາກໍຍັງມາເລຍບາດແຜຂອງລາວ.22“ຢູ່ຕໍ່ມາ ຂໍທານນັ້ນກໍໄດ້ຕາຍ ແລະ ບັນດາເທວະດາໄດ້ຮັບລາວໄປໄວ້ຢູ່ທາງຂ້າງຂອງອັບຣາຮາມ. ຝ່າຍເສດຖີຄົນນັ້ນກໍຕາຍໄປເໝືອນກັນ ແລະ ຖືກຝັງໄວ້.23ເມື່ອຢູ່ໃນນະລົກ ກໍທຸກທໍລະມານຫລາຍ, ເສດຖີນັ້ນຈຶ່ງເງີຍໜ້າຂຶ້ນເຫັນອັບຣາຮາມຢູ່ແຕ່ໄກ ມີລາຊາໂຣຢູ່ທາງຂ້າງຂອງເພິ່ນ.24ດັ່ງນັ້ນ ລາວຈຶ່ງຮ້ອງບອກວ່າ, ‘ອັບຣາຮາມ ບິດາເອີຍ, ສົງສານຂ້ານ້ອຍດ້ວຍ ແລະ ໃຊ້ລາຊາໂຣເອົາປາຍນິ້ວມືຈຸ່ມນ້ຳມາແຕະໃສ່ລີ້ນຂອງຂ້ານ້ອຍໃຫ້ເຢັນລົງ ເພາະຂ້ານ້ອຍທຸກທໍລະມານຫລາຍຢູ່ໃນແປວໄຟນີ້’.25“ແຕ່ອັບຣາຮາມຕອບວ່າ, ‘ລູກເອີຍ, ຈົ່ງຈື່ໄວ້ວ່າໃນຕະຫລອດຊີວິດຂອງເຈົ້າ ເຈົ້າໄດ້ຮັບແຕ່ສິ່ງດີ ຂະນະທີ່ລາຊາໂຣໄດ້ຮັບແຕ່ສິ່ງບໍ່ດີ, ແຕ່ດຽວນີ້ລາວໄດ້ຮັບການເລົ້າໂລມໃຈຢູ່ທີ່ນີ້ແລ້ວ ສ່ວນເຈົ້າກໍຢູ່ໃນຄວາມທຸກທໍລະມານ.26ນອກຈາກທັງໝົດນີ້ແລ້ວ ລະຫວ່າງພວກເຮົາ ແລະ ພວກເຈົ້າກໍມີເຫວໃຫຍ່ຂວາງກັ້ນຢູ່, ເພື່ອວ່າຜູ້ໃດທີ່ຢາກຈະຂ້າມຈາກທີ່ນີ້ໄປຫາພວກເຈົ້າກໍບໍ່ໄດ້ ຫລື ຜູ້ໃດຈະຂ້າມຈາກບ່ອນນັ້ນມາຫາພວກເຮົາກໍບໍ່ໄດ້’.27“ລາວຈຶ່ງຕອບວ່າ, ‘ບິດາເອີຍ, ຖ້າຢ່າງນັ້ນ ຂ້ານ້ອຍຂໍຮ້ອງທ່ານໃຫ້ໃຊ້ລາຊາໂຣໄປຫາຄອບຄົວຂອງຂ້ານ້ອຍດ້ວຍ,28ເພາະຂ້ານ້ອຍມີອ້າຍນ້ອງຫ້າຄົນ, ໃຫ້ລາຊາໂຣເຕືອນພວກເຂົາ ເພື່ອວ່າພວກເຂົາຈະບໍ່ມາໃນບ່ອນທີ່ທຸກທໍລະມານນີ້ເໝືອນກັນ’.29“ອັບຣາຮາມຕອບວ່າ, ‘ພວກເຂົາມີໂມເຊ ແລະ ບັນດາຜູ້ທຳນວາຍຢູ່ແລ້ວ ຈົ່ງໃຫ້ພວກເຂົາຟັງຄົນເຫລົ່ານັ້ນ’.30“ເສດຖີຄົນນັ້ນຈຶ່ງກ່າວວ່າ, ‘ບໍ່ແມ່ນດອກ ອັບຣາຮາມ ບິດາເອີຍ, ແຕ່ຖ້າມີຜູ້ໜຶ່ງເປັນຄືນຈາກຕາຍແລ້ວໄປຫາພວກເຂົາ, ພວກເຂົາກໍຄົງຈະຖິ້ມໃຈເກົ່າເອົາໃຈໃໝ່’.31“ແຕ່ອັບຣາຮາມກ່າວກັບລາວວ່າ, ‘ຖ້າພວກເຂົາບໍ່ຟັງໂມເຊ ແລະ ບັນດາຜູ້ທຳນວາຍແລ້ວ, ເຖິງຈະມີຄົນຄືນມາຈາກຕາຍພວກເຂົາກໍຈະບໍ່ຍອມເຊື່ອ’ ”.Biblica, Inc.