ໂຢຊວຍ7
ຄວາມບາບຂອງອາການ
1ແຕ່ຊາວອິດສະຣາເອນບໍ່ສັດຊື່ກ່ຽວກັບເຄື່ອງທີ່ຕ້ອງອຸທິດຖວາຍ ອາການ ລູກຊາຍຂອງການໝີ, ລູກຊາຍຂອງສິມຣີ, ຜູ້ເປັນລູກຊາຍຂອງເຊຣາ, ເຜົ່າຢູດາ, ໄດ້ເກັບເຄື່ອງຈຳນວນໜຶ່ງໄວ້. ດັ່ງນັ້ນ ພຣະເຈົ້າຢາເວຈຶ່ງໃຈຮ້າຍໃຫ້ຊາວອິດສະຣາເອນ.2ເວລານັ້ນ ໂຢຊວຍໄດ້ສົ່ງຄົນຈາກເມືອງເຢຣິໂກໄປທີ່ເມືອງອາອີ ເຊິ່ງຢູ່ໃກ້ກັບເບັດອາເວນທາງທິດຕາເວັນອອກຂອງເບັດເອນ ແລະ ໄດ້ບອກພວກເຂົາວ່າ, “ຈົ່ງໄປ ແລະ ສຳຫລວດເບິ່ງດິນແດນນັ້ນ”. ດັ່ງນັ້ນ ພວກເຂົາຈຶ່ງໄປສຳຫລວດເບິ່ງເມືອງອາອີ.3ເມື່ອພວກເຂົາກັບມາຫາໂຢຊວຍ, ພວກເຂົາກໍໄດ້ເວົ້າວ່າ, “ບໍ່ຕ້ອງນຳທະຫານທັງໝົດໄປສູ້ຮົບກັບອາອີ. ສົ່ງສອງ ຫລື ສາມພັນຄົນໄປຢຶດເອົາດິນແດນນັ້ນກໍໄດ້ ແລະ ຢ່າເຮັດໃຫ້ທະຫານທັງໝົດເມື່ອຍ ເພາະມີຄົນໜ້ອຍດຽວທີ່ອາໄສຢູ່ທີ່ນັ້ນ”.4ດັ່ງນັ້ນ ຈຶ່ງມີທະຫານປະມານສາມພັນຄົນອອກໄປ, ແຕ່ພວກເຂົາໄດ້ພ່າຍແພ້ໃຫ້ຊາວເມືອງອາອີ,5ຄົນອິດສະຣາເອນປະມານ 36 ຄົນຖືກຂ້າຕາຍ. ພວກເຂົາໄດ້ໄລ່ຕາມຊາວອິດສະຣາເອນຈາກປະຕູເມືອງໄປຈົນເຖິງບໍ່ຫີນແຮ່ ແລະ ໄດ້ຕີພວກເຂົາຢູ່ຕາມເປີ້ນພູ. ເມື່ອເປັນຢ່າງນີ້ແລ້ວ ຫົວໃຈປະຊາຊົນອິດສະຣາເອນກໍສະຫລາຍໄປກັບຄວາມຢ້ານ ແລະ ເປັນເໝືອນກັບນ້ຳ.6ໂຢຊວຍຈຶ່ງຈີກເຄື່ອງນຸ່ງຂອງຕົນ ແລະ ໝູບໜ້າລົງທີ່ພື້ນຕໍ່ໜ້າຫີບພັນທະສັນຍາຂອງພຣະເຈົ້າຢາເວ, ຢູ່ທີ່ນັ້ນຈົນເຖິງຄ່ຳ. ບັນດາຜູ້ອາວຸໂສຂອງອິດສະຣາເອນກໍເຮັດເໝືອນກັນ ແລະ ໄດ້ໂຮຍຂີ້ຝຸ່ນໃສ່ເທິງຫົວຂອງພວກເຂົາ.7ໂຢຊວຍໄດ້ເວົ້າວ່າ “ຂ້າແດ່ພຣະເຈົ້າຢາເວ ອົງເຈົ້ານາຍ ດ້ວຍເຫດໃດພຣະອົງຈຶ່ງນຳເອົາປະຊາຊົນເຫລົ່ານີ້ຂ້າມແມ່ນ້ຳຈໍແດນມາ ແລ້ວປ່ອຍພວກຂ້ານ້ອຍໃຫ້ຢູ່ໃນເງື່ອມມືຂອງຊາວອາໂມ ເພື່ອໃຫ້ພວກເຂົາທຳລາຍພວກຂ້ານ້ອຍ? ຖ້າພວກຂ້ານ້ອຍພໍໃຈທີ່ຈະອາໄສຢູ່ທີ່ອີກຝັ່ງໜຶ່ງຂອງແມ່ນ້ຳຈໍແດນເທົ່ານັ້ນ.8ຂ້າແດ່ພຣະເຈົ້າຢາເວ ຂ້ານ້ອຍຈະເວົ້າຢ່າງໃດໄດ້ໃນເມື່ອອິດສະຣາເອນພ່າຍແພ້ໃຫ້ສັດຕູຂອງອິດສະຣາເອນ?9ຊາວການາອານ ແລະ ຊາວເມືອງອື່ນໆຈະໄດ້ຍິນເລື່ອງນີ້ ແລະ ພວກເຂົາກໍຈະມາປິດລ້ອມພວກຂ້ານ້ອຍ ແລ້ວກວາດລ້າງຊື່ຂອງພວກຂ້ານ້ອຍໃຫ້ອອກໄປຈາກແຜ່ນດິນ. ແລ້ວພຣະອົງຈະເຮັດຢ່າງໃດກັບນາມອັນຍິ່ງໃຫຍ່ຂອງພຣະອົງ?”10ພຣະເຈົ້າຢາເວໄດ້ເວົ້າກັບໂຢຊວຍວ່າ, “ຈົ່ງລຸກຂຶ້ນ! ເຈົ້າໝູບໜ້າລົງທີ່ພື້ນເຮັດຫຍັງ?11ອິດສະຣາເອນໄດ້ເຮັດບາບ, ພວກເຂົາລະເມີດພັນທະສັນຍາຂອງເຮົາ, ເຊິ່ງເຮົາໄດ້ສັ່ງພວກເຂົາໃຫ້ຖືຮັກສາ. ພວກເຂົາໄດ້ເອົາເຄື່ອງຂອງທີ່ຕ້ອງອຸທິດຖວາຍໄປຈຳນວນໜຶ່ງ; ພວກເຂົາໄດ້ລັກ, ພວກເຂົາໄດ້ຕົວະ, ພວກເຂົາໄດ້ເກັບສິ່ງເຫລົ່ານັ້ນໄວ້ກັບຊັບສິນສ່ວນໂຕ.12ດ້ວຍເຫດນີ້ ຊາວອິດສະຣາເອນຈຶ່ງບໍ່ສາມາດຕໍ່ສູ້ກັບສັດຕູຂອງພວກເຂົາໄດ້; ພວກເຂົາຫັນຫລັງ ແລະ ແລ່ນໜີໄປເພາະພວກເຂົາຖືກກຳນົດໄວ້ໃຫ້ຈິບຫາຍ. ເຮົາຈະບໍ່ຢູ່ກັບພວກເຈົ້າອີກຕໍ່ໄປ ເວັ້ນໄວ້ແຕ່ວ່າພວກເຈົ້າໄດ້ທຳລາຍສິ່ງໃດກໍຕາມທີ່ຕ້ອງອຸທິດຖວາຍກ່ອນ.13“ຈົ່ງໄປ, ຊຳລະຄົນເຫລົ່ານັ້ນໃຫ້ບໍລິສຸດ. ຈົ່ງບອກພວກເຂົາວ່າ, ‘ຈົ່ງຊຳລະຕົນໃຫ້ບໍລິສຸດເພື່ອຕຽມໂຕສຳລັບມື້ອື່ນ; ເພາະພຣະເຈົ້າຢາເວ, ພຣະເຈົ້າແຫ່ງອິດສະຣາເອນກ່າວດັ່ງນີ້ວ່າ: ອິດສະຣາເອນເອີຍ, ມີສິ່ງທີ່ຕ້ອງອຸທິດຖວາຍຢູ່ທ່າມກາງພວກເຈົ້າ. ເຈົ້າຈະບໍ່ສາມາດຢືນຕົວຕໍ່ສູ້ກັບສັດຕູຂອງພວກເຈົ້າໄດ້ຈົນກວ່າພວກເຈົ້າຈະເອົາສິ່ງເຫລົ່ານັ້ນອອກໄປ.14“ ‘ໃນຕອນເຊົ້າ, ພວກເຈົ້າຈົ່ງມາລາຍງານໂຕເທື່ອລະເຜົ່າ ເຜົ່າທີ່ພຣະເຈົ້າຢາເວໄດ້ເລືອກໄວ້ຈະຕ້ອງອອກມາຂ້າງໜ້າເທື່ອລະຕະກຸນ, ຕະກຸນທີ່ພຣະເຈົ້າຢາເວໄດ້ເລືອກໄວ້ຈະຕ້ອງອອກມາຂ້າງໜ້າເທື່ອລະຄອບຄົວ ຄອບຄົວທີ່ພຣະເຈົ້າຢາເວໄດ້ເລືອກໄວ້ຈະຕ້ອງອອກມາຂ້າງໜ້າເທື່ອລະຄົນ.15ຄົນໃດກໍຕາມທີ່ຖືກຈັບໄດ້ວ່າມີສິ່ງທີ່ຕ້ອງອຸທິດຖວາຍ ຄົນນັ້ນພ້ອມກັບທຸກສິ່ງທີ່ເປັນຂອງລາວຈະຕ້ອງຖືກທຳລາຍດ້ວຍໄຟ. ລາວໄດ້ລະເມີດພັນທະສັນຍາຂອງພຣະເຈົ້າຢາເວ ແລະ ໄດ້ເຮັດສິ່ງທີ່ໜ້າອັບອາຍໃນທ່າມກາງຄົນອິດສະຣາເອນ!’ ”16ເຊົ້າຂອງມື້ຕໍ່ມາໂຢຊວຍຈຶ່ງໃຫ້ຊາວອິດສະຣາເອນອອກມາຂ້າງໜ້າເທື່ອລະເຜົ່າ ແລະ ເຜົ່າຢູດາໄດ້ຖືກເລືອກ.17ຕະກຸນຕ່າງໆຂອງຢູດາໄດ້ອອກມາຂ້າງໜ້າ ແລະ ຕະກຸນເຊຣາໄດ້ຖືກເລືອກ. ຄອບຄົວຕ່າງໆຂອງເຊຣາໄດ້ອອກມາຂ້າງໜ້າ ແລະ ຄອບຄົວສິມຣີໄດ້ຖືກເລືອກ.18ໂຢຊວຍໄດ້ໃຫ້ຄອບຄົວຂອງຕົນອອກມາເທື່ອລະຄົນ ແລະ ອາການ ລູກຊາຍຂອງການໝີ, ຜູ້ເປັນລູກຊາຍຂອງສິມຣີ, ຜູ້ເປັນລູກຊາຍຂອງເຊຣາແຫ່ງເຜົ່າຢູດາ, ເຊິ່ງຖືກເລືອກໄວ້.19ໂຢຊວຍຈຶ່ງເວົ້າກັບອາການວ່າ, “ລູກເອີຍ, ຈົ່ງຖວາຍກຽດແກ່ພຣະເຈົ້າຢາເວ ພຣະເຈົ້າແຫ່ງອິດສະຣາເອນ ແລະ ຍົກຍ້ອງພຣະອົງ. ຈົ່ງບອກເຮົາມາວ່າເຈົ້າໄດ້ເຮັດຫຍັງ, ຢ່າປິດບັງເຮົາເລີຍ”.20ອາການໄດ້ຕອບວ່າ, “ເປັນຄວາມຈິງແທ້ທີ່ຂ້ານ້ອຍໄດ້ເຮັດບາບຕໍ່ພຣະເຈົ້າຢາເວ, ພຣະເຈົ້າແຫ່ງອິດສະຣາເອນ. ສິ່ງທີ່ຂ້ານ້ອຍໄດ້ເຮັດກໍຄື:21ຂ້ານ້ອຍໄດ້ເຫັນເສື້ອຄຸມອັນສວຍງາມທີ່ປຸ້ນມາຈາກບາບີໂລນ, ເງິນໜັກປະມານ 200 ເຊເຂວ ແລະ ຄຳເປັນແທ່ງໜັກປະມານ 50 ເຊເຂວ, ຂ້ານ້ອຍຢາກໄດ້ສິ່ງເຫລົ່ານັ້ນ ແລະ ໄດ້ເອົາສິ່ງເຫລົ່ານັ້ນໄປ. ສິ່ງເຫລົ່ານັ້ນແມ່ນໄດ້ເຊື່ອງໄວ້ທີ່ພື້ນດິນໃນເຕັນຂອງຂ້ານ້ອຍ, ໂດຍຝັງເຄື່ອງເງິນໄວ້ດ້ານລຸ່ມສຸດ”.22ໂຢຊວຍຈຶ່ງໄດ້ສົ່ງຄົນໄປ ແລ້ວພວກເຂົາກໍໄດ້ແລ່ນໄປທີ່ເຕັນນັ້ນ ແລະ ກໍພົບເຄື່ອງຂອງເຊື່ອງໄວ້ຢູ່ໃນເຕັນຂອງລາວ, ໂດຍຝັງເຄື່ອງເງິນໄວ້ລຸ່ມສຸດ.23ພວກເຂົາໄດ້ນຳເອົາເຄື່ອງຂອງເຫລົ່ານັ້ນອອກມາຈາກເຕັນ, ນຳມາໃຫ້ໂຢຊວຍ ແລະ ຊາວອິດສະຣາເອນທັງໝົດ ແລ້ວວາງເຄື່ອງຂອງເຫລົ່ານັ້ນລົງຕໍ່ໜ້າພຣະເຈົ້າຢາເວ.24ແລ້ວໂຢຊວຍພ້ອມກັບຊາວອິດສະຣາເອນທັງໝົດ ຈຶ່ງນຳເອົາອາການຜູ້ເປັນລູກຊາຍຂອງເຊຣາ, ເຄື່ອງເງິນ, ເສື້ອຄຸມ, ຄຳແທ່ງ, ບັນດາລູກຊາຍ ແລະ ລູກສາວຂອງລາວ, ງົວ, ລໍ, ແກະ, ເຕັນຂອງລາວ ແລະ ທຸກສິ່ງທີ່ລາວມີໄປຍັງຮ່ອມພູອາໂຄ.25ໂຢຊວຍໄດ້ເວົ້າວ່າ, “ເປັນຫຍັງເຈົ້າຈຶ່ງນຳຄວາມເດືອດຮ້ອນມາສູ່ພວກເຮົາ? ວັນນີ້ ພຣະເຈົ້າຢາເວຈະນຳເອົາຄວາມເດືອດຮ້ອນມາສູ່ເຈົ້າ”.ແລ້ວຊາວອິດສະຣາເອນທັງໝົດກໍແກວ່ງກ້ອນຫີນໃສ່ອາການ ແລະ ຫລັງຈາກທີ່ພວກເຂົາໄດ້ແກວ່ງກ້ອນຫີນໃສ່ຈົນໝົດແລ້ວ, ຊາວອິດສະຣາເອນກໍໄດ້ຈູດພວກເຂົາ.26ຊາວອິດສະຣາເອນໄດ້ເອົາກ້ອນຫີນມາກອງຂຶ້ນທັບເທິງອາການຈົນເປັນກອງຫີນຂະໜາດໃຫຍ່ ເຊິ່ງຍັງມີຢູ່ຈົນທຸກວັນນີ້. ຫລັງຈາກນັ້ນ ພຣະເຈົ້າຢາເວກໍໄດ້ຫັນອອກຈາກຄວາມໂກດຮ້າຍຂອງພຣະອົງ. ເຫດສະນັ້ນ ສະຖານທີ່ນັ້ນຈຶ່ງມີຊື່ວ່າອາໂຄ ມາຈົນເຖິງທຸກວັນນີ້.
Biblica, Inc.