ໂຢຊວຍ6
1ປະຕູເມືອງເຢຣິໂກຖືກປິດຢ່າງແໜ້ນໜາເພາະຊາວອິດສະຣາເອນ. ບໍ່ຜູ້ໃດເຂົ້າອອກໄປ ແລະ ບໍ່ມີຜູ້ໃດເຂົ້າມາ.2ແລ້ວພຣະເຈົ້າຢາເວໄດ້ເວົ້າກັບໂຢຊວຍວ່າ, “ເບິ່ງແມ, ເຮົາໄດ້ມອບເມືອງເຢຣິໂກ ພ້ອມກັບກະສັດ ແລະ ນັກຮົບຂອງເມືອງນີ້ໄວ້ໃນມືເຈົ້າແລ້ວ.3ຈົ່ງເດີນຂະບວນອ້ອມເມືອງພ້ອມດ້ວຍນັກຮົບທັງໝົດທີ່ຖືອາວຸດ. ຈົ່ງເຮັດຢ່າງນີ້ເປັນເວລາຫົກມື້.4ໃຫ້ປະໂລຫິດເຈັດຄົນຖືແກເຂົາແກະຍ່າງອອກໜ້າຫີບພັນທະສັນຍາ. ໃນມື້ທີເຈັດຈົ່ງຍ່າງອ້ອມເມືອງເຈັດຄັ້ງ, ພ້ອມທັງໃຫ້ບັນດາປະໂລຫິດເປົ່າແກ.5ແລະ ເມື່ອເຈົ້າໄດ້ຍິນສຽງແກດັງຍາວ ຈົ່ງໃຫ້ທະຫານໂຫ່ຮ້ອງສຽງດັງ ແລະ ກຳແພງເມືອງກໍຈະພັງລົງ ແລ້ວໃຫ້ທຸກຄົນບຸກເຂົ້າໄປທາງໃນທັນທີ”.6ໂຢຊວຍລູກຊາຍຂອງນູນຈຶ່ງໄດ້ເອີ້ນບັນດາປະໂລຫິດມາ ແລະ ເວົ້າກັບພວກເຂົາວ່າ, “ຈົ່ງຫາມຫີບພັນທະສັນຍາຂອງພຣະເຈົ້າຢາເວ ແລະ ໃຫ້ປະໂລຫິດເຈັດຄົນຖືແກເຂົາແກະຍ່າງອອກໜ້າໄປ”.7ແລ້ວເພິ່ນຈຶ່ງໄດ້ສັ່ງທະຫານວ່າ, “ຈົ່ງເດີນໜ້າ! ເດີນຂະບວນອ້ອມເມືອງພ້ອມດ້ວຍກອງທະຫານທີ່ຖືອາວຸດ ອອກໜ້າຫີບພັນທະສັນຍາຂອງພຣະເຈົ້າຢາເວ”.8ເມື່ອໂຢຊວຍໄດ້ເວົ້າກັບປະຊາຊົນຮຽບຮ້ອຍແລ້ວ ປະໂລຫິດທັງເຈັດກໍຖືແກເຈັດອັນຕໍ່ໜ້າພຣະເຈົ້າຢາເວ ຍ່າງອອກໜ້າພ້ອມກັບເປົ່າແກໄປ ແລະ ຫີບພັນທະສັນຍາຂອງພຣະເຈົ້າຢາເວກໍຕາມໄປ.9ກອງຄຸ້ມກັນຖືອາວຸດເດີນຂະບວນອອກໜ້າບັນດາປະໂລຫິດຜູ້ທີ່ເປົ່າແກ ແລະ ມີກອງຄຸ້ມກັນລະວັງຫລັງຢູ່ທ້າຍຂະບວນຫີບພັນທະສັນຍາ ສຽງເປົ່າແກດັງຢູ່ຕະຫລອດເວລາ.10ແຕ່ໂຢຊວຍໄດ້ສັ່ງທະຫານໄວ້ແລ້ວວ່າ, “ຢ່າໂຫ່ຮ້ອງ, ຢ່າສົ່ງສຽງ, ຢ່າເວົ້າຄຳໃດຈົນກວ່າເຖິງມື້ທີ່ເຮົາຈະບອກພວກເຈົ້າໃຫ້ຮ້ອງ ແລ້ວຈຶ່ງຮ້ອງ!”11ດັ່ງນັ້ນ ເພິ່ນຈຶ່ງໃຫ້ຫາມຫີບພັນທະສັນຍາຂອງພຣະເຈົ້າຢາເວໄປອ້ອມເມືອງມື້ລະຮອບ. ຫລັງຈາກນັ້ນ ທຸກຄົນຕ່າງກໍກັບເຂົ້າຄ້າຍພັກ ແລະ ຄ້າງຄືນຢູ່ທີ່ນັ້ນ.12ມື້ຕໍ່ມາໂຢຊວຍໄດ້ຕື່ນແຕ່ເຊົ້າ ແລະ ບັນດາປະໂລຫິດກໍໄດ້ຫາມຫີບພັນທະສັນຍາຂອງພຣະເຈົ້າຢາເວ.13ບັນດາປະໂລຫິດທັງເຈັດຄົນກໍຖືແກເຈັດອັນຍ່າງອອກໜ້າຂະບວນຫີບພັນທະສັນຍາຂອງພຣະເຈົ້າຢາເວ ແລະ ເປົ່າແກ. ນັກຮົບທີ່ຖືອາວຸດກໍຍ່າງນຳໜ້າພວກເຂົາ ແລະ ກອງຄຸ້ມກັນກໍຕາມຫລັງຫີບພັນທະສັນຍາຂອງພຣະເຈົ້າຢາເວ ໃນຂະນະທີ່ສຽງແກຍັງດັງຢູ່.14ໃນມື້ທີສອງພວກເຂົາໄດ້ຍ່າງອ້ອມເມືອງໜຶ່ງຮອບແລ້ວກັບຄືນໄປທີ່ຄ້າຍພັກ. ພວກເຂົາເຮັດເຊັ່ນນີ້ຢູ່ເປັນເວລາຫົກມື້.15ໃນມື້ທີເຈັດ ພວກເຂົາຕື່ນແຕ່ຮຸ່ງເຊົ້າ ແລະ ໄດ້ຍ່າງອ້ອມເມືອງເຈັດຮອບໃນລັກສະນະດຽວກັນ, ຍົກເວັ້ນໃນວັນນັ້ນພວກເຂົາໄດ້ຍ່າງອ້ອມເມືອງເຈັດເທື່ອ.16ໃນຮອບທີເຈັດ ເມື່ອບັນດາປະໂລຫິດເປົ່າແກເຂົາສັດ, ໂຢຊວຍຈຶ່ງໄດ້ສັ່ງທະຫານວ່າ, “ຈົ່ງໂຫ່ຮ້ອງ! ພຣະເຈົ້າຢາເວໄດ້ມອບເມືອງນີ້ໃຫ້ພວກເຮົາແລ້ວ!17ທັງເມືອງ ແລະ ທຸກຢ່າງໃນເມືອງນີ້ຕ້ອງອຸທິດຖວາຍ ແກ່ພຣະເຈົ້າຢາເວ. ມີແຕ່ນາງຣາຮາບຍິງໂສເພນີ ແລະ ທຸກຄົນທີ່ຢູ່ໃນບ້ານຂອງນາງເທົ່ານັ້ນທີ່ຈະລອດຊີວິດ, ເພາະນາງໄດ້ຊ່ວຍເຊື່ອງພວກນັກສືບທີ່ພວກເຮົາສົ່ງມາ.18ແຕ່ໃຫ້ຢູ່ຫ່າງຈາກສິ່ງຂອງທີ່ໄດ້ອຸທິດຖວາຍແລ້ວ ເພື່ອວ່າພວກເຈົ້າຈະບໍ່ນຳເອົາການທຳລາຍມາສູ່ຕົນເອງໂດຍການເອົາສິ່ງໃດສິ່ງໜຶ່ງໄປ. ບໍ່ດັ່ງນັ້ນ ພວກເຈົ້າຈະເຮັດໃຫ້ຄ້າຍພັກຂອງອິດສະຣາເອນງ່າຍຕໍ່ການຖືກທຳລາຍ ແລະ ນຳເອົາຄວາມຫຍຸ້ງຍາກມາສູ່ຄ້າຍພັກນັ້ນ.19ເງິນ, ຄຳ ແລະ ເຄື່ອງໃຊ້ຕ່າງໆ ທີ່ເຮັດຈາກທອງສຳລິດ ແລະ ເຫລັກທັງໝົດຖືເປັນຂອງສັກສິດສຳລັບພຣະເຈົ້າຢາເວ ແລະ ຕ້ອງນຳມາຍັງຄັງຂອງພຣະອົງ”.20ເມື່ອສຽງແກດັງຂຶ້ນ, ທະຫານກໍໂຫ່ຮ້ອງ ແລະ ເມື່ອມີສຽງແກດັງ, ຄົນກໍໂຫ່ຮ້ອງດັງຂຶ້ນ, ກຳແພງກໍພັງລົງມາ; ດັ່ງນັ້ນ ທຸກຄົນຈຶ່ງບຸກໜ້າເຂົ້າໄປທາງໃນ ແລະ ຢຶດເມືອງ.21ພວກເຂົາໄດ້ອຸທິດຖວາຍເມືອງນັ້ນແກ່ພຣະເຈົ້າຢາເວ ແລະ ໄດ້ທຳລາຍສິ່ງທີ່ມີຊີວິດທຸກສິ່ງໃນເມືອງນັ້ນດ້ວຍດາບ ບໍ່ວ່າເປັນຜູ້ຊາຍ ຫລື ແມ່ຍິງ, ຄົນໜຸ່ມ ແລະ ຜູ້ເຖົ້າ, ງົວ, ແກະ ແລະ ລໍ.22ໂຢຊວຍໄດ້ເວົ້າກັບຊາຍສອງຄົນທີ່ໄດ້ສອດແນມດິນແດນນັ້ນວ່າ, “ຈົ່ງໄປທີ່ບ້ານຂອງຍິງໂສເພນີ ແລະ ນຳເອົານາງກັບຄົນຂອງນາງອອກມາ ຕາມທີ່ເຈົ້າໄດ້ສາບານກັບນາງໄວ້”.23ດັ່ງນັ້ນ ຊາຍໜຸ່ມທີ່ໄດ້ໄປສອດແນມຈຶ່ງເຂົ້າໄປນຳເອົານາງຣາຮາບ, ພໍ່ ແລະ ແມ່ຂອງນາງ, ອ້າຍເອື້ອຍນ້ອງຂອງນາງ ແລະ ຄົນຂອງນາງທັງໝົດອອກມາ. ພວກເຂົາຈຶ່ງນຳເອົາທັງຄອບຄົວຂອງນາງອອກມາ ແລະ ເອົາພວກເຂົາໄປໄວ້ຢູ່ນອກຄ້າຍພັກຂອງອິດສະຣາເອນ.24ແລ້ວພວກເຂົາກໍໄດ້ເຜົາທັງເມືອງ ແລະ ທຸກສິ່ງທີ່ຢູ່ໃນເມືອງນັ້ນ, ແຕ່ພວກເຂົາໄດ້ນຳເງິນ ແລະ ຄຳກັບເຄື່ອງໃຊ້ທີ່ເປັນທອງສຳລິດ ແລະ ເຫລັກໄປເກັບໄວ້ໃນເຮືອນຂອງພຣະເຈົ້າຢາເວ.25ແຕ່ໂຢຊວຍໄດ້ໄວ້ຊີວິດນາງຣາຮາບ ທີ່ເປັນຍິງໂສເພນີກັບຄອບຄົວ ແລະ ຄົນຂອງນາງ, ເພາະນາງໄດ້ເຊື່ອງຜູ້ຊາຍທີ່ໂຢຊວຍສົ່ງໄປສອດແນມທີ່ເມືອງເຢຣິໂກ ແລະ ນາງໄດ້ອາໄສຢູ່ໃນທ່າມກາງຊາວອິດສະຣາເອນຈົນເຖິງທຸກວັນນີ້.26ໃນເວລານັ້ນ ໂຢຊວຍໄດ້ປະກາດສາບແຊ່ງຢ່າງໜັກແໜ້ນວ່າ: “ຜູ້ໃດທີ່ຈະສ້າງເມືອງເຢຣິໂກຂຶ້ນໃໝ່ ຂໍໃຫ້ຜູ້ນັ້ນຖືກສາບແຊ່ງຕໍ່ໜ້າພຣະເຈົ້າຢາເວດັ່ງນີ້:“ຜູ້ໃດວາງຮາກຖານຂອງເມືອງລູກຊາຍກົກຂອງຜູ້ນັ້ນຈະເສຍຊີວິດ;ຜູ້ໃດຕິດຕັ້ງປະຕູເມືອງລູກຊາຍຫລ້າຂອງຜູ້ນັ້ນຈະເສຍຊີວິດ”.27ດັ່ງນັ້ນ ພຣະເຈົ້າຢາເວໄດ້ຢູ່ກັບໂຢຊວຍ ແລະ ຊື່ສຽງຂອງເພິ່ນໄດ້ກະຈາຍໄປທົ່ວແຜ່ນດິນ.
Biblica, Inc.