ໂຢຮັນ21
ພຣະເຢຊູເຈົ້າ ແລະ ການຫາປາຢ່າງອັດສະຈັນ
1ຕໍ່ມາ ພຣະເຢຊູເຈົ້າປາກົດແກ່ພວກສາວົກຂອງພຣະອົງອີກທີ່ທະເລຄາລີເລ. ເຫດການເກີດຂຶ້ນດັ່ງນີ້ຄື2ຊີໂມນເປໂຕ, ໂທມາ (ທີ່ເອີ້ນວ່າດີໄດມັດ ), ນະທານາເອັນ ມາຈາກບ້ານການາໃນແຂວງຄາລີເລ, ລູກຊາຍທັງສອງຂອງເຊເບດາຍ ແລະ ສາວົກອີກສອງຄົນກໍຢູ່ນຳກັນ.3ຊີໂມນເປໂຕບອກພວກເພິ່ນວ່າ, “ຂ້ອຍຈະອອກໄປຫາປາ”. ພວກເພິ່ນເວົ້າວ່າ, “ພວກເຮົາຈະໄປນຳເຈົ້າດ້ວຍ”. ພວກເພິ່ນຈຶ່ງລົງເຮືອອອກໄປ ແຕ່ໃນຄືນນັ້ນພວກເພິ່ນຫາປາບໍ່ໄດ້ຈັກໂຕ.4ເມື່ອຮຸ່ງເຊົ້າມາ ພຣະເຢຊູເຈົ້າຢືນຢູ່ເທິງແຄມຝັ່ງ ແຕ່ພວກສາວົກບໍ່ຮູ້ຈັກວ່າແມ່ນພຣະເຢຊູເຈົ້າ.5ພຣະເຢຊູເຈົ້າຮ້ອງຖາມວ່າ, “ເພື່ອນເອີຍ, ບໍ່ມີປາເລີຍບໍ?”ພວກເພິ່ນຕອບວ່າ, “ບໍ່ມີ”.6ພຣະອົງຈຶ່ງກ່າວວ່າ, “ຈົ່ງຖິ້ມມອງລົງເບື້ອງຂວາຂອງເຮືອແມ ແລ້ວພວກເຈົ້າຈຶ່ງຈະໄດ້ປາ”. ດັ່ງນັ້ນ ເມື່ອພວກເພິ່ນຖິ້ມມອງລົງກໍໄດ້ປາຈໍານວນຫລວງຫລາຍຈົນດຶງມອງຂຶ້ນບໍ່ໄດ້.7ແລ້ວສາວົກຄົນທີ່ພຣະເຢຊູເຈົ້າຮັກຈຶ່ງເວົ້າກັບເປໂຕວ່າ, “ແມ່ນອົງພຣະຜູ້ເປັນເຈົ້າ!” ເມື່ອຊີໂມນເປໂຕໄດ້ຍິນລາວເວົ້າວ່າ, “ແມ່ນອົງພຣະຜູ້ເປັນເຈົ້າ” ເປໂຕກໍຈັບເສື້ອຊັ້ນນອກມານຸ່ງ (ເພາະເພິ່ນໄດ້ຖອດໄວ້) ແລ້ວໂດດລົງນ້ຳ.8ສາວົກຄົນອື່ນໆກໍໄດ້ນັ່ງເຮືອຕາມໄປພ້ອມທັງດຶງມອງທີ່ມີປາເຕັມຢູ່ນັ້ນມານຳ, ເພາະພວກເພິ່ນຢູ່ບໍ່ໄກຈາກຝັ່ງ, ຄືປະມານ 200 ສອກ ເທົ່ານັ້ນ.9ເມື່ອພວກເພິ່ນຂຶ້ນເຖິງຝັ່ງແລ້ວພວກເພິ່ນກໍເຫັນຖ່ານໄຟລຸກຢູ່ ພ້ອມທັງມີປາປິ້ງຢູ່ທາງເທິງຖ່ານໄຟນັ້ນ ແລະ ມີເຂົ້າຈີ່ຈຳນວນໜຶ່ງ.10ພຣະເຢຊູເຈົ້າກ່າວກັບພວກເພິ່ນວ່າ, “ຈົ່ງເອົາປາບາງໂຕທີ່ພວກເຈົ້າຫາກໍຈັບໄດ້ມານໍາ”.11ຊີໂມນເປໂຕປີນຂຶ້ນເຮືອແລ້ວດຶງມອງຂຶ້ນຝັ່ງ, ມີປາໃຫຍ່ເຕັມມອງນັບໄດ້ 153 ໂຕ, ເຖິງວ່າຈະມີປາຈໍານວນຫລວງຫລາຍມອງກໍຍັງບໍ່ຂາດ.12ພຣະເຢຊູເຈົ້າກ່າວກັບພວກເພິ່ນວ່າ, “ຈົ່ງພາກັນມາກິນເຂົ້າເຊົ້າສາ”. ບໍ່ມີສາວົກຄົນໃດກ້າຖາມວ່າ, “ທ່ານແມ່ນຜູ້ໃດ?” ພວກເພິ່ນຮູ້ຈັກຢູ່ແລ້ວວ່າແມ່ນອົງພຣະຜູ້ເປັນເຈົ້າ.13ພຣະເຢຊູເຈົ້າມາຈັບເອົາເຂົ້າຈີ່ ແລະ ຍື່ນໃຫ້ພວກເພິ່ນ, ພຣະອົງຈັບເອົາປາ ແລະ ເຮັດຢ່າງດຽວກັນ.14ນີ້ເປັນເທື່ອທີສາມທີ່ພຣະເຢຊູເຈົ້າປາກົດແກ່ພວກສາວົກຂອງພຣະອົງ ຫລັງຈາກທີ່ພຣະອົງເປັນຄືນມາຈາກຕາຍ.
ພຣະເຢຊູເຈົ້າໃຫ້ເປໂຕກັບມາຮັບໃຊ້ຄືເກົ່າ
15ເມື່ອພວກເພິ່ນຮັບປະທານອາຫານແລ້ວ, ພຣະເຢຊູເຈົ້າກ່າວກັບຊີໂມນເປໂຕວ່າ, “ຊີໂມນລູກໂຢຮັນເອີຍ, ເຈົ້າຮັກເຮົາຫລາຍກວ່າສິ່ງເຫລົ່ານີ້ບໍ?”ເປໂຕຕອບວ່າ, “ໂດຍ ອົງພຣະຜູ້ເປັນເຈົ້າ, ພຣະອົງຮູ້ຈັກວ່າຂ້ານ້ອຍຮັກພຣະອົງ”.
ພຣະເຢຊູເຈົ້າຈຶ່ງສັ່ງວ່າ, “ຈົ່ງລ້ຽງແກະໜຸ່ມຂອງເຮົາເດີ”.16ພຣະເຢຊູເຈົ້າກ່າວອີກຄັ້ງທີສອງວ່າ, “ຊີໂມນລູກໂຢຮັນເອີຍ, ເຈົ້າຮັກເຮົາບໍ?”
ເປໂຕຕອບວ່າ, “ໂດຍ ອົງພຣະຜູ້ເປັນເຈົ້າ, ພຣະອົງຮູ້ຈັກວ່າຂ້ານ້ອຍຮັກພຣະອົງ”.
ພຣະເຢຊູເຈົ້າຈຶ່ງສັ່ງວ່າ, “ຈົ່ງລ້ຽງຮັກສາແກະຂອງເຮົາເດີ”.17ພຣະອົງກ່າວກັບລາວເປັນຄັ້ງທີສາມວ່າ, “ຊີໂມນລູກໂຢຮັນເອີຍ, ເຈົ້າຮັກເຮົາບໍ?”
ເປໂຕຮູ້ສຶກເຈັບປວດໃຈ ເພາະພຣະເຢຊູເຈົ້າໄດ້ຖາມຕົນເປັນເທື່ອທີສາມວ່າ, “ເຈົ້າຮັກເຮົາບໍ?” ເປໂຕຈຶ່ງຕອບພຣະອົງວ່າ, “ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະອົງຮູ້ຈັກທຸກສິ່ງ ພຣະອົງຮູ້ຈັກວ່າຂ້ານ້ອຍຮັກພຣະອົງ”.
ພຣະເຢຊູເຈົ້າສັ່ງເປໂຕວ່າ, “ຈົ່ງລ້ຽງແກະທັງຫລາຍຂອງເຮົາເດີ.18ເຮົາບອກເຈົ້າຕາມຄວາມຈິງວ່າ, ເມື່ອເຈົ້າຍັງໜຸ່ມ ເຈົ້າແຕ່ງໂຕຂອງເຈົ້າເອງ ແລະ ທຽວໄປມາຕາມທີ່ເຈົ້າຕ້ອງການ ແຕ່ເມື່ອເຈົ້າເຖົ້າແກ່ແລ້ວ ເຈົ້າຈະຢຽດມືຂອງເຈົ້າອອກ ແລະ ມີຄົນອື່ນມາແຕ່ງໂຕໃຫ້ເຈົ້າ ແລະ ຈະພາເຈົ້າໄປຍັງບ່ອນທີ່ເຈົ້າບໍ່ຢາກໄປ”.19ພຣະເຢຊູເຈົ້າກ່າວຢ່າງນີ້ເພື່ອສະແດງໃຫ້ເຫັນວ່າເປໂຕຈະຖວາຍກຽດແກ່ພຣະເຈົ້າດ້ວຍການຕາຍຢ່າງໃດ. ແລ້ວພຣະອົງຈຶ່ງສັ່ງເປໂຕວ່າ, “ຈົ່ງຕາມເຮົາມາ!”20ເປໂຕຫັນຫລັງມາເຫັນສາວົກທີ່ພຣະເຢຊູເຈົ້າຮັກກຳລັງຕິດຕາມມາ (ເຊິ່ງເປັນສາວົກຄົນດຽວກັນກັບຜູ້ທີ່ເນີ້ງໂຕອີງພຣະເຢຊູເຈົ້າໃນລະຫວ່າງຮັບປະທານອາຫານຄ່ຳໃນວັນນັ້ນ ແລະ ເຄີຍຖາມວ່າ, “ອົງພຣະຜູ້ເປັນເຈົ້າເອີຍ, ແມ່ນຜູ້ໃດທີ່ຈະທໍລະຍົດຕໍ່ພຣະອົງ?”)21ເມື່ອເປໂຕເຫັນລາວກໍຖາມວ່າ, “ອົງພຣະຜູ້ເປັນເຈົ້າເອີຍ, ແລ້ວຄົນນີ້ເດຈະເປັນຢ່າງໃດ?”22ພຣະເຢຊູເຈົ້າຕອບວ່າ, “ຖ້າເຮົາຢາກໃຫ້ລາວມີຊີວິດຢູ່ຈົນເຮົາກັບມາ ຈະກ່ຽວຂ້ອງຫຍັງກັບເຈົ້າ? ເຈົ້າຈົ່ງຕາມເຮົາມາ”.23ເພາະເຫດນີ້ ຈຶ່ງມີຂ່າວລືໄປໃນທ່າມກາງພວກພີ່ນ້ອງວ່າສາວົກຄົນນັ້ນຈະບໍ່ຕາຍ. ແຕ່ພຣະເຢຊູເຈົ້າບໍ່ໄດ້ກ່າວວ່າລາວຈະບໍ່ຕາຍ ແຕ່ພຣະອົງກ່າວວ່າ, “ຖ້າເຮົາຕ້ອງການໃຫ້ລາວມີຊີວິດຢູ່ຈົນເຮົາກັບມາ ຈະກ່ຽວຂ້ອງຫຍັງກັບເຈົ້າ?”24ສາວົກຄົນນີ້ແຫລະ ທີ່ເປັນພະຍານເຖິງເຫດການເຫລົ່ານີ້ ແລະ ເປັນຜູ້ຈົດບັນທຶກໄວ້. ພວກເຮົາກໍຮູ້ຈັກວ່າຄຳພະຍານຂອງເພິ່ນນັ້ນເປັນຈິງ.25ພຣະເຢຊູເຈົ້າໄດ້ເຮັດສິ່ງອື່ນໆອີກຫລາຍຢ່າງ. ຖ້າຈະຂຽນໄວ້ທັງໝົດ ຂ້າພະເຈົ້າຄິດວ່າທົ່ວທັງໂລກນີ້ຈະບໍ່ມີບ່ອນພໍສຳລັບໜັງສືຕ່າງໆທີ່ຈະຂຽນຂຶ້ນນັ້ນ.
Biblica, Inc.