ເຢເຣມີຢາ38
ເຢເຣມີຢາຖືກໂຍນລົງໃນນໍ້າສ້າງທີ່ບໍ່ມີນໍ້າ
1ເຊຟາຕີຢາລູກຊາຍຂອງມັດທານ, ເກດາລີຢາລູກຊາຍຂອງປັດຊູ, ເຢຮູການ ລູກຊາຍຂອງເຊເລມີຢາ ແລະ ປັດຊູລູກຊາຍຂອງມັນກີຢາໄດ້ຍິນສິ່ງທີ່ເຢເຣມີຢາກໍາລັງບອກປະຊາຊົນທັງໝົດເມື່ອລາວໄດ້ກ່າວວ່າ,2“ພຣະເຈົ້າຢາເວກ່າວວ່າ: ‘ຜູ້ໃດກໍຕາມທີ່ອາໄສຢູ່ໃນນະຄອນນີ້ຈະຕາຍເພາະສົງຄາມ, ການອຶດຢາກອາຫານ ຫລື ໂລກລະບາດ, ແຕ່ຜູ້ໃດກໍຕາມທີ່ຍອມຈໍານົນຕໍ່ຊາວບາບີໂລນ ຈະມີຊີວິດຢູ່. ພວກເຂົາຈະໜີເອົາຊີວິດລອດ; ພວກເຂົາຈະມີຊີວິດຢູ່’.3ແລະ ພຣະເຈົ້າຢາເວກ່າວວ່າ: ‘ເຮົາຈະມອບເມືອງນີ້ໄວ້ໃນມືຂອງກອງທັບຂອງກະສັດແຫ່ງບາບີໂລນຢ່າງແນ່ນອນ ແລະ ພວກເຂົາຈະຢຶດເມືອງນີ້’ ”.4ແລ້ວບັນດາຂ້າລາຊະການກໍໄດ້ເວົ້າກັບກະສັດວ່າ, “ຜູ້ຊາຍຄົນນີ້ສົມຄວນຕາຍ. ລາວກໍາລັງເຮັດໃຫ້ພວກທະຫານທີ່ຍັງເຫລືອຢູ່ໃນເມືອງນີ້ເສຍກໍາລັງໃຈ, ຕະຫລອດຈົນປະຊາຊົນທັງໝົດດ້ວຍ, ຍ້ອນສິ່ງທີ່ລາວກໍາລັງເວົ້າກັບພວກເຂົານັ້ນ. ຜູ້ຊາຍຄົນນີ້ບໍ່ໄດ້ຄິດຫາປະໂຫຍດແກ່ປະຊາຊົນເຫລົ່ານີ້ ແຕ່ຄິດຫາຄວາມຈິບຫາຍມາໃຫ້ພວກເຂົາ”.5ກະສັດເຊເດກີຢາໄດ້ຕອບວ່າ, “ລາວຢູ່ໃນມືຂອງເຈົ້າແລ້ວ, ເຮົາບໍ່ສາມາດເຮັດອັນໃດຂັດຂວາງພວກເຈົ້າໄດ້”.6ດັ່ງນັ້ນ ພວກເຂົາຈຶ່ງໄດ້ຈັບເຢເຣມີຢາໄປ ແລະ ເອົາລາວລົງໄປໃນນໍ້າສ້າງທີ່ບໍ່ມີນໍ້າຂອງມານກີຢາລູກຊາຍຂອງກະສັດ, ເຊິ່ງເປັນນໍ້າສ້າງທີ່ຢູ່ໃນເດີ່ນຂອງທະຫານເຝົ້າຍາມ. ພວກເຂົາໄດ້ໃຊ້ເຊືອກຢ່ອນລາວລົງໄປໃນນໍ້າສ້າງທີ່ບໍ່ມີນໍ້າ; ມີແຕ່ຂີ້ຕົມ ແລະ ເຢເຣມີຢາກໍຈົມລົງໃນຂີ້ຕົມນັ້ນ.7ເມື່ອເອເບັດເມເຫລັກ, ຊາວກູເຊ ເປັນຂ້າລາຊະການຄົນໜຶ່ງໃນວັງຂອງກະສັດໄດ້ຍິນວ່າ, ພວກເຂົາໄດ້ຢ່ອນເຢເຣມີຢາລົງໃນນໍ້າສ້າງ. ໃນຂະນະທີ່ ກະສັດກຳລັງນັ່ງຢູ່ທີ່ປະຕູເບັນຢາມິນ,8ເອເບັດເມເຫລັກໄດ້ອອກໄປທີ່ວັງ ແລະ ໄດ້ກ່າວກັບກະສັດວ່າ,9“ຂ້າແດ່ກະສັດຂອງຂ້ານ້ອຍ, ຄົນເຫລົ່ານີ້ໄດ້ເຮັດສິ່ງຊົ່ວຮ້າຍຕໍ່ຜູ້ທຳນວາຍເຢເຣມີຢາ. ພວກເຂົາໄດ້ຖິ້ມລາວລົງໃນນໍ້າສ້າງ, ລາວຈະຕ້ອງອົດອາຫານຈົນຕາຍ ເມື່ອບໍ່ມີເຂົ້າຈີ່ເຫລືອຢູ່ໃນນະຄອນອີກ”.10ແລ້ວກະສັດໄດ້ສັ່ງເອເບັດເມເຫລັກ ຊາວກູເຊວ່າ, “ຈົ່ງນຳຄົນສາມສິບຄົນໄປກັບເຈົ້າ ແລະ ດຶງຜູ້ທໍານວາຍເຢເຣມີຢາຂຶ້ນມາຈາກນໍ້າສ້າງກ່ອນທີ່ລາວຈະຕາຍ”.11ດັ່ງນັ້ນ ເອເບັດເມເຫລັກກໍໄດ້ນຳຄົນໄປກັບລາວ ແລະ ໄປທີ່ຫ້ອງໜຶ່ງຢູ່ໃຕ້ດິນຄັງໃນວັງ. ລາວເອົາເສື້ອຜ້າທີ່ຂາດ ແລະ ເສື້ອເກົ່າແລ້ວຈາກທີ່ນັ້ນ ແລ້ວມັດໃສ່ກັບເຊືອກຢ່ອນລົງໄປໃຫ້ເຢເຣມີຢາໃນນໍ້າສ້າງ.12ເອເບັດເມເຫລັກຊາວກູເຊໄດ້ບອກເຢເຣມີຢາວ່າ, “ຈົ່ງເອົາເສື້ອທີ່ຂາດ ແລະ ເສື້ອເກົ່ານີ້ຮອງຂີ້ແຮ້ໄວ້ເພື່ອວ່າເຊືອກຈະບໍ່ບາດ”. ເຢເຣມີຢາກໍໄດ້ເຮັດຕາມ,13ແລ້ວພວກເຂົາກໍດຶງເຢເຣມີຢາຂຶ້ນມາດ້ວຍເຊືອກ ແລະ ຍົກລາວອອກມາຈາກນໍ້າສ້າງ. ແລະ ເຢເຣມີຢາກໍຍັງຢູ່ໃນເດີ່ນຂອງທະຫານເຝົ້າຍາມ.ເຊເດກີຢາຖາມເຢເຣມີຢາອີກ
14ຕໍ່ມາ ກະສັດເຊເດກີຢາໄດ້ສົ່ງຄົນໄປນຳເອົາຜູ້ທຳນວາຍເຢເຣມີຢາມາ ແລະ ໄດ້ພາລາວມາທີ່ທາງປະຕູທີສາມຂອງວິຫານຂອງພຣະເຈົ້າຢາເວ. ກະສັດໄດ້ກ່າວກັບເຢເຣມີຢາວ່າ, “ເຮົາຈະຂໍຖາມເຈົ້າບາງຢ່າງ, ຢ່າປິດບັງສິ່ງໃດຈາກເຮົາ”.15ເຢເຣມີຢາໄດ້ເວົ້າກັບວ່າ, “ຖ້າຂ້ານ້ອຍຕອບທ່ານໄດ້, ທ່ານຈະບໍ່ຂ້າຂ້ານ້ອຍບໍ? ເຖິງແມ່ນວ່າຖ້າຂ້ານ້ອຍໄດ້ໃຫ້ຄຳປຶກສາແກ່ທ່ານ, ທ່ານກໍຈະບໍ່ຟັງຂ້ານ້ອຍ”.16ແຕ່ກະສັດເຊເດກີຢາກໍໄດ້ເຮັດຄໍາສາບານນີ້ກັບເຢເຣມີຢາຢ່າງລັບໆວ່າ: “ພຣະເຈົ້າຢາເວມີຊີວິດຢູ່ແນ່ນອນຢ່າງໃດ, ຜູ້ທີ່ໄດ້ໃຫ້ລົມຫາຍໃຈແກ່ພວກເຮົາ, ເຮົາຈະບໍ່ຂ້າເຈົ້າ ຫລື ຈະບໍ່ມອບເຈົ້າໃຫ້ແກ່ຄົນທີ່ຢາກຈະຂ້າເຈົ້າ”.17ແລ້ວເຢເຣມີຢາໄດ້ກ່າວກັບກະສັດເຊເດກີຢາວ່າ, “ພຣະເຈົ້າຢາເວ ອົງຜູ້ມີລິດອໍານາດຍິ່ງໃຫຍ່, ພຣະເຈົ້າແຫ່ງອິດສະຣາເອນກ່າວວ່າ: ‘ຖ້າທ່ານຍອມຈໍານົນຕໍ່ພວກນາຍທະຫານຂອງກະສັດແຫ່ງບາບີໂລນ, ທ່ານຈະລອດຊີວິດ ແລະ ເມືອງນີ້ຈະບໍ່ຖືກເຜົາຖິ້ມ; ທ່ານເອງ ແລະ ຄອບຄົວຂອງທ່ານຈະມີຊີວິດຢູ່.18ແຕ່ຖ້າທ່ານບໍ່ຍອມຈໍານົນຕໍ່ພວກນາຍທະຫານຂອງກະສັດແຫ່ງບາບີໂລນ, ເມືອງນີ້ຈະຖືກມອບໄວ້ໃນມືຂອງຊາວບາບີໂລນ ແລະ ພວກເຂົາຈະເຜົາເມືອງນີ້ຖິ້ມ; ທ່ານເອງກໍຈະໜີບໍ່ພົ້ນຈາກພວກເຂົາ’ ”.19ກະສັດເຊເດກີຢາໄດ້ກ່າວກັບເຢເຣມີຢາວ່າ, “ເຮົາຢ້ານພວກຢິວຫັນໄປຫາຊາວບາບີໂລນ, ເພາະຊາວບາບີໂລນອາດຈະມອບເຮົາໄວ້ໃຫ້ພວກເຂົາກໍໄດ້ ແລະ ພວກເຂົາຈະປະຕິບັດຕໍ່ເຮົາຢ່າງໂຫດຮ້າຍ”.20ເຢເຣມີຢາໄດ້ຕອບວ່າ, “ພວກເຂົາຈະບໍ່ມອບທ່ານ, ຈົ່ງເຊື່ອຟັງພຣະເຈົ້າຢາເວໂດຍເຮັດຕາມສິ່ງທີ່ຂ້ານ້ອຍບອກທ່ານ. ແລ້ວມັນຈະເປັນໄປໄດ້ດ້ວຍດີສໍາລັບທ່ານ ແລະ ທ່ານຈະມີຊີວິດລອດ.21ແຕ່ຖ້າທ່ານບໍ່ຍອມຈໍານົນ, ພຣະເຈົ້າຢາເວໄດ້ສໍາແດງໃຫ້ແກ່ຂ້ານ້ອຍດັ່ງນີ້ວ່າ:22ແມ່ຍິງທຸກຄົນທີ່ຢູ່ໃນວັງຂອງກະສັດຢູດາຍຈະຖືກນຳເອົາໄປໃຫ້ພວກນາຍທະຫານຂອງກະສັດແຫ່ງບາບີໂລນ. ແມ່ຍິງເຫລົ່ານັ້ນຈະກ່າວກັບທ່ານວ່າ,“ ‘ພວກມິດສະຫາຍທີ່ທ່ານເຊື່ອໄວ້ວາງໃຈພວກເຂົາໄດ້ຫລອກລວງທ່ານ ແລະ ເອົາຊະນະທ່ານແລ້ວ.ເມື່ອຕີນຂອງທ່ານກໍໄດ້ຈົມຢູ່ໃນຂີ້ຕົມ;ພວກມິດສະຫາຍກໍໄດ້ປະຖິ້ມທ່ານໄປແລ້ວ’.23“ບັນດາເມຍ ແລະ ພວກລູກຂອງທ່ານຈະຖືກນຳໄປມອບໃຫ້ຊາວບາບີໂລນ. ທ່ານເອງຈະໜີໄປບໍ່ພົ້ນຈາກມືຂອງພວກເຂົາ ແຕ່ຈະຖືກກະສັດແຫ່ງບາບີໂລນຈັບໄປ ແລະ ເມືອງນີ້ຈະຖືກເຜົາຖິ້ມເສຍ ”.24ກະສັດເຊເດກີຢາໄດ້ກ່າວກັບເຢເຣມີຢາວ່າ, “ຢ່າໃຫ້ຜູ້ໃດຮູ້ກ່ຽວກັບການສົນທະນາກັນນີ້, ບໍ່ດັ່ງນັ້ນເຈົ້າອາດຈະຕາຍ.25ຖ້າພວກຂ້າລາຊະການໄດ້ຍິນວ່າເຮົາໄດ້ລົມກັບເຈົ້າ ແລະ ພວກເຂົາມາຫາເຈົ້າ ແລະ ເວົ້າກັບເຈົ້າວ່າ, ‘ຈົ່ງບອກພວກເຮົາມາວ່າເຈົ້າໄດ້ເວົ້າຫຍັງກັບກະສັດ ແລະ ທ່ານໄດ້ກ່າວຫຍັງກັບເຈົ້າ; ຢ່າປິດບັງສິ່ງໃດຈາກພວກເຮົາເລີຍ ບໍ່ດັ່ງນັ້ນ ພວກເຮົາຈະຂ້າເຈົ້າ’,26ຈາກນັ້ນຈົ່ງບອກພວກເຂົາວ່າ, ‘ຂ້ອຍອ້ອນວອນຂໍກະສັດຢ່າສົ່ງຂ້ອຍກັບໄປທີ່ເຮືອນຂອງໂຢນາທານເພື່ອຈະຕາຍຢູ່ທີ່ນັ້ນ’ ”.27ແລ້ວພວກຂ້າລາຊະການກໍມາຫາເຢເຣມີຢາ ແລະ ຖາມລາວ, ແລ້ວລາວກໍໄດ້ບອກພວກເຂົາຕາມທີ່ກະສັດໄດ້ສັ່ງໄວ້ລາວທຸກຢ່າງ. ສະນັ້ນ ພວກເຂົາບໍ່ໄດ້ເວົ້າອັນໃດກັບລາວອີກ, ເພາະບໍ່ມີຜູ້ໃດໄດ້ຍິນການສົນທະນາກັນຂອງລາວກັບກະສັດ.28ແລະ ເຢເຣມີຢາກໍຍັງຢູ່ໃນເດີ່ນຂອງທະຫານເຝົ້າຍາມຈົນເຖິງວັນທີເຢຣູຊາເລັມໄດ້ຖືກຢຶດ. ການລົ້ມຈົມຂອງເຢຣູຊາເລັມ (2ກສ 25:1-12; ຢມຢ 52:4-16)ນີ້ແມ່ນເລື່ອງເຢຣູຊາເລັມຖືກຢຶດໄດ້ຢ່າງໃດ:
Biblica, Inc.