ເຢເຣມີຢາ37
ເຢເຣມີຢາຖືກຂັງຄຸກ
1ກະສັດເນບູກາດເນັດຊາແຫ່ງບາບີໂລນໄດ້ແຕ່ງຕັ້ງເຊເດກີຢາ ລູກຊາຍຂອງເຈົ້າໂຢສີຢາຂຶ້ນເປັນກະສັດແຫ່ງຢູດາຍ; ເພິ່ນໄດ້ຂຶ້ນປົກຄອງແທນເຢໂຮຍອາກິນ ລູກຊາຍຂອງເຢໂຮຍອາກິມ.2ທັງເຊເດກີຢາ ແລະ ບັນດາຂ້າລາຊະການຂອງເພິ່ນ ແລະ ປະຊາຊົນໃນດິນແດນນັ້ນບໍ່ໄດ້ເອົາໃຈໃສ່ແຕ່ຢ່າງໃດຕໍ່ຖ້ອຍຄຳທີ່ພຣະເຈົ້າຢາເວທີ່ໄດ້ກ່າວຜ່ານທາງຜູ້ທຳນວາຍເຢເຣມີຢາ.3ແຕ່ກະສັດເຊເດກີຢາໄດ້ໃຊ້ເຢຮູການລູກຊາຍຂອງເຊເລມີຢາກັບປະໂລຫິດເຊຟານີຢາລູກຊາຍຂອງມາອາເສອີຢາມາຂໍຮ້ອງຜູ້ທຳນວາຍເຢເຣມີຢາວ່າ, “ຂໍອະທິຖານຕໍ່ພຣະເຈົ້າຢາເວ, ພຣະເຈົ້າຂອງພວກເຮົາເພື່ອພວກເຮົາແດ່”.4ໃນຂະນະນັ້ນ ເຢເຣມີຢາເປັນອິດສະຫລະໃນການໄປ ແລະ ການມາໃນທ່າມກາງປະຊາຊົນ, ເພາະລາວຍັງບໍ່ໄດ້ຖືກຂັງໄວ້ຢູ່ໃນຄຸກເທື່ອ.5ກອງທັບຂອງຟາໂຣໄດ້ເຄື່ອນທັບອອກມາຈາກເອຢິບ ແລະ ເມື່ອຊາວບາບີໂລນ ທີ່ກໍາລັງປິດລ້ອມເຢຣູຊາເລັມຢູ່ໄດ້ຍິນເລື່ອງນີ້, ພວກເຂົາກໍຖອນທັບໄປອອກຈາກເຢຣູຊາເລັມ.6ແລ້ວຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຜູ້ທຳນວາຍເຢເຣມີຢາວ່າ,7“ພຣະເຈົ້າຢາເວ, ພຣະເຈົ້າແຫ່ງອິດສະຣາເອນກ່າວດັ່ງນີ້ວ່າ: ຈົ່ງໄປບອກກະສັດຢູດາຍ, ຜູ້ທີ່ໃຊ້ພວກເຈົ້າມາຖາມເຮົານັ້ນວ່າ, ‘ກອງທັບຂອງຟາໂຣ, ທີ່ໄດ້ເຄື່ອນທັບອອກມາເພື່ອສະໜັບສະໜູນເຈົ້າ, ພວກເຂົາຈະກັບຄືນໄປທີ່ເອຢິບດິນແດນຂອງຕົນ.8ແລ້ວຊາວບາບີໂລນຈະກັບຄືນມາ ແລະ ໂຈມຕີນະຄອນນີ້; ພວກເຂົາຈະຢຶດເມືອງ ແລະ ຈູດມັນຖິ້ມ’.9“ພຣະເຈົ້າຢາເວກ່າວດັ່ງນີ້ວ່າ: ຢ່າຫລອກລວງຕົນເອງໂດຍຄິດວ່າ, ‘ຊາວບາບີໂລນຈະໜີໄປຈາກພວກເຮົາຢ່າງແນ່ນອນ’ ພວກເຂົາຈະບໍ່ກັບຄືນມາ!10ເຖິງແມ່ນວ່າເຈົ້າໄດ້ເອົາຊະນະກອງທັບບາບີໂລນທັງໝົດທີ່ກໍາລັງມາໂຈມຕີເຈົ້າ ແລະ ຍັງເຫລືອພຽງແຕ່ຄົນທີ່ບາດເຈັບຢູ່ໃນເຕັນຂອງພວກເຂົາ, ພວກເຂົາກໍຈະອອກມາຈູດນະຄອນນີ້ຖິ້ມ”.11ຫລັງຈາກທີ່ກອງທັບບາບີໂລນໄດ້ຖອນທັບອອກໄປຈາກເຢຣູຊາເລັມ ຍ້ອນກອງທັບຂອງຟາໂຣ,12ເຢເຣມີຢາກໍອອກຈາກເຢຣູຊາເລັມໄປທີ່ເຂດແດນຂອງເບັນຢາມິນເພື່ອຮັບເອົາສ່ວນແບ່ງຊັບສົມບັດຂອງລາວໃນທ່າມກາງປະຊາຊົນຢູ່ທີ່ນັ້ນ.13ແຕ່ເມື່ອເຢເຣມີຢາໄດ້ມາຮອດປະຕູເບັນຢາມິນ, ຫົວໜ້າຄົນເຝົ້າຍາມ, ທີ່ຊື່ວ່າ ອີຣີຢາລູກຊາຍຂອງເຊເລມີຢາ, ຫລານຊາຍຂອງຮານານີຢາກໍໄດ້ຈັບເຢເຣມີຢາໄວ້ ແລະ ໄດ້ເວົ້າວ່າ, “ເຈົ້າກໍາລັງຈະໜີໄປຫາຊາວບາບີໂລນ!”14ເຢເຣມີຢາໄດ້ເວົ້າວ່າ “ນັ້ນບໍ່ແມ່ນຄວາມຈິງ! ເຮົາບໍ່ໄດ້ກໍາລັງຈະໜີໄປຫາຊາວບາບີໂລນ”. ແຕ່ອີຣີຢາບໍ່ໄດ້ຟັງລາວ; ລາວໄດ້ຈັບເຢເຣມີຢາ ແລະ ນໍາລາວໄປຫາບັນດາຂ້າລາຊະການ.15ພວກເຂົາໃຈຮ້າຍໃຫ້ກັບເຢເຣມີຢາຫລາຍ ແລະ ໄດ້ຂ້ຽນຕີລາວ ແລະ ໄດ້ຂັງລາວໄວ້ໃນເຮືອນຂອງເລຂາທິການໂຢນາທານ, ເຊິ່ງພວກເຂົາດັດແປງເຮືອນໃຫ້ເປັນຄຸກ.16ເຢເຣມີຢາຖືກຂັງໄວ້ຢູ່ບ່ອນມືດໃນຫ້ອງໃຕ້ດິນ, ລາວໄດ້ຢູ່ໃນທີ່ນັ້ນເປັນເວລາດົນນານ.17ຕໍ່ມາກະສັດເຊເດກີຢາໄດ້ໃຊ້ຄົນໄປຫາເຢເຣມີຢາ ແລະ ໄດ້ເອົາລາວໄປທີ່ວັງ. ກະສັດໄດ້ຖາມລາວເປັນການສ່ວນຕົວວ່າ, “ມີຖ້ອຍຄຳຫຍັງແດ່ມາຈາກພຣະເຈົ້າຢາເວບໍ?”ເຢເຣມີຢາໄດ້ຕອບວ່າ, “ມີ, ທ່ານຈະຖືກມອບໄວ້ໃນມືຂອງກະສັດແຫ່ງບາບີໂລນ”.18ແລ້ວເຢເຣມີຢາໄດ້ເວົ້າກັບກະສັດເຊເດກີຢາວ່າ, “ຂ້ານ້ອຍໄດ້ເຮັດຜິດຮ້າຍແຮງອັນໃດຕໍ່ທ່ານ ຫລື ຕໍ່ພວກຂ້າລາຊະການຂອງທ່ານ ແລະ ຕໍ່ປະຊາຊົນເຫລົ່ານີ້, ທ່ານຈຶ່ງໄດ້ຈັບຂ້ານ້ອຍຂັງໄວ້ໃນຄຸກ?19ບັນດາຜູ້ທໍານວາຍທີ່ໄດ້ທໍານວາຍໃຫ້ກັບທ່ານວ່າ, ‘ກະສັດແຫ່ງບາບີໂລນຈະບໍ່ມາໂຈມຕີທ່ານ ຫລື ດິນແດນນີ້ ພາກັນໄປໃສໝົດ’?20ແຕ່ບັດນີ້ ຂໍພະລາຊາຂອງຂ້ານ້ອຍ, ໂຜດຮັບຟັງ. ຂ້ານ້ອຍອ້ອນວອນຂໍຕໍ່ທ່ານວ່າ: ຢ່າສົ່ງຂ້ານ້ອຍກັບຄືນໄປທີ່ເຮືອນຂອງໂຢນາທານເລຂາທິການ, ບໍ່ດັ່ງນັ້ນ ຂ້ານ້ອຍຈະຕ້ອງຕາຍຢູ່ທີ່ນັ້ນ”.21ແລ້ວກະສັດເຊເດກີຢາຈຶ່ງໄດ້ສັ່ງໃຫ້ເອົາເຢເຣມີຢາໄປໄວ້ໃນເດີ່ນຂອງທະຫານເຝົ້າຍາມ ແລະ ໄດ້ເອົາເຂົ້າຈີ່ກ້ອນໜຶ່ງໃຫ້ລາວຈາກທາງຍ່າງຂອງຄົນເຮັດເຂົ້າຈີ່ທຸກໆວັນຈົນເຂົ້າຈີ່ໃນເມືອງໝົດ. ສະນັ້ນ ເຢເຣມີຢາກໍຍັງຖືກຂັງໄວ້ຢູ່ໃນເດີ່ນຂອງທະຫານເຝົ້າຍາມ.
Biblica, Inc.