ເຢເຣມີຢາ31

1ພຣະເຈົ້າຢາເວ​ປະກາດ​ວ່າ “ໃນ​ເວລາ​ນັ້ນ, ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ອິດສະຣາເອນ​ທຸກ​ຕະກຸນ ແລະ ພວກເຂົາ​ຈະ​ເປັນ​ປະຊາຊົນ​ຂອງ​ເຮົາ”.
2ພຣະເຈົ້າຢາເວ​ກ່າວ​ວ່າ:“ປະຊາຊົນ​ທີ່​ລອດ​ຊີວິດ​ຈາກ​ດາບຈະ​ໄດ້​ຮັບ​ຄວາມ​ເມດຕາ​ໃນ​ຖິ່ນແຫ້ງແລ້ງກັນດານ;ເຮົາ​ຈະ​ມາ​ເພື່ອ​ໃຫ້​ອິດສະຣາເອນ​ໄດ້​ຮັບ​ການ​ພັກຜ່ອນ”.
3ພຣະເຈົ້າຢາເວ​ໄດ້​ປາກົດ​ແກ່​ພວກເຮົາ​ໃນ​ອະດີດ ​ກ່າວ​ວ່າ:“ເຮົາ​ໄດ້​ຮັກ​ເຈົ້າ​ດ້ວຍ​ຄວາມ​ຮັກ​ນິລັນດອນ;ເຮົາ​ໄດ້​ນໍາ​ເຈົ້າ​ມາ​ດ້ວຍ​ຄວາມ​ເມດຕາ​ອັນ​ບໍ່​ມີ​ທີ່​ສິ້ນສຸດ.4ອິດສະຣາເອນ​ພົມມະຈາລີ, ເຈົ້າ​ຈະ​ໄດ້​ຮັບ​ການ​ສ້າງ​ຂຶ້ນ​ໃໝ່,ເຮົາ​ຈະ​ສ້າງ​ເຈົ້າ​ຂຶ້ນ​ອີກ​ຄັ້ງ,ພວກເຈົ້າ​ຈະ​ຍົກ​ກອງ​ຂອງ​ພວກເຈົ້າ​ຂຶ້ນ​ມາ​ອີກແລະ ອອກ​ໄປ​ເຕັ້ນລຳ​ກັບ​ຄົນ​ທີ່​ຊື່ນຊົມຍິນດີ.5ເຈົ້າ​ຈະ​ປູກ​ຕົ້ນ​ອະງຸ່ນຢູ່​ເທິງ​ເນີນພູ​ຊາມາເຣຍ​ອີກ;ບັນດາ​ຊາວສວນ​ຈະ​ປູກ​ຕົ້ນ​ອະງຸ່ນແລະ ຍິນດີ​ກັບ​ພືດ​ຜົນ​ທີ່​ໄດ້​ຮັບ​ຂອງ​ຕົນ.6ຈະ​ມີ​ວັນ​ໜຶ່ງ ເມື່ອ​ຄົນ​ເຝົ້າຍາມ​ສົ່ງ​ສຽງ​ຮ້ອງ​ຂຶ້ນເທິງ​ເນີນພູ​ເອຟຣາອິມ​ວ່າ,‘ຈົ່ງ​ມາ, ໃຫ້​ພວກເຮົາ​ຂຶ້ນ​ໄປ​ທີ່​ຊີໂອນ,ເພື່ອ​ໄປ​ຫາ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ’ ”.
7ພຣະເຈົ້າຢາເວ​ກ່າວ​ວ່າ:“ຈົ່ງ​ຮ້ອງ​ເພງ​ດ້ວຍ​ຊື່ນຊົມຍິນດີ​ໃຫ້​ຢາໂຄບ;ຈົ່ງ​ໂຫ່ຮ້ອງ​ໃຫ້​ກັບ​ຜູ້​ຍິ່ງໃຫຍ່​ທີ່ສຸດ​ໃນ​ຊົນຊາດ​ຕ່າງໆ.ຈົ່ງ​ໃຫ້​ຄໍາ​ສັນລະເສີນ​ຂອງ​ພວກເຈົ້າ​ໄດ້​ຍິນ​ທົ່ວໄປ, ແລະ ກ່າວ​ວ່າ,‘ຂ້າແດ່​ພຣະເຈົ້າຢາເວ, ໂຜດ​ຊ່ວຍ​ປະຊາຊົນ​ຂອງ​ພຣະອົງ,ຄື​ປະຊາຊົນ​ທີ່​ຍັງ​ເຫລືອ​ຢູ່​ຂອງ​ອິດສະຣາເອນ’.8ເບິ່ງ​ແມ, ເຮົາ​ຈະ​ນຳ​ພວກເຂົາ​ມາ​ຈາກ​ດິນແດນ​ທາງ​ທິດ​ເໜືອແລະ ຈະ​ຮວບຮວມ​ພວກເຂົາ​ມາ​ຈາກ​ສຸດປາຍ​ຂອງ​ແຜ່ນດິນ​ໂລກ.ໃນ​ທ່າມກາງ​ພວກເຂົາ​ຈະ​ມີ​ຄົນ​ຕາບອດ ແລະ ຄົນເປ້ຍ,ຜູ້ຍິງ​ທີ່​ຖືພາ ແລະ ຜູ້ຍິງ​ທີ່​ກຳລັງ​ຈະ​ເກີດ​ລູກ;ຝູງຊົນ​ອັນ​ໃຫຍ່ຫລວງ​ຈະ​ກັບ​ຄືນ​ມາ.9ພວກເຂົາ​ຈະ​ມາ​ດ້ວຍ​ການ​ຮ້ອງໄຫ້;ພວກເຂົາ​ຈະ​ອະທິຖານ​ຂະນະ​ທີ່​ເຮົາ​ນຳ​ພວກເຂົາ​ກັບ​ມາ.ເຮົາ​ຈະ​ນຳ​ພວກເຂົາ​ຕາມ​ແຄມ​ນ້ຳຕາມ​ທາງ​ທີ່​ພວກເຂົາ​ຈະ​ບໍ່​ສະດຸດ​ລົ້ມ.ເພາະ​ເຮົາ​ເປັນ​ພໍ່​ຂອງ​ອິດສະຣາເອນ,ແລະ ເອຟຣາອິມ​ເປັນ​ລູກຊາຍ​ກົກ​ຂອງ​ເຮົາ.
10“ຊົນຊາດ​ທັງຫລາຍ, ຈົ່ງ​ຟັງ​ຖ້ອຍຄໍາ​ຂອງ​ພຣະເຈົ້າຢາເວ;ຈົ່ງ​ປະກາດ​ຖ້ອຍຄຳ​ນີ້​ໃນ​ດິນແດນ​ແຄມ​ຝັ່ງ​ທະເລ​ທີ່​ຢູ່​ຫ່າງໄກ​ວ່າ:‘ພຣະອົງ​ຜູ້​ທີ່​ໄດ້​ເຮັດ​ໃຫ້​ອິດສະຣາເອນ​ກະຈັດກະຈາຍ​ໄປ​ຈະ​ຮວບຮວມ​ພວກເຂົາແລະ ຈະ​ເຝົ້າເບິ່ງ​ຝູງ​ແກະ​ຂອງ​ພຣະອົງ​ເໝືອນດັ່ງ​ຄົນລ້ຽງແກະ’.11ເພາະ​ພຣະເຈົ້າຢາເວ​ຈະ​ປົດປ່ອຍ​ຢາໂຄບແລະ ຈະ​ໄຖ່​ພວກເຂົາ​ອອກ​ຈາກ​ມື​ຂອງ​ພວກ​ຜູ້​ທີ່​ເຂັ້ມແຂງ​ກວ່າ​ພວກເຂົາ.12ພວກເຂົາ​ຈະ​ມາ ແລະ ໂຫ່​ຮ້ອງ​ຊື່ນຊົມ​ຍິນດີ​ເທິງ​ພູເຂົາ​ຊີໂອນ;ພວກເຂົາ​ຈະ​ຊື່ນຊົມ​ຍິນດີ​ໃນ​ສິ່ງ​ທີ່​ດີ​ທີ່​ພຣະເຈົ້າຢາເວ​ມອບ​ໃຫ້​ຄື:ພືດຜົນ, ເຫລົ້າ​ອະງຸ່ນ​ໃໝ່ ແລະ ນໍ້າມັນ​ໝາກກອກ,ຝູງ​ແກະ​ໜຸ່ມ ແລະ ຝູງສັດ​ຕ່າງໆ.ພວກເຂົາ​ຈະ​ເປັນ​ເໝືອນ​ສວນ​ທີ່​ຖືກ​ຫົດ​ນໍ້າ,ແລະ ພວກເຂົາ​ຈະ​ບໍ່​ໂສກເສົ້າ​ອີກ​ຕໍ່ໄປ.13ແລ້ວ​ຍິງ​ໜຸ່ມ​ຈະ​ເຕັ້ນລຳ ແລະ ດີໃຈ,ຊາຍ​ໜຸ່ມ ແລະ ຜູ້ເຖົ້າ​ກໍ​ເໝືອນ​ກັນ.ເຮົາ​ຈະ​ປ່ຽນ​ຄວາມ​ໂສກເສົ້າ​ຂອງ​ພວກເຂົາ​ໃຫ້​ກາຍ​ເປັນ​ຄວາມ​ຍິນດີ;ເຮົາ​ຈະ​ໃຫ້​ການ​ເລົ້າ​ໂລມ ແລະ ຄວາມ​ຊົມຊື່ນ​ຍິນດີ​ແກ່​ພວກເຂົາ​ແທນ​ຄວາມ​ໂສກເສົ້າ.14ເຮົາ​ຈະ​ໃຫ້​ບັນດາ​ປະໂລຫິດ​ອີ່ມໃຈ​ໄປ​ດ້ວຍ​ຄວາມ​ອຸດົມສົມບູນແລະ ປະຊາຊົນ​ຂອງ​ເຮົາ​ຈະ​ເຕັມ​ໄປ​ດ້ວຍ​ສິ່ງ​ທີ່​ດີ​ຈາກ​ເຮົາ”,ພຣະເຈົ້າຢາເວ​ປະກາດ​ດັ່ງນີ້.
15ພຣະເຈົ້າຢາເວ​ກ່າວ​ວ່າ:“ມີ​ສຽງ​ໜຶ່ງ​ໄດ້​ຍິນ​ໃນ​ຣາມາ,ເປັນ​ສຽງ​ໄວ້ທຸກ ແລະ ສຽງ​ຮ້ອງໄຫ້,ນາງ​ຣາເຊັນ​ກຳລັງ​ຮ້ອງໄຫ້​ໃຫ້​ກັບ​ລູກ​ຂອງ​ຕົນແລະ ບໍ່​ຍອມຮັບ​ຄຳ​ເລົ້າໂລມ​ໃຈ,ເພາະ​ລູກ​ທັງຫລາຍ​ໄດ້​ເສຍ​ໄປ​ແລ້ວ”.
16ພຣະເຈົ້າຢາເວ​ກ່າວ​ວ່າ:“ຈົ່ງ​ເຊົາ​ຮ້ອງໄຫ້ແລະ ເຊັດ​ນ້ຳຕາ​ຈາກ​ຕາ​ຂອງ​ເຈົ້າ​ສາ,ເພາະ​ການ​ງານ​ຂອງ​ເຈົ້າ​ຈະ​ໄດ້​ຮັບ​ລາງວັນ”,ພຣະເຈົ້າຢາເວ​ປະກາດ​ດັ່ງນີ້.“ພວກເຂົາ​ຈະ​ກັບຄືນ​ມາ​ຈາກ​ດິນແດນ​ຂອງ​ສັດຕູ.17ພຣະເຈົ້າຢາເວ​ປະກາດ​ວ່າ,ດັ່ງນັ້ນ ມີ​ຄວາມ​ຫວັງ​ສໍາລັບ​ເຊື້ອສາຍ​ຂອງ​ເຈົ້າ”,“ລູກໆ​ຂອງ​ເຈົ້າ​ຈະ​ກັບ​ຄືນ​ມາ​ທີ່​ດິນແດນ​ຂອງ​ພວກເຂົາເອງ.
18“ເຮົາ​ໄດ້​ຍິນ​ສຽງ​ຄວນຄາງ​ຂອງ​ເອຟຣາອິມ​ຢ່າງ​ແນ່ນອນ​ວ່າ:‘ພຣະອົງ​ຝຶກ​ຂ້ານ້ອຍ​ເໝືອນ​ຝຶກ​ງົວ​ນ້ອຍ​ໂຕ​ໜຶ່ງ​ທີ່​ບໍ່​ເຊື່ອຟັງ,ແລະ ຂ້ານ້ອຍ​ກໍ​ໄດ້​ຖືກ​ຝຶກຝົນ,ຂໍ​ຊ່ວຍ​ໃຫ້​ຂ້ານ້ອຍ​ຄືນ​ສູ່​ສະພາບ​ດີ, ແລ້ວ​ຂ້ານ້ອຍ​ຈະ​ກັບ​ຄືນ​ມາ,ເພາະ​ພຣະອົງ​ເປັນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້ານ້ອຍ.19ເມື່ອ​ຂ້ານ້ອຍ​ໄດ້​ຫລົງ​ທາງ​ໄປ,ຂ້ານ້ອຍ​ກໍ​ໄດ້​ກັບໃຈ​ໃໝ່;ເມື່ອ​ຂ້ານ້ອຍ​ໄດ້​ເຂົ້າໃຈ​ແລ້ວ,ຂ້ານ້ອຍ​ກໍ​ຕີ​ເອິກ​ຕົນ​ເອງ.ຂ້ານ້ອຍ​ອັບອາຍ ແລະ ຕົກຕ່ຳ.ເພາະ​ຂ້ານ້ອຍ​ເບື່ອໜ່າຍ​ກັບ​ຄວາມ​ອັບອາຍ​ຂາຍໜ້າ​ຈາກ​ບາບ​ຂອງ​ຂ້ານ້ອຍ​ໃນ​ຄາວ​ທີ່​ຍັງ​ໜຸ່ມ’.20ເອຟຣາອິມ​ເປັນ​ລູກຊາຍ​ທີ່​ຮັກ​ຂອງ​ເຮົາ,ເປັນ​ລູກ​ທີ່​ເຮົາ​ພໍໃຈ​ນໍາ​ບໍ່​ແມ່ນ​ບໍ?ເຖິງແມ່ນວ່າ ເຮົາ​ຈະ​ກ່າວ​ຕໍ່ສູ້​ລາວ​ຢູ່​ເລື້ອຍໆ,ແຕ່​ເຮົາ​ກໍ​ຍັງ​ຄິດເຖິງ​ລາວ.ເຫດສະນັ້ນ ຈິດໃຈ​ຂອງ​ເຮົາ​ອາໄລ​ຫາ​ລາວ;ເຮົາ​ໃຫ້​ຄວາມ​ເມດຕາ​ແກ່​ລາວ​ຢ່າງ​ຫລວງຫລາຍ”,ພຣະເຈົ້າຢາເວ​ປະກາດ​ດັ່ງນີ້.
21“ຈົ່ງ​ຕັ້ງ​ປ້າຍ​ບອກ​ທາງ​ຂຶ້ນ;ຈົ່ງ​ຕິດ​ປ້າຍ​ຊີ້​ທາງ​ໄວ້.ຈົ່ງ​ສັງເກດ​ເບິ່ງ​ທາງ​ຫລວງ,ຖະໜົນ​ຫົນທາງ​ທີ່​ເຈົ້າ​ດຳເນີນ​ໄປ.ອິດສະຣາເອນ​ພົມມະຈາລີ​ເອີຍ, ຈົ່ງ​ກັບ​ຄືນ​ມາ,ຈົ່ງ​ກັບ​ຄືນ​ມາ​ຍັງ​ເມືອງ​ຕ່າງໆ​ຂອງ​ເຈົ້າ.22ລູກ​ສາວ​ອິດສະຣາເອນ​ທີ່​ບໍ່​ສັດຊື່,ເຈົ້າ​ຈະ​ພະເນຈອນ​ໄປ​ມາ​ອີກ​ດົນ​ປານ​ໃດ?ພຣະເຈົ້າຢາເວ​ຈະ​ສ້າງ​ສິ່ງ​ໃໝ່​ເທິງ​ແຜ່ນດິນໂລກ​ຄືແມ່ຍິງ​ຈະ​ກັບ​ຄືນ​ມາ​ຫາ  ​ຜູ້​ຊາຍ”.
23ພຣະເຈົ້າຢາເວ ຜູ້​ມີ​ລິດ​ອຳນາດ​ຍິ່ງໃຫຍ່, ພຣະເຈົ້າ​ແຫ່ງ​ອິດສະຣາເອນ​ກ່າວ​ວ່າ: “ເມື່ອ​ເຮົາ​ນຳ​ພວກເຂົາ​ກັບ​ມາ​ຈາກ​ການ​ເປັນ​ຊະເລີຍ, ປະຊາຊົນ​ໃນ​ດິນແດນ​ຢູດາຍ ແລະ ເມືອງ​ຕ່າງໆ​ຈະ​ກັບ​ມາ​ເວົ້າ​ອີກ​ວ່າ: ‘ຂໍ​ພຣະເຈົ້າຢາເວ​ອວຍພອນ​ເຈົ້າ, ນະຄອນ​ທີ່​ຈະເລີນ​ຮຸ່ງເຮືອງ, ພູເຂົາ​ສັກສິດ’.24ປະຊາຊົນ​ຈະ​ອາໄສ​ຢູ່​ນໍາກັນ​ໃນ​ຢູດາຍ ແລະ ໃນ​ເມືອງ​ທັງໝົດ​ຄື ພວກ​ຊາວ​ນາ ແລະ ພວກ​ຜູ້​ທີ່​ຍ້າຍ​ຖິ່ນຖານ​ພ້ອມທັງ​ຝູງ​ແກະ​ຂອງ​ພວກເຂົາ.25ເຮົາ​ຈະ​ໃຫ້​ຄົນ​ອິດເມື່ອຍ​ມີ​ແຮງ​ຂຶ້ນໃໝ່ ແລະ ໃຫ້​ຄົນ​ທີ່​ອ່ອນແຮງ​ລົງ​ໄດ້​ກິນ​ພຽງພໍ”.
26ຮອດ​ຕອນ​ນີ້​ຂ້າພະເຈົ້າ​ກໍ​ໄດ້​ຕື່ນ​ຂຶ້ນ ແລະ ແນມ​ເບິ່ງ​ໄປ​ອ້ອມ​ຮອບ. ການ​ນອນ​ຫລັບ​ຂອງ​ຂ້າພະເຈົ້າ​ເຮັດ​ໃຫ້​ຂ້າພະເຈົ້າ​ຊື່ນໃຈ.
27ພຣະເຈົ້າຢາເວ​ປະກາດ​ວ່າ “ວັນ​ນັ້ນ​ຈະ​ມາ​ເຖິງ, ເມື່ອ​ເຮົາ​ຈະ​ສ້າງ​ອານາຈັກ​ຂອງ​ອິດສະຣາເອນ ແລະ ຢູດາຍ ໂດຍ​ເຮັດໃຫ້​ມະນຸດ ແລະ ສັດ​ມີ​ລູກ​ຫລານ​ຢ່າງ​ຫລວງຫລາຍ.28ດັ່ງ​ທີ່​ເຮົາ​ໄດ້​ເຝົ້າ​ເບິ່ງ​ພວກເຂົາ​ເພື່ອ​ຖອນ​ຮາກ ແລະ ເຮັດ​ໃຫ້​ເພພັງ​ລົງ, ເພື່ອ​ທຳລາຍ, ໂຄ່ນ​ລົ້ມ ແລະ ນໍາ​ໄພພິບັດ​ມາ, ສະນັ້ນ ເຮົາ​ກໍ​ຈະ​ເຝົ້າ​ເບິ່ງ​ພວກເຂົາ​ເພື່ອ​ກໍ່​ສ້າງ ແລະ ເພື່ອ​ປູກຝັງ”, ພຣະເຈົ້າຢາເວ​ປະກາດ​ດັ່ງນີ້.29“ໃນ​ວັນ​ເຫລົ່າ​ນັ້ນ ປະຊາຊົນ​ຈະ​ບໍ່​ເວົ້າ​ອີກ​ຕໍ່​ໄປ​ວ່າ,“ ‘ພໍ່​ແມ່​ໄດ້​ກິນ​ໝາກ​ອະງຸ່ນ​ສົ້ມແລະ ພວກລູກ​ກໍ​ພາ​ກັນ​ເຂັດ​ແຂ້ວ’.
30ທຸກຄົນ​ຈະ​ຕາຍ​ເພາະ​ບາບ​ຂອງ​ຕົນ​ເອງ; ຜູ້ໃດ​ທີ່​ກິນ​ອະງຸ່ນ​ສົ້ມ ຕົນ​ເອງ​ກໍ​ຈະ​ເຂັດ​ແຂ້ວ”.31ພຣະເຈົ້າຢາເວ​ປະກາດ​ວ່າ, “ວັນ​ນັ້ນ​ຈະ​ມາ​ເຖິງ”,“ເມື່ອ​ເຮົາ​ຈະ​ເຮັດ​ຄໍາໝັ້ນສັນຍາ​ໃໝ່ກັບ​ປະຊາຊົນ​ອິດສະຣາເອນແລະ ກັບ​ປະຊາຊົນ​ຢູດາຍ.32ເປັນ​ຄໍາໝັ້ນສັນຍາ​ທີ່​ບໍ່​ເໝືອນ​ກັນ​ກັບ​ຄໍາໝັ້ນສັນຍາທີ່​ເຮົາ​ໄດ້​ເຮັດ​ໄວ້​ກັບ​ບັນພະບຸລຸດ​ຂອງ​ພວກເຂົາເມື່ອ​ເຮົາ​ໄດ້​ຈູງ​ມື​ພວກເຂົາເພື່ອ​ນຳ​ພວກເຂົາ​ອອກ​ມາ​ຈາກ​ເອຢິບ,ເພາະ​ພວກເຂົາ​ໄດ້​ລະເມີດ​ຄໍາໝັ້ນສັນຍາ​ຂອງ​ເຮົາ,ເຖິງແມ່ນວ່າ​ເຮົາ​ເປັນ​ຜົວ​ຂອງ  ​ພວກເຂົາ​ກໍ​ຕາມ  ”.ພຣະເຈົ້າຢາເວ​ປະກາດ​ດັ່ງນີ້.33ພຣະເຈົ້າຢາເວ​ປະກາດ​ວ່າ, “ນີ້​ແມ່ນ​ຄໍາໝັ້ນສັນຍາ​ທີ່​ເຮົາ​ຈະ​ເຮັດ​ກັບ​ປະຊາຊົນ​ອິດສະຣາເອນ,ຫລັງຈາກ​ສະໄໝ​ນັ້ນ.ເຮົາ​ຈະ​ໃສ່​ກົດບັນຍັດ​ຂອງ​ເຮົາ​ໃນ​ຈິດໃຈ​ຂອງ​ພວກເຂົາແລະ ຂຽນ​ມັນ​ໃສ່​ເທິງ​ຫົວໃຈ​ຂອງ​ພວກເຂົາ.ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາແລະ ພວກເຂົາ​ຈະ​ເປັນ​ປະຊາຊົນ​ຂອງ​ເຮົາ.34ພວກເຂົາ​ຈະ​ບໍ່​ສັ່ງສອນ​ເພື່ອນບ້ານ​ຂອງ​ຕົນຫລື ບອກ​ຕໍ່​ກັນ ແລະ ກັນ​ອີກ​ຕໍ່ໄປ​ວ່າ, ‘ຈົ່ງ​ຮູ້ຈັກ​ພຣະເຈົ້າຢາເວ’,ເພາະ​ພວກເຂົາ​ທຸກຄົນ​ຈະ​ຮູ້ຈັກ​ເຮົາ,ຕັ້ງແຕ່​ຜູ້​ທີ່​ຕໍ່າຕ້ອຍ​ທີ່ສຸດ​ໄປ​ຈົນ​ເຖິງ​ຜູ້​ທີ່​ໃຫຍ່​ທີ່ສຸດ”,ພຣະເຈົ້າຢາເວ​ປະກາດ​ດັ່ງນີ້.“ເພາະ​ເຮົາ​ຈະ​ໃຫ້​ອະໄພ​ຄວາມ​ຊົ່ວຮ້າຍ​ຂອງ​ພວກເຂົາແລະ ຈະ​ບໍ່​ຈົດຈຳ​ບາບ​ທັງຫລາຍ​ຂອງ​ພວກເຂົາ​ອີກ​ຕໍ່ໄປ”.35ພຣະເຈົ້າຢາເວ​ກ່າວ​ວ່າ, ພຣະອົງ​ຜູ້​ທີ່​ຕັ້ງ​ດວງ​ຕາເວັນ​ໃຫ້​ສ່ອງແສງ​ໃນ​ຕອນ​ກາງເວັນ,ຜູ້​ທີ່​ໃຫ້​ສັ່ງ​ດວງ​ເດືອນ ແລະ ດວງດາວໃຫ້​ສ່ອງແສງ​ໃນ​ຕອນ​ກາງ​ຄືນ,ຜູ້​ທີ່​ເຮັດໃຫ້​ທະເລ​ຄຶກຄະນອງຈົນ​ຄື້ນ​ຂອງ​ທະເລ​ຮ້ອງ​ດັງ​ກ້ອງ​ວ່າ, ນາມ​ພຣະອົງ​ຄື​ພຣະເຈົ້າຢາເວ ຜູ້​ມີ​ລິດ​ອຳນາດ​ຍິ່ງໃຫຍ່.36ພຣະເຈົ້າຢາເວ​ປະກາດ​ວ່າ:“ຕາບ​ໃດ​ທີ່​ດໍາລັດ​ຕ່າງໆ​ເຫລົ່ານີ້​ບໍ່​ລ່ວງ​ຫາຍ​ໄປ​ຕໍ່ໜ້າ​ເຮົາ,ຕາບ​ນັ້ນ​ອິດສະຣາເອນຈະ​ດໍາລົງ​ຢູ່​ເປັນ​ຊົນຊາດ​ໜຶ່ງ​ຕໍ່ໜ້າ​ເຮົາ​ຕະຫລອດໄປ”.
37ພຣະເຈົ້າຢາເວ​ກ່າວ​ວ່າ:“ເມື່ອ​ໃດ​ຟ້າ​ສະຫວັນ​ຢູ່​ເທິງ​ຖືກ​ວັດແທກ​ໄດ້ແລະ ຖານ​ຮາກ​ຂອງ​ແຜ່ນດິນໂລກ​ຢູ່​ລຸ່ມ​ໄດ້​ຖືກ​ຄົ້ນ​ພົບເຮົາ​ຈຶ່ງ​ຈະ​ປະຖິ້ມ​ເຊື້ອສາຍ​ຂອງ​ອິດສະຣາເອນ​ເມື່ອ​ນັ້ນເພາະ​ທຸກສິ່ງ​ທີ່​ພວກເຂົາ​ໄດ້​ເຮັດ”,ພຣະເຈົ້າຢາເວ​ປະກາດ​ດັ່ງນີ້.
38ພຣະເຈົ້າຢາເວ​ປະກາດ​ວ່າ, “ວັນ​ນັ້ນ​ຈະ​ມາ​ເຖິງ, ເມື່ອ​ນະຄອນ​ນີ້​ຈະ​ຖືກ​ສ້າງ​ຂຶ້ນ​ໃໝ່​ເພື່ອ​ເຮົາ ຕັ້ງແຕ່​ຫໍຄອຍ​ຮານາເນນ​ຈົນ​ເຖິງ​ປະຕູ​ແຈ.39ເຊືອກ​ວັດແທກ​ຈະ​ຄຶງ​ອອກ​ຈາກ​ທີ່​ນັ້ນ​ໄປ​ຈົນ​ເຖິງ​ເນີນພູ​ຄາເຣັບ ແລ້ວ​ກັບຄືນ​ມາ​ຈົນ​ເຖິງ​ໂກອາ.40ທົ່ວ​ຮ່ອມພູ​ທີ່​ເປັນ​ບ່ອນ​ຝັງ​ຊາກສົບ ແລະ ບ່ອນ​ຖິ້ມ​ຂີ້ເຖົ່າ, ແລະ ທາງ​ລົງ​ໄປ​ສູ່​ຮ່ອມພູ​ກິດໂຣນ​ທາງ​ທິດ​ຕາເວັນອອກ​ໄປ​ຈົນ​ເຖິງ​ປະຕູ​ຄອກ​ມ້າ​ຈະ​ບໍລິສຸດ​ສຳລັບ​ພຣະເຈົ້າຢາເວ. ນະຄອນ​ນີ້​ຈະ​ບໍ່​ຖືກ​ຖອນ​ຮາກ ຫລື ທໍາລາຍ​ອີກ​ຈັກເທື່ອ”.

Biblica, Inc.

https://app.library.bible/content/eab9312f9f16b3a2