ເຢເຣມີຢາ30
ການຟື້ນຟູອິດສະຣາເອນ
1ຖ້ອຍຄໍາຈາກພຣະເຈົ້າຢາເວໄດ້ມາເຖິງເຢເຣມີຢາວ່າ:2“ພຣະເຈົ້າຢາເວ, ພຣະເຈົ້າແຫ່ງອິດສະຣາເອນກ່າວວ່າ: ‘ຈົ່ງຂຽນທຸກຖ້ອຍຄໍາທີ່ເຮົາໄດ້ກ່າວກັບເຈົ້າໄວ້ໃນປຶ້ມເຫລັ້ມໜຶ່ງ’.3ພຣະເຈົ້າຢາເວປະກາດວ່າ, ‘ເມື່ອເວລານັ້ນມາເຖິງ ເຮົາຈະນຳປະຊາຊົນອິດສະຣາເອນ ແລະ ຢູດາຍຂອງເຮົາກັບຄືນມາຈາກການເປັນຊະເລີຍ ແລະ ນຳພວກເຂົາກັບຄືນມາສູ່ດິນແດນທີ່ເຮົາໄດ້ມອບໃຫ້ບັນພະບຸລຸດຂອງພວກເຂົາຄອບຄອງ’ ພຣະເຈົ້າຢາເວກ່າວດັ່ງນີ້”.4ຖ້ອຍຄໍາເຫລົ່ານີ້ແມ່ນຖ້ອຍຄໍາທີ່ພຣະເຈົ້າຢາເວກ່າວກ່ຽວກັບອິດສະຣາເອນ ແລະ ຢູດາຍວ່າ5ພຣະເຈົ້າຢາເວກ່າວວ່າ:“ ‘ເຮົາໄດ້ຍິນສຽງຮ້ອງໄຫ້ເປັນຄວາມຢ້ານກົວ, ບໍ່ແມ່ນສັນຕິສຸກ.6ຈົ່ງຖາມເບິ່ງວ່າ:ຜູ້ຊາຍເກີດລູກໄດ້ບໍ?ແລ້ວເປັນຫຍັງເຮົາຈຶ່ງເຫັນພວກຜູ້ຊາຍທີ່ແຂງແຮງທຸກຄົນເອົາມືອູ້ມທ້ອງຂອງຕົນໄວ້ເໝືອນດັ່ງແມ່ຍິງກຳລັງເກີດລູກ?ເປັນຫຍັງທຸກຄົນຈຶ່ງໜ້າຊີດຂາວເໝືອນຄົນຕາຍ?7ວັນນັ້ນຈະເປັນຕາໜ້າຢ້ານຫລາຍສໍ່າໃດ!ບໍ່ມີວັນໃດຈະເປັນເໝືອນດັ່ງວັນນັ້ນ.ມັນຈະເປັນເວລາແຫ່ງຄວາມຍາກລຳບາກສຳລັບຢາໂຄບ,ແຕ່ລາວຈະໄດ້ຮັບການຊ່ວຍໃຫ້ພົ້ນຈາກວັນນັ້ນ’.8“ພຣະເຈົ້າຢາເວ ຜູ້ມີລິດອຳນາດຍິ່ງໃຫຍ່ປະກາດວ່າ,‘ໃນວັນນັ້ນເຮົາຈະຫັກແອກອອກຈາກຄໍຂອງພວກເຂົາແລະ ທໍາລາຍເຄື່ອງຜູກມັດຕ່າງໆຂອງພວກເຂົາ;ພວກເຂົາຈະບໍ່ເປັນທາດຂອງຄົນຕ່າງຊາດອີກຕໍ່ໄປ.9ແຕ່ພວກເຂົາຈະຮັບໃຊ້ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາແລະ ຮັບໃຊ້ດາວິດກະສັດຂອງພວກເຂົາ,ຜູ້ທີ່ເຮົາຈະຍົກຂຶ້ນເພື່ອພວກເຂົາ.10“ ‘ສະນັ້ນ ຢ່າຢ້ານ, ຢາໂຄບຜູ້ຮັບໃຊ້ຂອງເຮົາ;ຢ່າຕົກໃຈ, ອິດສະຣາເອນ’ພຣະເຈົ້າຢາເວປະກາດດັ່ງນີ້.‘ເຮົາຈະຊ່ວຍພວກເຈົ້າອອກຈາກບ່ອນທີ່ຢູ່ໄກຢ່າງແນ່ນອນ,ຈະຊ່ວຍເຊື້ອສາຍຂອງພວກເຈົ້າຈາກດິນແດນທີ່ພວກເຂົາເປັນຊະເລີຍ.ຢາໂຄບຈະມີຄວາມສະຫງົບສຸກ ແລະ ປອດໄພອີກແລະ ຈະບໍ່ມີຜູ້ໃດຈະເຮັດໃຫ້ລາວຢ້ານກົວ.11ເຮົາຢູ່ກັບພວກເຈົ້າ ແລະ ຈະຊ່ວຍພວກເຈົ້າ’,ພຣະເຈົ້າຢາເວປະກາດດັ່ງນີ້.‘ເຖິງແມ່ນວ່າເຮົາຈະທຳລາຍທຸກຊົນຊາດຈົນໝົດສິ້ນທີ່ເຮົາເຮັດໃຫ້ພວກເຈົ້າກະຈັດກະຈາຍໄປນັ້ນ,ແຕ່ເຮົາຈະບໍ່ທຳລາຍພວກເຈົ້າໃຫ້ໝົດສິ້ນ.ເຮົາຈະຕີສອນພວກເຈົ້າ ຕາມເຫັນສົມຄວນເທົ່ານັ້ນ;ເຮົາຈະບໍ່ປ່ອຍພວກເຈົ້າໄປໂດຍບໍ່ໄດ້ຖືກລົງໂທດ’.12“ພຣະເຈົ້າຢາເວກ່າວວ່າ:“ ‘ບາດແຜຂອງພວກເຈົ້າປິ່ນປົວບໍ່ຫາຍດີ,ຄວາມເຈັບປວດຂອງພວກເຈົ້າເກີນທີ່ຈະຮັກສາໃຫ້ຫາຍດີໄດ້,13ບໍ່ມີຜູ້ໃດທີ່ຈະແກ້ຄະດີຂອງພວກເຈົ້າບໍ່ມີວິທີຮັກສາຄວາມເຈັບປວດຂອງພວກເຈົ້າ,ບໍ່ມີການປິ່ນປົວໃຫ້ພວກເຈົ້າ.14ພັນທະມິດທັງໝົດຂອງພວກເຈົ້າກໍໄດ້ລືມພວກເຈົ້າໄປແລ້ວ.ພວກເຂົາບໍ່ສົນໃຈນໍາພວກເຈົ້າ.ເຮົາໄດ້ໂຈມຕີພວກເຈົ້າເໝືອນເປັນສັດຕູກັນແລະ ໄດ້ລົງໂທດພວກເຈົ້າເໝືອນດັ່ງຄົນໂຫດຮ້າຍ,ເພາະຄວາມຜິດຂອງພວກເຈົ້າກໍໃຫຍ່ຫລວງແລະ ຄວາມບາບຂອງພວກເຈົ້າກໍມີຫລວງຫລາຍ.15ເປັນຫຍັງພວກເຈົ້າຈຶ່ງຮ້ອງໄຫ້ເພາະບາດແຜຂອງພວກເຈົ້າ,ຄວາມເຈັບປວດຂອງພວກເຈົ້າທີ່ບໍ່ໄດ້ຮັບການປິ່ນປົວບໍ?ເພາະຄວາມຜິດຂອງພວກເຈົ້າກໍໃຫຍ່ຫລວງ ແລະ ຄວາມບາບກໍມີຫລວງຫລາຍ.ເຮົາຈຶ່ງໄດ້ເຮັດສິ່ງເຫລົ່ານີ້ແກ່ພວກເຈົ້າ.16“ ‘ແຕ່ທຸກຄົນທີ່ທໍາລາຍພວກເຈົ້າກໍຈະຖືກທໍາລາຍ;ບັນດາສັດຕູທັງໝົດຂອງພວກເຈົ້າຈະໄປເປັນຊະເລີຍ.ບັນດາຄົນທີ່ປຸ້ນເຈົ້າກໍຈະຖືກປຸ້ນ;ທຸກຄົນທີ່ເຮັດໃຫ້ພວກເຈົ້າເຊື່ອມເສຍເຮົາກໍຈະໃຫ້ເຮັດເຊື່ອມເສຍ.17ເພາະເຮົາຈະຟື້ນຟູພວກເຈົ້າໃຫ້ມີສຸຂະພາບທີ່ດີແລະ ປິ່ນປົວບາດແຜຂອງພວກເຈົ້າ,’ ພຣະເຈົ້າຢາເວປະກາດດັ່ງນີ້,‘ເພາະພວກເຈົ້າໄດ້ຖືກເອີ້ນວ່າ “ຄົນເສດເຫລືອ”ຊີໂອນທີ່ບໍ່ມີຜູ້ໃດສົນໃຈ’.18“ພຣະເຈົ້າຢາເວກ່າວວ່າ:“ ‘ເຮົາຈະຟື້ນຟູຄວາມຮັ່ງມີຂອງເຕັນຂອງຢາໂຄບແລະ ໃຫ້ຄວາມເມດຕາຕໍ່ບ່ອນຢູ່ຂອງລາວ;ນະຄອນຈະຖືກສ້າງຂຶ້ນໃໝ່ຢູ່ເທິງຊາກຫັກເພພັງຂອງມັນແລະ ວັງຈະຕັ້ງຂຶ້ນໃນບ່ອນທີ່ເໝາະສົມຂອງມັນ.19ຈະມີບົດເພງໂມທະນາຂອບພຣະຄຸນພຣະເຈົ້າມາຈາກພວກເຂົາແລະ ມີສຽງແຫ່ງຄວາມຊື່ນຊົມຍິນດີ.ເຮົາຈະເພີ່ມຈຳນວນຄົນຂອງພວກເຂົາແລະ ພວກເຂົາຈະບໍ່ຫລຸດລົງ;ເຮົາຈະນຳກຽດມາສູ່ພວກເຂົາແລະ ພວກເຂົາຈະບໍ່ຖືກໝິ່ນປະໝາດ.20ລູກຫລານຂອງພວກເຂົາຈະເປັນເໝືອນດັ່ງແຕ່ກ່ອນແລະ ຊຸມຊົນຂອງພວກເຂົາຈະຖືກຕັ້ງໄວ້ຕໍ່ໜ້າເຮົາເຮົາຈະລົງໂທດທຸກຄົນທີ່ກົດຂີ່ພວກເຂົາ.21ຜູ້ນໍາຂອງພວກເຂົາຈະເປັນຄົນໜຶ່ງໃນພວກເຂົາ;ຜູ້ປົກຄອງຂອງພວກເຂົາກໍຈະເກີດຂຶ້ນມາຈາກທ່າມກາງພວກເຂົາ.ເຮົາຈະນຳລາວເຂົ້າມາໃກ້ ແລະ ລາວຈະໃກ້ຊິດກັບເຮົາເພາະມີຜູ້ໃດແດ່ທີ່ຈະອຸທິດຕົນເອງເພື່ອໃກ້ຊິດກັບເຮົາ?’ພຣະເຈົ້າຢາເວປະກາດດັ່ງນີ້.22‘ດັ່ງນັ້ນ ພວກເຈົ້າຈະເປັນປະຊາຊົນຂອງເຮົາແລະ ເຮົາຈະເປັນພຣະເຈົ້າຂອງພວກເຈົ້າ’ ”.23ເບິ່ງແມ, ພາຍຸແຫ່ງພຣະເຈົ້າຢາເວຈະເກີດຂຶ້ນໃນຄວາມໂກດຮ້າຍນັ້ນ,ເປັນລົມພະຍຸໝຸນພັດລົງມາໃສ່ຫົວຂອງບັນດາຄົນຊົ່ວຮ້າຍ.24ຄວາມໃຈຮ້າຍຂອງພຣະເຈົ້າຢາເວຈະບໍ່ກັບຄືນມາຈົນກວ່າພຣະອົງຈະໃຫ້ສຳເລັດຕາມຄວາມປະສົງຂອງພຣະອົງ.ໃນວັນນັ້ນມາເຖິງເຈົ້າຈະເຂົ້າໃຈສິ່ງນີ້ຢ່າງຊັດເຈນ.Biblica, Inc.