ຢາໂກໂບ4
ຈົ່ງຍອມຈຳນົນຕໍ່ພຣະເຈົ້າ
1ອັນໃດເປັນສາເຫດຂອງການຕໍ່ສູ້ ແລະ ການຜິດຖຽງກັນໃນທ່າມກາງພວກເຈົ້າ? ກໍແມ່ນຄວາມປາຖະໜາຂອງພວກເຈົ້າທີ່ເຮັດໃຫ້ມີການຕໍ່ສູ້ກັນຢູ່ບໍ່ຂາດພາຍໃນພວກເຈົ້າບໍ່ແມ່ນບໍ?2ພວກເຈົ້າປາຖະໜາຫາແຕ່ບໍ່ໄດ້, ດັ່ງນັ້ນພວກເຈົ້າຈຶ່ງຂ້າກັນ. ພວກເຈົ້າຢາກໄດ້ແຕ່ບໍ່ໄດ້ໃນສິ່ງທີ່ພວກເຈົ້າຕ້ອງການ ດັ່ງນັ້ນພວກເຈົ້າຈຶ່ງຜິດຖຽງກັນ ແລະ ຕໍ່ສູ້ກັນ. ພວກເຈົ້າບໍ່ມີເພາະພວກເຈົ້າບໍ່ໄດ້ຂໍພຣະເຈົ້າ.3ເມື່ອພວກເຈົ້າຂໍແລ້ວພວກເຈົ້າບໍ່ໄດ້ຮັບກໍເພາະພວກເຈົ້າຂໍດ້ວຍແຮງຈູງໃຈທີ່ຜິດ ເພື່ອຈະນຳໄປສະໜອງຕາມຄວາມຕ້ອງການຂອງຕົນເອງ.4ພວກເຈົ້າຄົນຫລິ້ນຊູ້, ພວກເຈົ້າບໍ່ຮູ້ບໍວ່າການເປັນມິດກັບໂລກກໍຄືການເປັນສັດຕູຕໍ່ສູ້ພຣະເຈົ້າ? ດ້ວຍເຫດນີ້, ຜູ້ໃດທີ່ເລືອກຈະເປັນມິດກັບໂລກກໍກາຍເປັນສັດຕູຕໍ່ພຣະເຈົ້າ5ຫລື ພວກເຈົ້າຄິດວ່າພຣະຄຳພີກ່າວໂດຍບໍ່ມີເຫດຜົນວ່າຈິດວິນຍານທີ່ພຣະເຈົ້າໃຫ້ທີ່ຢູ່ໃນພວກເຮົານັ້ນ ກໍຢາກໃຫ້ພວກເຮົາເປັນຂອງພຣະເຈົ້າເທົ່ານັ້ນ? 6ແຕ່ພຣະອົງມີພຣະຄຸນໃຫ້ແກ່ພວກເຮົາຫລາຍກວ່ານັ້ນອີກ. ດ້ວຍເຫດນີ້ ພຣະຄຳພີຈຶ່ງກ່າວວ່າ:“ພຣະເຈົ້າຕໍ່ສູ້ຜູ້ທີ່ຈອງຫອງແຕ່ມີພຣະຄຸນໃຫ້ແກ່ຜູ້ທີ່ຖ່ອມຕົວລົງ”. 7ດັ່ງນັ້ນ ພວກເຈົ້າຈົ່ງຍອມຈຳນົນຕໍ່ພຣະເຈົ້າ. ຈົ່ງຕໍ່ສູ້ກັບມານ ແລະ ມັນຈະໜີໄປຈາກພວກເຈົ້າໄປ.8ຈົ່ງຫຍັບເຂົ້າໃກ້ພຣະເຈົ້າ ແລະ ພຣະອົງຈະມາໃກ້ພວກເຈົ້າ. ຄົນບາບທັງຫລາຍເອີຍ, ຈົ່ງລ້າງມືຂອງຕົນໃຫ້ສະອາດ ແລະ ພວກເຈົ້າຄົນສອງໃຈເອີຍ, ຈົ່ງຊຳລະໃຈຂອງພວກເຈົ້າໃຫ້ບໍລິສຸດ.9ຈົ່ງໂສກເສົ້າເສຍໃຈ, ຈົ່ງໄວ້ທຸກ ແລະ ຮ້ອງໄຫ້. ຈົ່ງປ່ຽນຈາກສຽງຫົວມາເປັນການໄວ້ທຸກ ແລະ ຈາກຄວາມຍິນດີຂອງພວກເຈົ້າມາເປັນຄວາມເສົ້າໝອງ.10ພວກເຈົ້າຈົ່ງຖ່ອມໂຕລົງຕໍ່ອົງພຣະຜູ້ເປັນເຈົ້າ ແລະ ພຣະອົງຈະຍົກພວກເຈົ້າຂຶ້ນ.11ພີ່ນ້ອງທັງຫລາຍເອີຍ, ຢ່າໃສ່ຮ້າຍປ້າຍສີກັນ, ຜູ້ໃດທີ່ກ່າວຕໍ່ຕ້ານພີ່ນ້ອງ ຫລື ຕັດສິນພວກເຂົາກໍກ່າວຕໍ່ຕ້ານ ແລະ ຕັດສິນກົດບັນຍັດ. ເມື່ອພວກເຈົ້າຕັດສິນກົດບັນຍັດ ພວກເຈົ້າກໍບໍ່ໄດ້ຖືຮັກສາກົດບັນຍັດນັ້ນ, ແຕ່ຕັ້ງຕົນເອງເປັນຜູ້ຕັດສິນກົດບັນຍັດ.12ມີຜູ້ປະທານກົດບັນຍັດ ແລະ ຜູ້ພິພາກສາພຽງຜູ້ດຽວຄືພຣະອົງຜູ້ສາມາດຊ່ວຍໃຫ້ພົ້ນ ແລະ ທຳລາຍໄດ້. ແຕ່ພວກເຈົ້າເປັນຜູ້ໃດຄືຕັດສິນເພື່ອນບ້ານຂອງຕົນ?ການອວດເຖິງມື້ອື່ນ
13ບັດນີ້ຈົ່ງຟັງ, ພວກເຈົ້າທີ່ເວົ້າວ່າ, “ວັນນີ້ ຫລື ມື້ອື່ນພວກເຮົາຈະໄປເມືອງນັ້ນ ຫລື ເມືອງນີ້, ຈະຢູ່ທີ່ນັ້ນໜຶ່ງປີ, ຈະເຮັດທຸລະກິດ ແລະ ສະສົມເງິນໄວ້”.14ພວກເຈົ້າບໍ່ຮູ້ເລີຍວ່າມື້ອື່ນຈະມີເກີດຫຍັງຂຶ້ນ. ຊີວິດຂອງພວກເຈົ້າຈະເປັນຢ່າງໃດ? ພວກເຈົ້າເປັນເໝືອນນ້ຳໝອກທີ່ປາກົດຢູ່ພຽງຊົ່ວຄາວແລ້ວກໍຈາງຫາຍໄປ.15ແທນທີ່ຈະກ່າວຢ່າງນັ້ນ ພວກເຈົ້າຄວນຈະກ່າວວ່າ, “ຖ້າເປັນຄວາມປະສົງຂອງອົງພຣະຜູ້ເປັນເຈົ້າ, ພວກເຮົາຈະມີຊີວິດຢູ່ເພື່ອເຮັດສິ່ງນີ້ ຫລື ສິ່ງນັ້ນ”.16ດັ່ງທີ່ເປັນຢູ່, ພວກເຈົ້າເວົ້າໂອ້ອວດໃນຄວາມຍິ່ງຈອງຫອງຂອງພວກເຈົ້າ. ການໂອ້ອວດທັງໝົດນັ້ນເປັນສິ່ງຊົ່ວຮ້າຍ.17ດັ່ງນັ້ນ ຖ້າຜູ້ໃດຮູ້ວ່າສິ່ງໃດເປັນສິ່ງດີທີ່ພວກເຂົາຄວນຈະເຮັດ ແລະ ບໍ່ໄດ້ເຮັດ, ສິ່ງນັ້ນກໍເປັນບາບສຳລັບພວກເຂົາ.Biblica, Inc.