ຢາໂກໂບ3
ການຝຶກລີ້ນ
1ພີ່ນ້ອງທີ່ເຊື່ອທັງຫລາຍເອີຍ, ບໍ່ແມ່ນຫລາຍຄົນໃນພວກເຈົ້າຈະຕ້ອງເປັນອາຈານ, ເພາະພວກເຈົ້າກໍຮູ້ຢູ່ວ່າພວກເຮົາທີ່ເປັນຜູ້ສອນນັ້ນຈະຖືກຕັດສິນຢ່າງເຂັ້ມງວດກວ່າຜູ້ອື່ນ.2ພວກເຮົາທຸກຄົນລ້ວນແຕ່ຜິດພາດໃນຫລາຍທາງ. ຜູ້ທີ່ບໍ່ເຄີຍເຮັດຜິດທາງວາຈາກໍເປັນຄົນດີຄົບຖ້ວນ ສາມາດຄວບຄຸມຮ່າງກາຍທັງໝົດຂອງຕົນໄດ້.3ເມື່ອພວກເຮົາເອົາບັງຫງຽນໃສ່ປາກມ້າເພື່ອເຮັດໃຫ້ມັນເຊື່ອຟັງພວກເຮົາ, ພວກເຮົາກໍສາມາດບັງຄັບສັດນັ້ນໄປທາງໃດກໍໄດ້ທັງໂຕ.4ຫລື ໃຫ້ເບິ່ງເຮືອເປັນຕົວຢ່າງ. ເຖິງແມ່ນວ່າມັນຈະມີຂະໜາດໃຫຍ່ ແລະ ແລ່ນໄປຕາມແຮງຂອງລົມ ແຕ່ມັນກໍມີຫາງເສືອເຮືອນ້ອຍໆຄອຍຖ້າຂັດທ້າຍເຮືອໃຫ້ໄປໃນທີ່ຕ່າງໆຕາມທີ່ນາຍທ້າຍຕ້ອງການ.5ລີ້ນກໍເໝືອນກັນ, ເປັນອະໄວຍະວະນ້ອຍໆຂອງຮ່າງກາຍ, ແຕ່ລິ້ນກໍມັກເວົ້າໂອ້ອວດ. ຈົ່ງພິຈາລະນາເບິ່ງແປວໄຟນ້ອຍໆຍັງສາມາດເຜົາໄໝ້ປ່າໃຫຍ່ໄດ້.6ລີ້ນກໍເປັນດັ່ງໄຟ, ເປັນໂລກແຫ່ງຄວາມຊົ່ວຮ້າຍທີ່ຢູ່ໃນທ່າມກາງອະໄວຍະວະທັງຫລາຍຂອງຮ່າງກາຍ. ມັນເຮັດໃຫ້ຮ່າງກາຍທັງໝົດເສຍຫາຍ, ເຮັດໃຫ້ຊີວິດທັງຊີວິດລຸກເປັນໄຟ ແລະ ໂຕມັນເອງກໍຖືກເຜົາໂດຍໄຟນະລົກ.7ສັດທຸກຊະນິດມີນົກ, ສັດເລືອຄານ ແລະ ສັດທະເລທັງຫລາຍຍັງຖືກຝຶກແອບໃຫ້ເຊື່ອຟັງໄດ້ ແລະ ຖືກຝຶກແອບໃຫ້ເຊື່ອຟັງໂດຍມະນຸດ.8ແຕ່ບໍ່ມີຜູ້ໃດຝຶກແອບລີ້ນໃຫ້ເຊື່ອຟັງໄດ້. ລີ້ນເປັນສິ່ງຊົ່ວຮ້າຍທີ່ບໍ່ເຄີຍຢຸດຢູ່ ມັນເຕັມດ້ວຍພິດແຫ່ງຄວາມຕາຍ.9ພວກເຮົາທັງຫລາຍສັນລະເສີນອົງພຣະຜູ້ເປັນເຈົ້າ ແລະ ພຣະບິດາເຈົ້າຂອງພວກເຮົາດ້ວຍລີ້ນ ແລະ ພວກເຮົາກໍໃຊ້ລີ້ນນັ້ນປ້ອຍດ່າມະນຸດຜູ້ທີ່ຖືກສ້າງຂຶ້ນຕາມແບບຂອງພຣະເຈົ້າ.10ຄຳສັນລະເສີນ ແລະ ຄຳປ້ອຍດ່າຕ່າງກໍອອກມາຈາກປາກອັນດຽວກັນ. ພີ່ນ້ອງທັງຫລາຍຂອງເຮົາເອີຍ, ຢ່າໃຫ້ເປັນຢ່າງນັ້ນເລີຍ.11ທັງນ້ຳຈືດ ແລະ ນ້ຳເຄັມ ຈະໄຫລອອກມາຈາກບໍ່ນ້ຳດຽວກັນໄດ້ບໍ?12ພີ່ນ້ອງທັງຫລາຍຂອງເຮົາເອີຍ, ຕົ້ນໝາກເດື່ອຈະເກີດໝາກເປັນໝາກກອກ ຫລື ເຄືອອະງຸ່ນຈະເກີດໝາກເປັນໝາກເດື່ອໄດ້ບໍ? ເຊັ່ນດຽວກັນ ບໍ່ນ້ຳເຄັມກໍບໍ່ສາມາດຜະລິດນ້ຳຈືດໄດ້.ສະຕິປັນຍາສອງຢ່າງ
13ຜູ້ໃດໃນທ່າມກາງພວກເຈົ້າເປັນຄົນສະຫລາດ ແລະ ມີຄວາມເຂົ້າໃຈ? ກໍໃຫ້ພວກເຂົາສະແດງສິ່ງນັ້ນອອກມາໃນການດຳເນີນຊີວິດທີ່ດີຂອງພວກເຂົາ ໂດຍການກະທຳອັນຖ່ອມໂຕລົງທີ່ມາຈາກສະຕິປັນຍາ.14ແຕ່ຖ້າພວກເຈົ້າຂົມຂື່ນດ້ວຍໃຈອິດສາ ແລະ ທະເຍີທະຍານຢ່າງເຫັນແກ່ໂຕຢູ່ໃນໃຈຂອງພວກເຈົ້າ ກໍຢ່າໂອ້ອວດເຖິງເລື່ອງນັ້ນ ຫລື ປະຕິເສດຄວາມຈິງ.15“ສະຕິປັນຍາ” ຢ່າງນີ້ບໍ່ໄດ້ມາຈາກສະຫວັນແຕ່ເປັນຂອງຝ່າຍໂລກ, ບໍ່ຢູ່ຝ່າຍວິນຍານ ແລະ ເປັນຂອງຝ່າຍມານ.16ເພາະທີ່ໃດມີຄວາມອິດສາ ແລະ ຄວາມທະເຍີທະຍານຢ່າງເຫັນແກ່ໂຕ, ທີ່ນັ້ນກໍມີຄວາມວຸ້ນວາຍ ແລະ ມີການກະທຳທີ່ຊົ່ວຮ້າຍທຸກຊະນິດ.17ແຕ່ສະຕິປັນຍາທີ່ມາຈາກສະຫວັນກ່ອນອື່ນໝົດນັ້ນຄືບໍລິສຸດ, ຈາກນັ້ນຄືການຮັກສັນຕິສຸກ, ເຫັນອົກເຫັນໃຈ, ຍອມເຊື່ອຟັງ, ເຕັມດ້ວຍຄວາມເມດຕາ ແລະ ເກີດຜົນດີ, ບໍ່ລໍາອຽງ ແລະ ຈິງໃຈ.18ຜູ້ສ້າງສັນຕິສຸກກໍຫວ່ານໃນສັນຕິສຸກ ຍ່ອມເກັບກ່ຽວຜົນແຫ່ງຄວາມຊອບທຳ.Biblica, Inc.