ເຮັບເຣີ9
ການນະມັດສະການໃນຫໍເຕັນຂອງໂລກນີ້
1ພັນທະສັນຍາເດີມນັ້ນມີກົດລະບຽບກ່ຽວກັບການນະມັດສະການ ແລະ ມີສະຖານນະມັດສະການຂອງໂລກນີ້2ຫໍເຕັນຖືກຕັ້ງຂຶ້ນ. ໃນຫ້ອງທຳອິດມີຫລັກຕະກຽງ ແລະ ໂຕະກັບເຂົ້າຈີ່ສັກສິດ ເອີ້ນຫ້ອງນີ້ວ່າສະຖານທີ່ບໍລິສຸດ.3ທາງຫລັງຜ້າກັ້ງຊັ້ນທີສອງແມ່ນຫ້ອງທີ່ເອີ້ນວ່າສະຖານທີ່ສັກສິດທີ່ສຸດ,4ໃນຫ້ອງນີ້ມີແທ່ນບູຊາທີ່ເຮັດດ້ວຍຄຳສຳລັບເຜົາເຄື່ອງຫອມ ແລະ ມີຫີບພັນທະສັນຍາທີ່ໂອບດ້ວຍຄຳ. ພາຍໃນຫີບນີ້ມີຂັນຄຳທີ່ບັນຈຸມານາ, ໄມ້ຄ້ອນເທົ້າຂອງອາໂຣນທີ່ແຕກໜໍ່ອອກມາ ແລະ ແຜ່ນຫີນແຫ່ງພັນທະສັນຍາ.5ຢູ່ເທິງຫີບນັ້ນມີຮູບເຄຣຸບແຫ່ງສະຫງ່າລາສີ ກາງປີກປົກຄຸມຝາອັດຫີບ . ແຕ່ພວກເຮົາບໍ່ສາມາດກ່າວເຖິງລາຍລະອຽດຂອງສິ່ງຕ່າງໆເຫລົ່ານີ້ໃນເວລານີ້.6ເມື່ອທຸກສິ່ງໄດ້ຖືກຈັດຕາມນີ້ແລ້ວ, ບັນດາປະໂລຫິດກໍເຂົ້າໄປປະຕິບັດໜ້າທີ່ໃນຫ້ອງຊັ້ນນອກນັ້ນເປັນປະຈໍາ.7ແຕ່ມີພຽງມະຫາປະໂລຫິດຜູ້ດຽວເທົ່ານັ້ນທີ່ເຂົ້າໄປຫ້ອງຊັ້ນໃນໄດ້ປີລະເທື່ອ ແລະ ຕ້ອງນຳເລືອດສັດເຂົ້າໄປຖວາຍເພື່ອຕົນເອງ ແລະ ເພື່ອຄວາມບາບຂອງປະຊາຊົນທີ່ໄດ້ເຮັດໂດຍບໍ່ເຈດຕະນາ.8ພຣະວິນຍານບໍລິສຸດເຈົ້າສະແດງໂດຍສິ່ງເຫລົ່ານີ້ວ່າທາງເຂົ້າສູ່ສະຖານທີ່ບໍລິສຸດທີ່ສຸດຍັງບໍ່ເປີດ ຕາບໃດທີ່ຫໍເຕັນທຳອິດຍັງຕັ້ງຢູ່.9ນີ້ເປັນພາບສຳລັບຍຸກປັດຈຸບັນ, ຊີ້ບອກວ່າຂອງຖວາຍ ແລະ ເຄື່ອງບູຊາເຫລົ່ານັ້ນບໍ່ສາມາດຊຳລະຈິດສຳນຶກຂອງຜູ້ນະມັດສະການໄດ້.10ສິ່ງເຫລົ່ານີ້ເປັນພຽງເລື່ອງຂອງອາຫານ ແລະ ເຄື່ອງດື່ມ ແລະ ການຊຳລະຕ່າງໆຕາມລະບຽບພິທີ ເຊິ່ງເປັນຂໍ້ປະຕິບັດພາຍນອກຈົນກວ່າຈະເຖິງເວລາຂອງລະບົບໃໝ່.ໂລຫິດຂອງພຣະຄຣິດເຈົ້າ
11ແຕ່ເມື່ອພຣະຄຣິດເຈົ້າມາໃນຖານະມະຫາປະໂລຫິດຂອງສິ່ງປະເສີດຕ່າງໆ ເຊິ່ງບັດນີ້ໄດ້ມາເຖິງແລ້ວ, ພຣະອົງຜ່ານເຂົ້າສູ່ຫໍເຕັນທີ່ຍິ່ງໃຫຍ່ກວ່າ ແລະ ສົມບູນກວ່າ ເຊິ່ງບໍ່ໄດ້ສ້າງຂຶ້ນດ້ວຍມືມະນຸດ, ຄືບໍ່ໄດ້ເປັນສ່ວນໜຶ່ງຂອງສິ່ງທີ່ສ້າງນີ້.12ພຣະອົງບໍ່ໄດ້ເຂົ້າໄປດ້ວຍເລືອດແບ້ ແລະ ລູກງົວ, ແຕ່ພຣະອົງໄດ້ເຂົ້າໄປສູ່ສະຖານສັກສິດທີ່ສຸດດ້ວຍເລືອດຂອງພຣະອົງເອງພຽງຄັ້ງດຽວເປັນການສິ້ນສຸດ, ຈຶ່ງໄດ້ການໄຖ່ຕະຫລອດໄປເປັນນິດມາ.13ເລືອດແບ້ ແລະ ເລືອດງົວ ຫລື ຂີ້ເຖົ່າຈາກງົວແມ່ທີ່ໂຮຍລົງເທິງບັນດາຜູ້ມີມົນທິນຕາມລະບຽບພິທີຍັງຊຳລະພວກເຂົາເພື່ອພວກເຂົາຈະສະອາດພາຍນອກ.14ແລ້ວຫລາຍກວ່ານັ້ນຈັກເທົ່າໃດ, ໂລຫິດຂອງພຣະຄຣິດເຈົ້າຜູ້ໄດ້ຖວາຍພຣະອົງເອງຢ່າງບໍ່ມີຕຳໜິແກ່ພຣະເຈົ້າ ໂດຍທາງພຣະວິນຍານຕະຫລອດໄປເປັນນິດ ກໍຈະຊຳລະຈິດສຳນຶກຂອງພວກເຮົາຈາກການກະທຳອັນນຳໄປສູ່ຄວາມຕາຍ, ເພື່ອພວກເຮົາຈະໄດ້ຮັບໃຊ້ພຣະເຈົ້າຜູ້ມີຊີວິດຢູ່!15ດ້ວຍເຫດນີ້ ພຣະຄຣິດເຈົ້າຈຶ່ງເປັນຜູ້ກາງຂອງພັນທະສັນຍາໃໝ່, ເພື່ອບັນດາຜູ້ທີ່ພຣະອົງເອີ້ນນັ້ນຈະໄດ້ຮັບມໍລະດົກຕະຫລອດໄປເປັນນິດຕາມທີ່ໄດ້ສັນຍາໄວ້ ເພາະພຣະຄຣິດໄດ້ຕາຍເປັນຄ່າໄຖ່ເພື່ອປົດປ່ອຍພວກເຂົາໃຫ້ເປັນອິດສະຫລະຈາກບາບທີ່ໄດ້ເຮັດພາຍໃຕ້ພັນທະສັນຍາເດີມ.16ໃນກໍລະນີຂອງພິໄນກຳ ຈຳເປັນຕ້ອງພິສູດວ່າຜູ້ເຮັດພິໄນກຳນັ້ນໄດ້ຕາຍແລ້ວ,17ເພາະວ່າພິໄນກຳຈະມີຜົນບັງຄັບໃຊ້ກໍຕໍ່ເມື່ອຜູ້ເຮັດນັ້ນຕາຍແລ້ວ, ຖ້າຜູ້ເຮັດນັ້ນຍັງມີຊີວິດຢູ່ພິໄນກຳຈະບໍ່ມີຜົນອັນໃດ.18ດ້ວຍເຫດນີ້ ແມ່ນແຕ່ພັນທະສັນຍາເດີມຈະບໍ່ມີຜົນບັງຄັບໃຊ້ຖ້າປາດສະຈາກເລືອດ.19ເມື່ອໂມເຊປະກາດກົດບັນຍັດທຸກຂໍ້ແກ່ປະຊາຊົນທັງໝົດແລ້ວ, ເພິ່ນກໍໄດ້ເອົາເລືອດລູກງົວພ້ອມດ້ວຍນ້ຳ, ຂົນແກະສີແດງເຂັ້ມ ແລະ ກິ່ງຫູສົບມາ ແລ້ວຊິດໃສ່ໜັງສືມ້ວນນັ້ນ ແລະ ຊິດໃສ່ຄົນທັງໝົດ.20ເພິ່ນກ່າວວ່າ, “ນີ້ຄືເລືອດແຫ່ງພັນທະສັນຍາ, ເຊິ່ງພຣະເຈົ້າໄດ້ສັ່ງພວກເຈົ້າທັງຫລາຍໃຫ້ຮັກສາໄວ້”. 21ໃນທຳນອງດຽວກັນນັ້ນ ເພິ່ນກໍເອົາເລືອດຊິດໃສ່ຫໍເຕັນ ແລະ ທຸກສິ່ງທີ່ໃຊ້ໃນພິທີຕ່າງໆເໝືອນກັນ.22ແທ້ຈິງແລ້ວ, ກົດບັນຍັດໄດ້ລະບຸໃຫ້ຊຳລະເກືອບໝົດທຸກສິ່ງດ້ວຍເລືອດ ແລະ ຖ້າບໍ່ມີເລືອດໄຫລອອກແລ້ວກໍບໍ່ມີການອະໄພບາບ.23ດັ່ງນັ້ນ, ຈຶ່ງຈຳເປັນຕ້ອງຊຳລະສິ່ງຕ່າງໆ ອັນເປັນແບບຈຳລອງຂອງສະຫວັນດ້ວຍເຄື່ອງບູຊາເຫລົ່ານີ້, ແຕ່ສິ່ງຂອງໃນສະຫວັນເອງຕ້ອງຊຳລະດ້ວຍເຄື່ອງບູຊາທີ່ດີຫລາຍກວ່ານີ້.24ເພາະພຣະຄຣິດເຈົ້າບໍ່ໄດ້ເຂົ້າສູ່ສະຖານນະມັດສະການທີ່ມະນຸດສ້າງຂຶ້ນ ເຊິ່ງເປັນພຽງແບບຈຳລອງມາຈາກຂອງແທ້, ພຣະອົງເຂົ້າສູ່ສະຫວັນໂດຍກົງ, ບັດນີ້ ໄດ້ປາກົດຢູ່ຕໍ່ໜ້າພຣະເຈົ້າເພື່ອພວກເຮົາທັງຫລາຍ.25ພຣະອົງບໍ່ໄດ້ເຂົ້າສູ່ສະຫວັນເພື່ອຖວາຍພຣະອົງອີກຫລາຍເທື່ອເໝືອນກັບມະຫາປະໂລຫິດທີ່ເຂົ້າສູ່ສະຖານທີ່ສັກສິດທີ່ສຸດທຸກໆປີພ້ອມດ້ວຍເລືອດທີ່ບໍ່ແມ່ນເລືອດຂອງຕົນເອງ.26ບໍ່ດັ່ງນັ້ນພຣະຄຣິດເຈົ້າຄົງຈະຕ້ອງທົນທຸກທໍລະມານຫລາຍເທື່ອນັບຕັ້ງແຕ່ສ້າງໂລກມາ. ແຕ່ບັດນີ້ພຣະອົງປາກົດໃນຕອນທ້າຍຍຸກພຽງຄັ້ງດຽວເປັນການສິ້ນສຸດ ເພື່ອກຳຈັດຄວາມບາບໃຫ້ໝົດໄປໂດຍຖວາຍພຣະອົງເອງເປັນເຄື່ອງບູຊາ.27ເໝືອນດັ່ງມະນຸດຖືກກຳນົດໃຫ້ຕາຍຄັ້ງດຽວ ແລະ ຫລັງຈາກນັ້ນຈະຕ້ອງພົບກັບການພິພາກສາ,28ດັ່ງນັ້ນ ພຣະຄຣິດເຈົ້າກໍຖວາຍພຣະອົງເອງຄັ້ງດຽວເພື່ອລຶບລ້າງບາບຂອງປະຊາຊົນເປັນຈຳນວນຫລວງຫລາຍ ແລະ ພຣະອົງຈະມາປາກົດເປັນຄັ້ງທີສອງ ບໍ່ແມ່ນເພື່ອຮັບແບກຄວາມບາບແຕ່ເພື່ອນຳເອົາຄວາມພົ້ນມາສູ່ບັນດາຜູ້ທີ່ລໍຄອຍພຣະອົງ.Biblica, Inc.