ເຮັບເຣີ10
ພຣະຄຣິດເຈົ້າເປັນເຄື່ອງບູຊາພຽງຄັ້ງດຽວ
1ກົດບັນຍັດເປັນພຽງແຕ່ເງົາຂອງສິ່ງປະເສີດທັງຫລາຍທີ່ກຳລັງຈະມາເຖິງ ບໍ່ແມ່ນຕົວຈິງຂອງສິ່ງເຫລົ່ານັ້ນ. ດ້ວຍເຫດນີ້ ຈຶ່ງບໍ່ສາມາດເຮັດໃຫ້ຜູ້ທີ່ເຂົ້າເຝົ້ານະມັດສະການນັ້ນສົມບູນຄົບຖ້ວນດ້ວຍເຄື່ອງຖວາຍບູຊາແບບເດີມຊ້ຳກັນ ເຊິ່ງຖວາຍແລ້ວຖວາຍອີກທຸກໆປີບໍ່ສິ້ນສຸດຈັກເທື່ອ.2ເພາະຖ້າເຮັດຢ່າງນັ້ນໄດ້ ພວກເຂົາຈະບໍ່ຢຸດຖວາຍເຄື່ອງບູຊາບໍ? ເພາະຜູ້ນະມັດສະການຈະໄດ້ຮັບການຊຳລະໃຫ້ບໍລິສຸດພຽງຄັ້ງດຽວເປັນການສິ້ນສຸດ ແລະ ຈະບໍ່ຮູ້ສຶກຜິດກັບຄວາມບາບຂອງພວກເຂົາອີກຕໍ່ໄປ.3ແຕ່ເຄື່ອງບູຊາເຫລົ່ານັ້ນເປັນສິ່ງເຕືອນໃຫ້ສຳນຶກບາບທຸກປີ.4ເພາະເລືອດແບ້ ແລະ ເລືອດງົວບໍ່ສາມາດລຶບລ້າງບາບໃຫ້ໝົດໄປໄດ້.5ເຫດສະນັ້ນ, ເມື່ອພຣະຄຣິດເຈົ້າເຂົ້າມາໃນໂລກ ພຣະອົງໄດ້ກ່າວວ່າ:“ເຄື່ອງບູຊາ ແລະ ຂອງຖວາຍພຣະອົງບໍ່ຕ້ອງການ,ແຕ່ພຣະອົງໄດ້ຈັດຕຽມຮ່າງກາຍໜຶ່ງໄວ້ສຳລັບຂ້ານ້ອຍ.6ເຄື່ອງເຜົາບູຊາ ແລະ ເຄື່ອງບູຊາໄຖ່ບາບພຣະອົງບໍ່ໄດ້ພໍໃຈ.7ແລ້ວຂ້ານ້ອຍຈຶ່ງຕອບວ່າ, ‘ຂ້ານ້ອຍຢູ່ທີ່ນີ້ ດັ່ງທີ່ໃນໜັງສືມ້ວນໄດ້ຂຽນເຖິງຂ້ານ້ອຍໄວ້ນັ້ນຂ້າແດ່ພຣະເຈົ້າ, ຂ້ານ້ອຍໄດ້ມາເພື່ອເຮັດຕາມຄວາມປະສົງຂອງພຣະອົງ’ ”. 8ປະການທຳອິດພຣະອົງໄດ້ກ່າວວ່າ, “ເຄື່ອງບູຊາ ແລະ ຂອງຖວາຍ, ເຄື່ອງເຜົາບູຊາ ແລະ ເຄື່ອງບູຊາໄຖ່ບາບພຣະອົງບໍ່ຕ້ອງການ ແລະ ພຣະອົງບໍ່ໄດ້ພໍໃຈໃນສິ່ງເຫລົ່ານັ້ນ” ເຖິງແມ່ນວ່າພວກເຂົາໄດ້ຖວາຍໂດຍອີງຕາມກົດບັນຍັດກໍຕາມ.9ຕໍ່ມາພຣະອົງໄດ້ກ່າວວ່າ, “ຂ້ານ້ອຍຢູ່ທີ່ນີ້, ຂ້ານ້ອຍໄດ້ມາເພື່ອເຮັດຕາມຄວາມປະສົງຂອງພຣະອົງ”. ພຣະອົງຍົກເລີກລະບົບທຳອິດເພື່ອຕັ້ງລະບົບທີສອງ.10ແລະ ໂດຍຄວາມປະສົງນີ້, ພວກເຮົາທັງຫລາຍຈຶ່ງໄດ້ຮັບການຊຳລະໃຫ້ບໍລິສຸດໂດຍການຖວາຍກາຍຂອງພຣະເຢຊູຄຣິດເຈົ້າເປັນເຄື່ອງບູຊາພຽງຄັ້ງດຽວເປັນການສິ້ນສຸດ.11ແຕ່ລະວັນປະໂລຫິດທຸກຄົນຢືນປະຕິບັດໜ້າທີ່ທາງສາສະໜາຂອງຕົນ, ທຸກຄັ້ງເພິ່ນກໍໄດ້ຖວາຍເຄື່ອງບູຊາແບບດຽວກັນ ເຊິ່ງບໍ່ສາມາດລຶບລ້າງບາບໃຫ້ໝົດສິ້ນໄປໄດ້ເລີຍ.12ແຕ່ເມື່ອປະໂລຫິດອົງນີ້ຖວາຍເຄື່ອງບູຊາລຶບລ້າງບາບຄັ້ງດຽວສຳລັບຕະຫລອດໄປແລ້ວ, ພຣະອົງກໍໄດ້ນັ່ງທີ່ເບື້ອງຂວາມືຂອງພຣະເຈົ້າ,13ແລະ ນັບແຕ່ນັ້ນມາພຣະອົງລໍຄອຍຈົນກວ່າສັດຕູທັງຫລາຍຂອງພຣະອົງຈະຖືກເຮັດໃຫ້ເປັນເຄື່ອງຮອງຕີນຂອງພຣະອົງ.14ເພາະໂດຍການຖວາຍບູຊາພຽງຄັ້ງດຽວພຣະອົງໄດ້ເຮັດໃຫ້ບັນດາຜູ້ທີ່ກຳລັງຮັບການຊຳລະໃຫ້ບໍລິສຸດນັ້ນເຖິງຄວາມສົມບູນຕະຫລອດໄປ.15ພຣະວິນຍານບໍລິສຸດເຈົ້າຍັງຢືນຢັນຂໍ້ນີ້ແກ່ພວກເຮົາເໝືອນກັນ. ພຣະອົງໄດ້ກ່າວເປັນປະການທຳອິດວ່າ:16ອົງພຣະຜູ້ເປັນເຈົ້າກ່າວວ່າ, “ນີ້ຄືພັນທະສັນຍາທີ່ເຮົາຈະເຮັດກັບພວກເຂົາຫລັງຈາກສະໄໝນັ້ນ.ເຮົາຈະໃສ່ກົດບັນຍັດຂອງເຮົາໄວ້ໃນຫົວໃຈຂອງພວກເຂົາ,ແລະ ເຮົາຈະຈາລຶກກົດບັນຍັດນັ້ນເທິງຈິດໃຈຂອງພວກເຂົາ”. 17ແລ້ວພຣະອົງກ່າວອີກວ່າ:“ຄວາມບາບ ແລະ ການອະທຳທັງຫລາຍຂອງພວກເຂົາເຮົາຈະບໍ່ຈົດຈຳອີກຕໍ່ໄປ”. 18ແລະ ເມື່ອອະໄພຄວາມບາບໃຫ້ແລ້ວ, ກໍບໍ່ຕ້ອງມີການຖວາຍເຄື່ອງບູຊາສຳລັບການໄຖ່ບາບອີກຕໍ່ໄປ.ຮຽກຮ້ອງໃຫ້ອົດທົນໃນຄວາມເຊື່ອ
19ເຫດສະນັ້ນ, ພີ່ນ້ອງທັງຫລາຍເອີຍ, ໃນເມື່ອພວກເຮົາໝັ້ນໃຈທີ່ຈະເຂົ້າສູ່ສະຖານທີ່ສັກສິດທີ່ສຸດໂດຍໂລຫິດຂອງພຣະເຢຊູເຈົ້າແລ້ວ,20ໂດຍຫົນທາງໃໝ່ອັນມີຊີວິດທີ່ເປີດໃຫ້ພວກເຮົາຜ່ານທາງຜ້າກັ້ງຄືກາຍຂອງພຣະອົງ,21ແລະ ໃນເມື່ອພວກເຮົາມີມະຫາປະໂລຫິດຍິ່ງໃຫຍ່ເໜືອຄົວເຮືອນຂອງພຣະເຈົ້າແລ້ວ,22ກໍໃຫ້ພວກເຮົາເຂົ້າໃກ້ພຣະເຈົ້າດ້ວຍໃຈຈິງ ແລະ ດ້ວຍຄວາມໝັ້ນໃຈຢ່າງເຕັມທີ່ໃນຄວາມເຊື່ອ ໂດຍທີ່ຈິດໃຈຂອງພວກເຮົາໄດ້ຮັບການຊິດໃສ່ເພື່ອຊຳລະພວກເຮົາໃຫ້ໝົດຈາກຈິດສຳນຶກທີ່ຟ້ອງວ່າຕົນຜິດ ແລະ ຮ່າງກາຍຂອງພວກເຮົາໄດ້ຮັບການຊຳລະລ້າງດ້ວຍນ້ຳບໍລິສຸດແລ້ວ.23ໃຫ້ພວກເຮົາຢຶດໝັ້ນຢ່າງບໍ່ຫວັ່ນໄຫວໃນຄວາມຫວັງທີ່ພວກເຮົາໄດ້ປະກາດຮັບໄວ້, ເພາະພຣະອົງຜູ້ສັນຍານັ້ນສັດຊື່.24ແລະ ໃຫ້ພວກເຮົາພິຈາລະນາເບິ່ງວ່າພວກເຮົາຈະປຸກໃຈກັນໃນເລື່ອງຄວາມຮັກ ແລະ ໃນການກະທຳດີໄດ້ຢ່າງໃດ,25ຢ່າໃຫ້ພວກເຮົາປະການປະຊຸມກັນເໝືອນດັ່ງບາງຄົນເຮັດເປັນປະຈຳ, ແຕ່ໃຫ້ພວກເຮົາໜູນໃຈກັນຫລາຍຂຶ້ນ ແລະ ເຮັດຢ່າງນັ້ນໃຫ້ຫລາຍຂຶ້ນອີກ ເພາະພວກເຈົ້າກໍເຫັນແລ້ວວ່າວັນນັ້ນໃກ້ເຂົ້າມາແລ້ວ.26ຫລັງຈາກທີ່ພວກເຮົາໄດ້ຮູ້ຄວາມຈິງແລ້ວ ຖ້າພວກເຮົາຍັງເຈດຕະນາເຮັດບາບຕໍ່ໄປກໍຈະບໍ່ເຫລືອເຄື່ອງບູຊາລຶບລ້າງບາບໃດໆ,27ແຕ່ມີພຽງແຕ່ລໍຖ້າດ້ວຍຄວາມຢ້ານກົວຕໍ່ການພິພາກສາ ແລະ ໄຟອັນຮ້ອນກ້າທີ່ຈະເຜົາຜານບັນດາສັດຕູຂອງພຣະເຈົ້າ.28ຄົນໃດທີ່ປະຕິເສດກົດບັນຍັດຂອງໂມເຊ ຖ້າມີພະຍານສອງ ຫລື ສາມຄົນກໍຈະຕ້ອງຕາຍໂດຍປາດສະຈາກຄວາມເມດຕາ.29ພວກເຈົ້າຄິດວ່າຜູ້ທີ່ຢຽບຢ່ຳພຣະບຸດຂອງພຣະເຈົ້າ, ຜູ້ທີ່ປະຕິບັດຕໍ່ໂລຫິດແຫ່ງພັນທະສັນຍາທີ່ຊຳລະພວກເຂົາໃຫ້ບໍລິສຸດນັ້ນເໝືອນບໍ່ແມ່ນສິ່ງສັກສິດ ແລະ ຜູ້ທີ່ດູຖູກພຣະວິນຍານແຫ່ງພຣະຄຸນສົມຄວນໄດ້ຮັບໂທດໜັກຫລາຍກວ່ານັ້ນຈັກເທົ່າໃດ?30ເພາະພວກເຮົາຮູ້ຈັກພຣະອົງຜູ້ກ່າວວ່າ, “ການແກ້ແຄ້ນເປັນໜ້າທີ່ຂອງເຮົາເອງ, ເຮົາເອງຈະຕອບແທນ” ແລະ ໄດ້ກ່າວອີກວ່າ, “ອົງພຣະຜູ້ເປັນເຈົ້າຈະພິພາກສາປະຊາຊົນຂອງພຣະອົງ”. 31ການຕົກຢູ່ໃນມືຂອງພຣະເຈົ້າຜູ້ມີຊີວິດຢູ່ນັ້ນກໍເປັນສິ່ງທີ່ໜ້າຢ້ານກົວຫລາຍ.32ຈົ່ງລະນຶກເຖິງວັນກ່ອນໜ້ານັ້ນຫລັງຈາກທີ່ພວກເຈົ້າໄດ້ຮັບຄວາມສະຫວ່າງ, ເມື່ອພວກເຈົ້າອົດທົນໃນຍາມທີ່ຖືກຕໍ່ຕ້ານຢ່າງໜັກທີ່ເຕັມໄປດ້ວຍຄວາມທຸກຍາກລໍາບາກ.33ບາງເທື່ອພວກເຈົ້າກໍຖືກດູຖູກ ແລະ ຖືກຂົ່ມເຫັງຕໍ່ໜ້າຄົນທັງຫລາຍ, ບາງເທື່ອພວກເຈົ້າກໍເຂົ້າຢືນຄຽງຂ້າງບັນດາຜູ້ທີ່ຖືກປະຕິບັດຢ່າງນັ້ນດ້ວຍ.34ພວກເຈົ້າທົນທຸກກັບບັນດາຜູ້ທີ່ຢູ່ໃນຄຸກ ແລະ ເມື່ອຖືກຢຶດຊັບສິນພວກເຈົ້າກໍຍອມຮັບດ້ວຍຄວາມຍິນດີ ເພາະພວກເຈົ້າຮູ້ວ່າພວກເຈົ້າເອງມີຊັບສິນທີ່ດີກວ່າ ແລະ ຍືນຍົງກວ່າ.35ດັ່ງນັ້ນ ຢ່າປະຖິ້ມຄວາມຫມັ້ນໃຈຂອງພວກເຈົ້າ, ສິ່ງນີ້ຈະນຳບຳເໜັດອັນຍິ່ງໃຫຍ່ມາ.36ພວກເຈົ້າທັງຫລາຍຈໍາເປັນຕ້ອງມີຄວາມອົດທົນເພື່ອວ່າເມື່ອພວກເຈົ້າໄດ້ເຮັດຕາມຄວາມປະສົງຂອງພຣະເຈົ້າແລ້ວ, ພວກເຈົ້າກໍຈະໄດ້ຮັບສິ່ງທີ່ພຣະອົງໄດ້ສັນຍາໄວ້37ເພາະວ່າ,“ໃນອີກບໍ່ດົນ,ພຣະອົງຜູ້ທີ່ກຳລັງມາກໍຈະມາເຖິງແລະ ຈະບໍ່ຊັກຊ້າ”. 38ແລະ,“ແຕ່ຄົນຊອບທຳຂອງເຮົາ ຈະດຳເນີນຊີວິດໂດຍຄວາມເຊື່ອ.ແລະ ເຮົາຈະບໍ່ພໍໃຈໃນຄົນທີ່ຫລົບຖອຍຫລັງ”. 39ສ່ວນພວກເຮົາບໍ່ໄດ້ຢູ່ຝ່າຍຄົນທີ່ຫລົບຖອຍຫລັງ ແລະ ຖືກທຳລາຍ, ແຕ່ຢູ່ຝ່າຍຄົນທີ່ມີຄວາມເຊື່ອ ແລະ ໄດ້ຮັບການຊ່ວຍໃຫ້ພົ້ນ.Biblica, Inc.