ເຮັບເຣີ13
ຄຳແນະນຳສຸດທ້າຍ
1ຈົ່ງສືບຕໍ່ຮັກເຊິ່ງກັນແລະກັນເໝືອນດັ່ງພີ່ນ້ອງ.2ຢ່າລືມທີ່ຈະຕ້ອນຮັບຄົນແປກໜ້າ, ເພາະໂດຍການເຮັດຢ່າງນັ້ນບາງຄົນໄດ້ຕ້ອນຮັບເທວະດາຢ່າງບໍ່ຮູ້ໂຕ.3ຈົ່ງສືບຕໍ່ລະນຶກເຖິງບັນດາຜູ້ທີ່ຖືກຂັງຄຸກຢູ່ເໝືອນກັບວ່າພວກເຈົ້າໄດ້ຖືກຂັງຄຸກຮ່ວມກັນກັບພວກເຂົາດ້ວຍ ແລະ ຈົ່ງລະນຶກເຖິງບັນດາຄົນທີ່ຖືກຂົ່ມເຫັງເໝືອນກັບວ່າພວກເຈົ້າເອງກຳລັງທຸກທໍລະມານຢູ່.4ຈົ່ງໃຫ້ການແຕ່ງງານເປັນທີ່ນັບຖືສຳລັບທຸກຄົນ ແລະ ຮັກສາຕຽງນອນສົມລົດໃຫ້ບໍລິສຸດ, ເພາະພຣະເຈົ້າຈະພິພາກສາລົງໂທດແກ່ຄົນຫລິ້ນຊູ້ ແລະ ທຸກຄົນທີ່ເຮັດຜິດສິນທຳທາງເພດ.5ຈົ່ງຮັກສາຊີວິດຂອງພວກເຈົ້າໃຫ້ເວັ້ນຈາກການຮັກເງິນ ແລະ ຈົ່ງພໍໃຈກັບສິ່ງທີ່ຕົນມີຢູ່, ເພາະວ່າພຣະເຈົ້າໄດ້ກ່າວໄວ້ວ່າ,“ເຮົາຈະບໍ່ໄປຈາກເຈົ້າ,ເຮົາຈະບໍ່ປະຖິ້ມເຈົ້າຈັກເທື່ອ”. 6ດັ່ງນັ້ນ ພວກເຮົາຈຶ່ງກ່າວໄດ້ຢ່າງໝັ້ນໃຈວ່າ,“ອົງພຣະຜູ້ເປັນເຈົ້າເປັນຜູ້ຊ່ວຍເຫລືອຂອງຂ້ານ້ອຍ, ຂ້ານ້ອຍຈະບໍ່ຢ້ານກົວ.ມະນຸດຈະເຮັດຫຍັງໃຫ້ຂ້ານ້ອຍໄດ້?” 7ຈົ່ງລະນຶກເຖິງບັນດາຜູ້ນຳຂອງພວກເຈົ້າ ຜູ້ທີ່ໄດ້ກ່າວພຣະຄຳຂອງພຣະເຈົ້າແກ່ພວກເຈົ້າ. ຈົ່ງພິຈາລະນາເບິ່ງຜົນຂອງວິຖີຊີວິດຂອງພວກເພິ່ນເຫລົ່ານັ້ນແລ້ວປະຕິບັດຕາມແບບຢ່າງຄວາມເຊື່ອຂອງພວກເພິ່ນ.8ພຣະເຢຊູຄຣິດເຈົ້າເປັນຢູ່ທັງໃນເວລາວານນີ້, ວັນນີ້ ແລະ ຕະຫລອດໄປ.9ຢ່າຫລົງໄປກັບບັນດາຄຳສອນແປກໆທຸກຊະນິດ. ເປັນການດີທີ່ຈະໃຫ້ຫົວໃຈຂອງພວກເຮົາເຂັ້ມແຂງຂຶ້ນດ້ວຍພຣະຄຸນ, ບໍ່ແມ່ນດ້ວຍການຮັບປະທານອາຫານຕາມພິທີການ ເຊິ່ງບໍ່ມີປະໂຫຍດຫຍັງແກ່ບັນດາຜູ້ທີ່ຮັບປະທານ.10ພວກເຮົາມີແທ່ນບູຊາທີ່ບັນດາຜູ້ປະຕິບັດໜ້າທີ່ໃນຫໍເຕັນຈະບໍ່ມີສິດຮັບປະທານອາຫານຈາກແທ່ນບູຊານັ້ນ.11ມະຫາປະໂລຫິດນຳເລືອດຂອງສັດຕ່າງໆເຂົ້າໄປໃນສະຖານທີ່ສັກສິດທີ່ສຸດເພື່ອເປັນເຄື່ອງບູຊາໄຖ່ບາບ, ແຕ່ຮ່າງກາຍຂອງສັດເຫລົ່ານັ້ນໄດ້ຖືກນຳໄປເຜົາຢູ່ນອກຄ້າຍ.12ແລະ ພຣະເຢຊູຄຣິດເຈົ້າກໍເໝືອນກັນ ພຣະອົງທົນທຸກຢູ່ນອກປະຕູເມືອງເພື່ອຊຳລະຄົນຂອງພຣະເຈົ້າໃຫ້ບໍລິສຸດດ້ວຍເລືອດຂອງພຣະອົງເອງ.13ດັ່ງນັ້ນ ໃຫ້ພວກເຮົາທັງຫລາຍອອກໄປຫາພຣະອົງທີ່ນອກຄ້າຍ, ແບກຮັບຄວາມອັບອາຍທີ່ພຣະອົງໄດ້ແບກໄວ້ນັ້ນ.14ເພາະຢູ່ທີ່ນີ້ພວກເຮົາບໍ່ມີບ້ານເມືອງອັນຖາວອນ, ແຕ່ພວກເຮົາກຳລັງສະແຫວງຫາບ້ານເມືອງທີ່ຈະມາເຖິງ.15ເຫດສະນັ້ນ ໃຫ້ພວກເຮົາຖວາຍການສັນລະເສີນເປັນເຄື່ອງບູຊາແກ່ພຣະເຈົ້າຜ່ານທາງພຣະເຢຊູຄຣິດເຈົ້າຕະຫລອດໄປ ຄືຖວາຍຜົນແຫ່ງຮີມສົບທີ່ກ່າວຍອມຮັບນາມຂອງພຣະອົງ.16ຢ່າລືມທີ່ຈະເຮັດຄວາມດີ ແລະ ແບ່ງປັນໃຫ້ແກ່ຜູ້ອື່ນ, ເພາະພຣະເຈົ້າພໍໃຈເຄື່ອງບູຊາຢ່າງນີ້.17ຈົ່ງເຊື່ອຟັງ ແລະ ຍອມຢູ່ໃຕ້ອຳນາດຂອງຜູ້ນຳຂອງພວກເຈົ້າ, ເພາະພວກເພິ່ນເຝົ້າເບິ່ງແຍງພວກເຈົ້າໃນຖານະຜູ້ທີ່ຈະຕ້ອງລາຍງານ. ຈົ່ງເຮັດຢ່າງນີ້ ເພື່ອວ່າພວກເພິ່ນຈະເຮັດໜ້າທີ່ຂອງຕົນດ້ວຍຄວາມຍິນດີ, ບໍ່ແມ່ນຈໍາໃຈ ເພາະຈະເປັນປະໂຫຍດແກ່ພວກເຈົ້າ.18ຈົ່ງອະທິຖານເພື່ອພວກເຮົາ. ພວກເຮົາແນ່ໃຈວ່າພວກເຮົາມີຈິດສຳນຶກອັນໃສສະອາດ ແລະ ປາຖະໜາທີ່ຈະດຳເນີນຊີວິດຢ່າງມີກຽດໃນທຸກດ້ານ.19ເຮົາຂໍຮ້ອງພວກເຈົ້າເປັນພິເສດໃຫ້ອະທິຖານຂໍໃຫ້ເຮົາໄດ້ກັບມາຫາພວກເຈົ້າໃນໄວໆນີ້.ຄຳອວຍພອນ ແລະ ຄຳລົງທ້າຍ
20ຂໍໃຫ້ພຣະເຈົ້າແຫ່ງສັນຕິສຸກ, ຜູ້ທີ່ຜ່ານໂລຫິດແຫ່ງພັນທະສັນຍານິລັນດອນໄດ້ນໍາເອົາພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາເປັນຄືນມາຈາກຕາຍ, ຜູ້ເປັນພຣະຜູ້ລ້ຽງອົງຍິ່ງໃຫຍ່ຂອງຝູງແກະນັ້ນ.21ໃຫ້ພວກເຈົ້າທັງຫລາຍມີທຸກສິ່ງທີ່ດີເພື່ອຈະເຮັດຕາມຄວາມປະສົງຂອງພຣະອົງ ແລະ ຂໍພຣະອົງທຳງານໃນພວກເຮົາທັງຫລາຍຕາມທີ່ພຣະອົງພໍໃຈ ໂດຍທາງພຣະເຢຊູຄຣິດເຈົ້າ, ຂໍໃຫ້ກຽດຈົ່ງມີແກ່ພຣະອົງຕະຫລອດໄປເປັນນິດ. ອາແມນ.22ພີ່ນ້ອງທັງຫລາຍເອີຍ, ເຮົາຂໍຮ້ອງພວກເຈົ້າໃຫ້ອົດທົນຟັງຄຳເຕືອນສະຕິຂອງເຮົາ ເພາະເຮົາໄດ້ຂຽນເຖິງພວກເຈົ້າພຽງແຕ່ສັ້ນໆ.23ເຮົາຂໍໃຫ້ພວກເຈົ້າຮູ້ວ່າຕີໂມທຽວພີ່ນ້ອງຂອງພວກເຮົາໄດ້ຮັບການປ່ອຍໂຕແລ້ວ. ຖ້າລາວມາຮອດໄວ, ເຮົາຈະມາຫາພວກເຈົ້າພ້ອມກັບລາວ.24ເຮົາຂໍຝາກຄວາມຄິດເຖິງມາຍັງບັນດາຜູ້ນຳຂອງພວກເຈົ້າ ແລະ ຄົນຂອງພຣະເຈົ້າ.ບັນດາພີ່ນ້ອງທີ່ມາຈາກອີຕາລີກໍຝາກຄວາມຄິດເຖິງມາຍັງພວກເຈົ້າທັງຫລາຍ.25ຂໍໃຫ້ພຣະຄຸນຈົ່ງສະຖິດຢູ່ກັບພວກເຈົ້າທຸກຄົນ.
Biblica, Inc.