ເຮັບເຣີ12
1ເຫດສະນັ້ນ ໃນເມື່ອພວກເຮົາມີພະຍານຈໍານວນຫລວງຫລາຍຢູ່ອ້ອມຂ້າງຢ່າງນີ້ແລ້ວ ກໍໃຫ້ພວກເຮົາຖິ້ມທຸກຢ່າງທີ່ຖ່ວງຢູ່ ແລະ ບາບທີ່ຕິດແໜ້ນໂດຍງ່າຍ. ໃຫ້ພວກເຮົາແລ່ນດ້ວຍຄວາມອົດທົນໃນການແຂ່ງຂັນທີ່ກຳນົດໄວ້ສຳລັບພວກເຮົາ,2ໃຫ້ພວກເຮົາປັກຕາເບິ່ງທີ່ພຣະເຢຊູເຈົ້າ, ພຣະອົງເປັນຜູ້ບຸກເບີກຄວາມເຊື່ອ ແລະ ເປັນຜູ້ເຮັດໃຫ້ຄວາມເຊື່ອສົມບູນ. ເພາະເຫັນແກ່ຄວາມຍິນດີທີ່ຕັ້ງໄວ້ຢູ່ຕໍ່ໜ້າພຣະອົງ ພຣະອົງຈຶ່ງໄດ້ອົດທົນຕໍ່ໄມ້ກາງແຂນ ແລະ ບໍ່ໃສ່ໃຈໃນຄວາມອັບອາຍຂອງໄມ້ກາງແຂນ ແລະ ໄດ້ນັ່ງລົງທີ່ເບື້ອງຂວາຂອງບັນລັງຂອງພຣະເຈົ້າ.3ຈົ່ງພິຈາລະນາເຖິງພຣະອົງຜູ້ໄດ້ອົດທົນຕໍ່ການຕໍ່ຕ້ານຢ່າງນັ້ນຈາກຄົນບາບທັງຫລາຍ, ເພື່ອວ່າພວກເຈົ້າຈະໄດ້ບໍ່ອິດເມື່ອຍ ແລະ ທໍ້ຖອຍໃຈ.
ພຣະເຈົ້າຕີສອນລູກຂອງພຣະອົງ
4ໃນການຕໍ່ສູ້ກັບຄວາມບາບນັ້ນ, ພວກເຈົ້າຍັງບໍ່ໄດ້ຕໍ່ສູ້ຈົນເຖິງຂັ້ນເລືອດຕົກ.5ແລະ ພວກເຈົ້າໄດ້ລືມຖ້ອຍຄຳແຫ່ງການໃຫ້ກຳລັງໃຈທີ່ເວົ້າກັບພວກເຈົ້າໃນຖານະພໍ່ເວົ້າກັບລູກຂອງຕົນແລ້ວບໍ? ທີ່ກ່າວວ່າ,“ລູກຂອງເຮົາເອີຍ, ຢ່າລະເລີຍຕໍ່ການຕີສອນຂອງອົງພຣະຜູ້ເປັນເຈົ້າ,ແລະ ຢ່າທໍ້ຖອຍໃຈເມື່ອພຣະອົງຕຳໜິເຈົ້າ,6ເພາະວ່າອົງພຣະຜູ້ເປັນເຈົ້າຕີສອນຜູ້ທີ່ພຣະອົງຮັກ,ແລະ ພຣະອົງລົງໂທດທຸກຄົນທີ່ພຣະອົງຮັບເປັນລູກ” 7ຈົ່ງອົດທົນຕໍ່ຄວາມລຳບາກໂດຍຖືວ່າເປັນການຕີສອນ. ພຣະເຈົ້າປະຕິບັດຕໍ່ພວກເຈົ້າໃນຖານະເປັນລູກຂອງພຣະອົງ. ເພາະມີລູກຄົນໃດທີ່ພໍ່ບໍ່ເຄີຍຕີສອນ?8ຖ້າພວກເຈົ້າບໍ່ຖືກຕີສອນ ແລະ ທຸກຄົນໄດ້ຮັບການຕີສອນນັ້ນ ພວກເຈົ້າກໍເປັນລູກນອກກົດໝາຍ ແລະ ບໍ່ແມ່ນລູກແທ້.9ຫລາຍກວ່ານັ້ນ, ພວກເຮົາທັງຫລາຍມີພໍ່ທີ່ເປັນມະນຸດ ຜູ້ຕີສອນພວກເຮົາ ແລະ ພວກເຮົາກໍຍັງນັບຖືເພິ່ນທີ່ເຮັດຢ່າງນັ້ນ. ຫລາຍກວ່ານັ້ນຈັກເທົ່າໃດນໍທີ່ພວກເຮົາຄວນຢູ່ໃນໂອວາດຂອງພຣະບິດາແຫ່ງຈິດວິນຍານທັງຫລາຍ ແລະ ມີຊີວິດຢູ່!10ພໍ່ຂອງພວກເຮົາຕີສອນພວກເຮົາໃນຂະນະໜຶ່ງຕາມທີ່ພວກເພິ່ນຄິດເຫັນວ່າດີທີ່ສຸດ. ແຕ່ພຣະເຈົ້າຕີສອນພວກເຮົາເພື່ອຜົນປະໂຫຍດຂອງພວກເຮົາ ເພື່ອພວກເຮົາຈະໄດ້ມີສ່ວນໃນຄວາມບໍລິສຸດຂອງພຣະອົງ.11ໃນເວລາທີ່ມີການຕີສອນນັ້ນບໍ່ເປັນໜ້າຊື່ນໃຈເລີຍ, ມີແຕ່ຄວາມເຈັບປວດ. ແຕ່ເຖິງຢ່າງໃດກໍຕາມ, ພາຍຫລັງມາຈະເກີດຜົນເປັນຄວາມຊອບທຳ ແລະ ສັນຕິສຸກແກ່ບັນດາຜູ້ທີ່ໄດ້ຮັບການຝຶກຝົນດ້ວຍການຕີສອນນັ້ນ.12ເຫດສະນັ້ນ, ຈົ່ງເຮັດໃຫ້ແຂນທີ່ອ່ອນແຮງ ແລະ ຫົວເຂົ່າທີ່ອ່ອນກຳລັງນັ້ນເຂັ້ມແຂງຂຶ້ນ.13“ຈົ່ງເຮັດທາງໃຫ້ຮາບພຽງສຳລັບຕີນຂອງເຈົ້າ” ເພື່ອວ່າຄົນຂາເປັ້ຍນັ້ນຈະບໍ່ພິການ, ແຕ່ຈະຫາຍດີເປັນປົກກະຕິ.ຄຳຕັກເຕືອນ ແລະ ຄຳໜູນໃຈ
14ຈົ່ງພະຍາຍາມທີ່ຈະຢູ່ຢ່າງສະຫງົບສຸກຮ່ວມກັບທຸກຄົນ ແລະ ເປັນຜູ້ບໍລິສຸດ, ເພາະຖ້າປາດສະຈາກຄວາມບໍລິສຸດແລ້ວກໍບໍ່ມີຜູ້ໃດຈະໄດ້ເຫັນອົງພຣະຜູ້ເປັນເຈົ້າ.15ຈົ່ງລະວັງຢ່າໃຫ້ຜູ້ໃດຕົກຈາກພຣະຄຸນຂອງພຣະເຈົ້າ ແລະ ຢ່າໃຫ້ມີຮາກຂົມຂື່ນງອກຂຶ້ນເພື່ອສ້າງຄວາມເດືອດຮ້ອນ ແລະ ເຮັດໃຫ້ຫລາຍຄົນເປັນມົນທິນ.16ຈົ່ງລະວັງຢ່າໃຫ້ຜູ້ໃດເຮັດຜິດສິນທຳທາງເພດ, ຫລື ບໍ່ຢູ່ໃນທາງຂອງພຣະເຈົ້າເໝືອນດັ່ງເອຊາວຜູ້ຂາຍສິດທິອ້າຍກົກໃນການຮັບມໍລະດົກເພື່ອແລກກັບອາຫານພຽງແຕ່ຄາບດຽວ.17ພວກເຈົ້າກໍຮູ້ຢູ່ວ່າພາຍຫລັງມາ, ເມື່ອເອຊາວຕ້ອງການຈະຮັບພອນນີ້ເປັນມໍລະດົກ, ລາວກໍຖືກປະຕິເສດ. ເຖິງແມ່ນວ່າລາວຈະສະແຫວງຫາພອນນັ້ນດ້ວຍນ້ຳຕາ, ລາວກໍບໍ່ສາມາດແກ້ໄຂສິ່ງທີ່ລາວໄດ້ກະທຳນັ້ນໄດ້.ພູເຂົາແຫ່ງຄວາມຢ້ານກົວ ແລະ ພູເຂົາແຫ່ງຄວາມສຸກ
18ພວກເຈົ້າທັງຫລາຍບໍ່ໄດ້ມາຍັງພູເຂົາທີ່ສາມາດຈັບຕ້ອງໄດ້ ແລະ ທີ່ລຸກໄໝ້ຢູ່ດ້ວຍໄຟ, ບໍ່ໄດ້ມາຍັງຄວາມມືດ, ຄວາມມືດມົວ ແລະ ລົມພະຍຸ19ບໍ່ໄດ້ມາຍັງສຽງແກທີ່ດັງສະໜັ່ນ ຫລື ສຽງທີ່ກ່າວຖ້ອຍຄຳ ເຊິ່ງບັນດາຜູ້ທີ່ໄດ້ຍິນແລ້ວຮ້ອງຂໍບໍ່ໃຫ້ກ່າວຄຳໃດກັບພວກເຂົາອີກ,20ເພາະວ່າພວກເຂົາບໍ່ສາມາດທົນກັບຂໍ້ຄຳສັ່ງທີ່ວ່າ: “ແມ່ນແຕ່ສັດທີ່ແຕະຕ້ອງພູເຂົານັ້ນກໍຈະຕ້ອງຖືກກ້ອນຫີນແກວ່ງໃສ່ຈົນຕາຍ”. 21ສິ່ງທີ່ເຫັນນັ້ນໜ້າຢ້ານກົວຫລາຍຈົນໂມເຊກ່າວວ່າ, “ຂ້ານ້ອຍຢ້ານຈົນໂຕສັ່ນ”. 22ແຕ່ພວກເຈົ້າໄດ້ມາເຖິງພູເຂົາຊີໂອນ, ມາເຖິງນະຄອນຂອງພຣະເຈົ້າຜູ້ມີຊີວິດຢູ່, ຄືນະຄອນເຢຣູຊາເລັມແຫ່ງສະຫວັນ. ພວກເຈົ້າໄດ້ມາເຖິງບ່ອນທີ່ເທວະດາເປັນຈໍານວນພັນໆໄດ້ຊຸມນຸມກັນຢ່າງຊື່ນຊົມຍິນດີ,23ມາສູ່ຄຣິສຕະຈັກຂອງບັນດາລູກກົກຜູ້ທີ່ມີຊື່ບັນທຶກໄວ້ໃນສະຫວັນ. ພວກເຈົ້າໄດ້ມາເຖິງພຣະເຈົ້າຜູ້ພິພາກສາມະນຸດທຸກຄົນ, ມາຍັງຈິດວິນຍານຂອງຜູ້ຊອບທຳທີ່ເຮັດໃຫ້ສົມບູນແລ້ວ,24ມາເຖິງພຣະເຢຊູເຈົ້າຜູ້ເປັນຜູ້ກາງແຫ່ງພັນທະສັນຍາໃໝ່ ແລະ ມາເຖິງການຊິດເລືອດ ເຊິ່ງກ່າວເຖິງສິ່ງທີ່ດີກວ່າເລືອດຂອງອາເບັນ.25ຈົ່ງລະວັງຢ່າປະຕິເສດພຣະອົງຜູ້ກ່າວຢູ່ນັ້ນ. ຖ້າພວກເຂົາຍັງໜີບໍ່ພົ້ນເມື່ອປະຕິເສດພຣະອົງຜູ້ກ່າວເຕືອນພວກເຂົາໃນໂລກນີ້, ພວກເຮົາຍິ່ງຈະໜີບໍ່ພົ້ນຖ້າພວກເຮົາຫັນໜີຈາກພຣະອົງຜູ້ເຕືອນພວກເຮົາຈາກສະຫວັນ?26ເວລານັ້ນສຽງຂອງພຣະອົງຈະເຮັດໃຫ້ໂລກສັ່ນສະເທືອນ, ແຕ່ບັດນີ້ພຣະອົງໄດ້ສັນຍາໄວ້ວ່າ, “ອີກຄັ້ງໜຶ່ງ ເຮົາບໍ່ພຽງແຕ່ຈະສັ່ນສະເທືອນໂລກນີ້ເທົ່ານັ້ນແຕ່ຈະສັ່ນສະເທືອນຟ້າສະຫວັນເໝືອນກັນ”. 27ຄຳວ່າ “ອີກຄັ້ງໜຶ່ງ” ບົ່ງບອກວ່າສິ່ງທີ່ສາມາດສັ່ນສະເທືອນໄດ້ຄືສິ່ງທີ່ສ້າງຂຶ້ນນັ້ນຈະຖືກກຳຈັດຖິ້ມ ເພື່ອໃຫ້ເຫລືອຢູ່ແຕ່ສິ່ງທີ່ບໍ່ສາມາດສັ່ນສະເທືອນ.28ເຫດສະນັ້ນ, ໃນເມື່ອພວກເຮົາກຳລັງໄດ້ຮັບອານາຈັກທີ່ບໍ່ສາມາດສັ່ນສະເທືອນໄດ້, ກໍໃຫ້ພວກເຮົາໂມທະນາຂອບພຣະຄຸນ ແລະ ນະມັດສະການພຣະເຈົ້າຕາມທີ່ສົມຄວນດ້ວຍຄວາມເຄົາລົບ ແລະ ຢຳເກງ,29ເພາະວ່າ “ພຣະເຈົ້າຂອງພວກເຮົາເປັນໄຟທີ່ເຜົາໄໝ້”.Biblica, Inc.