ປະຖົມມະການ34
ດີນາກັບຊາວຊີເຄມ
1ບັດນີ້ ນາງດີນາລູກສາວຂອງນາງເລອາທີ່ເກີດໃຫ້ແກ່ຢາໂຄບ ໄດ້ອອກໄປຢ້ຽມຢາມບັນດາແມ່ຍິງໃນດິນແດນນັ້ນ.2ເມື່ອຊີເຄມລູກຊາຍຂອງຮາໂມຊາວຮີວີ ເຊິ່ງເປັນຜູ້ປົກຄອງຂອງເຂດນັ້ນ ໄດ້ເຫັນນາງ, ລາວໄດ້ຈັບນາງໄປ ແລະ ໄດ້ຂົ່ມຂືນນາງ.3ໃຈຂອງລາວກໍຜູກພັນກັບດີນາລູກສາວຂອງຢາໂຄບ; ລາວຮັກຍິງໜຸ່ມນັ້ນ ແລະ ເວົ້າອ່ອນຫວານຕໍ່ນາງ.4ແລະ ຊີເຄມກໍໄດ້ເວົ້າຕໍ່ຮາໂມພໍ່ຂອງລາວວ່າ, “ຂໍໃຫ້ພໍ່ໄປເອົາຍິງສາວຄົນນີ້ມາເປັນເມຍລູກ”.5ເມື່ອຢາໂຄບໄດ້ຍິນວ່ານາງດີນາລູກສາວຂອງຕົນເປັນມົນທິນແລ້ວ, ບັນດາລູກຊາຍຂອງລາວກໍຍັງຢູ່ທີ່ທົ່ງນາກັບຝູງສັດລ້ຽງຂອງຕົນຢູ່; ດັ່ງນັ້ນ ຢາໂຄບຈຶ່ງບໍ່ໄດ້ເຮັດສິ່ງໃດກ່ຽວກັບເລື່ອງນີ້ຈົນກວ່າບັນດາລູກຊາຍກັບມາເຮືອນ.6ຫລັງຈາກນັ້ນ ຮາໂມພໍ່ຂອງຊີເຄມກໍໄດ້ອອກໄປເວົ້າກັບຢາໂຄບ.7ໃນຂະນະດຽວກັນນັ້ນ ບັນດາລູກຊາຍຂອງຢາໂຄບກໍໄດ້ກັບມາຈາກທົ່ງນາ ທັນທີທີ່ພວກເຂົາໄດ້ຍິນສິ່ງທີ່ໄດ້ເກີດຂຶ້ນນັ້ນ, ພວກເຂົາກໍໄດ້ຕື່ນຕົກໃຈ ແລະ ໃຈຮ້າຍແຮງ, ເພາະຊີເຄມໄດ້ເຮັດສິ່ງຝ່າຝືນຂຶ້ນໃນ ອິດສະຣາເອນ ໂດຍຮ່ວມຫລັບນອນກັບລູກສາວຂອງຢາໂຄບ ເຊິ່ງເປັນສິ່ງທີ່ບໍ່ຄວນເຮັດ.8ແຕ່ຮາໂມໄດ້ເວົ້າກັບພວກເຂົາວ່າ, “ຊີເຄມລູກຊາຍຂອງຂ້ອຍປັກໃຈຢູ່ກັບລູກສາວຂອງເຈົ້າ. ກະລຸນາມອບນາງໃຫ້ເປັນເມຍຂອງລາວສາ.9ໃຫ້ພວກເຮົາມາແຕ່ງງານກັນ; ເອົາບັນດາລູກສາວຂອງພວກເຈົ້າໃຫ້ພວກເຮົາ ແລະ ເອົາບັນດາລູກສາວຂອງພວກເຮົາໄປໃຫ້ພວກເຈົ້າ.10ພວກເຈົ້າສາມາດຕັ້ງຖິ່ນຖານຢູ່ທ່າມກາງພວກເຮົາ; ດິນແດນນີ້ເປີດໄວ້ສຳລັບພວກເຈົ້າແລ້ວ. ເຊີນອາໄສຢູ່ໃນດິນແດນນີ້, ເຮັດຄ້າຂາຍໃນດິນແດນນີ້ກໍໄດ້ ແລະ ເຂົ້າຄອບຄອງທີ່ດິນໃນດິນແດນນີ້ກໍໄດ້”.11ແລ້ວຊີເຄມຈຶ່ງເວົ້າກັບພໍ່ ແລະ ບັນດາອ້າຍຂອງດີນາວ່າ, “ຂໍໃຫ້ພວກທ່ານກະລຸນາຂ້ານ້ອຍດ້ວຍ, ແລ້ວຂ້ານ້ອຍຈະໃຫ້ທຸກຢ່າງຕາມທີ່ພວກທ່ານຂໍມາ.12ເຊີນເອີ້ນເອົາຄ່າດອງຂອງເຈົ້າສາວ ແລະ ຂອງຂັວນທີ່ຂ້ານ້ອຍຕ້ອງນຳມາຫລາຍເທົ່າໃດກໍໄດ້ຕາມທີ່ພວກທ່ານມັກ ແລະ ຂ້ານ້ອຍຈະຈ່າຍຕາມທີ່ພວກທ່ານຂໍມາ. ຂໍແຕ່ພຽງຍົກຍິງສາວໃຫ້ເປັນເມຍຂອງຂ້ານ້ອຍ”.13ເພາະນາງດີນານ້ອງສາວຂອງພວກເຂົາເປັນມົນທິນແລ້ວ, ບັນດາລູກຊາຍຂອງຢາໂຄບຈຶ່ງໄດ້ຕອບຢ່າງຫລອກລວງຂະນະທີ່ພວກເຂົາໂອ້ລົມກັບຊີເຄມ ແລະ ຮາໂມພໍ່ຂອງນາງ.14ພວກເຂົາໄດ້ເວົ້າຕໍ່ຄົນເຫລົ່ານັ້ນວ່າ, “ພວກເຮົາເຮັດເຊັ່ນນັ້ນບໍ່ໄດ້; ພວກເຮົາບໍ່ສາມາດຍົກນ້ອງສາວຂອງພວກເຮົາໃຫ້ແກ່ຊາຍທີ່ຍັງບໍ່ໄດ້ຮັບພິທີຕັດ. ເພາະຈະຖືວ່າເປັນເລື່ອງອັບອາຍແກ່ພວກເຮົາ.15ພວກເຮົາຈະເຮັດຕາມຂໍ້ຕົກລົງກັບພວກເຈົ້າກໍໃນເງື່ອນໄຂດຽວເທົ່ານັ້ນຄື: ພວກເຈົ້າຈະຕ້ອງເປັນເໝືອນພວກເຮົາໂດຍໃຫ້ຜູ້ຊາຍທຸກຄົນໃນພວກເຈົ້າຮັບພິທີຕັດ.16ແລ້ວພວກເຮົາຈຶ່ງຈະຍົກບັນດາລູກສາວຂອງພວກເຮົາໃຫ້ພວກເຈົ້າ ແລະ ພວກເຮົາຈະຮັບບັນດາລູກສາວຂອງພວກເຈົ້າມາເປັນຂອງພວກເຮົາເອງ. ພວກເຮົາຈະຕັ້ງຖິ່ນຖານຢູ່ທ່າມກາງພວກເຈົ້າ ແລະ ເປັນປະຊາຊົນກຸ່ມດຽວກັນກັບພວກເຈົ້າ.17ແຕ່ຖ້າພວກເຈົ້າບໍ່ຕົກລົງທີ່ຈະຮັບພິທີຕັດ, ພວກເຮົາຈະເອົານ້ອງສາວ ຂອງພວກເຮົາແລ້ວກໍໄປ”.18ຮາໂມກັບຊີເຄມເຫັນວ່າຂໍ້ສະເໜີຂອງພວກເຂົາດີ.19ຊາຍໜຸ່ມຜູ້ໄດ້ຮັບການນັບຖືຫລາຍທີ່ສຸດໃນຄອບຄົວຂອງພໍ່ລາວ ກໍບໍ່ໄດ້ເສຍເວລາໃນການເຮັດສິ່ງທີ່ພວກເຂົາໄດ້ກ່າວໄວ້, ເພາະລາວພໍໃຈກັບລູກສາວຂອງຢາໂຄບຫລາຍ.20ດັ່ງນັ້ນ ຮາໂມ ແລະ ຊີເຄມລູກຊາຍຂອງລາວຈຶ່ງໄປທີ່ປະຕູເມືອງຂອງພວກເຂົາເພື່ອເວົ້າກັບຄົນໃນເມືອງພວກເຂົາ.21ພວກເຂົາໄດ້ເວົ້າວ່າ, “ຄົນເຫລົ່ານີ້ເປັນມິດຕໍ່ພວກເຮົາ. ໃຫ້ພວກເຂົາມາອາໄສຢູ່ໃນດິນແດນຂອງພວກເຮົາ ແລະ ຄ້າຂາຍໃນດິນແດນນີ້; ແຜ່ນດິນນີ້ມີບ່ອນກວ້າງພຽງພໍສຳລັບພວກເຂົາ. ພວກເຮົາສາມາດແຕ່ງງານກັບບັນດາລູກສາວຂອງພວກເຂົາ ແລະ ພວກເຂົາກໍສາມາດແຕ່ງງານກັບບັນດາລູກສາວຂອງພວກເຮົາໄດ້.22ແຕ່ມີເງື່ອນໄຂດຽວທີ່ພວກເຂົາຈະຍອມມາຢູ່ເປັນຄົນກຸ່ມດຽວກັນກັບພວກເຮົາກໍຄື ໃຫ້ບັນດາຜູ້ຊາຍຂອງພວກເຮົາທຸກຄົນຮັບພິທີຕັດເໝືອນດັ່ງທີ່ພວກເຂົາເອງທີ່ຮັບພິທີຕັດ.23ແລ້ວສັດລ້ຽງ, ຊັບສົມບັດ ແລະ ສັດອື່ນໆທັງໝົດຂອງພວກເຂົາກໍຈະກາຍເປັນຂອງພວກເຮົາບໍ່ແມ່ນບໍ? ດັ່ງນັ້ນ ໃຫ້ພວກເຮົາຕົກລົງຕາມເງື່ອນໄຂຂອງພວກເຂົາ, ແລ້ວພວກເຂົາຈຶ່ງຈະມາຕັ້ງຖິ່ນຖານຢູ່ທ່າມກາງພວກເຮົາ”.24ຊາຍທຸກຄົນທີ່ອອກໄປຈາກປະຕູເມືອງກໍເຫັນພ້ອມກັບຮາໂມ ແລະ ຊີເຄມລູກຊາຍຂອງລາວ, ແລ້ວຊາຍທຸກຄົນໃນເມືອງກໍໄດ້ຮັບພິທີຕັດ.25ສາມມື້ຕໍ່ມາ, ຂະນະທີ່ພວກເຂົາທຸກຄົນຍັງເຈັບປວດຢູ່ນັ້ນ, ລູກຊາຍສອງຄົນຂອງຢາໂຄບຄື: ຊີເມໂອນ ແລະ ເລວີ ເຊິ່ງເປັນອ້າຍຂອງນາງດີນາ ກໍໄດ້ຈັບເອົາດາບຂອງຕົນແລ້ວເຂົ້າໄປໂຈມຕີເມືອງທີ່ບໍ່ທັນໄດ້ລະວັງຕົວ ດ້ວຍການຂ້າຜູ້ຊາຍທຸກຄົນ.26ພວກເຂົາໄດ້ຂ້າຮາໂມ ແລະ ຊີເຄມລູກຊາຍຂອງລາວດ້ວຍດາບແລ້ວເອົານາງດີນາອອກມາຈາກເຮືອນຂອງຊີເຄມແລ້ວໜີໄປ.27ບັນດາລູກຊາຍຂອງຢາໂຄບຂ້າມສົບຄົນຕາຍເຫລົ່ານັ້ນເຂົ້າມາ ແລະ ປຸ້ນເມືອງບ່ອນທີ່ ນ້ອງສາວຂອງພວກເຂົາໄດ້ຖືກເຮັດໃຫ້ເປັນມົນທິນນັ້ນ.28ພວກເຂົາໄດ້ຢຶດເອົາຝູງແບ້, ຝູງແກະ, ຝູງງົວ, ຝູງລໍ ແລະ ສິ່ງຂອງອື່ນໆທຸກສິ່ງທີ່ເປັນຂອງຄົນເຫລົ່ານັ້ນທີ່ຢູ່ໃນເມືອງ ແລະ ຢູ່ທົ່ງນານອກເມືອງ.29ພວກເຂົາໄດ້ກວາດເອົາຊັບສົມບັດທັງໝົດຂອງຄົນເຫລົ່ານັ້ນ ແລະ ກວາດເອົາບັນດາແມ່ຍິງ ແລະ ເດັກນ້ອຍຂອງຄົນເຫລົ່ານັ້ນ, ເອົາທຸກສິ່ງທີ່ຢູ່ໃນເຮືອນເໝືອນກັບນັກປຸ້ນ.30ແລ້ວຢາໂຄບຈຶ່ງໄດ້ເວົ້າກັບຊີເມໂອນ ແລະ ເລວີວ່າ, “ພວກເຈົ້າໄດ້ນຳເອົາຄວາມເດືອດຮ້ອນມາໃສ່ພໍ່ໂດຍເຮັດໃຫ້ພໍ່ເປັນທີ່ໜ້າລັງກຽດຕໍ່ຊາວການາອານ ແລະ ຊາວເປຣິຊີ, ປະຊາຊົນທີ່ອາໄສຢູ່ໃນດິນແດນນີ້. ພວກເຮົາມີຈຳນວນພຽງໜ້ອຍດຽວ ແລະ ຖ້າພວກເຂົາຮວມກຳລັງມາຕໍ່ສູ້ພໍ່ ແລະ ໂຈມຕີພໍ່, ພໍ່ກັບຄົວເຮືອນຂອງພໍ່ກໍຈະຖືກທຳລາຍ”.31ແຕ່ພວກເຂົາໄດ້ຕອບວ່າ, “ຄວນບໍທີ່ລາວມາເຮັດກັບນ້ອງສາວຂອງພວກເຮົາຄືກັບຍິງໂສເພນີ?”Biblica, Inc.