ປະຖົມມະການ33
ຢາໂຄບພົບເອຊາວ
1ຢາໂຄບໄດ້ເງີຍໜ້າຂຶ້ນ ແລະ ເຫັນເອຊາວ ເຊິ່ງກຳລັງມາພ້ອມກັບຄົນຂອງຕົນສີ່ຮ້ອຍຄົນ; ດັ່ງນັ້ນ ລາວຈຶ່ງໄດ້ແບ່ງບັນດາລູກຂອງນາງເລອາ, ນາງຣາເຊັນ ແລະ ຄົນຮັບໃຊ້ຍິງທັງສອງ.2ລາວໄດ້ໃຫ້ຄົນຮັບໃຊ້ຍິງທັງສອງ ແລະ ບັນດາລູກຂອງພວກເຂົາຢູ່ທາງໜ້າ, ຕໍ່ມາແມ່ນນາງເລອາກັບບັນດາລູກຂອງນາງ ແລະ ນາງຣາເຊັນກັບໂຢເຊັບຢູ່ທ້າຍສຸດ.3ສ່ວນລາວເອງໄດ້ຍ່າງອອກໜ້າໄປ ແລະ ຂະນະທີ່ລາວເຂົ້າໄປໃກ້ອ້າຍຂອງລາວນັ້ນ ລາວກໍໄດ້ກົ້ມລົງຄຳນັບຈົນເຖິງພື້ນເຈັດຄັ້ງ.4ແຕ່ເອຊາວໄດ້ແລ່ນເຂົ້າມາຫາຢາໂຄບ ແລະ ໄດ້ກອດລາວ; ເອຊາວອ້າແຂນໂອບກອດຄໍຂອງລາວໄວ້ ແລະ ໄດ້ຈູບລາວ. ແລ້ວພວກເຂົາຕ່າງກໍຮ້ອງໄຫ້.5ຫລັງຈາກນັ້ນ ເອຊາວກໍໄດ້ເງີຍໜ້າຂຶ້ນ ແລະ ໄດ້ເຫັນບັນດາແມ່ຍິງ ແລະ ບັນດາເດັກນ້ອຍ. ເອຊາວຈຶ່ງໄດ້ຖາມວ່າ, “ຄົນເຫລົ່ານີ້ທີ່ຢູ່ກັບເຈົ້າແມ່ນຜູ້ໃດ?”ຢາໂຄບໄດ້ຕອບວ່າ, “ພວກເຂົາເປັນລູກທີ່ພຣະເຈົ້າໄດ້ເມດຕາມອບໃຫ້ຜູ້ຮັບໃຊ້ຂອງທ່ານ”.6ຫລັງຈາກນັ້ນ ຄົນຮັບໃຊ້ຍິງທັງສອງ ແລະ ບັນດາລູກຂອງພວກເຂົາກໍໄດ້ຫຍັບເຂົ້າມາໃກ້ແລ້ວກໍໄດ້ກົ້ມລົງຄຳນັບ.7ຕໍ່ມາ ເລອາ ແລະ ບັນດາລູກຂອງລາວກໍໄດ້ເຂົ້າມາ ແລະ ໄດ້ກົ້ມລົງຄຳນັບ. ທ້າຍສຸດແມ່ນໂຢເຊັບ ແລະ ນາງຣາເຊັນກໍໄດ້ເຂົ້າມາ ແລະ ພວກເຂົາກໍກົ້ມລົງຄຳນັບເໝືອນກັນ.8ເອຊາວໄດ້ຖາມວ່າ, “ຝູງແບ້, ຝູງແກະ ແລະ ຝູງງົວທັງໝົດທີ່ເຮົາພົບນີ້ໝາຍຄວາມວ່າຢ່າງໃດ?”
ຢາໂຄບໄດ້ຕອບວ່າ, “ກໍເພື່ອຂໍຄວາມກະລຸນາຈາກທ່ານ, ນາຍຂອງຂ້ານ້ອຍເອີຍ”.9ແຕ່ເອຊາວໄດ້ກ່າວວ່າ, “ນ້ອງເອີຍ, ເຮົາມີພຽງພໍຢູ່ແລ້ວ. ຈົ່ງເກັບສິ່ງທີ່ນ້ອງມີໄວ້ສຳລັບເຈົ້າເອງສາ”.10ຢາໂຄບໄດ້ກ່າວວ່າ, “ຢ່າປະຕິເສດເລີຍ ຂໍກະລຸນາຮັບເອົາສາ!, ຖ້າທ່ານຈະກະລຸນາຂ້ານ້ອຍ, ກໍຂໍໃຫ້ຮັບເອົາຂອງຂັວນນີ້ຈາກຂ້ານ້ອຍ. ເພາະເຫັນໜ້າທ່ານກໍເໝືອນໄດ້ເຫັນໜ້າຂອງພຣະເຈົ້າ, ເວລານີ້ທ່ານໄດ້ຍອມຮັບຂ້ານ້ອຍດ້ວຍຄວາມກະລຸນາແລ້ວ.11ຂໍໃຫ້ຮັບເອົາຂອງຂັວນທີ່ໄດ້ນຳມາໃຫ້ທ່ານ ເພາະວ່າພຣະເຈົ້າໄດ້ເມດຕາຂ້ານ້ອຍ ແລະ ຂ້ານ້ອຍກໍມີທຸກສິ່ງທີ່ຕ້ອງການ” ແລະ ເພາະຢາໂຄບໄດ້ຢືນຢັນຢ່າງນັ້ນ, ເອຊາວຈຶ່ງໄດ້ຮັບເອົາຂອງຂັວນນັ້ນ.12ແລ້ວເອຊາວໄດ້ເວົ້າວ່າ, “ໃຫ້ພວກເຮົາອອກເດີນທາງ; ເຮົາກໍຈະໄປກັບເຈົ້າເໝືອນກັນ”.13ແຕ່ຢາໂຄບໄດ້ເວົ້າກັບລາວວ່າ, “ນາຍຂອງຂ້ານ້ອຍກໍຮູ້ວ່າບັນດາລູກທັງຫລາຍຍັງນ້ອຍຢູ່ ແລະ ຂ້ານ້ອຍຍັງຕ້ອງເບິ່ງແຍງຝູງແກະແມ່ ແລະ ງົວແມ່ທີ່ໃຫ້ນົມລູກຂອງຕົນຢູ່. ຖ້າພວກມັນຖືກໄລ່ຕ້ອນໜັກໃນມື້ດຽວ ສັດທັງໝົດນີ້ກໍຈະຕາຍ.14ດັ່ງນັ້ນ ຂໍໃຫ້ນາຍຂອງຂ້ານ້ອຍລ່ວງໜ້າໄປກ່ອນຄົນຮັບໃຊ້ຂອງທ່ານ, ສ່ວນຂ້ານ້ອຍກໍຈະຄ່ອຍໆເດີນທາງໄປຕາມກຳລັງຂອງຝູງແບ້, ຝູງແກະ ແລະ ຝູງງົວທີ່ອອກໄປກ່ອນຂ້ານ້ອຍ ແລະ ຕາມໄລຍະຫ່າງຂອງບັນດາລູກນ້ອຍທັງຫລາຍ ຈົນກວ່າຂ້ານ້ອຍຈະມາເຖິງນາຍຂອງຂ້ານ້ອຍທີ່ເສອີ”.15ເອຊາວໄດ້ເວົ້າວ່າ, “ຖ້າຢ່າງນັ້ນໃຫ້ເຮົາປະຄົນຂອງເຮົາບາງຄົນໄວ້ກັບເຈົ້າ”.
ຢາໂຄບໄດ້ຖາມວ່າ, “ແຕ່ເປັນຫຍັງທ່ານຕ້ອງເຮັດຢ່າງນັ້ນ? ຂໍພຽງແຕ່ທ່ານໄດ້ກະລຸນາຂ້ານ້ອຍກໍພໍແລ້ວນາຍຂອງຂ້ານ້ອຍເອີຍ”.16ດັ່ງນັ້ນ ໃນມື້ນັ້ນເອງ ເອຊາວກໍໄດ້ເລີ່ມອອກເດີນທາງກັບໄປທີ່ເສອີ.17ເຖິງຢ່າງໃດກໍຕາມ, ຢາໂຄບກໍໄດ້ເດີນທາງໄປທີ່ຊຸກໂກດ, ບ່ອນທີ່ລາວໄດ້ສ້າງທີ່ພັກສຳລັບຕົນເອງ ແລະ ໄດ້ເຮັດທີ່ພັກສຳລັບສັດລ້ຽງຂອງຕົນ. ດ້ວຍເຫດນັ້ນ ສະຖານທີ່ນັ້ນຈຶ່ງມີຊື່ວ່າຊຸກໂກດ. 18ຫລັງຈາກທີ່ຢາໂຄບໄດ້ມາຈາກປັດດານອາຣາມ ແລ້ວ, ລາວກໍໄດ້ມາເຖິງເມືອງຊີເຄມໃນການາອານຢ່າງປອດໄພ ແລະ ໄດ້ຕັ້ງຄ້າຍພັກຢູ່ໃກ້ເມືອງນັ້ນ.19ລາວໄດ້ຊື້ທີ່ດິນບ່ອນທີ່ລາວໄດ້ຕັ້ງເຕັນຈາກບັນດາລູກຊາຍຂອງຮາໂມ, ພໍ່ຂອງຊີເຄມໃນລາຄາໜຶ່ງຮ້ອຍຫລຽນເງິນ. 20ຢູ່ທີ່ນັ້ນລາວໄດ້ຕັ້ງແທ່ນບູຊາຂຶ້ນ ແລະ ໄດ້ເອີ້ນວ່າເອນເອໂລເຮອິດສະຣາເອນ.
Biblica, Inc.