ປະຖົມມະການ23
ການຕາຍຂອງນາງຊາຣາ
1ນາງຊາຣາມີຊີວິດຢູ່ຈົນອາຍຸໄດ້ 127 ປີ.2ນາງຕາຍທີ່ກີລີອາດອາກບາ (ກໍຄືເຮັບໂຣນ) ໃນດິນແດນການາອານ ແລະ ອັບຣາຮາມກໍໄດ້ໄວ້ທຸກໃຫ້ນາງຊາຣາ ແລະ ຮ້ອງໄຫ້ອາໄລເຖິງນາງ.3ແລ້ວອັບຣາຮາມກໍໄດ້ລຸກຂຶ້ນຈາກຂ້າງສົບເມຍຂອງເພິ່ນ ແລະ ກ່າວກັບຊາວຮິດຕີ. ເພິ່ນກ່າວວ່າ,4“ຂ້ານ້ອຍເປັນຄົນຕ່າງດ້າວ ແລະ ເປັນຄົນແປກໜ້າໃນທ່າມກາງພວກທ່ານ. ຂໍໃຫ້ຂາຍທີ່ດິນຕອນໜຶ່ງຂອງທ່ານໃຫ້ແກ່ຂ້ານ້ອຍແດ່ທ້ອນເພື່ອເປັນບ່ອນຝັງສົບທີ່ນີ້ ເພື່ອວ່າຂ້ານ້ອຍຈະສາມາດຝັງສົບຜູ້ຕາຍຂອງຂ້ານ້ອຍດ້ວຍ”.5ຊາວຮິດຕີໄດ້ຕອບອັບຣາຮາມວ່າ,6“ທ່ານເອີຍ, ຂໍໃຫ້ຟັງພວກເຮົາ. ທ່ານເປັນເຈົ້າຊາຍຜູ້ຍິ່ງໃຫຍ່ໃນທ່າມກາງພວກເຮົາ. ເຊີນຝັງຄົນຕາຍຂອງທ່ານໃນອຸບໂມງຝັງສົບທີ່ດີທີ່ສຸດຂອງພວກເຮົາ. ບໍ່ມີຜູ້ໃດໃນພວກເຮົາຈະຫ້າມທ່ານບໍ່ໃຫ້ຝັງຄົນຕາຍຂອງທ່ານໃນອຸບໂມງຝັງສົບຂອງເພິ່ນ”.7ແລ້ວອັບຣາຮາມກໍໄດ້ລຸກຂຶ້ນ ແລະ ກົ້ມລົງຄຳນັບຕໍ່ໜ້າປະຊາຊົນຂອງດິນແດນນີ້, ເຊິ່ງເປັນຊາວຮິດຕີ.8ເພິ່ນໄດ້ກ່າວຕໍ່ພວກເຂົາວ່າ, “ຖ້າທ່ານເຕັມໃຈທີ່ຈະໃຫ້ຂ້ານ້ອຍຝັງສົບຄົນຕາຍຂອງຂ້ານ້ອຍ ກໍຂໍກະລຸນາຟັງຂ້ານ້ອຍ ແລະ ອ້ອນວອນເອຟະໂຣນລູກຊາຍຂອງໂຊຮາແທນຂ້ານ້ອຍດ້ວຍ9ເພື່ອວ່າລາວຈະຂາຍຖ້ຳມັກເປລາ ເຊິ່ງເປັນຂອງລາວ ແລະ ຢູ່ສົ້ນທົ່ງນາຂອງລາວໃຫ້ແກ່ຂ້ານ້ອຍດ້ວຍ. ຂໍໃຫ້ລາວຂາຍໃຫ້ຂ້ານ້ອຍເຕັມລາຄາເພື່ອເປັນບ່ອນຝັງສົບຢູ່ທ່າມກາງພວກທ່ານ”.10ເອຟະໂຣນຊາວຮິດຕີກໍນັ່ງຢູ່ທ່າມກາງປະຊາຊົນ ແລະ ລາວຕອບອັບຣາຮາມໃຫ້ຊາວຮິດຕີທຸກຄົນທີ່ມາຊຸມນຸມກັນທີ່ປະຕູເມືອງນັ້ນໄດ້ຍິນດ້ວຍ.11ລາວກ່າວວ່າ, “ຢ່າເລີຍ, ນາຍເອີຍ, ກະລຸນາຟັງຂ້ານ້ອຍດ້ວຍ; ຂ້ານ້ອຍໃຫ້ ທີ່ດິນຕອນນີ້ແກ່ທ່ານ ແລະ ຂ້ານ້ອຍໃຫ້ຖ້ຳທີ່ຢູ່ໃນດິນຕອນນີ້ແກ່ທ່ານດ້ວຍ. ຂ້ານ້ອຍໃຫ້ທີ່ດິນຕອນນີ້ແກ່ທ່ານຊ້ອງໜ້າປະຊາຊົນຂອງຂ້ານ້ອຍ. ຈົ່ງຝັງຄົນຕາຍຂອງທ່ານ”.12ອັບຣາຮາມຈຶ່ງກົ້ມລົງຄຳນັບຕໍ່ໜ້າປະຊາຊົນຂອງດິນແດນນັ້ນອີກ13ແລ້ວເພິ່ນກ່າວຕໍ່ເອຟະໂຣນໃຫ້ຄົນອື່ນໆໄດ້ຍິນດ້ວຍວ່າ, “ກະລຸນາຟັງຂ້ານ້ອຍດ້ວຍ, ຖ້າພວກທ່ານຈະກະລຸນາ. ຂ້ານ້ອຍຈະຈ່າຍເງິນຄ່າທີ່ດິນນັ້ນ. ກະລຸນາຮັບເງິນນີ້ຈາກຂ້ານ້ອຍດ້ວຍ ເພື່ອວ່າຂ້ານ້ອຍຈະໄດ້ຝັງຜູ້ຕາຍຂອງຂ້ານ້ອຍທີ່ນັ້ນ”.14ເອຟະໂຣນໄດ້ຕອບອັບຣາຮາມວ່າ,15“ນາຍຂອງຂ້ານ້ອຍ, ກະລຸນາຟັງຂ້ານ້ອຍດ້ວຍ, ທີ່ດິນນັ້ນລາຄາເປັນເງິນ 400 ເຊເຂວ ແຕ່ສິ່ງນັ້ນຈະມີຄວາມໝາຍຫຍັງລະຫວ່າງຂ້ານ້ອຍກັບທ່ານ? ເຊີນຝັງສົບຄົນຕາຍຂອງທ່ານ”.16ອັບຣາຮາມໄດ້ຕົກລົງຕາມຂໍ້ສະເໜີຂອງເອຟະໂຣນ ແລະ ຊັ່ງເງິນຈ່າຍໃຫ້ລາວຕາມລາຄາທີ່ລາວບອກໂດຍທີ່ຊາວຮິດຕີກໍໄດ້ຍິນນຳຄື: ເງິນ 400 ເຊເຂວ ຕາມນ້ຳໜັກທີ່ພວກພໍ່ຄ້າໃຊ້ກັນໃນເວລານັ້ນ.17ດັ່ງນັ້ນ ທົ່ງນາຂອງເອຟະໂຣນທີ່ມັກເປລາໃກ້ມຳເຣຄື ທັງທົ່ງນາ ແລະ ຖ້ຳທີ່ຢູ່ໃນທີ່ດິນຕອນນັ້ນ ແລະ ຕົ້ນໄມ້ທັງໝົດທີ່ຢູ່ໃນເຂດແດນຂອງທົ່ງນານັ້ນກໍໄດ້ຖືກໂອນ18ໃຫ້ແກ່ອັບຣາຮາມເພື່ອເປັນທີ່ດິນຂອງເພິ່ນຊ້ອງໜ້າຊາວຮິດຕີທັງໝົດຜູ້ທີ່ໄດ້ມາທີ່ປະຕູເມືອງ.19ຫລັງຈາກນັ້ນ ອັບຣາຮາມກໍໄດ້ຝັງສົບນາງຊາຣາເມຍຂອງເພິ່ນໃນຖ້ຳທີ່ຢູ່ໃນທົ່ງມັກເປລາໃກ້ມຳເຣ (ທີ່ເມືອງເຮັບໂຣນ) ໃນດິນແດນການາອານ.20ດັ່ງນັ້ນ ທົ່ງນາ ແລະ ຖໍ້າທີ່ຢູ່ໃນທົ່ງນານັ້ນຈຶ່ງໄດ້ຖືກໂອນໃຫ້ແກ່ອັບຣາຮາມໂດຍຊາວຮິດຕີເພື່ອເປັນບ່ອນຝັງສົບ.Biblica, Inc.