ປະຖົມມະການ22
ອັບຣາຮາມຖືກທົດສອບ
1ຕໍ່ມາພຣະເຈົ້າໄດ້ທົດສອບອັບຣາຮາມ. ພຣະອົງກ່າວກັບເພິ່ນວ່າ, “ອັບຣາຮາມເອີຍ!”ເພິ່ນຕອບວ່າ, “ຂ້ານ້ອຍຢູ່ທີ່ນີ້”.2ແລ້ວພຣະເຈົ້າໄດ້ກ່າວວ່າ, “ຈົ່ງພາລູກຊາຍຂອງເຈົ້າ, ລູກຊາຍພຽງຄົນດຽວຂອງເຈົ້າ ຜູ້ທີ່ເຈົ້າຮັກ ຄືອີຊາກ ແລ້ວໄປຍັງເຂດໂມຣິຢາ. ຈົ່ງຖວາຍລາວຢູ່ທີ່ນັ້ນເພື່ອເປັນເຄື່ອງເຜົາບູຊາເທິງພູເຂົາແຫ່ງໜຶ່ງທີ່ເຮົາຈະສະແດງແກ່ເຈົ້າ”.3ຕອນເຊົ້າໆວັນຕໍ່ມາ ອັບຣາຮາມລຸກຂຶ້ນ ແລະ ມັດອານລໍຂອງເພິ່ນ. ເພິ່ນໄດ້ພາຄົນຮັບໃຊ້ຂອງເພິ່ນສອງຄົນ ແລະ ອີຊາກລູກຊາຍຂອງເພິ່ນໄປນຳ. ເມື່ອເພິ່ນໄດ້ຕັດຟືນພໍສຳລັບເຜົາເຄື່ອງບູຊາແລ້ວ, ເພິ່ນຈຶ່ງມຸ່ງໜ້າໄປບ່ອນທີ່ພຣະເຈົ້າໄດ້ບອກເພິ່ນໄວ້.4ໃນວັນທີສາມ ອັບຣາຮາມເງີຍໜ້າຂຶ້ນ ແລະ ເຫັນສະຖານທີ່ນັ້ນແຕ່ໄກ.5ເພິ່ນເວົ້າກັບຄົນຮັບໃຊ້ວ່າ, “ຈົ່ງຢູ່ບ່ອນນີ້ພ້ອມກັບລໍຂະນະທີ່ເຮົາກັບເດັກນ້ອຍຄົນນີ້ໄປທີ່ນັ້ນ. ພວກເຮົາຈະໄປນະມັດສະການພຣະເຈົ້າ ແລ້ວພວກເຮົາຈະກັບມາຫາພວກເຈົ້າ”.6ອັບຣາຮາມຈຶ່ງເອົາຟືນສຳລັບເຜົາເຄື່ອງບູຊາ ແລະ ວາງໃສ່ບ່າອີຊາກລູກຊາຍຂອງເພິ່ນ ແລະ ເພິ່ນເອງຖືໄຟ ແລະ ມີດ. ຂະນະທີ່ທັງສອງກຳລັງຍ່າງໄປນຳກັນນັ້ນ,7ອີຊາກໄດ້ເວົ້າກັບອັບຣາຮາມພໍ່ຂອງຕົນວ່າ, “ພໍ່ບໍ?”
ອັບຣາຮາມຕອບວ່າ, “ມີຫຍັງບໍລູກ?”
ອີຊາກຖາມວ່າ, “ໄຟ ແລະ ຟືນກໍມີຢູ່ບ່ອນນີ້ແລ້ວ, ແຕ່ລູກແກະສຳລັບເຜົາບູຊານັ້ນຢູ່ໃສ?”8ອັບຣາຮາມຕອບວ່າ, “ລູກເອີຍ, ພຣະເຈົ້າຈະຈັດຕຽມລູກແກະສຳລັບເຜົາບູຊາໃຫ້ເອງ”. ແລະ ທັງສອງກໍຍ່າງຕໍ່ໄປດ້ວຍກັນ.9ເມື່ອພວກເພິ່ນມາເຖິງສະຖານທີ່ ເຊິ່ງພຣະເຈົ້າບອກພວກເພິ່ນໄວ້. ອັບຣາຮາມກໍໄດ້ສ້າງແທ່ນບູຊາຂຶ້ນ ແລະ ຈັດຟືນໃສ່ເທິງແທ່ນນັ້ນ. ເພິ່ນມັດອີຊາກລູກຂອງເພິ່ນ ແລະ ວາງລາວລົງເທິງກອງຟືນທີ່ຢູ່ເທິງແທ່ນບູຊາ.10ຈາກນັ້ນເພິ່ນກໍເດ່ມືອອກໄປຈັບເອົາມີດມາເພື່ອຈະຂ້າລູກຊາຍຂອງຕົນ.11ແຕ່ເທວະດາຂອງພຣະເຈົ້າຢາເວໄດ້ເອີ້ນໃສ່ເພິ່ນຈາກສະຫວັນວ່າ, “ອັບຣາຮາມ! ອັບຣາຮາມ!”
ເພິ່ນຕອບວ່າ, “ຂ້ານ້ອຍຢູ່ທີ່ນີ້”.12ເທວະດາກ່າວວ່າ, “ຢ່າເດ່ມືໃສ່ເດັກນ້ອຍນັ້ນ, ຢ່າເຮັດສິ່ງໃດແກ່ລາວເລີຍ. ບັດນີ້ເຮົາຮູ້ແລ້ວວ່າເຈົ້າຢຳເກງພຣະເຈົ້າ, ເພາະເຈົ້າບໍ່ໄດ້ຫວງແຫນລູກຊາຍຂອງເຈົ້າຈາກເຮົາ, ຄືລູກຊາຍພຽງຄົນດຽວຂອງເຈົ້າ”.13ອັບຣາຮາມເງີຍໜ້າຂຶ້ນ ແລະ ຢູ່ທີ່ນັ້ນເພິ່ນໄດ້ເຫັນແກະເຖິກໂຕໜຶ່ງ ເຊິ່ງເຂົາທັງສອງຂອງມັນເກາະຄາຢູ່ກັບພຸ່ມໄມ້. ເພິ່ນຈຶ່ງຍ່າງໄປຫາແລ້ວຈັບແກະນັ້ນມາຖວາຍເປັນເຄື່ອງເຜົາບູຊາແທນລູກຊາຍຂອງເພິ່ນ.14ດັ່ງນັ້ນ ອັບຣາຮາມຈຶ່ງໄດ້ເອີ້ນສະຖານທີ່ນັ້ນວ່າ, “ພຣະເຈົ້າຢາເວຈະຈັດຕຽມໃຫ້”. ແລະ ຍັງເປັນທີ່ເວົ້າກັນຈົນເຖິງທຸກວັນນີ້ວ່າ, “ສິ່ງນັ້ນຈະຖືກຈັດຕຽມໄວ້ເທິງພູເຂົາຂອງພຣະເຈົ້າຢາເວ”.15ແລ້ວເທວະດາຂອງພຣະເຈົ້າຢາເວເອີ້ນໃສ່ອັບຣາຮາມຈາກສະຫວັນເປັນຄັ້ງທີສອງ16ແລະ ກ່າວວ່າ, “ພຣະເຈົ້າຢາເວປະກາດວ່າ, ເຮົາຂໍປະຕິຍານໂດຍເຮົາເອງວ່າ, ເພາະເຈົ້າໄດ້ເຮັດເຊັ່ນນີ້ ແລະ ບໍ່ໄດ້ຫວງແຫນລູກຊາຍຂອງເຈົ້າ ຄືລູກຊາຍພຽງຄົນດຽວຂອງເຈົ້າ,17ເຮົາຈະອວຍພອນເຈົ້າແນ່ນອນ ແລະ ຈະເຮັດໃຫ້ເຊື້ອສາຍຂອງເຈົ້າມີຈຳນວນຫລວງຫລາຍເໝືອນດັ່ງດວງດາວໃນທ້ອງຟ້າ ແລະ ເໝືອນດັ່ງເມັດຊາຍທີ່ຢູ່ແຄມທະເລ. ເຊື້ອສາຍຂອງເຈົ້າຈະຄອບຄອງເມືອງຕ່າງໆຂອງບັນດາສັດຕູຂອງພວກເຂົາ,18ແລະ ທຸກຊົນຊາດເທິງແຜ່ນດິນໂລກຈະໄດ້ຮັບພອນຜ່ານທາງເຊື້ອສາຍ ຂອງເຈົ້າ, ເພາະເຈົ້າໄດ້ເຊື່ອຟັງເຮົາ”.19ແລ້ວອັບຣາຮາມກໍໄດ້ກັບມາຫາຄົນຮັບໃຊ້ຂອງເພິ່ນ ແລະ ພວກເພິ່ນກໍພາກັນເດີນທາງກັບໄປຍັງເບເອນເຊບາ. ແລະ ອັບຣາຮາມກໍໄດ້ອາໄສຢູ່ທີ່ເມືອງເບເອນເຊບານັ້ນ.
ບັນດາລູກຊາຍຂອງນາໂຮ
20ຕໍ່ມາມີຜູ້ມາບອກອັບຣາຮາມວ່າ, “ມີລະກາກໍໄດ້ເປັນແມ່ແລ້ວ; ນາງໄດ້ເກີດລູກຊາຍຫລາຍຄົນໃຫ້ແກ່ນາໂຮນ້ອງຊາຍຂອງທ່ານຄື:21ອູເຊເປັນລູກຊາຍກົກ, ບູເຊເປັນນ້ອງຊາຍຂອງລາວ ເກມູເອນ (ພໍ່ຂອງອາຣາມ),22ເກເສັດ, ຮາໂຊ, ປິນດາດ, ຢິດລັບ ແລະ ເບທູເອນ”.23ເບທູເອນເປັນພໍ່ຂອງນາງເຣເບກາ. ມີລະກາໄດ້ເກີດລູກຊາຍແປດຄົນນີ້ແກ່ນາໂຮນ້ອງຊາຍຂອງອັບຣາຮາມ.24ເມຍນ້ອຍຂອງເພິ່ນ ຜູ້ທີ່ຊື່ວ່າຣູມາ ກໍໄດ້ເກີດລູກຊາຍເໝືອນກັນຄື: ເຕບາ, ກາຮາມ, ຕາຮັດ ແລະ ມາອາກາ.Biblica, Inc.