ຄາລາເຕຍ5

ເສລີພາບ​ໃນ​ພຣະຄຣິດເຈົ້າ

1ພຣະຄຣິດເຈົ້າ​ປົດປ່ອຍ​ພວກເຮົາ​ໃຫ້​ເປັນ​ອິດສະຫລະ​ກໍ​ເພື່ອ​ເສລີພາບ. ດັ່ງນັ້ນ ຈົ່ງ​ຕັ້ງໝັ້ນ​ຢູ່ ແລະ ຢ່າ​ປ່ອຍ​ໃຫ້​ຕົນ​ເອງ ຕົກ​ຢູ່​ໃຕ້​ແອກ​ແຫ່ງ​ຄວາມເປັນຂ້າທາດ​ອີກ.
2ຈົ່ງ​ຈົດຈຳ​ຄຳເວົ້າ​ຂອງ​ເຮົາ! ເຮົາ​ຄື​ໂປໂລ ຂໍ​ບອກ​ພວກເຈົ້າວ່າ ຖ້າ​ພວກເຈົ້າ​ຍອມ​ໃຫ້​ຕົນ​ເອງ​ຮັບ​ພິທີຕັດ, ພຣະຄຣິດເຈົ້າ​ກໍ​ຈະ​ບໍ່​ມີ​ຄ່າ​ຫຍັງ​ເລີຍ​ສຳລັບ​ພວກເຈົ້າ.3ເຮົາ​ຂໍ​ປະກາດ​ແກ່​ຜູ້ຊາຍ​ທຸກຄົນ​ທີ່​ຍອມ​ຮັບ​ພິທີຕັດ​ອີກ​ວ່າ ລາວ​ຈຳເປັນ​ຕ້ອງ​ປະຕິບັດ​ຕາມ​ກົດບັນຍັດ​ທັງໝົດ.4ພວກເຈົ້າ​ຜູ້​ທີ່​ພະຍາຍາມ​ເປັນ​ຜູ້ຊອບທຳ​ໂດຍ​ກົດບັນຍັດ ຜູ້​ນັ້ນ​ກໍ​ໄດ້​ຕັດຂາດ​ຈາກ​ພຣະຄຣິດເຈົ້າ; ພວກເຈົ້າ​ໄດ້​ຕົກ​ຈາກ​ພຣະຄຸນ​ເສຍ​ແລ້ວ.5ແຕ່​ໂດຍ​ຄວາມເຊື່ອ​ພວກເຮົາ​ຈົດຈໍ່​ຄອຍຖ້າ​ທີ່​ຈະ​ໄດ້​ຮັບ​ຄວາມຊອບທຳ​ຜ່ານ​ທາງ​ພຣະວິນຍານ​ຕາມ​ທີ່​ພວກເຮົາ​ໄດ້​ຫວັງ​ໄວ້.6ເພາະວ່າ​ໃນ​ພຣະຄຣິດເຈົ້າເຢຊູ​ການ​ຮັບ​ພິທີຕັດ ຫລື ບໍ່​ຮັບ​ພິທີຕັດ​ນັ້ນ​ກໍ​ບໍ່​ມີຄ່າ​ອັນໃດ. ສິ່ງ​ດຽວ​ທີ່​ສຳຄັນ​ຄື​ຄວາມເຊື່ອ​ທີ່​ສະແດງ​ອອກ​ດ້ວຍ​ຄວາມ​ຮັກ.
7ພວກເຈົ້າ​ກຳລັງ​ແລ່ນ​ແຂ່ງຂັນ​ດີ​ຢູ່​ແລ້ວ. ຜູ້ໃດ​ຂັດຂວາງ​ພວກເຈົ້າ​ບໍ່​ໃຫ້​ເຊື່ອຟັງ​ຄວາມຈິງ?8ການ​ຊັກຊວນ​ແບບ​ນັ້ນ​ບໍ່​ໄດ້​ມາ​ຈາກ​ພຣະອົງ​ຜູ້​ເອີ້ນ​ພວກເຈົ້າ.9“ເຊື້ອແປ້ງ​ພຽງ​ແຕ່​ໜ້ອຍດຽວ​ກໍ​ເຮັດ​ໃຫ້​ແປ້ງນວດ​ທັງ​ກ້ອນ​ຟູຂຶ້ນ”.10ເຮົາ​ໝັ້ນໃຈ​ໃນ​ອົງພຣະຜູ້ເປັນເຈົ້າ​ວ່າ ພວກເຈົ້າ​ຈະ​ບໍ່​ຍອມຮັບ​ຄວາມຄິດ​ຢ່າງ​ອື່ນ. ຜູ້​ທີ່​ເຮັດ​ໃຫ້​ພວກເຈົ້າ​ສັບສົນ​ວຸ້ນວາຍ​ນັ້ນ ບໍ່​ວ່າ​ລາວ​ຈະ​ເປັນ​ຜູ້ໃດ​ກໍ​ຕາມ ຈະ​ຕ້ອງ​ໄດ້​ຮັບ​ໂທດ.11ພີ່ນ້ອງ​ທັງຫລາຍ​ເອີຍ ຖ້າ​ເຮົາ​ຍັງ​ເທດສະໜາ​ໃຫ້​ຮັບ​ພິທີຕັດ​ຢູ່ ເປັນຫຍັງ​ເຮົາ​ຍັງ​ຕ້ອງ​ຖືກ​ຂົ່ມເຫັງ​ຢູ່? ຖ້າ​ເປັນ​ດັ່ງນັ້ນ ເລື່ອງ​ໄມ້ກາງແຂນ​ກໍ​ບໍ່​ຖືກ​ຕໍ່ຕ້ານ​ແລ້ວ.12ສ່ວນ​ຜູ້ກໍ່ກວນ​ເຫລົ່ານັ້ນ ເຮົາ​ປາຖະໜາ​ໃຫ້​ພວກເຂົາ​ຕອນ​ຕົນ​ເອງ​ສາ!

ຊີວິດ​ໂດຍ​ພຣະວິນຍານ

13ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຈົ້າ​ໄດ້​ຖືກ​ເອີ້ນ​ນັ້ນ​ກໍ​ເພື່ອ​ເສລີພາບ. ແຕ່​ຢ່າ​ໃຊ້​ເສລີພາບ​ຂອງ​ພວກເຈົ້າ​ເພື່ອ​ເຮັດ​ຕາມ​ເນື້ອໜັງ ; ແຕ່​ຈົ່ງ​ຮັບໃຊ້​ກັນແລະກັນ​ດ້ວຍ​ຄວາມຖ່ອມຕົວ​ໃນ​ຄວາມ​ຮັກ.14ເພາະ​ກົດບັນຍັດ​ທັງໝົດ​ກໍ​ສຳເລັດ​ໄດ້​ດ້ວຍ​ການຮັກສາ​ຄຳສັ່ງ​ອັນດຽວ​ນີ້​ຄື: “ຈົ່ງ​ຮັກ​ເພື່ອນບ້ານ​ເໝືອນ​ຮັກ​ຕົນ​ເອງ”. 15ຖ້າ​ພວກເຈົ້າ​ຍັງ​ກັດ​ກິນ​ກັນ​ເອງ, ຈົ່ງ​ລະວັງ​ໃຫ້​ດີ ບໍ່​ດັ່ງນັ້ນ​ພວກເຈົ້າ​ຈະ​ຖືກ​ທຳລາຍ​ດ້ວຍ​ກັນ.
16ດັ່ງນັ້ນ ເຮົາ​ຈຶ່ງ​ບອກ​ວ່າ, ຈົ່ງ​ດຳເນີນຊີວິດ​ຕາມ​ພຣະວິນຍານ ແລະ ພວກເຈົ້າ​ຈະ​ບໍ່​ເຮັດຕາມ​ຄວາມປາຖະໜາ​ຂອງ​ເນື້ອໜັງ.17ເພາະວ່າ​ເນື້ອໜັງ​ປາຖະໜາ​ໃນ​ສິ່ງ​ທີ່​ກົງກັນຂ້າມ​ກັບ​ພຣະວິນຍານ ແລະ ພຣະວິນຍານ​ກໍ​ຂັດ​ກັບ​ເນື້ອໜັງ. ທັງ​ສອງ​ຂັດແຍ້ງ​ກັນ, ດັ່ງນັ້ນ ພວກເຈົ້າ​ຈຶ່ງ​ບໍ່​ໄດ້​ເຮັດ​ໃນ​ສິ່ງ​ທີ່​ພວກເຈົ້າ​ຕ້ອງການ.18ແຕ່​ຖ້າ​ພຣະວິນຍານ​ນຳພາ​ພວກເຈົ້າ ພວກເຈົ້າ​ກໍ​ບໍ່​ໄດ້​ຢູ່​ໃຕ້​ກົດບັນຍັດ.
19ການກະທຳ​ຂອງ​ເນື້ອໜັງ​ແມ່ນ​ເຫັນ​ໄດ້​ຊັດເຈນ​ຄື: ການ​ຜິດສິນທຳທາງເພດ, ຄວາມ​ບໍ່ສະອາດ ແລະ ການລາມົກ;20ການຂາບໄຫວ້​ຮູບເຄົາລົບ ແລະ ການ​ໃຊ້​ຄາຖາ; ການ​ກຽດຊັງ, ການແຕກແຍກ, ການ​ຫຶງຫວງ, ຄຽດແຄ້ນ, ຄວາມທະເຍີທະຍານ​ທີ່​ເຫັນແກ່ຕົວ, ການ​ຂັດແຍ້ງ, ການແບ່ງພັກແບ່ງພວກ21ແລະ ການອິດສາ, ການເມົາເຫລົ້າ, ການ​ຮ່ວມເພດ​ເປັນ​ກຸ່ມ ແລະ ອື່ນໆ. ເຮົາ​ຂໍ​ເຕືອນ​ພວກເຈົ້າ​ເໝືອນ​ທີ່​ເຄີຍ​ເຕືອນ​ກ່ອນ​ໜ້າ​ນີ້​ແລ້ວ​ວ່າ, ບັນດາ​ຜູ້​ທີ່​ດໍາເນີນ​ຊີວິດ​ຢ່າງນີ້​ຈະ​ບໍ່​ໄດ້​ຮັບ​ອານາຈັກ​ຂອງ​ພຣະເຈົ້າ​ເປັນ​ມໍລະດົກ.
22ແຕ່​ຜົນ​ຂອງ​ພຣະວິນຍານ​ນັ້ນ​ຄື​ຄວາມ​ຮັກ, ຄວາມຊື່ນຊົມຍິນດີ, ສັນຕິສຸກ, ຄວາມອົດທົນ, ຄວາມປານີ, ຄວາມດີ, ຄວາມສັດຊື່,23ຄວາມສຸພາບອ່ອນຫວານ ແລະ ການຄວບຄຸມ​ຕົນ​ເອງ. ສິ່ງ​ເຫລົ່ານີ້​ບໍ່​ມີ​ກົດບັນຍັດ​ຂໍ້​ໃດ​ຫ້າມ​ເລີຍ.24ບັນດາ​ຜູ້​ທີ່​ຢູ່​ໃນ​ພຣະຄຣິດເຈົ້າເຢຊູ​ໄດ້​ຄຶງ​ເນື້ອໜັງ​ພ້ອມ​ກັບ​ຕັນຫາ ແລະ ຄວາມປາຖະໜາ​ໄວ້​ທີ່​ໄມ້ກາງແຂນ​ແລ້ວ.25ເນື່ອງຈາກ​ພວກເຮົາ​ມີຊີວິດ​ຢູ່​ໂດຍ​ພຣະວິນຍານ, ກໍ​ໃຫ້​ພວກເຮົາ​ກ້າວໄປ​ຕາມ​ພຣະວິນຍານ​ນັ້ນ.26ຢ່າ​ໃຫ້​ພວກເຮົາ​ກາຍເປັນ​ຄົນ​ຈອງຫອງ, ທ້າທາຍ ແລະ ອິດສາ​ກັນ.

Biblica, Inc.

https://app.library.bible/content/eab9312f9f16b3a2